ກົດໝາຍ ກວດສອບ ເງິນຂອງຣັຖ

ສປປລາວ ປະກາດໃຊ້ ກົດໝາຍວ່າດ້ວຍ ການກວດສອບ ການເງິນຂອງຣັຖ ແຕ່ຈົນເຖິງ ປັດຈຸບັນ ກໍຍັງບໍ່ສາມາດ ປະຕິບັດ ໄດ້ດີເທົ່າທີ່ຄວນ ການສໍ້ຣາສບັງຫລວງ ຍັງແຜ່ຣະບາດ.

ເມື່ອປີ 2007 ສະພາແຫ່ງ ຊາດລາວ ໄດ້ປະກາດໃຊ້ ກົດໝາຍ ວ່າດ້ວຍການ ກວດສອບການເງິນ; ມາດຕຣາທີ່ນຶ່ງ ຂອງກົດໝາຍ ສະບັບນັ້ນ ບົ່ງໄວ້ວ່າ ຈຸດປະສົງ ຂອງກົດໝາຍ ກໍແມ່ນເພື່ອ ກວດກາການເງິນ ເປັນຕົ້ນເພື່ອ ກວດກາຣາຍໄດ້ ຣາຍຈ່າຍ ແລະຣາຍຮັບ ຂອງຣັຖບານ ແລະຣັຖ ວິສາຫະກິດ ເພື່ອເຮັດໃຫ້ ການບໍຣິຫານ ການເງິນໂປ່ງໃສ ຖືກຕ້ອງມີ ປະສິດທິພາບ ປາສຈາກການ ສໍ້ໂກງແລະການ ສໍ້ຣາສບັງຫລວງ ດັ່ງທ່ານ ເກຢຸນ ຍົດໄຊວິບູນ ຫົວໜ້າຄະນະ ກັມມາທິການ ດ້ານກົດ ໝາຍ ປະຈຳສະພາ ແຫ່ງຊາດລາວ ໄດ້ປະກາດວ່າ:

ເພື່ອໃຫ້ມີ ຄວາມໂປ່ງໃສ ແລະ ປະສິດທິພາບ ຢ່າງແທ້ຈິງ ກົດໝາຍວ່າດ້ວຍ ການກວດສອບ ໄດ້ກຳນົດໃຫ້ ມີອົງ ການກວດສອບ ສອງອົງການ ຄື 1. ອົງການກວດ ສອບແຫ່ງຣັຖ ຫລືຂອງຣັຖ 2. ອົງການກວດສອບ ເອກກະຣາຊ ຫລືອິສຣະ. ອົງການກວດສອບ ຂອງຣັຖເປັນ ຄະນະກວດສອບ ທີ່ສະພາແຫ່ງ ຊາດຈັດຕັ້ງຂື້ນ ເປັນ ພະນັກງານ ຂອງຣັຖ ກິນເງິນ ງົບປະມານ ຂອງຣັຖ ແຕ່ມີໜ້າທີ່ ກວດກາການ ເງິນຂອງຣັຖ. ມາດຕຣາທີ່ 14 ຣະບຸໄວ້ວ່າ ຄະນະກວດ ສອບຂອງຣັຖ ມີສິດແລະໜ້າ ທີ່ສຳຣວດ ກວດກາເກັບກຳ ແລະລວບລວມ ຂໍ້ມູນຣາຍ ລະອຽດກ່ຽວກັບ ສະພາບການເງິນ ຂອງກະຊວງ ກົມກອງ ຂອງຣັຖບານ ແລ້ວສລຸບຣາຍ ງານຂື້ນໄປຫາ ປະ ທານສະພາ ແຫ່ງຊາດແລະ ນາຍົກຣັຖມົນຕຣີ ສປປລາວ.

