ກອງປະຊຸມ ສະພາມົນຕຣີ ກັມມາທິການ ແມ່ນ້ຳຂອງ
ເມື່ອສັປດາຜ່ານມາ ສະພາມົນຕຣີ ຂອງກັມມາທິການ ແມ່ນ້ຳຂອງ ໄດ້ປະຊຸມກັນເປັນ ເວລາສອງມື້ ຢູ່ທີ່ເມືອງຫົວຫີນຂອງໄທ ຫລັງຈາກທີ່ກອງປະຊຸມ ສິ້ນສຸດລົງແລ້ວ ກໍມີການອອກຖແລງຂ່າວ ກ່ຽວກັບຜົນງານ ຂອງກອງປະຊຸມ ດັ່ງ ວຽງໄຊ ຈະໄດ້ນຳເອົາ ຂໍ້ໃຫຍ່ໃຈຄວາມ ມາສເນີທ່ານ ໃນອັນດັບຕໍ່ໄປ...
-
ວຽງໄຊ
2009-12-01 -
-
-
Your browser doesn’t support HTML5 audio
ສະພາມົນຕຣີ ຂອງກັມມາທິການ ແມ່ນ້ຳຂອງ ປັດຈຸບັນປະກອບ ດ້ວຍຜູ້ຕ່າງໜ້າ ຂອງປະເທດ ສະມາຊິກທັງສີ່ ອັນໄດ້ແກ່ ຍານາງເຂັມແພງ ໂພນເສນາ ລາວ ທ່ານສູວິດ ຂຸນກິຕິ ໄທ ທ່ານ Tram Iv Tek ກຳພູຊາ ແລະ DR. Pham Khoi Nguyen ວຽດນາມ ປະຊຸມກັນເປັນ ເວລາສອງວັນ ຄືໃນວັນທີ 26 ແລະ 27 ພຶສຈິກາຜ່ານມາ ຢູ່ທີ່ຫົວຫີນ ເມືອງຕາກອາກາດ ແຄມທະເລຂອງໄທ.
ພາຍຫລັງທີ່ກອງປະຊຸມ ສິ້ນສຸດລົງແລ້ວ ທ່ານ ສູວິດ ໃນຖານະປະທານວຽນ ຂອງສະພາສຳລັບປີນີ້ ກໍໄດ້ອອກມາຖແລງຂ່າວ ກ່ຽວກັບຜົນ ກອງປະຊຸມ ພ້ອມຍັງໃຫ້ໂອກາດ ນັກຂ່າວສອບຖາມ ໄດ້ພໍສົມຄວນ.
ຄວາມຄືບໜ້າສຳຄັນ ຈາກກອງປະຊຸມເທື່ອນີ້ ກໍມີຫລາຍຢ່າງ ຕາມຄວາມເວົ້າ ຂອງທ່ານປະວິດ ເປັນຕົ້ນແມ່ນບ່ອນຕັ້ງ ຂອງສຳນັກງານຖາວອນ ຂອງກັມມາທິການ ແມ່ນ້ຳຂອງ.
ທ່ານເວົ້າວ່າ "ກອງປະຊຸມໄດ້ເຫັນພ້ອມ ໃນເຣື້ອງການຈັດຕັ້ງ ສຳນັກງານຖາວອນ ຂອງກັມມາທິການ ແມ່ນ້ຳຂອງ ໂດຍໃຫ້ມີການ ຈັດຕັ້ງສອງສ່ວນ ສ່ວນນຶ່ງຢູ່ລາວ ອີກສ່ວນນຶ່ງຢູ່ ກຳພູຊາ ໂດຍແບ່ງໜ່ວຍງານ ກ່ຽວຂ້ອງ ທີ່ມີກິຈກັມຫລາຍ ໃນແຕ່ລະບ່ອນ ແລະ ຈະມີການຕັ້ງ ຣະບົບເຮັດວຽກ ໂດຍໃຊ້ເຄືອຂ່າຍ internet ພ້ອມທັງແຕ່ງຕັ້ງ ຫົວໜ້າສຳນັກງານໃໝ່ ໃນກຳພູຊາ".
ນອກຈາກນີ້ ຍັງມີການປະຊຸມ ກັບກຸ່ມຫຸ້ນສ່ວນ ໃນການພັທນາ ແລະຜູ້ສນັບສນູນ ໃນການພັທນາ ໃນລຸ່ມແມ່ນ້ຳຂອງຫ ລາຍປະເທດ ຮ່ວມທັງພາກເອກກະຊົນ ຊຶ່ງມີການຕົກລົງວ່າ ຈະເຂົາມາສນັບສນູນ ໃນເຣື້ອງການພັທນາ ໃນພູມິພາກນີ້ ຕັ້ງແຕ່ເຣື້ອງການປະມົງ ການສຶກສາບັນຫາ ແລະຜົນສະທ້ອນ ຈາກສະພາບໂລກ ຮ້ອນ. ສ່ວນໃນດ້ານພລັງງານ ໂດຍສະເພາະໃນດ້ານ ພລັງງານນ້ຳນັ້ນ ທ່ານ ສູວິດເວົ້າວ່າ:
ກອງປະຊຸມໄດ້ ເຫັນພ້ອມນຳກັນ ວ່າຕ້ອງເຮັດເຣື້ອງ ການສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ ໃນພາບຮວມ.
- ການຂົນສົ່ງທາງນ້ຳ ຊຶ່ງປະເທດທີ່ມີ ປະສົບປະການຫລາຍ ຈະເຂົາມາຊ່ວຍ ຈັດການໃນເຣື້ອງນີ້.
