0:00 / 0:00
ລາຍງານປະຈຳປີກ່ຽວກັບອິສຣະພາບດ້ານສາສນາ ໃນໂລກຂອງກະຊວງການຕ່າງປະເທດສະຫະຣັດ ສຳລັບປີ 2005 ບອກວ່າສະພາບການທົ່ວໄປໃນລາວ ບໍ່ປ່ຽນແປງ. ເຖິງແມ້ນວ່າ ສປປລາວ ຈະມີຣັຖທັມະນູນ ຄ້ຳປະກັນອິສຣະພາບດ້ານສາສນາກໍ່ຕາມ ແຕ່ໃນພາກ ປະຕິບັດແລ້ວ ຣັຖບານ ສປປລາວ ຍັງກຳກັດສິດທິ ດ້ານການເຊື່ອຖືສາສນາຢູ່ຄືເກົ່າ ແລະໃນບາງກໍຣະນີ ເຈົ້າໜ້າທີ່ຣັຖບານຍັງລ້ວງເກີນອິສຣະພາບສາສນາ ຂອງປະຊາຊົນລາວຢູ່. (ດັ້ງ) ມະໂນທັມ ມີລາຍລະອຽດມາສເນີ