ສ່ວນອົງການ ກວດສອບ ເອກກະຣາຊ ນັ້ນເປັນອົງການ ທີ່ບໍ່ຂື້ນກັບ ຣັຖບານທີ່ ປະກອບດ້ວຍ ນັກບັນຊີອາຊີບ ຈາກບໍຣິສັດ ເອກກະຊົນ ທີ່ມີຄວາມ ຊຳນິຊຳນານ ໃນ ການກວດກາ ການເງິນ. ອົງການກວດສອບ ເອກກະຣາຊ ກໍມີໜ້າທີ່ ຄ້າຍຄືກັນກັບ ອົງການກວດ ສອບຂອງຣັຖ. ຖ້າອົງການຊ່ວຍ ເຫລືອສາກົນ ອົງການນຶ່ງ ໃຫ້ເງິນ ຊ່ວຍເຫລືອແກ່ ກະຊວງການກໍ່ ສ້າງຂອງລາວ ເພື່ອສ້າງຖນົນ ໝາຍເລກທີ່ 5 ແລະຖ້າອົງການ ສາກົນນັ້ນຢາກ ໃຫ້ມີຄວາມໂປ່ງ ໃສໃນການ ໃຊ້ຈ່າຍເງິນ ຊ່ວຍເຫລືອ ທາງອົງການ ກໍສາມາດຈ້າງ ອົງການກວດສອບ ເອກກະຣາຊ ໄປກວດກາການ ເງິນຂອງກະຊວງ ການກໍ່ສ້າງ ວ່າທາງກະຊວງ ໃຊ້ຈ່າຍເງິນ ຢ່າງໂປ່ງໃສ ແລະຢ່າງບໍ່ມີ ການຮົ່ວໄຫລ ຫລືບໍ່. ໃນຂະນະ ດຽວກັນອົງການ ກວດສອບຂອງຣັຖ ກໍຈະສາມາດ ກວດສອບການ ໃຊ້ຈ່າຍຂອງ ກະຊວງການ ກໍ່ສ້າງຂອງຕົນ ໄດ້ເຊັ່ນກັນ.

ນັ້ນແມ່ນເນື້ອໃນ ໃຈຄວາມຂອງ ກົດໝາຍ ໃນພາກ ປະຕິບັດ ພັດບໍ່ເປັນ ດັ່ງນັ້ນ ອົງການກວດສອບ ບໍ່ມີສິດ ບໍ່ມີອຳນາດ ແລະຄວາມເປັນ ເອກກະຣາຊ ຫລືອິສຣະ ພໍທີ່ຈະ ກວດສອບຢ່າງມີ ປະສິດທິພາບ ໂດຍສະເພາະ ບໍ່ມີສິດທີ່ ຈະກວດກາ ບັນດາຜູ້ນຳ ຂອງພັກແລະ ຂອງຣັຖເລີຍ.

