ການພັທນາເອເຊັຍ ໃນລະຍະຍາວ

ທະນາຄານ ພັທນາ ເອເຊັຍ ວ່າ ການຂຍາຍໂຕ ລະຍະຍາວ ຂອງເສຖກິດ ເປັນ ບູລິມະສິດ ໃນການພັທນາ ເອເຊັຍ.
ໂພໄຊສວັດ
2010.09.28

ກົດຟັງສຽງ

ເຈົ້າໜ້າທີ່ ຈາກທະນາຄານ ພັທນາເອເຊັຍ ADB ກ່າວໃນມື້ວັນ ອັງຄານ ທີ 28 ກັນຍາ 2010 ນີ້ວ່າເສຖກິດ ຂອງເອເຊັຍ ທີ່ກຳລັງພັທນາ ຕ້ອງເຮັດໃຫ້ ການຂຍາຍໂຕນີ້ ຢູ່ໃນ ລະຍະຍາວ ເປັນບູລິມະສິດ ໃນຂະນະທີ່ ADB ໄດ້ກະຕວງ ລະດັບເສຖກິດ ພູມີພາກ ໃຫ້ຂຍາຍ ເພີ້ມຂຶ້ນ.

ລະດັບເສຖກິດ ພູມີພາກ ຈະຂຍາຍໂຕ ຂຶ້ນເປັນ 8.2 ສ່ວນຮ້ອຍ ໃນປີ 2010, ຂຶ້ນຈາກການ ຄາດໝາຍຂອງ ທະນາຄານ ເມື່ອຕົ້ນປີ ທີ່ຢູ່ໃນອັນດັບ 7.5 ສ່ວນຮ້ອຍ, ຫລັງຈາກການຄ້າ ການລົງທຶນ ໃນພູມີພາກ ໄດ້ກົດດັນ ໃຫ້ວິກິດການ ທາງດ້ານການເງິນ ຂອງໂລກ ຟື້ນຄືນຢ່າງວ່ອງໄວ ແລະ ມີປະສິດທິພາບ.

ການຂຍາຍໂຕ ທາງເສຖກິດ ຈະຊ້າລົງໜ້ອຍນຶ່ງ ໃນປີ 2011 ຕົກຢູ່ປະມານ 7.3 ສ່ວນຮ້ອຍ, ໃນຂນະທີ່ ສະພາບເງິນເຟີ້ ຈະຢູ່ໃນລະດັບ ທີ່ທຸ່ນທ່ຽງ ສະເລັ່ຍ 4.1 ສ່ວນຮ້ອຍພາຍ ໃນປີນີ້ ແລະ 3.9 ສ່ວນຮ້ອຍ ພາຍໃນປີ 2011. ອີງຕາມລາຍງານ ລ້າສຸດ ຂອງທະນາຄານ ພັທນາເອເຊັຍ.

ທະນາຄານ ພັທນາເອເຊັຍ ADB ກ່າວໃນລາຍງານ “ທັສນິຍະພາບ ການພັທນາເອເຊັຍ ປີ 2010” ວ່າໂດຍທົ່ວໄປແລ້ວ ເສຖກິດ ຂອງເອເຊັຍ ທີ່ກຳລັງພັທນາ ຢູ່ໃນ ສະພາບ ທີ່ໝັ້ນຄົງດີ. ໃນຂນະທີ່ ວິກິຈການ ທາງດ້ານການເງິນ ຂອງໂລກ ອ່ອນໂຕລົງ ການຂຍາຍໂຕ ລະຍະກາງ ແລະລະຍະຍາວ ຈະສະແດງໂຕ ຂຶ້ນມາເອງ ຊຶ່ງຈະກາຍເປັນ ບູລິມະສິດ ຂອງເສຖກິດ ມະຫາພາກ.

ເຖິງຢ່າງໃດກໍຕາມ ການປະເມີນ ກ່ຽວກັບລະດັບ ເສຖກິດ ທີ່ລ້າສຸດ ຍັງຕໍ່າກວ່າ ການປະເມີນ ລະດັບສູງສຸດ ທີ່ໄດ້ຄາດໄວ້ 9.6 ສ່ວນຮ້ອຍ ຕັ້ງແຕ່ ປີ 2007.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Oct 05, 2010 03:49 PM

ຢາກໃຫ້ລັດຖະບານລາວຍົກສູງຄວາມສຳຄັນຂອງຄູໃນລາວ ແລະເພີ້ມເງີນເດືອນຂອງຄູຕື່ມ