ຈຳນວນນັກຮຽນ ເຂົ້າຮຽນຕໍ່ຄຣູ ຫລຸດລົງຫລາຍ ໃນແຕ່ລະປີ
ວິທຍາໄລຄຣູ ດົງຄໍາຊ້າງເປີດຮັບສມັກ ນັກຮຽນຈົບຊັ້ນ ມ.7 ໃນວັນທີ 06 ກັນຍາ 2023 ທີ່ຜ່ານມາ ຈົນມາຮອດປັດຈຸບັນ ໄດ້ນັກຮຽນບໍ່ຄົບ ຕາມໂຕເລຂທີ່ກະຊວງສຶກສາທິການ ແລະ ກິລາໄດ້ກຳນົດໃຫ້ ປະຈຳສົກຮຽນ 2023-2024 ຍ້ອນນັກຮຽນ ບໍ່ຢາກຮຽນຄຣູ.
-
ໄຊຍາ
2023-09-21 -
-
-
Your browser doesn’t support HTML5 audio
ຫຼັງຈາກ ວິທຍາໄລຄຣູ ດົງຄໍາຊ້າງເປີດຮັບສມັກ ນັກຮຽນຈົບຊັ້ນ ມ.7 ສອບເສັງເຂົ້າຮຽນຄຣູ ໃນວັນທີ 06 ກັນຍາ 2023 ທີ່ຜ່ານມາ ຈົນມາຮອດປັດຈຸບັນ ໄດ້ນັກຮຽນບໍ່ຄົບ ຕາມໂຕເລຂທີ່ກະຊວງສຶກສາທິການ ແລະ ກິລາໄດ້ກຳນົດໃຫ້ ປະຈຳສົກຮຽນ 2023-2024 ຍ້ອນນັກຮຽນ ບໍ່ຢາກຮຽນຄຣູ ຈຶ່ງເຮັດວິທຍາໄລຄຣູດົງຄຳຊ້າງ ອອກແຈ້ງການສະບັບເລຂທີ 1065/ວຄ.ດຄຊ ເຖິງນັກຮຽນທີ່ຈົບ ມ.7 ວ່າ ວິທຍາໄລຄຣູ ດົງຄຳຊ້າງ ເປີດຮັບສມັກເອົານັກຮຽນວິຊາຊີພຄຣູ ໃນສາຍຮຽນ ສາຂາວິຊາຕ່າງໆ ຕື່ມອີກ 258 ຄົນ ໂດຍບໍ່ມີການສອບເສັງ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງວິທຍາໄລຄຣູ ດົງຄຳຊ້າງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 21 ກັນຍາ ນີ້ວ່າ:
“ຈະບໍ່ມີການສອບເສັງ ມີແຕ່ສັມພາດແລ້ວກໍຮັບເຂົ້າຮຽນເລີຍ ເພາະວ່າກະຊວງເພິ່ນກຳນົດໂຕເລຂເຮົາແລ້ວມັນຍັງບໍ່ທັນເຕັມຈັ່ງຊີີ້ນ່າ ມີຜູ້ມາເສັງແລ້ວແລ້ວຍັງບໍ່ທັນເຕັມເຮົາກໍເລີຍປະກາດຮັບຕື່ມຈັ່ງຊີ້ນ່າ ເພາະວ່າຍ້ອນເສຖກິຈບ້ານເຮົາຄືເຫັນນຳກັນຫັ້ນແຫຼະ ແລ້ວກໍເຣື່ອງຄຣູອາສາອອກຫຼາຍແດ່ ແລ້ວກໍຮຽນໄປແລ້ວບໍ່ໄດ້ເປັນຣັຖກອນ ແລ້ວເຂົາເຈົ້າບໍ່ຢາກມາຮຽນ.”