ໃນກົດໝາຍ ວ່າດ້ວຍການ ກວດສອບມາດຕຣາ ທີ່ໜ້າສົນໃຈ ອີກມາດຕຣານຶ່ງ ກໍແມ່ນມາດຕຣາ ທີ່ 63 ທີ່ບົ່ງໄວ້ວ່າ ເຈົ້າໜ້າທີ່ຜູ້ ກວດສອບຕ້ອງ ຣາຍງານຄວາມຈິງ ບໍ່ຕ້ອງສວຍໃຊ້ ໜ້າທີ່ຕຳແໜ່ງ ແລະສິດອຳນາດ ເພື່ອຜົນປະໂຍດ ສ່ວນຕົວ ຫ້າມຮັບເງິນ ສິນບົນ ສ່ວນກະຊວງ ກົມກອງທີ່ຖືກ ກວດກາຕ້ອງມອບ ເອກກະສານ ການ ເງິນ ເປີດເຜີຍຂໍ້ມູນ ແລະຣາຍລະອຽດ ການເງິນທຸກຢ່າງ ຫ້າມຊຸກເຊື່ອງ ປອມແປງແລະ ທຳຣາຍ ເອກກະສານ ຂໍ້ມູນແລະ ວັດຖຸຸຫລັກຖານ ພິຍານທີ່ ພົວພັນກັບ ສະພາບການເງິນ ຂອງກະຊວງ ກົມກອງ ຫ້າມກີດຂວາງ ນາບຂູ່ແລະ ຫ້າມໃຫ້ເງິນ ສິນບົນແກ່ ຄະນະກວດສອບ. ກົດໝາຍມາດຕຣາ ນີ້ຍິ່ງໄກ ປະຕິບັດ ບໍ່ໄດ້ນັກ ທຸຣະກິດການຄ້າ ຍັງໃຫ້ເງິນ ສິນບົນແກ່ເຈົ້າ ໜ້າທີ່ຕລອດມາ ຕົວຢ່າງໃນ ເວລາຄະນະ ກວດກາໄປ ກວດກາການເງິນ ໃນຣັຖ ວິສາຫະກິດ ແຫ່ງນຶ່ງ ກ່ອນອື່ນໝົດ ຄະນະກວດສອບ ຕ້ອງພົບປະກັບ ຜູ້ອຳນວຍການ ຂອງບໍຣິສັດ ນັ້ນກ່ອນ ໃນເວລາ ນັ້ນແຫລະ ຜູ້ອຳນວຍການ ບໍຣິສັດ ກໍຈະມອບ ຂອງຂວັນຍັດໃສ່ ຊອງສີຂາວສີ ເຫລືອງໃຫ້ແກ່ ຄະນະກວດສອບ ພ້ອມທັງບອກວ່າ ນັ້ນແມ່ນເພື່ອຄ່າ ນ້ຳຮ້ອນນ້ຳຊາ ແລະໃນເວລາ ກວດກາຢ່າງ ແທ້ຈິງ ຄະນະກວດສອບ ກໍສົມຮູ້ຮ່ວມ ຄິດກັບຜູ້ອຳ ນວຍການພາກັນ ສໍ້ໂກງເອົາເງິນ ຂອງບໍຣິສັດ ກໍຄືຂອງ ຣັຖຊ້ຳຕື່ມຫ ລືຖ້າບໍ່ສົມ ຮູ້ຮ່ວມຄິດກັບ ຜູ້ອຳນວຍການ ແລະຖ້າ ຄະນະກວດກາ ປະຕິບັດຕາມ ໜ້າທີ່ສືບຕໍ່ໄປ ບາດເວລາກວດ ໄປເຖິງຜູ້ມີ ສິດແລະມີ ອຳນາດຢູ່ໃນ ພັກແລະຣັຖບານ ການກວດກາ ກໍຢຸດສງັກລົງ ບໍ່ໄປບໍ່ມາ ແລະໃນຫລາຍໆ ກໍຣະນີຜູ້ ມີສິດແລະ ມີອຳນາດກໍ ໃຫ້ເງິນສິນບົນ ແກ່ຄະນະ ກວດສອບ ກໍແລ້ວໄປ. ການສໍ້ໂກງແລະ ການສໍ້ຣາສ ບັງຫລວງແບບ ນີ້ມີຫລາຍ ຈົນປະຊາຊົນ ລາວກໍຮູ້ດີ ບໍ່ພຽງແຕ່ ຮູ້ດີເທົ່ານັ້ນ ຍັງໄດ້ປະ ສົບພົບພໍ້ ດ້ວຍຕົນເອງ ເກືອບທຸກໆຄົນ. ຊາວລາວບໍ່ຮູ້ ຈະເຮັດແນວ ເພື່ອແກ້ໄຂ ຫລາຍຄົນໄດ້ ແຕ່ຈົ່ມເວົ້າພາຍ ໃນກຸ່ມກ້ອນ ຂອງຕົນ ບາງຄົນກໍ ຮຽກຮ້ອງໃຫ້ທາງ ການສຳຣວດ ກວດກາຢ່າງຄັກ ແນ່ດັ່ງຊາວລາວ ຄົນນຶ່ງກ່າວ ເມື່ອບໍ່ດົນ ຜ່ານມາວ່າ:

ເມື່ອປີກາຍ ໄອຍະການສານ ປະຈຳສະພາ ແຫ່ງຊາດ ກໍຣາຍງານຕໍ່ ກອງປະຊຸມ ສະພາແລະ ຍອມຮັບວ່າ ການສໍ້ ຣາສບັງຫລວງ ຍັງແຜ່ຣະບາດ ຫລາຍແລະ ສະມາ ຊິກສະພາ ຫລາຍໆທ່ານກໍ ເປີດເຜີຍຄວາມຈິງ ວ່າງົບປະມານ ຂອງຣັຖຍັງຮົ່ວ ໄຫລເປັນເງິນ ມະຫາສານ ດັ່ງສະມາຊິກ ສະພາທ່ານນຶ່ງ ໄດ້ເວົ້າວ່າ:

ທ່ານ ອຸນສີ ໂຊດລາສີ ຮອງປະທານ ຄະນະກວດສອບ ຂອງຣັຖເປີດ ເຜີຍວ່າຣັຖບານ ລາວສູນເສັຍ ຣາຍຮັບໄປຍ້ອນ ການສໍ້ ຣາສບັງຫລວງ ເມື່ອປີກ່ອນເຖິງ 100 ຕື້ກີບ ແລະໃນປີນັ້ນ ນາຍົກ ຣັຖມົນຕຣີ ບົວສອນ ບຸຜາວັນ ກໍຣາຍງານຕໍ່ ສະພາແຫ່ງຊາດວ່າ ງົບປະມານ ຂອງຣັຖຕົກ ເຮັ່ຍເສັຍຫາຍໄປ ຍ້ອນການ ສໍ້ຣາສບັງຫລວງ ໃນຣະຫວ່າງ 20 ແລະ 25 ສ່ວນສ່ວນຮ້ອຍ. 

