ຄໍາລີ້ ພິລາວົງ

ການສັມພາດ ນາງສາວ ຄໍາລີ້ ພິລາວົງ, ນັກສະແດງນໍາ ຝ່າຍຍິງ ພາພຍົນ ເຣື້ອງ “ສະບາຍດີ ຫລວງພຣະບາງ ແລະ ທ່ານ ສັກໄຊ ດີນາ, ຜູ້ກໍາກັບ ເຣື້ອງ “ສະບາຍດີ ຫລວງພຣະບາງ”

ທ່ານ ສັກໄຊ, ຜູ້ກໍາກັບ ພາພຍົນ ເຣື້ອງ ສະບາຍດີ ຫລວງພຣະບາງ
Photo by RFA

ວິທຍຸ ​ເອ​ເຊັຍ​ເສຣີ ​ໄດ້​ສັມພາດ ຄໍາ​ລີ້ ​ໃນ​ຂະນະ​ທີ່ ​ໄປ​​ໂຄສນາ ພາພຍົນ ​ເຣື້ອງ “ສະບາຍດີ ຫລວງ​ພຣະບາງ ທີ່​ປະ​ເທດ​ໄທ ກ່ອນ​ ຄໍາລີ້ ຈະ​ເດີນທາງ​ ​ໄປຮຽນ​ຕໍ່ ທີ່​ປະ​ເທດ​ຈີນ ​ເມື່ອ​ກາງ​ເດື​ອນ ມິຖຸນາ ປີ 2008.

ຄໍາ​ລີ້ ມີ​ຄວາມ​ພູມ​ໃຈ ທີ່​​ໄດ້​ສະ​ແດງ ພາພຍົນ ​ເຣື້ອງດັ່ງກ່າວ ​ແລະ ​ເປັນ​ຜູ້​ທີ່ ມີ​ໂອກາດ ​ເຜີຍ​ແຜ່ ກ່ຽວ​ກັບ ວັທນະ​ທັມ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ ຂອງ​ລາວ. ​ໃນ​ຂະນະ​ທີ່ ທ່ານ ສັກ​ໄຊ ດີ​ນາ, ປະ​ທັບ​ໃຈ ກັບ ພູມີ​ປະ​ເທດ ​ໃນ​​ເມື​ອງລາວ, ຮີດຄອງ​ປະ​ເພນີ ​ແລະ ນິ​ໃສ​ໃຈຄໍ ຂອງ​ຊາວ​ໂດຍ, ​ໂດຍ​ສະ​ເພາະ ສາວ​ລາວ ທີ່ພຽບພ້ອມ​ດ້ວຍ ຮີດຄອງ​ປະ​ເພນີ.

ທ່ານ ສັກ​ໄຊ ຍັງ​ບອກ ອີກ​ວ່າ ການ​ໄປ​ຖ່າຍ​ທໍາ ພາ​ພຍົນ ​ໄດ້​ຮັບ ການ​ຮ່ວມ​ມື ຈາກ​ທາງ​ການ​ລາ​ວ, ບໍຣິສັດ ລາວ ອາຣທ໌ ​ເມ​ເດັຍ ​ແລະ ປະຊາຊົນລາວ ​ເປັນ​ຢ່າງ​ດີ. ທ່ານ ຫວັງ​ວ່າ ຄົງ​ຈະ​​ໄດ້​​ຮ່ວມມື ​ແລະ ສ້າງ​ຜົນງານ ​ໃນ​ປະ​ເທດ​ລາວ ຕື່ມ​ອີກ.

ປວັດ ​ແລະ​ ຜົນງານ ​ຂອງ ຄຳ​ລີ້ ພິລາ​ວົງ:

ຄໍາລີ້ ພິລາວົງ, ນັກສະແດງນໍາຝ່າຍຍິງ ເຣື້ອງ ພາພຍົນ ສະບາຍດີ ຫລວງພຣະບາງ
Photo by FA

ຄຳ​ລີ້ ພິລາ​ວົງ ປັດຈຸບັນ ​ອາຍຸ 19 ປີ ກຳລັງ​ຮຽນ​ ຢູ່​ຊັ້ນ​ ປີ​ທີ 1, ທີ່ມະຫາວິທຍາ​ໄລ ​ຫົວ​ສຽວ​, ເມືອງ​ເຊັຍະ​ເໝີ​ນ ປະ​ເທດ​ຈີນ ​ໂດຍ​ທັມມະ​ຊາດ​ແລ້ວ​​ ນາງ ເປັນ​ຄົນ​ສົນ​ໃຈ ​ເຣື້ອງການສະ​ແດງ ​ແລະ​ ມັກ​ສະ​ແດງ​ອອກ ຫາກ​ມີ​ໂອກາດ​ ໄດ້​ເຮັດ ກິຈ​ກັມ ດ້ານ​ນີ້ ​ກໍ​​ຈະ​ເຂົ້າຮ່ວມ ​ຢູ່​ເລື້ອຍໆ.

ຄຳ​ລີ້​ ເຄີຍ​ປະ​ກວດ ​ແລະ ​ຊະນະ​ເລີດ ​ມິສ ລັກສ໌ (Miss Lux) ປັດຈຸ​ບັນ ​ມີ​ວຽກງານ​ ​ເດີນ​ແບບ​ ແລະ​ ຖ່າຍ​ແບບ ​ຢູ່​ຕາມນິຕຍະ​ສານ. “ສະບາຍດີ ຫລວງ​ພະ​ບາງ ​ເປັນການ​ສະ​ແດງ​ພາພຍົນ​ຄັ້ງ​ທຳ​ອິດ​ຂອງ​ນາງ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org