ກຸ່ມອະນຸຮັກ ທັມມະຊາດຕ້ານສ້າງເຂື່ອນ
2010.09.27
ກົດຟັງສຽງ
ຣັຖບານ ລາວ ປະຕິເສດ ຕໍ່ຄຳຮຽກຮ້ອງ ໃຫ້ມີການ ຍົກເລີກ ການສ້າງເຂື່ອນ ໄຟຟ້າ ກັ້ນນ້ຳຂອງ ເພາະຕ້ອງການ ພລັງງານທີ່ຖືກໆ ມາພັທນາ ປະເທດ ເຖິງແມ່ນວ່າ ຈະເປັນພັຍ ນາບຂູ່ຕໍ່ສີ່ງ ແວດລ້ອມ ແລະ ຊິວະນານາພັນ ຊນີດຕ່າງໆ ຕາມແມ່ນ້ຳຂອງ ກໍ່ຕາມ.
ໃນອາທີດນີ້ ສປປລາວ ກໍ່ໄດ້ ດຳເນີນງານ ເພື່ອຄ້ຳປະກັນ ການເຫັນພ້ອມຈາກ ຂົງເຂດ ໃນໂຄງການ ສ້າງເຂື່ອນໄຟຟ້າ ຂນາດໃຫຍ່ ໃສ່ແມ່ນ້ຳຂອງ ຕອນລຸ່ມ ແຫ່ງ ທຳອິດ ຂອງລາວ ທັ້ງໆທີ່ມີການ ປະທ້ວງ ຈາກກຸ່ມ ອະນຸຮັກ ທັມມະຊາດ ສາກົນກໍ່ຕາມ ອີງຕາມລາຍງານ ຈາກຫນັງສືພີມ the guardian ຂອງອັງກິດ ໃນມື້ວັນສຸກ ຜ່ານມາ.
ຫນັງສືພີມ ດ່ັງກ່າວ ລາຍງານວ່າ ໂຄງການສ້າງ ເຂື່ອນກັ້ນນ້ຳຂອງ ທີ່ແຂວງ ໄຊຍະບຸຣີ ຂອງຣັຖບານລາວ ຈະເປັນພັຍນາບຂູ່ ຕໍ່ການຢູ່ລອດ ຂອງຝຸງປາ ຊນີດຕ່າງໆ ເຊັ່ນ ປາບຶກ ທີ່ມີນ້ຳຫນັກ ກວ່າ 650 ປອນ ທີ່ອາສັຍ ຢູ່ຕາມລຳນ້ຳ ສາຍນີ້. ກຸ່ມດັ່ງກ່າວ ບອກວ່າ ປາບຶກແລະ ຝຸງປາຊນີດຕ່າງໆ ເຊັ່ນປາຝາ ບາງໂຕ ມີນ້ຳຫນັກ ຫລາຍກວ່າເສືອ ຈະຖືກສູນພັນ ຈາກໂຄງການ ສ້າງເຂື່ອນທີ່ມີ ຄວາມສຸງ ປະມານ 2,600 ຟຸດ ດັ່ງກ່າວ. ຣັຖບານລາວ ອ້າງວ່າ ເສຖກິດ ແລະ ການເປັນຢູ່ຂອງ ປະຊາຊົນ ມີນ້ຳຫນັກ ຫລາຍກວ່າ ຄວາມເຊື່ອມເສັຽ ຕໍ່ສີ່ງແວດລ້ອມ ແລະ ການຢູ່ລອດ ຂອງຝຸງປາ.