ແຂວງຫົວພັນ ແລະບັນຫາຢາເສພຕິດ

ວຽກງານ ຢາເສພຕິດ ແຂວງຫົວພັນ ຍັງມີບັນຫາ ຫລາຍຢ່າງ ທັງເລື້ອງຜູ້ເສບ ແລະຜູ້ຄ້າ ທີ່ຕ້ອງໄດ້ ແກ້ໄຂ.
ມະນີຈັນ
2010.08.13

ວຽກງານ ຢາເສພຕິດ ແຂວງຫົວພັນ ຍັງມີບັນຫາ ທັງເລື້ອງຜູ້ເສພ ແລະຜູ້ຄ້າ ທີ່ຕ້ອງໄດ້ ແກ້ໄຂ ເຖິງແມ່ນວ່າ ຈະມີຫລາຍ ປັຈຈັຍ ທີ່ຍັງບໍ່ ອໍານວຍໃຫ້ກໍຕາມ.

ການແພ່ຣະບາດ ຂອງ ຢາເສພຕິດ ໃນໝູ່ ກັມມະກອນ ຢ່າງບໍ່ລົດລະ ເພາະກັມມະກອນ ໃຊ້ຢາເສພຕິດ ຫວັງໃຫ້ມີ ກໍາລັງ ໃນການເຮັດວຽກ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ຫ້ອງການ ຢາເສພຕິດ ແຂວງຫົວພັນ:

"ກ່ຽວກັບເລື້ອງ ຢາເສບຕິດ ກໍຍັງມີ ຫລາຍບັນຫາ ທີ່ຕ້ອງແກ້ໄຂ ຜ່ານມາ ເຮົາກໍແກ້ໄຂ ແຕ່ມັນກໍແກ້ໄຂ ມັນກໍບໍ່ແມ່ນ ຂອງງ່າຍ ບັນຫາການແກ້ໄຂ ເລື້ອງການຄ້າຂາຍ ໂດຍສະເພາະ ບັນຫາ ຜູ້ເສພຕິດ ກໍຍັງມີຫລາຍ ຢູ່ດຽວນີ້ ພວກເສພຢາບ້າ ເສພເຮໂຣອິນ".

ສໍາລັບເລື້ອງ ການປີ່ນປົວ ຜູ້ເສພຕິດນັ້ນ ທ່ານວ່າ ທາງແຂວງຫົວພັນ ຍັງບໍ່ມີສູນ ປີ່ນປົວ ຢ່າງເປັນ ທາງການເທື່ອ ຕ້ອງສົ່ງຜູ້ທີ່ ຢາກເຊົາຢາ ໄປນະຄອນຫລວງ ວຽງຈັນ ໂດຍຕ້ອງໄດ້ອອກ ຄ່າໃຊ້ຈ່າຍເອງ ເພາະທາງແຂວງ ບໍ່ມີງົບປະມານ ໃຫ້ໃນດ້ານນີ້  ຈຶ່ງມີບາງຄົນ ບໍ່ຄິດທີ່ຈະ ໄປປີ່ນປົວ ຢ່າງຈິງຈັງ ຍ້ອນບໍ່ມີເງິນພໍ ຄ່າເດີນທາງ ແລະ ຄ່າໃຊ້ຈ່າຍຕ່າງໆ. ອີກຢ່າງນຶ່ງ ການຂາດເຂີນ ອຸປກອນ-ງົບປະມານ ກໍເຮັດໃຫ້ ບໍ່ສາມາດ ຈັບຜູ້ຄ້າ ຫລືກວດລ້າງ ຢາເສພຕິດ ໄດ້ໝົດ. ທ່ານກ່າວ ຕໍ່ໄປວ່າ:

"ອັນຜູ້ເສພ ມັນຮູ້ຢູ່ແລ້ວ ຜູ້ເສພແມ່ນ ປະຊາຊົນ ໃນແຂວງ ແຕ່ຜູ້ຂາຍ ກໍຈັບຢູ່ ແຕ່ວ່າມັນ ກໍຈັບ ບໍ່ໄດ້ງ່າຍ ຜ່ານປີນີ້ ມັນກໍຈັບ ໄດ້ຮອດ 20 ປາຍຣາຍພຸ້ນແຫລະ ບັນຫາ ຈັບບໍ່ໄດ້ ມັນກໍມີຫລາຍ ປັຈຈັຍ ບໍ່ມີທຶນ ບໍ່ມີພາຫານະ ອຸປກອນ ສໍາລັບເຈົ້າໜ້າທີ່ ເຮັດວຽກທີ່ນີ້ ມັນຈຶ່ງຈັບ ບໍ່ໄດ້".

ທ່ານກ່າວ ໃນຕອນທ້າຍວ່າ ບັນຫາຕ່າງໆ ເຫລົ່ານັ້ນ ເຮັດໃຫ້ ຍັງມີຜູ້ເສພ ຢູ່ຫລາຍ ໃນແຂວງຫົວພັນ  ຊຶ່ງຜູ້ເສພ ເຫລົ່ານັ້ນ ໄດ້ກໍ່ບັນຫາ ຕ່າງໆ ທາງສັງຄົມ ເປັນຕົ້ນ ການລັກ  ຂະໂມຍເພື່ອ ໄດ້ເງິນໄປຊື້ ຢາເສພຕິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.