ເດັກນ້ອຍ ອອກໂຮງຮຽນ ຫຼາຍຂຶ້ນ ເພື່ອເຮັດວຽກ ຫາລາຍໄດ້ ຊ່ອຍຄອບຄົວ

12 ມິຖຸນານີ້, ຄົບຮອບ 21 ປີ ແຫ່ງວັນຕໍ່ຕ້ານ ການໃຊ້ແຮງງານເດັກ ສາກົລ ຫຼື World Day Against Child Labor ເຊິ່ງມີຣາຍງານວ່າ ສປປ ລາວ ຍັງພົບມີການໃຊ້ແຮງງານເດັກ ໂດຍສະເພາະ ເດັກຊົນເຜົ່າ ຢູ່ເຂດຫ່າງໄກສອກຫຼີກ ຈະອອກໂຮງຮຽນ ແຕ່ອາຍຸຍັງນ້ອຍ ເພື່ອເຮັດວຽກ ຫາລາຍໄດ້ຈຸນເຈືອຄອບຄົວ.

ຮູບເດັກນ້ອຍນັກຮຽນ ເມື່ອຫຼາຍປີກ່ອນ ຈາກຄອບຄົວທີ່ທຸກຍາກ ຢູ່ເມືອງປາກຊ່ອງ ຫລັງຈາກເລີກຮຽນ ຈະອອກໄປເກັບກາເຟ ເພື່ອຫາລາຍໄດ້ ຊ່ອຍຄອບຄົວ. RFA

12 ມິຖຸນາ 2023 ຄົບຮອບ 21 ປີ ແຫ່ງວັນຕໍ່ຕ້ານ ການໃຊ້ແຮງງານ ເດັກສາກົລ ຫຼື World Day Against Child Labor. ມາປີນີ້ສໍາລັບປະເທດລາວ ຍັງມີການໃຊ້ແຮງງານເດັກ ໂດຍສະເພາະເດັກຊົນເຜົ່າ ຢູ່ເຂດຫ່າງໄກສອກຫຼີກ ຈະອອກໂຮງຮຽນ ແຕ່ອາຍຸຍັງນ້ອຍ (13-17 ປີ ຫຼື ມ.1 - ມ.7) ແລ້ວມາເຮັດວຽກຊ່ອຍພໍ່-ແມ່ ຜູ້ປົກຄອງ ເພື່ອຫຼຸດຜ່ອນຄວາມທຸກຍາກ ພາຍໃນຄອບຄົວ. ສະເພາະ ຢູ່ໂຮງຮຽນສາມັນ ກິນນອຊົນເຜົ່າ ຢູ່ເມືອງແປກແຂວງຊຽງຂວາງ ສົກຮຽນ 2022-2023 ມີເດັກນ້ອຍນັກຮຽນ ມ.1- ມ.7 ອອກໂຮງຮຽນທັງໝົດ 29 ຄົນໃນນັ້ນສ່ວນໃຫຍ່ເປັນນັກຮຽນຊັ້ນ ມ.4 ອາຍຸປະມານ 13-14 ປີ ມີຖານະທຸກຍາກ ທີ່ອອກໂຮງຮຽນຫຼາຍກ່ວາໝູ່ ແລ້ວໄປຊ່ອຍພໍ່-ແມ່ ຜູ້ປົກຄອງ ເຮັດການຜລິດ ປະເພດປູກຝັງ, ລ້ຽງສັດ ຫຼື ຮັບຈ້າງ ຣາຍວັນ ຊ່ອຍຫາລາຍໄດ້ ໃຫ້ຄອບຄົວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 13 ມິຖຸນານີ້ວ່າ:

ເຂົາເຈົ້າເຮັດວຽກຄອບຄົວສື່ໆ ເນາະມັນບໍ່ແມ່ນວ່າ ໄປຮັບຈ້າງເປັນກັມມະກອນ ຖາວອນ ແບບນີ້ມັນບໍ່ມີມີແຕ່ວ່າ ບໍ່ຈ້າງເຮັດໄຮ່ເຮັດນາ ເປັນມື້ບໍ່ ໄປຊັບສາລີບໍ່ ເຂົາເຈົ້າໄລ່ເປັນມື້ລະ 1 ແສນກີບບໍ່ 70-80 ພັນກີບ ແບບນີ້ຫັ້ນນ່າ ເຮັດວຽກບໍ່ປົກກະຕິດອກ ຢູ່ບ້ານ, ຈັ່ງວ່າແຫຼະ ມັນກໍມີຫຼາຍສາເຫດ ທີ່ເຂົາເຈົ້າອອກຫັ້ນນ່າ ກໍແມ່ນໝາຍຄວາມວ່າ ຮຽນໄປແລ້ວ ບໍ່ໄດ້ເຮັດວຽກຫັ້ນແຫຼະ ເຮັດການຫັ້ນນ່າ ແລ້ວກໍພໍ່ແມ່ບໍ່ສາມາດ ສົ່ງເສີມໄດ້ໃນການໄປຮຽນຕໍ່ ສູງກ່ວາ.

