ກັມມາທິການແມ່ນ້ຳຂອງ

ກັມມາທິການແມ່ນ້ຳຂອງ ຫລື MRC ຕັ້ງຂຶ້ນມາໄດ້ເກືອບ 15 ປີແລ້ວ ແຕ່ບົດບາດແລະຜົນງານ ກໍຍັງບໍ່ເປັນທີ່ ຮູ້ຈັກຢ່າງແຜ່ຫລາຍ. ໃນໂອກາດກອງປະຊຸມ ສະພາມົນຕຣີຂອງ MRC ຢູ່ທີ່ຫົວຫີນ ປະເທດໄທ ເມື່ອບໍ່ນານມານີ້ ນັກຂ່າວເອເຊັຍເສຣີ ໄດ້ຂໍສຳພາດ ເຈົ້າໜ້າທີ່ອາວຸໂສ ຂອງ MRC ກ່ຽວກັບພາລະ ໜ້າທີ່ສຳຄັນຂອງ ອົງການດັ່ງກ່າວ.

ທ່ານ Jeremy Bird ເປັນຊາວອັງກິດ ຊຽວຊານດ້ານບໍຣິຫານ ຊັພຍາກອນນ້ຳ ຜູ້ຊຶ່ງໄດ້ຖືກແຕ່ງຕັ້ງ ໃຫ້ເປັນຫົວໜ້າຝ່າຍ ບໍຣິຫານ ຂອງກັມມາທິການ ແມ່ນ້ຳຂອງຫລື MRC ປະຈຳການຢູ່ ສຳນັກງານ ເລຂາທິການຂອງ MRC ທີ່ຕັ້ງຢູ່ນະຄອນ ຫລວງວຽງຈັນນັ້ນ ມາແຕ່ເດືອນກຸມພາ 2008.

ທ່ານ Bird ເລີ້ມຕົ້ນ ໂດຍຊີ້ແຈງກ່ຽວ ກັບພາລະໜ້າທີ່ ຂອງ MRC ວ່າ:

"ບົດບາດອັນແທ້ຈິງຂອງ MRC ແມ່ນສົ່ງເສີມໃຫ້ ພະລັງງານນ້ຳ ມີຄວາມຍືນຍົງ. ເປັນທີ່ຮູ້ກັນວ່າການຜລິຕ ພະລັງງານນ້ຳ ເປັນ technology ທີ່ໃຊ້ໃຫມ່ໄດ້ ແຕ່ບັນຫາມີຢູ່ບ່ອນວ່າ technology ດັ່ງກ່າວຍືຍຍົງຫລືບໍ່ ແລະຈະໃຊ້ມາຕຖານຫຍັງ ເປັນສິ່ງວັດແທກ".

ພາລະໜ້າທີ່ຕົ້ນຕໍຂອງ MRC ແມ່ນເປັນທີ່ປຶກສາ ໃຫ້ຂໍ້ມູນທີ່ຖືກຕ້ອງ ແກ່ປະເທດສະມາຊິກ ສ່ວນການຕັດສິນໃຈທັງໝົດ ຂຶ້ນຢູ່ກັບສະພາມົນຕຣີ ຊຶ່ງປະກອບ ດ້ວຍຣັຖມົນຕຣີ ຕ່າງໜ້າຂອງ ປະເທດສະມາຊິກທັງ4.

ເພື່ອປະຕິບັດ ວຽກງານດັ່ງກ່າວ MRC ຕ້ອງຮ່ວມມືກັບ ຫລາຍພາກສ່ວນທີ່ກ່ຽວຂ້ອງ ເຊັ່ນປະຊາສັງຄົມ ກຸ່ມອະນຸຣັກທັມມະຊາຕ ສິ່ງແວດລ້ອມແລະອື່ນໆ ແລະທີ່ສຳຄັນທີ່ສຸດ ຄືແບ່ງປັນຜົນປໂຍດ ທີ່ຈະໄດ້ຮັບຈາກ ໂຄງການສ້າງ ພະລັງງານໄຟຟ້າ ໃຫ້ກ້ຳເກິ່ງແລະ ຍຸຕິທັມ ສຳຫລັບທຸກຝ່າຍ ເພາະເປັນທີ່ຮູ້ໆກັນ ຢູ່ແລ້ວວ່າສ່ວນຫລາຍ ຜູ້ທີ່ໄດ້ຮັບຜົນປໂຍດ ບໍ່ແມ່ນຜູ້ທີ່ໄດ້ ຮັບຜົນສະທ້ອນ.