ເຖິງຢ່າງໃດ ກໍດີ ໃນຣະຍະ ຜ່ານມາ ທາງການລາວ ກໍໄດ້ ປະຕິບັດ ຕາມກົດໝາຍ ວ່າດ້ວຍ ການກວດສອບ ນີ້ສ່ວນໃດ ສ່ວນນຶ່ງແລ້ວ ຕົວຢ່າງ ເມື່ອສົກ ງົບປະມານປີ 2007-2008 ທີ່ຜ່ານມາ ຄະນະກວດສອບ ການເງິນແຂວງ ວຽງຈັນ ກໍໄດ້ກວດກາ ບັນຊີຣາຍໄດ້ ຣາຍຈ່າຍແລະ ຣາຍຮັບຜແນກ ການຕ່າງຂອງແຂວງ; ຜົນປະກົດ ວ່າເງິນ ງົບປະມານ ຂອງແຂວງວຽງຈັນ ໄດ້ຕົກເຮັ່ຍ ເສັຍຫາຍໄປ ລວມທັງໝົດເຖິງ 4 ຕືແລະ 231 ລ້ານກີບ; ໃນນັ້ນສ່ວນຫລາຍ ຄືເຖິງ 3 ຕື້ແລະ 886 ລ້ານກີບ ເປັນຣາຍຮັບ ຣາຍຈ່າຍຂອງແຂວງ ແຕ່ບໍ່ມີບັນ ຊີຢູ່ໃນ ຄັງເງິນ. ໃນສະເພາະ ຫ້ອງການການ ເງິນຂອງ 10 ເມືອງຂອງແຂວງ ວຽງຈັນນັ້ນ ຄະນະກວດສອບ ໄດ້ກວດ ໃບຮັບເງິນ ທັງໝົດ 20,000 ໃບແລະກວດ ພົບວ່າ ເງິນສູນຫາຍໄປ ກວ່າ 201 ລ້ານກີບ; ໃນຂະນະ ດຽວກັນ ຣັຖວິສາຫະກິດ ສີ່ບໍຣິສັດ ຂອງແຂວງວຽງຈັນ ບໍ່ໄດ້ ຖອກເງິນເຂົ້າ ຄັງເຖິງ 145 ລ້ານກີບ; ຫ້ອງການແຂວງ ມີບັນຊີຣາຍ ຮັບຣາຍຈ່າຍ ບໍ່ກົງກັບ ຕົວເລກທີ່ສົ່ງ ໄປໃຫ້ຄັງເງິນ 40 ລ້ານກີບ ແລະໃນສະເພາະ ຜແນກ ການເງິນຂອງແຂວງ ເງິນໄດ້ສູນ ຫາຍໄປ 26 ລ້ານກີບ. ຫລັງຈາກກວດ ພົບບໍ່ດົນ ທາງການລາວ ໄດ້ປະຕິບັດ ວິໄນຕໍ່ ພະນັກງານ ທີ່ສໍ້ໂກງເອົາ ເງິນຈຳນວນນັ້ນ ຫລາຍສິບຄົນ ເຊັ່ນໄລ່ອອກ ຈາກພັກ 12 ຄົນ ແລະໂຍ້ກຍ້າຍ ໜ້າທີ່ຕຳແໜ່ງ 13 ຄົນ ແຕ່ບໍ່ໄດ້ປັບ ໃໝລົງໂທດ ຈຳຄຸກຜູ້ໃດເລີຍ.

ນັ້ນແມ່ນຜົນ ຂອງການກວດສອບ ພຽງແຕ່ໃນ ແຂວງດຽວເທົ່ານັ້ນ ຢູ່ແຂວງອື່ນໆ ໃນທົ່ວປະເທດ ຍິ່ງຈະມີເງິນ ຕົກເຮັ່ຍເສັຍຫາຍ ຫລາຍກວ່ານັ້ນ ຫລາຍເທົ່າ.
ທັງໝົດທີ່ ກ່າວມານັ້ນ ສະແດງໃຫ້ ເຫັນວ່າກົດໝາຍ ວ່າດ້ວຍການ ກວດສອບການເງິນ ບໍ່ໄດ້ຊ່ວຍເຮັດ ໃຫ້ການ ສໍ້ຣາສບັງຫລວງ ຢູ່ລາວຫລຸດໜ້ອຍ ຖອຍລົງພໍ ເທົ່າໃດ ທາງການ ກວດສອບໄດ້ ໃນບາງ ກໍຣະນີ ເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org