ຢູ່ບ້ານຫ້ວຍກະຍາຍ, ເມືອງງາ ແຂວງອຸດົມໄຊ ກໍມີເດັກນ້ອຍ ນັກຮຽນອາຍຸ 13-16 ປີ ທີ່ກຳລັງຮຽນຊັ້ນ ມ.1 - ມ.5 ອອກໂຮງຮຽນ ເພືື່ອຊ່ອຍພໍ່ແມ່ ເຮັດການຜລິດ ຄືກັນ ຂະນະທີ່ນັກຮຽນ ອາຍຸ 17-18 ປີ ກຳລັງຮຽນຊັ້ນ ມ.6 ຫຼື ມ.7 ຈະຂໍໃບຢັ້ງຢືນ ນຳອຳນາດການປົກຄອງ ຂັ້ນບ້ານ ເພື່ອປະກອບເອກະສານໄປເຮັດວຽກ ຢູ່ໂຮງຈັກ, ໂຮງງານ ສະຖານບັນເທີງ ນະຄອນຫຼວງພຣະບາງ ພາຍຫຼັງພວກເຂົາເຈົ້າປະເຊີນກັບຄວາມທຸກຍາກ ພໍ່-ແມ່ ຜູ້ປົກຄອງ ບໍ່ມີເງິນສົງຮຽນຕໍ່ ແລະໝົດຄວາມຫວັງ ຕໍ່ການຮຽນສູງແລ້ວ, ຈົບມາບໍ່ມີວຽກເຮັດ.

ດັ່ງຜູ້ປົກຄອງ ບ້ານຫ້ວຍກະຍາຍ, ເມືອງງາ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:

ສ່ວນຫຼາຍ ແມ່ນປະລະ ໄປເລີຍຈົບ ມ.4 ກໍສ່ວນຫຼາຍກໍຈົບແຕ່ ມ.4 ຫັ້ນແຫຼະ ອັນນຶ່ງມາກໍງົບປະມານຫັ້ນແຫຼະ ງົບປະມານ ກໍບໍ່ພຽງພໍແດ່ ແລ້ວກໍມີການຫຍໍ້ທໍ້ ເຣື່ອງບັນຫາ ທີ່ວ່າ ຮຽນບໍ່ໄດ້ ກໍບໍ່ໄດ້ໄປເປັນເຈົ້າ ເປັນນາຍ ຫັ້ນແຫຼະ ສ່ວນຫຼາຍກໍໄປເຮັດວຽກ ກະສິກັມ ເຂົາເຈົ້າບາງຄົນ ກໍໄປຢູ່ບ່ອນຕັດຫຍິບບາງເທື່ອ ກໍໄປຢູ່ເສີບອາຫານ ຮ້ານອາຫານ ເຂົາເຈົ້າກໍອອກໄປ ກໍເຮັດໃບຢັ້ງຢືນ ກໍແລ້ວ.

ສ່ວນໂຮງຮຽນ ມັດທະຍົມບ້ານຫາດສາ, ເມືອງຜົ້ງສາລີ ແຂວງຜົ້ງສາລີ ມີເດັກນ້ອຍນັກຮຽນ ອາຍຸປະມານ 13 – 15 ປີ ທີ່ກໍາລັງຮຽກຢູ່ຊັ້ນ ມ.1 - ມ.4 ອອກໂຮງຮຽນ ທັງໝົດ 8 ຄົນ ຍ້ອນພໍ່-ແມ່ຜູ້ປົກຄອງ ບໍ່ມີເງິນສົ່ງຮຽນຕໍ່ ພວກເຂົາເຈົ້າຈຶ່ງໄປເຮັດວຽກ ເປັນພະນັກງນເສີບ ຕາມສະຖານບັນເທີງ ຫຼື ເປັນພະນັກງານ ຂາຍເຄື່ອງຕາມຫ້າງຮ້ານ ຢູ່ນະຄອນຫຼວງວຽງຈັນ ເພື່ອຊ່ອຍຄອບຄົວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:

ບໍ່ມີເງິນ ຊື້ບິກ ຊື້ສໍ ຊື້ປື້ມ ຊື້ອິຫຍັງ. ຄ່າໃຊ້ຈ່າຍແຕ່ລະວັນ ຊື້ເຂົ້າ ຊື້ນໍ້າກິນ ນີ່ແຫຼະ ບໍ່ມີອັນຕອບ ສນອງໃຫ້. ບາດນີ້ສົມມຸດ ຜູ້ຍິງທີ່ເປັນສາວ ມານີ້ມີຫຍັງ ກໍໃຊ້ຈ່າຍໝົດ ແມ່ນບໍ່ອັນແຕ່ງໜ້າ ແຕ່ງຕາ ອັນໂຊຟອກໂຊຟີ ອັນໃດກໍແມ່ນຄ່າໃຊ້ຈ່າຍ ຂອງຜູ້ຍິງເຮົາ ມັນຫຼາຍ ແມ່ນບໍ່ປີນີ້ ຫຼາຍກ່ວາປີກ່ອນ ສ່ວນຫຼາຍແມ່ນກາງປີ ແລ້ວເຂົາເຈົ້າໄປຈ້າງກິນ (ຮັບຈ້າງ) ຜູ້ໃຫຍ່, ເດັກ ມ.ປາຍ ສ່ວນຫຼາຍໄປຈ້າງກິນ ຢູ່ວຽງຫັ້ນແຫຼະ ເປັນເດັກເສີບ ບໍ່ເດັກອັນນ່າ ຂາຍເຄື່ອງບໍ່ອິຫຍັງນີ້ແຫຼະ

ນັກຮຽນຊັ້ນ ມ.4 ໂຮງຮຽນມັທຍົມ ບ້ານຫາດສາ ເມືອງຜົ້ງສາລີ ກ່າວວ່າ ໝູ່ທີ່ຢູ່ຊັ້ນດຽວກັນອອກໂຮງຮຽນ ເພື່ອໄປສ້າງຄອບຄົວ ຫຼື ແຕ່ງດອງ ແລ້ວຈາກນັ້ນຄູ່ຜົວເມັຍ ກໍພາກກັນຊອກປາ ເຮັດການຜລິດເພື່ອມີລາຍໄດ້ ບໍ່ໃຫ້ລົບກວນ ພໍ່ແມ່ຜູ້ປົກຄອງ.

ດັ່ງນັກຮຽນຊັ້ນ ມ.4 ຢູ່ໂຮງຮຽນມັທຍົມ ບ້ານຫາດສາ ເມືອງຜົ້ງສາລີ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນວ່າ:

“ສ່ວນຫຼາຍມີແຕ່ເອົາຜົວ ເອົາຫຍັງເຂົາແບບຊອກກິນ ຢູ່ແຖວບ້ານນີ້ແຫຼະ ບໍ່ໄດ້ໄປທາງນັ້ນສ່ວນຫຼາຍ ເຂົາຢູ່ນີ້ ເຂົາຊອກປາອິຫຍັງຂາຍ ມີແຕ່ຊອກປາອິຫຍັງ ດຽວນີ້ເຂົາກຳລັງເຮັດໄຮ່ ເຮັດສວນ ໄປຈະນີ້ແຫຼະສ່ວນຫຼາຍ ເຂົາບໍ່ຢາກຮຽນແຕ່ວ່າ ມັນກໍມີຫຼາຍອັນນັ້ນ ຫຼາຍເຫດຜົລ ຂອງເຂົາເຈົ້າ.”

ອົງການສະຫະພັນ ປົກປ້ອງເດັກ ຫຼື Save the Children ພົບວ່າ ເດັກອາຍຸ 5-17 ປີ ຖືກໃຊ້ແຮງງານ ແຕ່ປີ 2015-2020 ຜ່ານມາ ເມື່ອປີ 2010 ເປັນຄັ້ງທຳອິດ ທີ່ອົງການ ແຮງງານ ລະຫວ່າງປະເທດ ພົບວ່າ ປະເທດລາວ ມີການໃຊ້ແຮງງານເດັກ 178,000 ຄົນ ໃນຈຳນວນນີ້ ມີຫຼາຍກ່ວາ 130,000 ຄົນ ຫຼື 2 ໃນ 3 ຂອງແຮງງານເດັກທັງໝົດ ເຮັດວຽກງານ ທີ່ເປັນອັນຕຣາຍ ໃນພາກກະສິກັມ, ປ່າໄມ້ ແລະ ປະມົງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org