ແນວຄຶດໃໝ່ສຳຄັນຢ່າງນຶ່ງ ທີ່ຕ້ອງຄຳນຶງເຖິງ ເວລາແບ່ງປັນຜົນປໂຍດ ນັ້ນກໍ່ຄືບໍ່ແມ່ນພຽງແຕ່ ໂຍກຍ້າຍແລະຊົ່ດເຊີຍ ຄ່າເສັຍຫາຍໃຫ້ແກ່ ຜູ້ທີ່ໄດ້ຮັບຜົນ ສະທ້ອນຈາກການ ສ້າງເຂື່ອນເທົ່ານັ້ນ ແຕ່ຕ້ອງປັບປຸງຊີວິຕ ການເປັນຢູ່ຂອງ ພວກເຂົາເຈົ້າໃຫ້ດີ ຂຶ້ນກວ່າເກົ່ານຳ:

"ຍັງມີຄົນທຸກຍາກຢູ່ຫລາຍ ໃນປະເທດ (ສມາຊິກຂອງ MRC)…ຍັງມີຜູ້ຂາດອາຫານຢູ່ຫລາຍ…ເພາະສນັ້ນ ການທີ່ຈະປ່ອຍໃຫ້ທຸກຢ່າງຢູ່ໃນສພາບເດີມ ກໍບໍ່ເປັນທາງອອກທີ່ດີ ເພາະສນັ້ນຕ້ອງໄຊ້ ວິທີໃດວິທີນຶ່ງ ເພື່ອຊຸກຍູ້ໃຫ້ຊີວິຕ ການເປັນຢູ່ ຂອງຄົນເຫລົ່ານີ້ດີຂຶ້ນ".

ທ່ານ Bird ເວົ້າວ່າ ລາວມີ ຊັພຍາກອນທັມມະຊາຕ ທີ່ສາມາດໃຊ້ຜລິຕ ພະລັງງານນ້ຳໄດ້ຫລາຍ ແຕ່ມີຄວາມຕ້ອງການໃຊ້ໜ້ອຍ ຍ້ອນບໍ່ມີ ປະຊາກອນຫລາຍ. ເພາະສະນັ້ນ ພະລັງງານໄຟຟ້າ ທີ່ສາມາດຜລິຕໄດ້ນັ້ນ ສ່ວນຫລາຍກໍຈະສົ່ງ ອອກຂາຍປະເທດເພື່ອນບ້ານ ໂດຍສະເພາະໄທແລະວຽດນາມ.

ແຕ່ໃນເວລາດຽວກັນ ທ່ານ Bird ກໍຮັບຮູ້ວ່າ ການພັທນາພະລັງງານ ດັ່ງກ່າວ ຕ້ອງດຳເນີນໄປ ດ້ວຍຄວາມຣະມັດຣະວັງ ຕ້ອງຮັບຮູ້ຂໍ້ມູນ ທັງໝົດຢ່າງຖີ່ຖ້ວນ.

ເມື່ອເອເຊັຍເສຣີຖາມ ວ່າທ່ານຄຶດແນວໃດ ກ່ຽວກັບຄວາມ ວີຕົກກັງວົນຂອງຜູ້ຄົນ ທີ່ວ່າໂຄງການສ້າງເຂື່ອນ 11ບ່ອນ ໃສ່ລຳແມ່ນ້ຳຂອງເອງ ຈະເຮັດໃຫ້ມີຜູ້ ໄດ້ຮັບຜົນສະທ້ອນ ເປັນຈຳນວນຫລວງຫລາຍນັ້ນ ທ່ານ Bird ຕອບວ່າ:

"ໂຄງການເຂື່ອນ ໃນລຳແມ່ນ້ຳຂອງ ເອງທັງໝົດ MRC ກຳລັງສຶກສາວິຈັຍເບິ່ງຢູ່ ໃນອັນທີ່ເອີ້ນວ່າ ການປະເມີນ ສະພາບແວດລ້ອມ ດ້ານຍຸທສາຕ ຊຶ່ງຮວມທັງ ຜົນສະທ້ອນຈາກ ໂຄງການສ້າງເຂື່ອນຂອງຈີນ".

ຄາດວ່າການສຶກສາ ວິຈັຍດັ່ງກ່າວ ຈະສຳເຣັດໃນເດືອນມິຖຸນາປີ 2010 ແລະຈະນຳຂຶ້ນສເນີ ຕໍ່ຂັ້ນສູງຕໍ່ໄປ ເພື່ອໃຊ້ເປັນພື້ນຖານ ໃນການພິຈາຣະນາ ພາຍໃນ MRC ເມື່ອນັກລົງທຶນສເນີ ໂຄງການເຂື່ອນ ໃນແມ່ນ້ຳຂອງ ຕາມເງື່ອນໄຂທີ່ ຣະບຸໄວ້ໃນຂໍ້ຕົກລົງ ວ່າດ້ວຍແມ່ນ້ຳຂອງ.

