ເຣື້ອງທີ່ເກັບບັນທຶກໄວ້
2010-05-28
ສັດປ່າ ຮວມທັງ ຊ້າງປ່າ ເປັນຊັພຍາກອນ ທັມມະຊາດ ອັນລໍ້າຄ່າ ຂອງຊາດ ສໍາລັບຄວາມ ສົມດຸນຂອງ ສິ່ງແວດລ້ອມ ແລະ ການດໍາຣົງ ຊີວິດຂອງ ປະຊາຊົນ ດັ່ງນັ້ນຈຶ່ງ ມີຄວາມຈໍາເປັນ ທີ່ຈະຕ້ອງ ຄຸ້ມຄອງ ແລະຮັບປະກັນ ໃຫ້ສັດປ່າ ໄດ້ຮັບການ ຂຍາຍພັນ ຫລາຍຂຶ້ນ. ແຕ່ຢູ່ໃນໂລກ ເປັນຕົ້ນຢູ່ ສປປລາວ ເຖິງວ່າຈະມີ ກົດໝາຍ ທີ່ໄດ້ກໍານົດ ຫລັກການ ຣະບຽບການ ແລະ ມາຕການຄຸ້ມຄອງ ປົກປັກຮັກສາ ແລະ ນໍາໃຊ້ກໍດີ ແຕ່ສັດປ່າ ເປັນຕົ້ນຊ້າງປ່າ ທີ່ມີຈຳນວນ ບໍ່ຫລາຍ ຢູ່ແລ້ວນັ້ນ ຫລຸດໜອຍຖອຍ ລົງທຸກມື້.
2010-05-26
ປ່າໄມ້ຢູ່ລາວ ແມ່ນ ຊັພຍາກອນ ທັມມະຊາດ ອັນລໍ້າຄ່າ ຂອງຊາດ ມັນເປັນສິ່ງ ຈໍາເປັນສໍາລັບ ປົກປັກຮັກສາ ສິ່ງແວດລ້ອມ ແລະ ການດໍາຣົງ ຊີວິດຂອງປະ ຊາຊົນລາວ ແຕ່ໃນ ສປປລາວ ມີການຕັດໄມ້ ທໍາລາຍປ່າ ເປັນຈໍານວນ ຫລວງຫລາຍ ຕັ້ງແຕ່ເໜືອ ຕລອດໃຕ້ ມາເປັນເວລາ ດົນນານ ຈົນມາເຖິງ ເວລາທີ່ ທາງການລາວ ໄດ້ອອກປະກາດ ແນະນໍາແຜນ ປູກຕົ້ນໄມ້ ແລະ ຟື້ນຟູປ່າ.
2010-05-21
ບໍຣິສັດ ຕ່າງປະເທດ ຂຸດຄົ້ນບໍ່ຄໍາ ບໍ່ທອງ ແລະ ບໍ່ໂລຫະອື່ນໆ ຢູ່ປະເທດລາວ ບໍ່ພຽງແຕ່ ຈະເຮັດໃຫ້ ຊັພຍາກອນ ທັມມະຊາດ ອັນອູດົມ ສົມບູນ ນັ້ນໝົດສີ້ນໄປ ຊຶ່ງ ບັນພະບູຣຸດ ໄດ້ຕໍ່ສູ້ ປົກປັກຮັກສາ ດ້ວຍເລືອດເນື້ອ ແລະຊີວິດ. ໂດຍທີ່ທາງ ການລາວເອງ ກໍບໍ່ໄດ້ຮັບ ຜົນປະໂຫຍດ ທີ່ກຸ້ມຄ່າ ແຕ່ຫາກຍັງ ເປັນພິດ ທໍາລາຍຊີວິດ ປະຊາຊົນລາວ ພ້ອມທັງສັດ ສາວາສິ່ງ ແລະສ້າງຄວາມ ເສັຍຫາຍ ໃຫ້ແກ່ປ່າໄມ້ ແລະແຫລ່ງນໍ້າ ຮວມທັງ ເຊກະໝານ ຢູ່ແຂວງ ອັດຕະປື ນຳດ້ວຍ.