ຈີນຈະຊ່ວຍລາວຕິດຕັ້ງ ສາຍສື່ສານ ຫລືໂທຣະຄົມມະນາຄົມ ເພື່ອເຮັດໃຫ້ລາວ ກາຍເປັນ ສູນກາງຕິດຕໍ່ ໃນເຂດ ອ່າງແມ່ນ້ຳຂອງ
2008.01.08
ບໍຣິສັດໂທຣະຄົມມະນາຄົມ ຂອງຈີນ ຫລື China Telecom ຈະໃຫ້ການຊ່ວຍເຫຼືອ ທາງດ້ານວິຊາການ ແກ່ສປປລາວ ເພື່ອຕິດຕັ້ງ ສາຍໄຍແກ້ວ ຣະຫວ່າງລາວ ແລະປະເທດເພື່ອນບ້ານ.
ນັກວິຊາການຈີນ ຈະມາຊ່ວຍສຶກສາຄົ້ນຄວ້າ ຄວາມເປັນໄປໄດ້ ໃນການຕິດຕັ້ງ ໃນແຕ່ຣະຍະຣະຍະ ດັ່ງ ເຈົ້າໜ້າທີ່ ບໍຣິສັດໂທຣະຄົມລາວ ທ່ານນຶ່ງ ໄດ້ກ່າວວ່າ:
(ສຽງ) "ຝ່າຍສປຈີນ ເຂົາຈະໃຫ້ China Telecom ມາເປັນຕົວແທນ ຂອງຝ່າຍສປຈີນ ມາເປັນສະມາຊິກຂອງ GMS ນີ້ ສະຖາບັນຄົ້ນຄວ້າ ເຂົາຈະຊ່ວຍຄົ້ນຄວ້າ ຄວາມເປັນໄປໄດ້ ຂອງແຕ່ລະເຟສ."
ແຜນການຕິດຕັ້ງ ສາຍໂທຣະຄົມມະນາຄົມນີ້ ແບ່ງອອກເປັນສີ່ຣະຍະຫລື Phases ຣະຍະທຳອິດ ຈະແມ່ນການຕິດຕັ້ງ ສາຍຣະຫວ່າງ ລາວ ແລະໄທ ເພື່ອປັບປຸງສັນຍານ ການຕິດຕໍ່ທາງໂທຣະສັບ ໂທຣະທັດ ແລະອິນເຕີແນັດ ຣະຫວ່າງສອງປະເທດ ໃຫ້ດີຂື້ນ ແລະຄາດວ່າຈະໃຫ້ສຳເຣັດ ພາຍໃນປີ 2008 ນີ້.
ຣະຍະຫລື Phase ທີ່ສອງ ແມ່ນການຕິດຕັ້ງ ຣະຫວ່າງ ລາວ ແລະວຽດນາມ, Phase ທີ່ສາມ ຣະຫວ່າງ ລາວ ແລະ ກຳພູຊາ Phase ທີ່ສີ່ ຣະຫວ່າງລາວ ແລະພາກໃຕ້ຂອງຈີນ. ເຈົ້າໜ້າທີ່ໂທຣະຄົມລາວ ທ່ານດຽວກັນນັ້ນ ອະທິບາຍກ່ຽວກັບ ການດຳເນີນ ໃນແຕ່ລະຣະຍະຣະຍະຕື່ມວ່າ:
ສຽງ) "ເພາະວ່າ ຕາມໂຄງການ ຈະມີສີ່ເຟສ ເຟສວັນຈະໃຫ້ສຳເຣັດໃນປີນີ້ ແຕ່ມາເບິ່ງແລ້ວ ໂຄງການເຊື່ອມຕໍ່ ຣະວຫ່າງບາງຈຸດ ຍັງບໍ່ທັນສຳເຣັດ ທ້າຍປີ 2008 ຈະໃຫ້ສຳເຣັດເຟສວັນໝົດ."
