ປະຊາຊົນລາວ ໃຫ້ຄວາມສົນໃຈ ໃນການອ່ານຂໍ້ມູນ ຂ່າວສານຂ້ອນຂ້າງໜ້ອຍ ຊຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ ພາດໂອກາດຮັບຮູ້ຂ່າວສານ ກ່ຽວກັບໄພ ການຕົກເປັນເຫຍື່ອ ການຄ້າມະນຸດ
2008.01.07
ທ່ານ ກອນກົດ ແວນວັນຄໍາ ເຈົ້າໜ້າທີ່ ອົງການແຮງງານສາກົນ ຫລື ILO ປະຈໍາລາວ ເຜີຍວ່າ ການສໍາຣວດ ປະຊາຊົນລາວ ອາຍຸ ຣະຫວ່າງ 25 - 50 ປີ ໃນ 3 ແຂວງ ຂອງລາວ ຄື ຈໍາປາສັກ ໄຊຍະບູລີ ຄໍາມ່ວນ ຈໍານວນ 346 ຄົນ ພົບວ່າຊາວລາວ ມັກເບີ່ງໂທຣະທັດ ຫລາຍທີ່ສຸດ ໂດຍມີຮອດ 75 ເປີເຊັນ.
ຮອງລົງມາ ກໍຄືຟັງວິທະຍຸ 68 ເປີເຊັນ, ໜັງສືພິມ 34 ເປີເຊັນ ຊຶ່ງນັ້ນສະແດງວ່າ ປະຊາຊົນ ໃຫ້ຄວາມສົນໃຈ ໃນການອ່ານຂໍ້ມູນ-ຂ່າວສານ ຂ້ອນຂ້າງໜ້ອຍ ອັນເປັນສາເຫດນຶ່ງ ໃນການພາດໂອກາດ ຮັບຮູ້ຂໍ້ມູນ-ຂ່າວສານ ທີ່ເປັນປະໂຫຍດ ໂດຍສະເພາະ ກ່ຽວກັບເລື່ອງ ຄວາມຮຸ່ນແຮງ ໃນການຕົກເປັນເຫຍື່ອ ການຄ້າມະນຸດ.
ຂະນະດຽວກັນ ຍັງພົບວ່າ ປະຊາຊົນຜູ້ມັກເບີ່ງໂທຣະທັດນັ້ນ ສ່ວນໃຫຍ່ມັກເບີ່ງລະຄອນ ໂດຍສະເພາະ ລະຄອນໃທ ແລະຟັງເພງ ເພື່ອຄວາມບັນເທີງ. ດັ່ງນັ້ນຈຶ່ງຢາກໃຫ້ ລະຄອນໃທ ສະເນີກ່ຽວກັບໂທດໄພ ການຕົກເປັນເຫຍື່ອ ການຄ້າມະນຸດດ້ວຍ ເພື່ອເປັນການກະຕຸ້ນ ເຕືອນຊາວລາວ ທີ່ຢາກເຂົ້າໄປ ຊອກວຽກງານເຮັດ ຢູ່ປະເທດໃທ.
ທ່ານ ຈັກກຣິດ ຈັນແສງ ເຈົ້າໜ້າທີ່ ມູນນິທິສູນພັກ-ສິດ ທິເດັກ ກ່າວເພີ່ມເຕີມວ່າ ປັດຈຸບັນ ຕາມບໍຣິເວນ ຊາຍແດນລາວ-ໃທ ມີການອົບພະຍົບ ຍ້າຍຖີ່ນຖານ ຈໍານວນຫລວງຫລາຍ ຈົນກາຍເປັນ ເລື່ອງປົກກະຕິ. ຄົນລາວທີ່ຂ້າມໄປໃທ ສ່ວນໃຫຍ່ ມີຈຸດປະສົງ ໄປຫາງານທໍາເທົ່ານັ້ນ ແຕ່ບາງຄັ້ງ ໃນການເດີນທາງເຂົ້າໄປ ໂດຍມີຂໍ້ມູນ ບໍ່ພຽງພໍ ຫລືຮູ້ບໍ່ເທົ່າທັນ ອາດເຮັດໃຫ້ຕົກຢູ່ໃນສະພາບທີ່ ຄາດບໍ່ເຖີງ ກາຍເປັນເຫຍື່ອ ການຄ້າມະນຸດ ໃນທີ່ສຸດ ຊຶ່ງກ່ອນນັ້ນຜູ້ເສັຽຫາຍ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ແມ່ນມາຈາກພະມ່າ ຫລາຍທີ່ສຸດ. ແຕ່ປັດຈຸບັນ ພົບວ່າ ຜູ້ເສັຽຫາຍຈາກປະເທດລາວ ມີຈໍານວນຫລາຍທີ່ສຸດ.
