ສະຫະຣັຖ ສົ່ງເສີມ ອາຫານທ່ຽງ 46 ໂຮງຮຽນ ໃນລາວ
2022.02.10

ຕລອດ ໄລຍະ 6ປີ, ແຕ່ປີ 2016-2022 ຣັຖບານ ສະຫະຣັຖ ອາເມຣິກາ ໄດ້ສົ່ງເສີມ ໂຄງການອາຫານທ່ຽງ ໃນ 46 ໂຮງຮຽນ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ເຮັດໃຫ້ອັດຕຣາ ປະລະການຮຽນ ຂອງນັກຮຽນ ລະດັບຊັ້ນປະຖົມສຶກສາ ປີທີ່ 1-5 ຫລຸດລົງຢ່າງຈະແຈ້ງ ຄື ໃນປີ 2016 ອັດຕຣາປະລະການຮຽນຂອງນັກຮຽນ ປ.1 ຫາ ປ.5 ຢູ່ເມືອງອຸທຸມພອນ ມີທັງໝົດ 413 ຄົນ ຫລື ຄິດເປັນ 4.6% (ເປິເຊັນ), ແຕ່ມາປີ 2021 ອັດຕຣາປະລະ ການຮຽນຂອງນັກຮຽນ ປ.1 ຫາ ປ.5 ຢູ່ທີ່ 215 ຄົນ ຫລື ຄິດເປັນ 3% (ເປິເຊັນ).
ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງ ສວັນນະເຂດ ກ່າວຕໍ່ ວິທະຍຸ ເອເຊັຍເສຣີ ໃນ ວັນທີ 3 ກຸມພາ ນີ້ວ່າ:
“ກໍມີປໂຍດ ກໍດີແຫລະເນິ ແລະ ມັນມີອັນປ່ຽນແປງ ຢູ່ບ່ອນວ່າ ເຮັດໃຫ້ ນັກຮຽນເຮົາຫັ້ນ ຖືວ່າສົນໃຈໃນການຮໍ່າຮຽນເນີ. ດີຂຶ້ນ, ນັກຮຽນໄດ້ຮູ້ ກ່ຽວກັບອາຫານການກິນ ຫັ້ນນ່າ ໄດ້ຮູ້ ກ່ຽວກັບການພັທນາໂຕເອງ ມີສ່ວນໃນການຜູ້ປົກຄອງເນິ ທີ່ວ່າ ຢູ່ເຂດນອກຫັ້ນ ກໍຖືວ່າ ເຮັດໃຫ້ນັກຮຽນເຮົາຫັ້ນ ມີຄວາມສາມາດ ໄດ້ຮໍ່າຮຽນ ຫັ້ນແຫລະ.”
ຍານາງກ່າວຕື່ມວ່າ ຂະນະດຽວກັນນີ້ ອັດຕຣາ ປະລະການຮຽນຂອງນັກຮຽນ ປ.1-ປ.5 ທົ່ວແຂວງ ພັດເພີ່ມຂຶ້ນ ເປັນຕົ້ນ ປີ 2016 ທົ່ວແຂວງ ມີນັກຮຽນ
ປ.1-ປ.5 ປະລະການຮຽນ 5.4% ເປິເຊັນ ແຕ່ມາ ປີ 2020 ທົ່ວແຂວງ ມີນັກຮຽນ ປ.1-ປ.5 ປະລະການຮຽນ 6.5% ເປິເຊັນ, ເປັນເຊັ່ນນັ້ນກໍຍ້ອນວ່າ ໂຄງການສົ່ງເສີມອາຫານທ່ຽງ ບໍ່ທົ່ວເຖິງທຸກເມືອງຂອງແຂວງ ສວັນນະເຂດ ແຕ່ໂຄງການສົ່ງ ເສີມອາຫານທ່ຽງ ເຂົ້າເຖິງ 6-7 ເມືອງ ຂະນະທີ່ ທົ່ວແຂວງ ສວັນນະເຂດມີທັງໝົດ 15 ເມືອງ.