ຈີນຊຶ່ງເປັນປະເທດ ຕົ້ນນ້ຳ ຍັງບໍ່ໄດ້ເຂົ້າ ເປັນສະມາຊິກ MRC ເທື່ອ ແຕ່ເກົ່າມາຫລັງ ບໍ່ຄ່ອຍໄດ້ໃຫ້ການ ຮ່ວມມືກັບ MRC ເທົ່າທີ່ຄວນ ຊຶ່ງບາງທີ່ກໍພາໄຫ້ ມີການເຂົ້າໃຈຜິດກັນ ຊຶ່ງທ່ານ Bird ໄດ້ຍົກເອົາຕົວຢ່າງ ຂອງນ້ຳຖ້ວມຄັ້ງຮ້າຍແຮງ ເມື່ອເດືອນສິງຫາປີກາຍ ທີ່ຫລາຍຄົນເຊື່ອວ່າ ມີສາເຫດມາຈາກ ການທີ່ ຈີນ ໄຂປະຕູເຂື່ອນຂອງຕົນ ປ່ອຍນ້ຳໄຫລລົງຖ້ວມ ປະເທດທີ່ຢູ່ທາງໃຕ້. ທ່ານ Bird ອາທິບາຍວ່າ:

"ການວິຈັຍຂອງ MRC ໂດຍອ້າງອີງໃສ່ຂໍ້ມູນ ທີ່ໄດ້ຮັບຈາກຈີນ… ຈາກ ດາວທຽມແລະຈາກສະຖານີວັດແທກ ຂອງ MRC ເອງ ສະແດງໃຫ້ເຫັນ ຢ່າງຄັ່ກແນ່ວ່າ ສາເຫດມາຈາກລົມພະຍຸ… ພັຍທັມມະຊາຕ ທີ່ເຂົາຖລົ່ມເຂດໃຕ້ສຸດ ຂອງເຂື່ອນຈີນ ອີກປະການນຶ່ງ ນ້ຳທີ່ຢູ່ໃນອ່າງ ເກັບນ້ຳຂອງເຂື່ອນຈີນ ກໍນ້ອຍຫລາຍ ເມື່ອປຽບທຽບໃສ່ປະຣິມານ ນ້ຳຝົນທີ່ມາຈາກ ພະຍຸນັ້ນ".

ທ່ານກ່າວຕໍ່ໄປວ່າ ປີໜ້າເປັນເທື່ອທຳອິດທີ່ MRC ຈະຕ້ອງພິຈາຣະນາ ໂຄງການສ້າງເຂື່ອນ ໃນແມ່ນ້ຳຂອງ ຊຶ່ງຈະເປັນການ ທົດສອບຄັງສຳຄັນ ວ່າ MRC ມີນ້ຳຫນັກໜ້ອຍຫລາຍປານໃດ ໃນການບໍຣິຫານ ຊັພຍາກອນນ້ຳໃນແມ່ນ້ຳຂອງ ຕາມພາລະໜ້າທີ່ ທີ່ໄດ໊ຮັບມອບໝາຍມານັ້ນ.

ຕໍ່ຄຳຖາມສຸດທ້າຍ ຂອງເອເຊັຍເສຮີ ວ່າບັນຫາທີ່ມາຈາກ ການສ້າງເຂື່ອນ ທີ່ພາໃຫ້ເປັນຫ່ວງ ຫລາຍທີ່ສຸດມີຫຍັງແດ່ ທ່ານ Bird ຕອບວ່າ:

"ບາງເທື່ອ ເຂື່ອນຂັງເອົາຂີ້ຕົມ ຢູ່ພື້ນນ້ຳໄວ້ ເຮັດໃຫ້ສ່ວນທີ່ໄຫລລົງໄຕ້ ມີປາຣິມານໜ້ອຍລົງ ຊຶ່ງຈະເຣັດໃຫ້ ຕາລິ່ງເຈື່ອນ ແລະຈະມີຜົນສະທ້ອນ ຕໍ່ຣະບົບນິເວດ ທາງນ້ຳຕາມມາ".

ຜົນທາງລົບອີກຢ່າງນຶ່ງ ຈາກການສ້າງເຂື່ອນ ກໍຄືເປັນອຸປສັກ ກີດກັນບໍ່ໃຫ້ປາ ທີ່ເຄີຍລອຍຂຶ້ນ ໄປໄຂ່ຢູ່ທາງເໜືອ ບໍ່ສາມາດຂຶ້ນໄປໄດ້ອີກ ຊຶ່ງເປັນບັນຫາທີ່ ກຳລັງພິຈຣະນາ ຊອກຫາຊ່ອງທາງແກ້ໄຂ ຢູ່ໃນປັດຈຸບັນ ຮ່ວມກັບອົງການ ຈັດຕັ້ງກ່ຽວຂ້ອງຫລາຍອົງການ ເປັນຕົ້ນ World Fish Center ແລະ World Wild Fund ວ່າດັ່ງນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org