ແມ່ຍິງ ຊາວວິກເກີ ຖືກປ່ອຍໂຕ ໂດຍບໍ່ໄດ້ເອົາລູກອອກ

ທາງການຈີນ ປ່ອຍແມ່ຍີງ ຊາວວີກເກີ ທີ່ເປັນຂ່າວວ່າ ຖືກບີບບັງຄັບ ໃຫ້ເອົາລູກອອກ ວ່າງອາທີດກ່ອນ ປາສຈາກ ການເອົາລູກອອກ.

ຜູ້​ຍີ​ງຊາວ ວິກ​ເກີ ຜູ້​ທີ່​ ມີ​ຂ່າ​ວວ່າ ຖືກທາງ​ການ​ຈີນ ບັງຄັບ​ ໃຫ້​ເອົາ​ລູກ​ອອກ ຫລັງ​ຈາກ ການ​ຖືພາ​ລູກ​ ຄົນທີ​ສອງ​ ຂອງ​ນາງ ວ່າ​ງອາທີ​ດກ່ອນ​ນັ້ນ, ​ໃນ​ອາທີ​ດນີ້ ຫລັງ​ຈາກ ​ທີ່​ໂລກ​ປະນາມ ຣັຖບານ​ຈີນ, ທາງ​ການ​ຈີນ​ ກໍ່​ປ່ອຍ​ຕົວ​ນາງ ອອກ​ຈາກ​ໂຮງພະຍາບານ​ແລ້ວ ​ແລະ ​ກໍ່​ບໍ່​ມີ ​ການ​ບີບ​ບັງຄັບ ​ໃຫ້ເອົາ​ລູກ​ອອກ ​ແຕ່​ຢ່າງ​ໃດ.

ນາງ ອາຊີ ກຸຍ ຕັນ​ຊູ ​ແມ່ຍີ​ງຊາວ ວີກ​ເກີ ທີ່​ແຂວງ ຊີ​ນຈຽງ ພາກ​ຕາ​ເວັນ​ຕົກ​ ຂອງ​ຈີນ ​ໄດ້​ຫລຸດ​ພົ້ນ ຈາກ​ການບີບ​ບັງຄັບ​ ໃຫ້​ເອົາ​ລູກ​ອອກ ຈາກ​ທາງ​ການ​ຈີນ ​ໃນ​ມື້ນີ້ ​ເປັນ​ເພາະວ່າ ນາໆ​ຊາດ ​ໄດ້ປະນາມ​ ການ​ກະທຳ​ ດັ່ງກ່າວ ຣັຖບານ​ຈີນ ຈື່ງ​ປ່ອຍ​ ນາງ​ອອກ ຈາກ​ໂຮງພະຍາ​ບານ ບ່ອນ​ທີ່ ​ຈະ​ເອົາ​ລູກ​ນາງ​ອອກ ອະນຸຍາດ ​ໃຫ້​ນາງ ​ກັບ​ບ້ານ ​ແລະ ​ຖືພາ​ລູກ ​ຄົນທີ​ສາມ ​ຂອງ​ນາງ ​ຕໍ່​ໄປ​ໄດ້.

ນາງ​ກ່າວ ​ຕໍ່​ນັກ​ຂ່າວ​ ວ່າ ນາງສະບາຍ​ດີ ​ໃນ​ເວ​ລາ​ນີ້ ນາງ ຢູ່​ບ້ານ​ ຂອງ​ນາງ​ແລ້ວ ຫົວຫນ້າ​ບ້ານ ບ່ອນ​ທີ່​ນາງ​ ອາສັຍ​ຢູ່​ນັ້ນ ບອກ​ຕໍ່​ນັກ ​ຂ່າວ​ວ່າ ນາງ ​ເປັນ​ຜູ້​ພາ​ນາງ​ກັບ​ບ້ານ ​ຫລັງ​ຈາກ ​ຖືກ​ປ່ອຍຕົວ ​ຈາກ​ໂຮງພະຍາ​ບານ. ກໍຣະນີ ຂອງ​ນາງອາຊີ ​ເຮັດ​ໃຫ້​ນາໆ​ຊາດ ​ປະນາມ ຣັຖບານ​ຈີນ ​ໃນ​ນັ້ນ ກໍ່​ມີ​ສະມາ​ຊີກ ​ສະພາ ສະຫາຣັຖ ສອງທ່ານ ​ແລະ ​ເອກອັຄຣາຊທູດ ສະຫາຣັຖ ປະຈຳ​ປັກ​ກີ່​ງ ນາງ​ຈື່ງ ​ຖືກ​ທາງ​ການ​ຈີນ ອະນຸ​​ໂລ​​​ມ ​ໃນ​ການ​​ເອົາ​ລູກ​ລູກ, ນາງ​ເປັນ​ຄົນ ​ໂຊກ​ດີ ​ແຕ່ ກຸ່ມ​ຜູ້​ຍີ​ງຊາວ​ວີກ​ເກີ ລາຍ​ອື່ນ ອາດ​ຈະ​ ບໍ່​ໂຊກ​ດີ ​ຄື​ນາງ.

ຣັຖບານ​ຈີນ ມີ​ນະ​ໂຍບາຍ ອະນຸຍາດ​ ໃຫ້​ຊົນ​ເຜົ່າ​ວິກ​ເກີ ສາມາດ ​ເອົາ​ລູກ​ໄດ້ ພຽງ​ແຕ່​ ສອງ​ຄົນ ​ເທົ່ານັ້ນ ຖ້າ​ມີ​ ການ​ຖືພາ​ ຄົນທີ​ສາມ ຈະ​ຖືກ​ບັງຄັບ ​ໃຫ້​ເອົາ​ລູກ​ອອກ, ນາງ​ຊັນ​ຈີ ຖືພາ​ລູກ ​ຄົນທີ​ສາມ​ ພຽງ​ແຕ່ 6 ​ເດືອນ ​ເຈົ້າ​ຫນ້າ​ທີ່​ຈີນ ​ກໍ່​ມາ ​ທີ່​ບ້ານ​ ຂອງ​ນາງ ​ເພື່ອນຳ​ນາງ ​ໄປ​ໂຮງພະຍາ​ບານ ​ເອົາ​ລູກ​ອອກ ວ່າງ​ອາທີ​ດກອ່ນ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org