- ເຣື້ອງນ້ຳຖ້ວມ ເຣື້ອງພັຍແຫ້ງແລ້ງ ຊຶ່ງບາດນີ້ ມີການວາງຣະບົບ ເຕືອນພັຍລ່ວງໜ້າ.
- ການບໍຣິຫານຈັດການນ້ຳ ໃນພາກຮວມທັງໝົດ.
- ທີ່ສຳຄັນ ຕ້ອງໂອ້ລົມກັນ ກໍຄືການປ່ຽນແປງ ຂອງສພາບພູມິອາກາດ ຂອງໂລກ ຊຶ່ງຈະສົ່ງຜົນສະທ້ອນໃສ່ ສະພາບແວດລ້ອມ.
ສຸດທ້າຍ ກອງປະຊຸມກໍໄດ້ ຕົກລົງກັນວ່າ ວັນຄົບຮອບ 15 ປີ ຂອງການກໍ່ຕັ້ງ ກັມມາທິການ ແມ່ນ້ຳຂອງ ໃນວັນທີ່ 5 ເມສາ 2010 ກໍຈະຈັດກອງ ປະຊຸມສຸດຍອດ ຂອງຜູ້ນຳກຸ່ມ ແມ່ນ້ຳຂອງ ຮ່ວມທັງຫຸ້ນສ່ວນ ໃນການພັທນາ ຢູ່ທີ່ເມືອງຂອນແກ່ນ ໂດຍການເປັນ ເຈົ້າພາບຂອງໄທ ເລີ້ມແຕ່ວັນທີ່ 3 ໄປຈົນຮອດ ວັນທີ່ 5 ເມສາ 2010 ເພື່ອທົ່ບທວນເບິ່ງ ການປະຕິບັດງານ ໃນລະຍະເວລາ 15 ປີຜ່ານມາ ແລະ ອານາຄົດຂອງ ກັມມາທິການແມ່ນ້ຳຂອງ.
ເມື່ອນັກຂ່າວຖາມເຖິງ ທ່າທີ່ຂອງ ຈີນແລະພະມ້າ ຊຶ່ງເປັນປະເທດທີ່ ແມ່ນ້ຳຂອງໃຫລຜ່ານ ແຕ່ທີ່ຍັງບໍ່ຍອມ ເຂົ້າເປັນສະມາຊິກ ຂອງກັມມາທິການ ແມ່ນຳຂອງ ເທື່ອນັ້ນ ທ່ານສູວິດຕອບວ່າ:
"ເຮົາໄດ້ຮັບຄວາມຮ່ວມມື ຈາກປະເທດຈີນ ແລະພະມ້າຫລາຍຂຶ້ນ ແລ້ວກໍຈະມີການ ເຮັດວຽກຮ່ວມກັນ ຢ່າງໃກ້ຊິ່ດ ຫລາຍຂຶ້ນເຊັ່ນກັນ".
ເພື່ອຕອບໂຕ້ ນັກຂ່າວອີກຜູ້ນຶ່ງ ທີ່ບໍ່ໝັ້ນໃຈ ໃນຄວາມສຳຄັນ ຂອງກັມມາທິການ ແມ່ນ້ຳຂອງນັ້ນ ທ່ານສູວິດເວົ້າວ່າ:
"ທ່ານຄິດວ່າ ກັມມາທິການ ແມ່ນ້ຳຂອງນັ້ນ ມີຄວາມສຳຄັນຢ່າງຍິ່ງ ເພາະວ່າແຕ່ລະປະເທດ ຊຶ່ງຢູ່ແຄມແມ່ນ້ຳຂອງນັ້ນ ຈະຢູ່ຕາມລຳພັງ ຜູ້ດຽວບໍ່ໄດ້ ຕ້ອງມີການ ປຶກສາຫາລື ປະສານງານກັນ ບໍ່ວ່າໃນເຣື້ອງ ຣະບົບນິເວດ ສິ່ງແວດລ້ອມ ເຣື້ອງການໃຊ້ແມ່ນ້ຳຂ ອງຮ່ວມກັນ ແບບກ້ຳເກິ່ງແລະ ມີປະສິດທິຜົນ ໂດຍສະເພາະ ເຣື້ອງການແລ່ນເຮືອ ໃນແມ່ນ້ຳ ທີ່ຍັງບໍ່ທັນໄດ້ ໃຊ້ຢ່າງເຕັມສ່ວນ".
ແຕ່ເຖິງຢ່າງໃດກໍດີ ຕ້ອງບໍ່ລືມວ່າ ກັມມາທິການ ແມ່ນ້ຳຂອງເ ປັນພຽງອົງການຈັດຕັ້ງ ທີ່ໃຫ້ຂໍ້ມູນແລະ ຄຳແນະນຳເທົ່ານັ້ນ ສ່ວນການຕັດສີນໃຈຕ່າງໆ ຂຶ້ນຢູ່ກັບ ແຕ່ລະປະເທດ ສະມາຊິກ ຊຶ່ງມີຜົນປໂຍດ ແລະທັສນະວິສັຍ ແຕກຕ່າງກັນໄປ ແຕ່ຢ່າງໜ້ອຍອົງການນີ້ ກໍເປັນເວທີ ສຳຫລັບພົບພໍ້ ແລະແລກປ່ຽນ ຄວາມຄິດຄວາມເຫັນ ກ່ຽວກັບບັນຫາ ທີ່ມີສ່ວນ ກ່ຽວພັນຮ່ວມກັນ.