ປະຊາຊົນລາວ ສ່ວນຫລາຍ ເຫັນດີເຫັນພ້ອມ ກັບແຜນການພັທນາ ແຕ່ກ່ອນ ອື່ນໝົດ ຢາກໃຫ້ຣັຖບານລາວ ປາບປາມ ການສໍ້ຣາຊບັງຫລວງ
2008.01.07
ນັກຮຽນຮູ້ປັນຍາຊົນລາວ ທ່ານນຶ່ງເວົ້າວ່າ ປະຊາຊົນລາວ ສ່ວນຫລາຍ ເຫັນດີເຫັນພ້ອມ ກັບແຜນການພັທນາ ເພື່ອຫລຸດຜ່ອນ ຄວາມຍາກຈົນ ຂອງຣັຖບານລາວ ແຕ່ກ່ອນ ອື່ນໝົດ ຢາກໃຫ້ຣັຖບານລາວ ປາບປາມ ການສໍ້ຣາຊບັງຫລວງ ນັ້ນເສັຍກ່ອນ. ດັ່ງ ທ້າວ ບົວລອຍ ນັກສຶກສາລາວ ທີ່ກຳລັງຮຽນຢູ່ໃນຂັ້ນມະຫາວິທະ ຍາໄລ ແຫ່ງນຶ່ງ ໃນປະເທດໄທ ໄດ້ກ່າວວ່າ:
(ສຽງ) "ຕົວຂ້າພະເຈົ້າເອງ ເຫັນດີນຳກັບແຜນການ ຂອງຣັຖທີ່ຈະຊ່ວຍ ໃຫ້ປະເທດຊາດຫລຸດພົ້ນ ອອກຈາກຄວາມທຸກຍາກ ໃນ ປີ 2020 ມັນຈະດີທີ່ສຸດ ຖ້າພັກແລະຣັຖ ສາມາດຊ່ວຍກຳຈັດ ບັນຫາ ການຄໍຣັບຊັ່ນ ທີ່ເກີດຂື້ນ ຣະດັບນ້ອຍ ແລະໃຫຍ່ ແລະບັນຫາຄໍຣັບຊັ່ນ ກໍເປັນເງື່ອນໄຂນຶ່ງ ທີ່ສຳຄັນ ທີ່ຈະຊ່ວຍໃຫ້ ປະເທດຊາດ ກ້າວຫລຸດພົ້ນຈາກ ປະເທດທຸກຍາກຢ່າງແທ້ຈິງ."
ທ້າວ ບົວລອຍ ກ່າວອີກວ່າ ນະໂຍບາຍ ຂອງພັກແລະຣັຖບານລາວ ຖືກຕ້ອງແລ້ວ ແຕ່ການປະຕິບັດ ແລະການບໍຣິຫານວຽກງານ ຍັງບໍ່ມີຄຸນນະພາບ ບໍ່ໂປ່ງໃສ ແລະຍັງບໍ່ຈິງຈັງ ຕໍ່ການປາບປາມ ການສໍ້ຣາຊບັງຫລວງ ຢ່າງແທ້ຈິງເທື່ອ.
ອີກຢ່າງນຶ່ງ ນັກສຶກສາລາວ ຜູ້ນີ້ກ່າວອີກວ່າ ໂຕເຂົາເອງ ໃນນາມເປັນຄົນລາວ ລຸ້ນໃໝ່ ຢາກຮຽກຮ້ອງ ໃຫ້ມີນັກຮຽນຮູ້ ແລະປັນຍາຊົນລຸ້ນໃໝ່ ມີບົດບາດ ໃນການປົກຄອງ ແລະບໍຣິຫານປະເທດຊາດ ຫລາຍຂື້ນຢູ່ລາວ ດັ່ງ ທ້າວ ບົວລອຍ ໄດ້ກ່າວອີກຕອນນຶ່ງວ່າ:
(ສຽງ) "ສຳຣັບຄົນລຸ້ນໃໝ່ນີ້ ກໍຂໍເປັນຕົນແທນ ທີ່ຢາກຈະໃຫ້ທາງພັກ ແລະຣັຖ ໃຫ້ຄັດເລືອກ ຜູ້ທີ່ມີແນວຄິດໃໝ່ ທີ່ກ້າວທັນໂລກ ເຂົ້າໄປຊ່ວຍເຮັດວຽກ ຢູ່ນຳພັກ ນຳຣັຖ ເພື່ອທີ່ຈະພັທນາ ເຂັ້ມແຂງຂື້ນ ກ້າວທັນໂລກ."
