; ; ; ; ; ; ; ;
ສເນິໂດຍ: ໄພສານ
ໜັງສືພິມວຽງຈັນໃໝ່ອອນໄລນ໌ ສະບັບທີ່ອອກໃນວັນອັງຄານທີ 10 ມົກກະຣາ ໄດ້ກ່າວໂຈມຕີວິທຍຸເອເຊັຽ ເສຣີ ໂດຍອ້າງວ່າໄດ້ຮັບຈົດໝາຍຈາກທ່ານຜູ້ອ່ານ ຖາມເຖິງເຣື່ອງການໃຊ້ແຫລ່ງຂ່າວບໍ່ປະສົງອອກນາມນັ້ນວ່າ ມີຄວາມເຊື່ອຖືໄດ້ໜ້ອຍຫຼາຍປານໃດ ແລະມີການປະຕິບັດກັນຢູ່ບໍໃນວົງການສື່ມວນຊົນທົ່ວໄປ?
ຈຸດສຳຄັນທີ່ວຽງຈັນໃໝ່ໄດ້ແນໃສ່ກໍແມ່ນລາຍງານຂ່າວຂອງເອເຊັຽເສຣີກ່ຽວກັບການຕັດສິນຂອງສານລາວ. ບັນນາທິການຂອງວຽງຈັນໃໝ່ເວົ້າວ່າ ຈຸດປະສົງຂອງເອເຊັຽເສຣີໃນການໃຊ້ແຫຼ່ງຂ່າວທີ່ບໍ່ປະສົງອອກນາມ ນັ້ນກໍຍ້ອນເອເຊັຽເສຣີເປັນຜູ້ເສກສັ້ນປັ້ນແຕ່ງຂ່າວຂຶ້ນມາເພື່ອຫລອກລວງຜູ້ຟັງ ຊຶ່ງເຕັກນິກດັ່ງກ່າວນີ້ທ່ານບັນນາທິ ການວຽງຈັນໃໝ່ສັ່ງສອນວ່າ ເປັນລູກໄມ້ເກົ່າທີ່ລ້າສມັຍ ແລະເປັນການກະທຳທີ່ຂາດຈັນຍາທັມນັກຂ່າວ. ການໃຊ້ແຫລ່ງຂ່າວທີ່ບໍ່ປະສົງອອກນາມນີ້ ; ບໍ່ແມ່ນຂອງໃໝ່ ;ໃນວົງການສື່ມວນຊົນຂອງໂລກທັງນີ້ກໍເພື່ອປົກປ້ອງ ແຫລ່ງຂ່າວບໍ່ໃຫ້ໄດ້ຮັບອັນຕະລາຍຫລັງຈາກທີ່ໄດ້ໃຫ້ຂ່າວໄປແລ້ວ ;ໂດຍສະເພາະໃນບັນດາປະເທດ ຜະເດັດການ ທີ່ບໍ່ຍອມຮັບຟັງຄວາມຄິດຄວາມເຫັນ ທີ່ແຕກຕ່າງໄປຈາກທັສນະຂອງທາງການ. ການໃຊ້ແຫລ່ງຂ່າວທີ່ບໍ່ປະສົງອອກນາມນີ້ ກໍເພື່ອເປີດເຜີຍຂໍ້ມູນທີ່ປິດລັບຕ່າງໆ ຫລືຂ່າວບໍ່ດີທີ່ບໍ່ມີຜູ້ໃດກ້າເວົ້າ ;ເຊັ່ນໃນກໍຣະນີການສໍ້ຣາດບັງຫລວງ ແລະການກະທຳທີ່ບໍ່ຖືກບໍ່ຕ້ອງຂອງເຈົ້າໜ້າທີ່. ;ຕົວຢ່າງນຶ່ງຢູ່ສະຫະຣັດອະເມຣິກາ ;ໃນການ ໃຊ້ແຫລ່ງຂ່າວ ທີ່ບໍ່ປະສົງອອກນາມເມື່ອບໍ່ດົນຜ່ານມານີ້ ກໍຄືນັກຂ່າວຄົນນຶ່ງຍອມຕິດຄຸກ ແຕ່ບໍ່ຍອມເປີດເຜີຍແຫລ່ງຂ່າວຂອງຕົນໃຫ້ເຈົ້າໜ້າທີ່ຮູ້ ຊຶ່ງເປັນຂ່າວໃຫຍ່ຣະດັບໂລກ.