ເນື່ອງຈາກລາວ ເປັນປະເທດ ຢູ່ຣະຫວ່າງກາງ ຂອງທຸກປະເທດ ໃນເຂດອ່າງແມ່ນ້ຳ ຂອງ; ສະນັ້ນຣັຖບານລາວ ແລະປະເທດໃກ້ຄຽງ ຈຶ່ງຢາກສ້າງໃຫ້ ລາວກາຍເປັນສູນ ກາງຕິດຕໍ່ ທາງໂທຣະຄົມມະນາຄົມ.
ອາວະຣີ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ປະຊາຊົນລາວ ໃຫ້ຄວາມສົນໃຈ ໃນການອ່ານຂໍ້ມູນ ຂ່າວສານຂ້ອນຂ້າງໜ້ອຍ ຊຶ່ງເປັນສາເຫດນຶ່ງ ທີ່ເຮັດໃຫ້ ພາດໂອກາດຮັບຮູ້ຂ່າວສານ ກ່ຽວກັບໄພ ການຕົກເປັນເຫຍື່ອ ການຄ້າມະນຸດ
- ເມືອງຈີນໃໝ່ New China Town ທີ່ບຶງທາດຫລວງ ໃນນະຄອນຫລວງວຽງຈັນ ເລີ່ມຜົ່ນພິດແລ້ວ
- ແນວລາວສ້າງຊາຕ ຮຽກຮ້ອງ ໃຫ້ຣັຖບາລ ເພີ່ມງົບປະມານ ສຳຫລັບ ສວັດດີກາຣໃຫ້ແກ່ ນັກຣົບເກົ່າຫລາຍຂື້ນ
- ປະຊາຊົນລາວ ສ່ວນຫລາຍ ເຫັນດີເຫັນພ້ອມ ກັບແຜນການພັທນາ ແຕ່ກ່ອນ ອື່ນໝົດ ຢາກໃຫ້ຣັຖບານລາວ ປາບປາມ ການສໍ້ຣາຊບັງຫລວງ
- ແຂວງຈຳປາສັກ ແລະນະຄອນໂຮຈິ່ມິ່ນ ຂອງວຽດນາມ ຕົກລົງຈະສ້າງເຂດ ເສຖກິດພິເສດ ຢູ່ແຂວງຈຳປາສັກ
- ຊາວລາວເຜົ່າມົ້ງ ທີ່ເຄີຍຊ່ວຍສະຫະຣັດອະເມຣິກາ ຕໍ່ສູ້ຢູ່ລາວ ບໍ່ຖືກຖືວ່າ ເປັນພວກກໍ່ການຮ້າຍ ອີກຕໍ່ໄປ
- ທະນາຄານວຽງຈັນພານິດໃນລາວ ຕຽມແຜນເປີດບໍຣິການບັດ credit ໃຫ້ຄົນລາວໄດ້ໄຊ້ ໃນອະນາຄົດ
- ແຂວງອັດຕະປື ກໍາລັງພິຈາຣະນາ ຮ່າງຂໍ້ຕົກລົງ ກັບເອກກະຊົນຣັດເຊັຽ ເລື່ອງການກໍ່ສ້າງເສັ້ນທາງ ເຊື່ອມຕໍ່ເຂດ ທີ່ຈະກໍ່ສ້າງ ເຂື່ອນນໍ້າກົງນຶ່ງ
- ການສໍ້ຣາຊບັງຫລວງ ຢູ່ລາວຍັງແຜ່ຣະບາດ ເຕັມບ້ານເຕັມເມືອງ
- ແຂວງເຊກອງ ກວດຍຶດໄມ້ທ່ອນ ໄດ້ຈໍານວນນຶ່ງ ຈາກການດໍາເນີນທຸຣະກິດ ແບບບໍ່ຖືກຕ້ອງ ຊຶ່ງຍັງມີຢູ່ຢ່າງຫລວງຫລາຍ ໃນພື້ນທີ່