ປະມານ ຫລັງເດືອນມິຖຸນາ 2022 ນີ້ ໃນ 46 ໂຮງຮຽນຂອງ ເມືອງ ອຸທຸມພອນ ທີ່ໄດ້ຮັບໂຄງການ ສົ່ງເສີມອາຫານທ່ຽງນັ້ນ ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດ ວຽກງານສົ່ງເສີມອາຫານທ່ຽງ ໃນໂຮງຮຽນໃຫ້ມີຄວາມຍື່ນຍົງຕໍ່ໄປ ໂດຍໃຫ້ໂຮງຮຽນ, ກະຊວງສຶກສາທິການ ແລະ ກິລາ ແລະຊຸມຊົນ ມີສ່ວນຮ່ວມເປັນເຈົ້າການ ສືບຕໍ່ ໂຄງການສົ່ງເສີມອາຫານທ່ຽງແທນ ເນື່ອງຈາກເຈົ້າຂອງໂຄງການ ຄື ຣັຖບານອາເມຣິກາ ໄດ້ປະເມີນແລ້ວວ່າ ໃນ 46 ໂຣງຮຽນນີ້ ມີຄວາມເຂັ້ມແຂງ ໃນການສືບຕໍ່ໂຄງການ ສົ່ງເສີມອາຫານທ່ຽງແລ້ວ.
ດັ່ງເຈົ້າຫນ້າທີ່ ປະສານງານ ສົ່ງເສີມອາຫານທ່ຽງ ລະຫວ່າງ ລາວ-ອາເມຣິກາ ກ່າວໃນມື້ດຽວກັນນີ້ວ່າ:
“ເພີ່ນຈະສືບຕໍ່ໃຫ້ ທາງບ້ານ ທາງເມືອງຫັ້ນ ເປັນຜູ້ຮັບຜິດຊອບເລີຍ ເພາະວ່າ ມີການລົງສຳລວດໃນການອັນວຽກກິຈກັມຕ່າງໆ ເພິ່ນກໍລົງໄປສຳຣວດແລ້ວ ກໍຄື ກຸ້ມໂຕເອງເລີຍເຈົ້າ.”
ທ່ານກ່າວຕື່ມວ່າ ບໍ່ແມ່ນແຕ່ນັກຮຽນຊັ້ນປະຖົມ ທີ່ໄດ້ກິນອາຫານທ່ຽງ ແຕ່ຮວມທັງນັກຮຽນ ຊັ້ນອານຸບານ ໃນແຕ່ລະໂຮງຮຽນ ທີ່ເຂົ້າໂຄງການອາຫານທ່ຽງ ກໍໄດ້ກິນອາຫານທ່ຽງນຳດ້ວຍ, ພ້ອມທັງໂຄງການນີ້ ຍັງສ້າງ ແລະ ປັບປຸງ ລະບົບນໍ້າໃຊ້ ແລະ ສົ່ງເສີມ ສຸຂອານາມັຍ ໃຫ້ການສະນັບສນຸນ ດ້ານການຜລິດກະສິກັມ ສວນຄົວ ຂອງໂຮງຮຽນນຳດ້ວຍ.
ກິຈກັມໂຄງການ ສົ່ງເສີມ ຕລອດໄລຍະ 6 ປີ ຢູ່ໂຮງຮຽນປະຖົມສົມບູນ ບ້ານແມະ ເມືອງ ອຸທຸມພອນ ເຮັດໃຫ້ນັກຮຽນ ປ.1-ປ.5 ມີອັດຕຣາ ປະລະການຮຽນ ຫລຸດລົງແທ້ ເນື່ອງຈາກ ໂຮງຮຽນ ມີອາຫານທ່ຽງ ຈູງໃຈໃຫ້ພໍ່ແມ່ຜູ້ປົກຄອງ ສົ່ງລູກມາຮຽນ ບໍ່ເອົາລູກໄປໃຊ້ແຮງງານ ເພື່ອປູກມັນ ຕັດອ້ອຍ ແລະ ຕັດຄວາມກັນວົນໃຈ ຂອງ ພໍ່ແມ່ຜູ້ປົກຄອງ ກ່ຽວກັບການແຕ່ງພາເຂົ້າ ໃຫ້ລູກມາກິນ ຢູ່ໂຮງຮຽນອີກນຳ.