ພາລະໜ້າທີຂອງວິທຍຸເອເຊັຽເສຣີກໍຄືເກັບກຳແລະລາຍງານຂ່າວຕ່າງໆໂດຍສະເພາະຂ່າວທີ່ຮັບຟັງ ບໍ່ໄດ້ໂດຍສື່ມວນຊົນຂອງທາງການລາວດັ່ງໜັງສືພິມວຽງຈັນໃໝ່ແລະຂ່າວການຕັດສິນຂອງສານລາວ ທີ່ບໍ່ໄດ້ຮັບໃຊ້ຜົນປະໂຫຍດຜູ້ທຸກຜູ້ຍາກນັ້ນກໍເປັນຂ່າວນຶ່ງທີ່ສື່ມວນຊົນລາວບໍ່ໄດ້ເອີ່ຍເຖິງ. ;ຄວາມວິຕົກກັງວົນກ່ຽວກັບຣະບົບສານຂອງລາວນີ້ແມ່ນໄດ້ສແດງອອກໃຫ້ເຫັນຢູ່ໃນລາຍງານຂ່າວ ຂອງສື່ມວນຊົນ ຕ່າງປະເທດໃນການຕັດສິນແບບຮວບຮັດຕັດຕອນນັກຂ່າວທີ່ຖືກຈັບຢູ່ລາວ.
ລາຍງານຂອງກະຊວງການຕ່າງປະເທດສະຫະຣັດສະບັບທີ່ອອກໃນເດືອນກຸມພາ ;ປີ 2005 ;ກ່າວເຖິງຄວາມບໍ່ເປັນອິສຣະຂອງຣະບົບຕຸລາການລາວວ່າ ຣະບົບການຍຸຕິທັມຂອງລາວ ;ແມ່ນຢູ່ພາຍໃຕ້ອິດທິພົນ ;ຂອງຝ່າຍບໍຣິຫານ, ;ນິຕິບັນຢັດ ແລະພັກປະຊາຊົນປະຕິວັດລາວ ເປັນຣະບົບ ທີ່ມີການຄໍຣັບຊັ່ນ ແລະບໍ່ໄດ້ຄ້ຳປະກັນ ;ສິດທິຂອງປະຊາຊົນ ;ໃນການຟ້ອງຮ້ອງຫລືດຳເນີນຄະດີ. ຄວາມວິຕົກກັງວົນທີ່ວ່າ ໄດ້ສະທ້ອນ ໃຫ້ເຫັນໃນຄຳຖແລງຂອງ ທ່ານໄຊສົມພອນ ພົມວິຫານ ປະທານ ຄະນະກັມມາທິການຕ່າງປະເທດຂອງສະພາແຫ່ງຊາດລາວໃນຄຳຖແລງປິດ ກອງປະຊຸມສະພາ ເມື່ອບໍ່ດົນຜ່ານມານີ້. ທ່ານໄຊສົມພອນກ່າວກ່ຽວກັບເຣື່ອງນີ້ວ່າ:
ສຽງ: “ຄວາມເຊື່ອໝັ້ນຂອງສັງຄົມຕໍ່ລະບົບຍຸຕິທັມ ຍັງບໍ່ທັນສູງເທົ່າທີ່ຄວນ ການເຄົາຣົພແລະປະຕີບັດຕໍ່ກົດໝາຍບໍ່ທັນເຂັ້ມງວດ ;ການແກ້ໄຂບາງກໍຣະນີ ແລະການແກ້ໄຂ ອື່ນໆຍັງຊັກຊ້າແກ່ຍາວ ການອຸທອນຫຼືຂໍລົບລ້າງໄປຍັງຂັ້ນເທິງ ມີທະເຍີດເພີ້ມຂື້ນ ມາດຕະການສະກັດກັ້ນການລວງລະເມີດລະບຽບກົດໝາຍ ຍັງເຮັດບໍ່ທັນດີເທົ່າທີ່ຄວນ ການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດຍັງບໍ່ທັນສັກສິດ.”
ການທີ່ວຽງຈັນໃໝ່ກ່າວວ່າ ຂ່າວການຕັດສິນຂອງສານລາວທີ່ເອເຊັຽເສຣີໄດ້ສເນີໄປນັ້ນເປັນຂ່າວທີ່ເສກສັນ ປັ້ນແຕ່ງຂຶ້ນມາ ຄົງບໍ່ຖືກຕ້ອງ ເພາະແມ່ນແຕ່ທ່ານໄຊສົມພອນກໍຍັງເປັນຫ່ວງໃນປະຕິບັດຄຳພິພາກສາ ຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວ ບໍ່ມີຜົນສັກສິດ.