ການຫາລື ຣະຫວ່າງ ຕີເບດ ແລະ ຈີນ

ການປະຊຸມ ຂອງຜູ້ນໍາ ພັດຖິ່ນ ຕີເບດ ອາດເຮັດໃຫ້ ມີການ ເອົາທ່າທີ ທີ່ ແຂງແຮງ ຕໍ່ຈີນ.

ຜູ້​ນໍາ​ພັດ​ຖິ່ນ ຕີ​ເບ​ດ ຫລາຍ​ຮ້ອຍ​ຄົນ ຈະ​ເຕົ້າ​ໂຮມ​ກັນ ​ຢູ່ທາງ​ພາກ​ເໜືອ​ ຂອງ ປະ​ເທດ ອິນ​ເດັຍ ​ໃນ​ກາງ​ເດືອນ ພຶດສະຈິກາ ອາດ​ຈະ ປະກາດ​ເອົາ ​ທ່າ​ທີ ທີ່ ​ແຂງ​ແຮງ ຕໍ່​ຈີນ ​ແລະ​ ສ້າງການ​ທ້າ​ທາຍ ທາງ​ການ​ເມືອງ ຂອງ​ຜູ້​ນໍາ ດ້ານ​ຈິດ​ວິນ​ຍານ ຂອງ​ພວກ​ຂະ​ເຈົ້າ ອົງ​ດາ​ລັຍ​ລາ​ມະ.

ຜູ້​ນໍາ​ພັດ​ຖິ່ນ ຮູ້ສຶກ​ທໍ້​ແທ້​ໃຈ ​ແລະ ຜິດ​ຫວັງ ຕໍ່​ຄວາມ​ຄືບ​ໜ້າ ​ໃນ​ການ​ເຈຣະຈາ​ກັບ ຈີນ. ຄວາມ​ຂຸ້ນ​ເຄືອງ ​ເພີ້​ມທະວີ​ຂື້ນ ຫລັງ​ຈາກ ​ການທັບ​ມ້າງ ​ທີ່​ຮຸນ​ແຮງ ຂອງ​ທາງ​ການ​ຈີນ ຕໍ່​ຊາວ​ຕີ​ເບ​ດ ​ເມື່ອ​ເດືອນ ມີນາ​ຜ່ານ​ມາ.

ອົງ​ດາ​ລັຍ ​ລາ​ມະ ​ເປັນ​ຜູ້​ຮຽກຮ້ອງ ​ໃຫ້​ເປີດ​ກອງ​ປະຊຸມ ຊຶ່ງ​ຈະ​ເປັນ​ການ​ຢັ່ງ​ສຽງ ຂອງ ຜູ້​ນໍາ​ພັດ​ຖິ່ນ ຊຶ່ງ​ຫລາຍໆ​ຄົນ ຕ້ອງການ ​ເອກ​ກະຣາດ​ໃຫ້ ຕີ​ເບ​ດ ​ແທນ​ທີ່ ​ຈະ​ເປັນ​ການ ປົກຄອງ ​ແບບ​ມີ​ອິສຣະພາບ ຫລາຍ​ຂື້ນ ພາຍ​ໃຕ້​ ການ​ຄຸ້ມ​ຄອງ ​ຂອງ​ຈີນ ຊຶ່ງ​ຈີນ​ ໄດ້ປົກຄອງ​ ມາຕັ້ງ​ແຕ່ ປີ 1950.

ຜູ້​ນໍາ ສາສນາ ພຸດ ອາຍຸ 73 ປີ ກ່າວ ​ເປັນ​ປິດສະໜາ​ ວ່າ ທາງ​ສາຍ​ກາງ ທີ່​ທ່ານ ​ແນະ​ນໍາ ​ແລະ ຊອກ​ຫາ​ໃຫ້ ຕີ​ເບ​ດ ​ໄດ້ ລົ້ມ​​ແຫ​ລວ ​ແລະ ມີ​ການ​ຄາດ​ເດົາ ​ວ່າ ພະ​ອົງ ​ຢາກ​ຈະລາ​ມື ຈາກ​ການ ຜູ້​ນໍາ ​ກໍາກັບ​ວຽກ ບໍລິຫານ​ ການ​ເມືອງ​ ມື້​ຕໍ່​ມື້​ນີ້​ແລ້ວ.

​ໂຄສົກ ​ຂອງ ສະພາ ຜູ​ນໍາ​ຕີ​ເບ​ດ ພັດ​ຖິ່ນ ທ່ານ Karma Chophel ກ່າວ​ວ່າ ຫລາຍ​ປີ ຜ່ານມາ​ແລ້ວ ທີ່ ພະຍາຍາມ ​ເລືອກ​ເສັ້ນທາງ ​ສາຍ​ກາງ ​ແຕ່ ກໍ​ບໍ່​ເກີດ​ຜົນ ສໍາ​ເຣັດ. ພະ​ອົງ ​ອາດ​ຈະ ຫລຸດ​ການ​ເຮັດ​ວຽກ​ລົງ ​ເທື່ອ​ລະໜ້ອຍ ຫລັງ​ຈາກ ການ​ເຈັບ​ປ່ວຍ​ ເມື່ອ​ເດືອນ ສິງຫາ​ ຜ່າ​ນມາ ຈົນ​ຕ້ອງ​ໄດ້​ຖືກ​ສົ່ງ​ໄປ ​ໂຮງພະຍາບານ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org