ດັ່ງນາຍຄູ ຢູ່ໂຮງຮຽນປະຖົມສົມບູນ ບ້ານແມະ ເມືອງອຸທຸມພອນ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ໄດ້ຮັບຜົລຢູ່ເດ່ ແຕ່ເພີ່ນຊ່ວຍມານີ້ ນຶ່ງມາ ຄວາມກັງວົນຂອງພໍ່ແມ່ ກໍຊິບໍ່ມີເນາະ. ສ່ວນຫລາຍ ບ້ານນອກ ເຂົາເຈົ້າ ຈະອັນນັ້ນນ່າ ໄປທຳການຜລິດ ນັກຮຽນກິນເຂົ້າຢູ່ໃນໂຮງຮຽນ ພໍ່ແມ່ ກະຊິມີທ່າແຮງໃນການທຳການຜລິດ ບໍ່ໄດ້ກັງວົນເຣຶ່ອງການແຕ່ງຢູ່ຄົວກິນ ໃຫ້ລູກໃຫ້ເຕົ້າເດ່ ເວລາເລີກໂຮງຮຽນຕອນທ່ຽງ ເດັກນ້ອຍ ເຂົາກໍຝາກມານຳເອຶ້ອຍນຳອ້າຍເຂົາເຈົ້າ ພໍ່ແມ່ ກໍດູທ່າງໄປເຮັດວຽກຫັ້ນນ່າ.”
ທ່ານກ່າວຕື່ມວ່າ ພາຍຫລັງໂຄງການ ສົ່ງເສີມອາຫານທ່ຽງ ທີ່ ຮັັຖບານອາເມຣິກາ ໝົດໄປແລ້ວນັ້ນ, ຕລອດສົກຮຽນ ນັກຮຽນຊັ້ນ ປ.1-ປ.5 ແຕ່ລະຄົນ ຈະໄດ້ຮັບງົປະມານ ຈາກກະຊວງສຶກສາທິການ ແລະ ກິລາ ເພື່ອໃຊ້ຈ່າຍໃນວຽກງານອາຫານທ່ຽງ ແລະ ວຽກບໍຣິຫານອື່ນໆ ຄົນລະ 800 ກີບຕໍ່ມື້ແທນ, ຂະນະດຽວກັນ ພາຍໃນໂຮງຮຽນ ກໍມີ ຜັກສວນຄົວ ເປັນຕົ້ນ ຜັກກາດ, ຜັກບົ້ງ, ມີສັດລ້ຽງ ເປັນໄກ່ໄຂ່ ລ້ຽງໃນເລົ້າ ເປັນປາລ້ຽງໃນໜອງ, ມີໝາກໄມ້ ເປັນໝາກກ້ວຍ ທີ່ຖືກເບິ່ງແຍງໂດຍໂຮງຮຽນ ແລະ ຊຸມຊົນ ພ້ອມທັງມີເຂົ້າສານ ເພື່ອນຳໃຊ້ໃນວຽກງານອາຫານທ່ຽງນຳ.
ຂະນະ ທີ່ຢູ່ໂຮງຮຽນປະຖົມສົມບູນ ບ້ານ ໂພນຢານາງ ເມືອງ ອຸທຸມພອນ ກໍໄດ້ຮັບໂຄງການສົ່ງເສີມອາຫານທ່ຽງຄືກັນ ໄດ້ສົ່ງເສີມໃຫ້ນັກຮຽນ ມີອັຕຣາການເຂົ້າຮຽນສູງ ອັຕຣາ ການປະລະການຮຽນ ຫລຸດລົງ ເນື່ອງຈາກ ມີອາຫານທ່ຽງ ເປັນເຂົ້າຜັດ ເຂົ້າປຽກເຂົ້າ ໄສ່ຊີ້ນໄກ່ ຊີ້ນປາ ປີ້ງກົບ ຈືນໄກ່ ກຽມພ້ອມໃຫ້ນັກຮຽນທຸກມື້ ວັນຈັນ ເຖິງ ວັນສຸກ, ຈຶ່ງເຮັດໃຫ້ ການເດີນທາງຈາກບ້ານ ມາໂຮງຮຽນ ເປັນໄລຍະທາງໄກສໍ່າໃດ ກໍສາມາດເປັນແຮງຈູງໃຈ ໃຫ້ນັກຮຽນມາໂຮງຮຽນໄດ້ທຸກມື້ ແມ້ນແຕ່ວັນເສົາ-ອາທິດ ນັກຮຽນ ກໍຈະພາກັນມາ ຫລີ້ນຢູ່ເດີ່ນ ເນື່ອງຈາກ ໂຄງການສົ່ງເສີມອາຫານທ່ຽງ ເຮັດໃຫ້ນັກຮຽນແຕ່ລະຄົນ ມີພັທະນາການເຂົ້າສັງຄົມ ໄປຕາມໄວນຳດ້ວຍ.