ເຖິງຢ່າງໃດກໍດີ ໃນຕອນທ້າຍ ທ້າວ ບົວລອຍ ກໍດີໃຈທີ່ພັກ ແລະຣັຖບານລາວ ໄດ້ເປີດກວ້າງ ຕໍ່ໂລກພາຍນອກ ອະນຸຍາດ ໃຫ້ມີການຄ້າຂາຍ ຣະຫວ່າງສປປລາວ ແລະປະເທດອື່ນໆໃນໂລກ.
ອາວະຣີ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ແຂວງຈຳປາສັກ ແລະນະຄອນໂຮຈິ່ມິ່ນ ຂອງວຽດນາມ ຕົກລົງຈະສ້າງເຂດ ເສຖກິດພິເສດ ຢູ່ແຂວງຈຳປາສັກ
- ຊາວລາວເຜົ່າມົ້ງ ທີ່ເຄີຍຊ່ວຍສະຫະຣັດອະເມຣິກາ ຕໍ່ສູ້ຢູ່ລາວ ບໍ່ຖືກຖືວ່າ ເປັນພວກກໍ່ການຮ້າຍ ອີກຕໍ່ໄປ
- ທະນາຄານວຽງຈັນພານິດໃນລາວ ຕຽມແຜນເປີດບໍຣິການບັດ credit ໃຫ້ຄົນລາວໄດ້ໄຊ້ ໃນອະນາຄົດ
- ແຂວງອັດຕະປື ກໍາລັງພິຈາຣະນາ ຮ່າງຂໍ້ຕົກລົງ ກັບເອກກະຊົນຣັດເຊັຽ ເລື່ອງການກໍ່ສ້າງເສັ້ນທາງ ເຊື່ອມຕໍ່ເຂດ ທີ່ຈະກໍ່ສ້າງ ເຂື່ອນນໍ້າກົງນຶ່ງ
- ການສໍ້ຣາຊບັງຫລວງ ຢູ່ລາວຍັງແຜ່ຣະບາດ ເຕັມບ້ານເຕັມເມືອງ
- ແຂວງເຊກອງ ກວດຍຶດໄມ້ທ່ອນ ໄດ້ຈໍານວນນຶ່ງ ຈາກການດໍາເນີນທຸຣະກິດ ແບບບໍ່ຖືກຕ້ອງ ຊຶ່ງຍັງມີຢູ່ຢ່າງຫລວງຫລາຍ ໃນພື້ນທີ່
- ລາວ ແລະວຽດນາມ ຮ່ວມກັນສໍາຣວດ ຄວາມເປັນໄປໄດ້ ໃນການທີ່ຈະສ້າງທາງຣົດໄຟ ເຊື່ອມຕໍ່ແຂວງຄໍາມ່ວນ ກັບແຂວງ Quang Binh ປະເທດວຽດນາມ
- ເຖີງແມ່ນວ່າ ການທ່ອງທ່ຽວ ຈະຊ່ວຍນໍາຣາຍໄດ້ ໃຫ້ແກ່ລາວ ມາໂດຍຕະລອດ ແຕ່ຊາວບ້ານສ່ວນຫລາຍ ຍັງບໍ່ທັນໄດ້ຮັບຜົນປະໂຫຍດ ນໍາຢ່າງທົ່ວເຖີງເທື່ອ
- ປະຊາຊົນ ແລະເຍົາວຊົນລາວ ຮຸ້ນໃໝ່ ສົນໃຈ ພາສາອັງກິດ ແລະຈີນ ຫລາຍກວ່າ ພາສາຝຣັ່ງເສສ
- ເນື່ອງໃນໂອກາດປີໃໝ່ສາກົນນີ້ ຊາວລາວຫລາຍຄົນ ກໍຕັ້ງຄວາມຫວັງ ວ່າຢາກໃຫ້ ຣັຖະບານແກ້ໄຂ ບັນຫາ ເສຖະກິດ