ເດັກນ້ອຍ ລົ້ມປ່ວຍ ຍ້ອນນົມຝຸ່ນ 5 ໝື່ນ ກ່ວາຄົນ

ເດັກນ້ອຍ ທາຣົກ ໃນຈີນ ທີ່ລົ້ມປ່ວຍ ຈາກທີ່ໄດ້ຮັບ ຜົນກະທົບ ຍ້ອນນົມຝຸ່ນເບື່ອ ມີຮອດ 53,000 ຄົນ ຈໍານວນ ເດັກນ້ອຍ ທາຣົກທີ່ ໄດ້ລົ້ມປ່ວຍ ໃນກໍຣະນີ ກິນນົມຝຸ່ນເບື່ອ ຢູ່ຈີນ ໄດ້ເພີ້ມຂື້ນ ຢ່າງໜ້າວິຕົກ ເກືອບຮອດ 53,000 ຄົນແລ້ວ.

ທາງການ ຢັ້ງຢືນວ່າ ຈະສືບສວນ​ ​ແລະລົງໂທດ ຜູ້ຮັບຜິດຊອບ ຢ່າງ​​ເຂັ້ມງວດ ຊຶ່ງໃນປັດຈຸບັນນີ້ ເຮັດໃຫ້ ມີຄວາມວິຕົກ ກ່ຽວກັບ ຄວາມປອດພັຍ ທາງດ້ານອາຫານ ໃນຈີນ ຫລາຍຂື້ນ.

ຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ກ່າວວ່າ ຫລາຍກວ່າ 80 ສ່ວຍຣ້ອຍ ຂອງເດັກນ້ອຍ ປະມານ 13,000 ຄົນ ທີ່ເຂົ້າໄປ ຮັກສາໂຕຢູ່ໂຮງໝໍ ຈະມີອາຍຸ 2 ປີ ຫລືນ້ອຍກວ່າ. ລາຍງານຍັງກ່າວອີກວ່າ ເດັກນ້ອຍພວກນີ້ ສ່ວນຫລາຍຈະກິນນົມຝຸ່ນ ຈາກບໍລິສັດ Sanlu ບໍລິສັດຜລິດນົມຝຸ່ນ ຢູ່​ທ່າມກາງ ກໍຣະນີຣື້ອງອື້ສາວ ດ້ານຄວາມປອດພັຍ ຂອງອາຫານ ທີ່ຮ້າຍແຮງທີ່ສຸດ ໃນຈີນ.

ນອກຈາກນີ້ ທາງການຍັງກ່າວອີກ ວ່າ ເດັກນ້ອຍ ປະມານ 40,000 ຄົນ ໄດ້ໄປຮັກສາໂຕ ຕາມໂຮງໝໍຕ່າງໆ ແຕ່ເຫັນວ່າ ອາການ ດີຂື້ນ.

ເຈົ້າໜ້າທີ່ ທາງການ ໃຕ້ຫວັນ ປະກາດ ຫ້າມການ ນໍາເຂົ້າ ອາຫານ ປະເທດນົມຈາກຈີນ ຫລັງຈາກມີ​​ເກີດມີ ເດັກນ້ອຍ ລົ້ມປ່ວຍຢ່າງຫລວງຫລາຍຈາກການກິນນົມຝຸ່ນເບື່ອ ໃນຈີນ.

ກະຊວງ ສາທາຣະນະສຸຂ ໃຕ້ຫວັນ ອອກຄໍາສັ່ງ ວ່າ ຫ້າມນໍາເຂົ້າ ໃນທັນທີທັນໃດ໋ ຜລິດຕະພັນດ້ານອາຫານນົມ ທຸກຊນິດ ຈາກຈີນ ບໍ່ວ່າຈາກບໍລິສັດ ໃດກໍຕາມ ແລະ ກໍບໍ່ມີກໍາໜົດເວລາ ໃນການຫ້າມ.

ເຖິງຢ່າງໃນກໍຕາມ ຜລິດຕະພັນ ດ້ານອາຫານນົມ ຈາກຈີນ ທີ່ໄດ້ຜ່ານ ການກວດສອບຜ່ານ ຈາກທາງການໃຕ້ວັແລ້ວ ຈະບໍ່ໄດ້ ຖືກນໍາເອົາໄປຖິ້ມ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org