ດັ່ງ ນາຍຄູຢູ່ໂຮງຮຽນປະຖົມ ໂພນຢານາງ ເມືອງອຸທຸມພອນ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ເຂົ້າພັດ ເຂົ້າປຽກ ເຂົ້າປຽກນີ້ກິນດີຂະໜາດ ເຂົ້າປຽກນີ້ ເພາະ ມັນລັກສະນະ ແບບວ່າ ກິນເຂົ້າໃນເຮືອນເຮົາເອງເດ່. ກໍເຮັດໃຫ້ ອັດຕຣາການປະລະ ບໍ່ຢາກມີ ສ່ວນຫລາຍນີ້ ຄັນພັກຮຽນນີ້ ສ່ວນຫລາຍເຂົາເຈົ້າ ບໍ່ຢາກພັກຊໍ້າ. ເດັກນ້ອຍຫລີ້ນນຳເດີ່ນ ນຳຫຍັງແຫລະ ເຄື່ອງຫລີ້ນ ກໍບໍ່ໄດ້ມີໝາກຕະລູດ ວິ້ງເຕັ້ນ ວີ່ງຫຍັງທັມມະດານີ້ແຫລະ”
ທ່ານກ່າວຕື່ມວ່າ ຣັຖບານອາເມຣິກາ ຈະຊ່ວຍສ້າງຄວາມເຂັ້ມແຂງ ໃຫ້ໂຮງຮຽນ ແລະ ຊຸມຊົນ ຜ່ານຫລາຍກິຈກັມ ເປັນຕົ້ນ ໃຫ້ແນວພັນພືດ ເພື່ອປູກຜັກສວນຄົວ ຊື້ວັດຖຸ-ອຸປກອນ ເປັນບ່ອນນັ່ງ ບ່ອນກິນ ບ່ອນສຳລັບບ່ອນອ່ານໜັງສື ອ່າງໄສ່ຂີ້ເຫຍື້ອ ສັງກະສີ ຊີມັງກະເບື້ອງ ເພື່ອສ້າງບ່ອນລ້າງມື ເຮືອນຄົວ ບ່ອນນັ່ງກິນເຂົ້າ ຈຶ່ງເຮັດໃຫ້ໂຮງຮຽນ ມີຄວາມເຂັ້ມແຂງໃນການສືບຕໍ່ໂຄງການ ອາຫານເສີມຕໍ່ໄປ ແລະຄາດຫວັງວ່າ ໃນອານາຄົດ ພາຍໃນເມືອງອຸທຸມພອນ ອັດຕຣາ ການປະລະການຮຽນຂອງນັກຮຽນ ປ.1 -ປ.5 ຈະຫລຸດລົງເທຶ່ອລະກ້າວ.
ໂຄງການສົ່ງເສີມອາຫານທ່ຽງ ຂອງ ຣັຖບານອາເມຣິກາ ແມ່ນເປັນໂຄງການ ທີ່ຜ່ານອົງການອາຫານໂລກ ປະຈຳ ສປປ ລາວ ແລະ ອົງການບັນເທົາທຸກ ກາໂຕລິກ ປະຈຳ ສປປ ລາວ ຊຶ່ງອົງການດັ່ງກ່າວນີ້ ແມ່ນໄດ້ ເຄື່ອນໄຫວກິຈກັມ ສົ່ງເສີມອາຫານທ່ຽງ ມາເປັນເວລາ20 ປີແລ້ວ.