ຫຼາຍປະເທດຕ້ານການ ສ້າງເຂື່ອນໃສ່ແມ່ນໍ້າຂອງ
2010.09.27
ກົດຟັງສຽງ
ນັ້ນແມ່ນ ຄຳຖແລງຂອງ ທ່ານ Jim Webb ສະມາຊິກ ສະພາສູງ ສະຫະຣັຖ ທີ່ກ່າວຕໍ່ ກອງປະຊຸມ ຄນະກັມມະການ ຄວາມສຳພັນ ຕ່າງປະເທດ ຂອງສະພາສູງ ສະຫະຣັຖ ເມື່ອສັປດາ ທີ່ຜ່ານມາ.
ທ່ານ Webb ກ່າວອີກວ່າ ຈີນແລະປະເທດ ແມ່ນ້ຳຂອງ ອື່ນໆມີແຜນ ຈະສ້າງເຂື່ອນ ໄຟຟ້າໃສ່ ແມ່ນ້ຳຂອງ ທັງໝົດ 26 ແຫ່ງ. ການສ້າງເຂື່ອນ ເຫລົ່ານີ້ ຈະສົ່ງຜົນ ກະທົບ ຕໍ່ສະພາບ ແວດລ້ອມ ແລະ ປະຊາຊົນ ເຖິງ 60 ລ້ານ ຄົນທີ່ອາໄສ ຢູ່ພາກລຸ່ມ ແມ່ນ້ຳຂອງ. ທ່ານ Webb ເວົ້າວ່າ ຜ່ານມາ ຈີນບໍ່ຍອມ ນັບຖືສິດ ຂອງປະເທດ ໃນພາກລຸ່ມ ແມ່ນ້ຳຂອງເລີຍ.
ທ່ານ Joseph Yun ຜູ້ຊ່ວຍ ຣັຖມົນຕຣີ ກະຊວງການ ຕ່າງປະເທດ ສະຫະຣັຖ ຮັບຜິດຊອບ ເອເຊັຍຕາວັນ ອອກສ່ຽງໃຕ້ ກ່າວວ່າ ຣັຖບານ ສະຫະຣັຖ ເຫັນວ່າ ສະຫະຣັຖ ມີຄວາມຈຳເປັນ ຕ້ອງຮ່ວມມື ກັບປະເທດ ເອເຊັຍ ຕາວັນອອກ ສ່ຽງໃຕ້ ເພື່ອໜູນໃຊ້ ແມ່ນ້ຳຂອງ ໃຫ້ຍືນຍົງຄົງຕົວ ໂດຍທີ່ບໍ່ທຳຣາຍ ສະພາບແວດລ້ອມ.
ສ່ວນ ດຣ. Richard Cronin ຈາກສູນຄົ້ນຄວ້າ Stemson ກ່າວວ່າ ຣັຖບານ ສະຫະຣັຖ ມີນະໂຍບາຍ ໃໝ່ເພື່ອປັບປຸງ ຄວາມສຳພັນ ແລະ ຂຍາຍການຮ່ວມມື ກັບປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ ໃຫ້ດີຂື້ນ ແຕ່ສະຫະຣັຖ ຍັງບໍ່ມີ ແຜນແລະເງິນທຶນ ເພື່ອປະຕິບັດ ຕາມນະໂຍບາຍ ໃໝ່ນັ້ນ ເພື່ອຊ່ວຍພັທນາ ປະເທດ ໃນເຂດລຸ່ມ ແມ່ນ້ຳຂອງ.
ໃນເມື່ອຍັງ ທຸກຍາກ ຂາດເຂີນຢູ່ ປະເທດເຫລົ່ານັ້ນ ຈຶ່ງພັທນາແບບ ທຳຣາຍ ທັມມະຊາດ. ເຊັ່ນດຽວກັນ ນາງ Aviva Himof ຜູ້ອຳນວຍການ ອົງການ ແມ່ນ້ຳສາກົນ ກ່າວວ່າ ສະຖາບັນ ການເງິນສາກົນ ຄວນສຶກສາ ເບິ່ງຢ່າງຄັກແນ່ ກ່ອນຈະ ສນັບສນູນ ໂຄງການສ້າງ ເຂື່ອນໄຟຟ້າ ໃນເຂດອ່າງ ແມ່ນ້ຳຂອງ.