ສປຊ ເປັນຫ່ວງນໍາ ການປະຕິບັດ ສິດທິມະນຸດ ໃນພະມ້າ

ຜູ່ຊ່ຽວຊານ ສະຫະ ປະຊາຊາດ ຮຽກຮ້ອງໃຫ້ ອົງການ ເພື່ອສິດທິມະນຸດ ເອົາມາດຕະການ ຂັ້ນເດັດຂາດ ພະມ່າ.

ຜູ້​ຊ່ຽວຊານ ອິດສະຣະ ຂອງ ສະຫະ ປະຊາ​ຊາດ ດ້ານສິດທິ​ມະນຸດ ຢູ່ ພະ​ມ່າ ກ່າວ ​ເມື່ອ​ວັນ​ພະຫັດ​ຜ່ານ​ມາ ​ວ່າ ​ໄດ້ຮຽກຮ້ອງ​ໃຫ້ ທາງ​ການ​ ທະຫານ​ພະ​ມ່າ ປ່ຽນ​ແປງ ມາດ​ຕະການ 4 ຂໍ້ ກ່ອນ​ການ​ເລືອກ​ຕັ້ງ ທີ່​ຈະ​ມີ​ຂື້ນ ​ໃນ ປີ 2010 ​ເພື່ອ​ປູ​ທາງ ​ໃຫ້ ລະບົບ ປະຊາທິປະ​ໄຕ.

Tomas Ojea Quintana ກ່າວ​ວ່າ ການ​ປ່ຽນ​ແປງ​ນີ້ ຈະ​ປະກອບ​ດ້ວຍ ການ​ປັບປຸງ ກົດໝາຍ​ ທີ່​ຕ້ອງ​ໄດ້ ​ເຮັດ​ຕາມ ກົດ​ມາດຕະຖານ ນາໆ​ຊາດ ກ່ຽວ​ດ້ານ ສິດທິ​ມະນຸດ, ການ​ປ່ອຍ ນັກ​ໂທດ ຈິດ​ສໍານຶກ ​ເທື່ອ​ລະ​ເລັກ​ລະ​ໜ້ອຍ ຈົນ​ກວ່າ​ ຈະ​ໝົດ, ​ແລະ ຝຶກ​ອົບຮົມ ຄວາມ​ຮູ້ ກ່ຽວ​ດ້ານ ສິດທິ​ມະນຸດ ​ໃຫ້ ກອງທັບ. ​

ໃນລາຍ​ງານ ທີ່​ສົ່ງ​ ​ໃຫ້ກອງ​ປະຊຸມ​ໃຫຍ່ ສະຫະ ປະຊາ​ຊາດ ຂໍ້​ຂໍ​ຮ້ອງ ອັນ​ທີ​ສີ່​ ຂອງ​ທ່ານ Quintana ແມ່ນການ​ໃຫ້ ອິດສະຣະ ​ແກ່ ອົງການ​ ຍຸຕິ​ທັມ ​ເພື່ອ​ໃຫ້ ​ເຮັດ​ໜ້າ​ທີ່ ຕາມ​ກົດໝາຍ​ໄດ້ ຢ່າງ​ຈິງ​ຈັງ.

Quintana ຊາວ Argentina ​ເລີ້ມ​ເຮັດ​ວຽກ ​ແຕ່​ເດືອນ ພຶດສະພາ ​​ຢູ່ ພະ​ມ່າ ຮັບ​ຮູ້ວ່າ ການ​ເຮັດ​ໃຫ້​ເກີດ ປະຊາທິປະ​ໄຕ ​ໃນ​ປະ​ເທ​ດນີ້ ​ຈະ​ເປັນ​ໄປ​ບໍ່​ໄດ້ ພາຍ​ໃນ ຂ້າມ​ຄືນ.

ທ່ານ​ກ່າວ​ວ່າ ມັນ​ຈະ​ເກີດ​ຂື້ນ ​ໃນຫລາຍໆ ຊົ່ວ​ຄົນ ​ໃນ​ປັດຈຸບັນ​ນີ້ ການ​ແກ້​ ຂອດ​ຂັດຂ້ອງ ຈະ​ເປັນ​ໄປ​ເທື່ອ​ລະ​ກ້າວ. ທ່ານ​ດີ​ໃຈ ​ທີ່​ມີ​ການ​ປ່ອຍ​ ນັກ​ໂທດ 9002 ຄົນ​ພ້ອມ​ທັງ ນັກ​ໂທດ ຈິດ​ສໍານຶກ 7 ຄົນ​ເມື່ອ ​ເດືອນ ກັນຍາ ຜ່ານ​ມາ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org