ເຣື້ອງທີ່ເກັບບັນທຶກໄວ້
2010-11-10
ກອງປະຊຸມ ຄັ້ງທໍາອິດ ຂອງຣັຖພາຄີ ສົນທິສັນຍາ ກ່ຽວກັບ ຣະເບີດ ລູກຫວ່ານ ໄຂຂຶ້ນ ຂນະທີ່ລາວ ຍັງປະເຊີນ ກັບບັນຫາ ການເກັບກູ້ ຣະເບີດ ທີ່ຍັງບໍ່ແຕກ ຊຶ່ງຕົກຄ້າງ ມາແຕ່ສມັຍ ສົງຄາມ ວຽດນາມ ຍ້ອນ ງົບປະມານ ບໍ່ພຽງພໍ ແລະ ຜູ້ເຄາະຮ້າຍ ກໍຍັງມີ ຢູ່ຕໍ່ໄປ. ມະນີຈັນ ມີຣາຍງານ ກ່ຽວກັບ ເຣື້ອງນີ້ ມາສເນີ. ເຊີນທ່ານຮັບຟັງ ໄດ້ເລີຍ.
2010-11-06
ການເກັບກ່ຽວ ເຂົ້ານາປີ ຢູ່ແຖບເມືອງ ຈໍາປາສັກ ແຂວງຈໍາປາສັກ ໃນປີ 2010 ນີ້ ບໍ່ໄດ້ຮັບ ຜົລດີ ເທົ່າທີ່ຄວນ ຍ້ອນພັຍ ແຫ້ງແລ້ງ, ດຳນາຊ້າ ແລະ ຝົນ ກໍຕົກຮໍາ ຕອນກ່ຽວ ຈື່ງເຮັດໃຫ້ ຣາຄາເຂົ້າ ແພງຂື້ນ ກວ່າປີຜ່ານ ມາຫລາຍ. ຈຳປາທອງ ມີບົດສໍາພາດ ຊາວນາ ຢູ່ທີ່ນັ້ນ ມາເສນີທ່ານ.