ສະຕຣີ ຜູ້ເສັຽຫາຍ ທີ່ເຂົ້າມາຮັບການຄຸ້ມຄອງ ຈາກໜ່ວຍງານ ກະຊວງການພັດທະນາສັງຄົມ ແລະຄວາມໝັ້ນຄົງ ຂອງມະນຸດ ຣະຫວ່າງ ປີ 2005 - 2007 ພົບວ່າ ຜູ້ເສັຽຫາຍຈາກພະມ່າ ມີ 874 ຄົນ ຂະນະທີ່ຈາກສປປລາວມີ 1072 ຄົນ.
ມະນີຈັນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ເມືອງຈີນໃໝ່ New China Town ທີ່ບຶງທາດຫລວງ ໃນນະຄອນຫລວງວຽງຈັນ ເລີ່ມຜົ່ນພິດແລ້ວ
- ແນວລາວສ້າງຊາຕ ຮຽກຮ້ອງ ໃຫ້ຣັຖບາລ ເພີ່ມງົບປະມານ ສຳຫລັບ ສວັດດີກາຣໃຫ້ແກ່ ນັກຣົບເກົ່າຫລາຍຂື້ນ
- ປະຊາຊົນລາວ ສ່ວນຫລາຍ ເຫັນດີເຫັນພ້ອມ ກັບແຜນການພັທນາ ແຕ່ກ່ອນ ອື່ນໝົດ ຢາກໃຫ້ຣັຖບານລາວ ປາບປາມ ການສໍ້ຣາຊບັງຫລວງ
- ແຂວງຈຳປາສັກ ແລະນະຄອນໂຮຈິ່ມິ່ນ ຂອງວຽດນາມ ຕົກລົງຈະສ້າງເຂດ ເສຖກິດພິເສດ ຢູ່ແຂວງຈຳປາສັກ
- ຊາວລາວເຜົ່າມົ້ງ ທີ່ເຄີຍຊ່ວຍສະຫະຣັດອະເມຣິກາ ຕໍ່ສູ້ຢູ່ລາວ ບໍ່ຖືກຖືວ່າ ເປັນພວກກໍ່ການຮ້າຍ ອີກຕໍ່ໄປ
- ທະນາຄານວຽງຈັນພານິດໃນລາວ ຕຽມແຜນເປີດບໍຣິການບັດ credit ໃຫ້ຄົນລາວໄດ້ໄຊ້ ໃນອະນາຄົດ
- ແຂວງອັດຕະປື ກໍາລັງພິຈາຣະນາ ຮ່າງຂໍ້ຕົກລົງ ກັບເອກກະຊົນຣັດເຊັຽ ເລື່ອງການກໍ່ສ້າງເສັ້ນທາງ ເຊື່ອມຕໍ່ເຂດ ທີ່ຈະກໍ່ສ້າງ ເຂື່ອນນໍ້າກົງນຶ່ງ
- ການສໍ້ຣາຊບັງຫລວງ ຢູ່ລາວຍັງແຜ່ຣະບາດ ເຕັມບ້ານເຕັມເມືອງ
- ແຂວງເຊກອງ ກວດຍຶດໄມ້ທ່ອນ ໄດ້ຈໍານວນນຶ່ງ ຈາກການດໍາເນີນທຸຣະກິດ ແບບບໍ່ຖືກຕ້ອງ ຊຶ່ງຍັງມີຢູ່ຢ່າງຫລວງຫລາຍ ໃນພື້ນທີ່
- ລາວ ແລະວຽດນາມ ຮ່ວມກັນສໍາຣວດ ຄວາມເປັນໄປໄດ້ ໃນການທີ່ຈະສ້າງທາງຣົດໄຟ ເຊື່ອມຕໍ່ແຂວງຄໍາມ່ວນ ກັບແຂວງ Quang Binh ປະເທດວຽດນາມ