ຊາວໜຸ່ມບາງກຸ່ມໃນພະມ້າ ຕ້ານການເລືອກຕັ້ງ

ການເລືອກຕັ້ງ ໃນພະມ້າ ເຣັດໃຫ້ຊາວຫນຸ່ມ ແຍກເປັນ ສອງກຸ່ມ.
ສົມເນ
2010.11.03
F-candidate ການໂຄສະນາ ຫາສຽງຂອງຜູ້ ລົງແຂ່ງເລືອກຕັ້ງ ທີ່ຈະມີຂື້ນ ໃນພະມ້າ ໃນວັນທີ 7 ພຶສພາ 2010 ຊື່ງທາງການ ພະມ້າ ກໍໄດ້ປ່າວເຕືອນ ປະຊາຊົນວ່າ ໃຫ້ທຸກຄົນ ໄປປ່ອນບັດ ແຕ່ກໍມີການ ຫວາດຣະແວງ ວ່າການເລືອກຕັ້ງ ໃນເທື່ອນີ້ ຈະບໍ່ຍຸຕິທັມ
AFP PHOTO / STR

ກົດຟັງສຽງ

ຊາວຫນຸ່ມ ໃນປະເທດ ພະມ້າ ກຸ່ມນື່ງ ຈັດຕັ້ງກັນ ອອກໂຄສະນາ ບໍ່ໃຫ້ ປະຊາຊົນ ປ່ອນບັດເລືອກຕັ້ງ ແຕ່ມີອີກ ກຸ່ມນື່ງ ພາກັນໄປ ອະທິບາຍ ວິທີການ ປ່ອນບັດເລືອກຕັ້ງ ໃຫ້ປະຊາຊົນ. ທ້າວ Aye Aung Lin ແລະ ພັກພວກ ໃນຕອນກາງຄືນ ໄດ້ພາກັນ ຂີ່ລົດຈັກ ຫລືຣົຖຖີບ ສ່ຽງຕໍ່ ການຖືກຈັບ ເພື່ອເອົາໃບປີວ ໄປແຈກຢາຍ ຢູ່ໃນເຂດ ປ່ອນບັດ ເລືອກຕັ້ງຕ່າງໆ ຮຽກຮ້ອງບໍ່ໃຫ້ ຊາວພະມ້າ ປ່ອນບັດ ຊື່ງກໍານົດ  ມີຂື້ນໃນ ວັນອາທິດນີ້.

ທ້າວ Aye Aung Lin ອາຍຸ 24 ປີເວົ້າກັບ ນັກຂ່າວວ່າ ລາວເຊື່ອວ່າ ການເລືອກຕັ້ງ ຄັ້ງນີ້ຈະບໍ່ມີ ຫຍັງປ່ຽນແປງ ໃນພະມ້າ ເພາະວ່າ ນັກການເມືອງ ຫລາຍພັນຄົນ ຍັງຖືກຄຸກຢູ່ ແລະ ການເລືອກຕັ້ງ ຄັ້ງນີ້ ຖືກຈໍາກັດ ຫລາຍຢ່າງ. ກຸ່ມຊາວຫນຸ່ມ ທີ່ວ່ານີ້ ມີເຄືອຂ່າຍ ໃນທົ່ວປະເທດ ທີ່ມີຊື່ວ່າ generation wave ຫລືຈະກົງກັບ ພາສາເຮົາວ່າ ຄື້ນຄົນລຸ້ນໃໝ່. ຊາວຫນຸ່ມ ໃນເຄືອຂ່າຍນີ້ ບໍ່ຢ້ານກົວ ວ່າຈະຖືກຈັບ ບາງຄນະສະແດງ ການຕໍ່ຕ້ານ ການເລືອກຕັ້ງ ໂດຍສິລປະ ການແຕ້ມ ການຂຽນກາບກອນ ແລະການຂຽນເພງ ປະເພດຮິ໊ບຮ໊ອບ.

ທ້າວ Aye Aung Lin ກ່າວຕໍ່ໄປວ່າ ພວກເຂົາເຈົ້າ ເຊື່ອວ່າ ວັນນື່ງເຂົາ ຈະປະສົບ ຜົນສໍາເຣັດ ແລະ ພວກເຂົາເຈົ້າ ຕ້ອງພຍາຍາມ ໄປເລື້ອຍໆ. ທ້າວ Ko Yin Thit ອາຍຸ 31 ປີ ເປັນຊາວຫນຸ່ມ ນັກເຄື່ອນໃຫວ ສັງກັດພັກ ສັນນິບາດ ເພື່ອປະຊາທິປະໄຕ ແຫ່ງຊາດ ທີ່ແຈກໃບປີວ ເວົ້າວ່າ ຈຸດປະສົງ ຂອງເຂົາເຈົ້າ ແມ່ນເພື່ອຊັກຊວນ ບໍ່ໄຫ້ຄົນ ປ່ອນບັດເລືອກຕັ້ງ. ພວກເຂົາເຈົ້າ ເວົ້າວ່າ ພວກເຂົາ ບໍ່ຢ້ານຖືກຄຸກ ພວກເຂົາ ຕຽມພ້ອມຢູ່ແລ້ວ.

ເຖິງຢ່າງໃດ ກໍດີ ບໍ່ແມ່ນວ່າ ຊາວຫນຸ່ມໝົດທຸກຄົນ ໃນພະມ້າຕໍ່ຕ້ານ ການເລືອກຕັ້ງ. ຊາວຫນຸ່ມ ຈໍານວນນື່ງ ເວົ້າວ່າ ການເລືອກຕັ້ງ ຄັ້ງນີ້ ແນ່ນອນ ມີການສໍ້ໂກງ ແຕ່ເຂົາເຈົ້າ ມີຄວາມຫວັງວ່າ ຈະມີການ ປ່ຽນແປງໄປສູ່ ປະຊາທິປະໄຕ ເທື່ອລະກ້າວ. ດັ່ງນັ້ນ ພວກເຂົາເຈົ້າ ຕ້ອງການ ອະທິບາຍ ໃຫ້ປະຊາຊົນ ເຂົ້າໃຈຂັ້ນຕອນ ຂອງການເລືອກຕັ້ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.