ນັກຮຽນທີ່ຈົບຊັ້ນ ມ.7 ລຸ້ນ 13 ສົກຮຽນ ປີ 2022-2023 ຈາກແຂວງຊຽງຂວາງ ກ່າວວ່າຫຼັງຈາກຈົບ ມ.7 ໂຕເອງໄດ້ຕັດສິນໃຈຮຽນຕໍ່ສາຍວິຊາຊີພທີ່ສະຖາບັນ ເທັກໂນໂລຈີ ສຸດສະກະເນື່ອງຈາກມີຄວາມສົນໃຈຮຽນ ດ້ານໂປຣແກຣມຄອມພີວເຕີ້ ແລະ ບໍ່ໄດ້ຢາກຮຽນຄຣູ ຍ້ອນວ່າມີໂຕຢ່າງຕາມສື່ ແລະ ລຸ້ນເອື້ອຍ-ອ້າຍ ໃຫ້ເຫັນວ່າ ຮຽນຄຣູແລ້ວໄດ້ພຽງແຕ່ ເຮັດວຽກເປັນຄຣູອາສາ ຫຼາຍປີບໍ່ມີເງິນເດືອນ ແລະ ບໍ່ໄດ້ໂຄຕ້າຣັຖກອນ.
ສ່ວນໝູ່ລຸ້ນດຽວກັນ ຈໍານວນໜຶ່ງທີ່ມີທຶນກໍພາກັນໄປຮຽນຕໍ່ ທີ່ປະເທດຈີນ ເພື່ອໄດ້ພາສາຈີນ ແລ້ວຮຽນຈົບຈາກຈີນ ແລ້ວຈະມີໂອກາດໄດ້ເງິນເດືອນດີ ສ່ວນໝູ່ອີກຈຳນວນໜຶ່ງ ບໍ່ຮຽນຕໍ່ອອກມາເຮັດວຽກເປັນຕົ້ນຮັບຈ້າງ ຖ່າຍຮູບຂາຍເຄື່ອງອ໋ອນລາຍນ໌ ເປັນທຸຣະກິຈຕົນເອງ.
ດັ່ງທ່ານໄດ້ກ່າວໃນມື້ດຽວກັນວ່າ:
“ຢູ່ລາວນີ້ ຄົນບໍ່ນິຍົມຮຽນແລ້ວນ່າ ມັນນິຍົມເຮັດວຽກຄົນຈົບ ມ.7 ແລ້ວກໍໄປຮຽນຕໍ່ຈີນຫັ້ນແຫຼະ. ຕອນນີ້ຄືວ່າ ປະເທດລາວນີ້ ຄົນຈີນມາຢູ່ຫຼາຍເນາະ ແລ້ວກໍເຮັດວຽກນຳຄົນຈີນແລ້ວກໍໄດ້ເງິນດີແດ່ ໄປຮຽນຈີນກັບມາຖ້າໄດ້ພາສາ ແລ້ວກໍມາເຮັດວຽກເລີຍ ກໍໄດ້ເງິນເດືອນປະມານ 5-6 ລ້ານກີບຫັ້ນແຫຼະ. ຄົນທີ່ຮຽນຄຣູຫັ້ນບໍ່ຄ່ອຍມີ. ມັນໜ້ອຍແບບວ່າ ສອນໄດ້ຫຼາຍປີແລ້ວ ບໍ່ໄດ້ໂຄຕ້າຫັ້ນ.”
ນັກຮຽນຈົບຊັ້ນ ມ.7 ຂອງປີນີ້ ຈາກນະຄອນຫຼວງວຽງຈັນກ່າວຄືກັນວ່າ ສະຖານະການປັດຈຸບັນ ຢູ່ປະເທດລາວນັກຮຽນ ບໍ່ນິຍົມຮຽນຕໍ່ຊັ້ນສູງ ພາຍຫຼັງຮຽນຈົບຊັ້ນ ມ.7 ແລ້ວຍ້ອນວ່າ ພວກເຂົາເຈົ້າຖານະທຸກຍາກຈຶ່ງອອກໄປເຮັດວຽກ. ເຖິງແມ່ນວ່າຮຽນຄຣູແລ້ວຈົບມາຈະໄດ້ເຮັດວຽກ ແຕ່ວຽກນັ້ນເປັນວຽກອາສາບໍ່ມີເງິນເດືອນ ຈຶ່ງເຮັດໃຫ້ໂຕເອງບໍ່ມີຄວາມສົນໃຈ ຢາກຮຽນຄຣູ ຈຶ່ງເລືອກຮຽນສາຂານິເທດສາດ ເພື່ອເປັນນັກຂ່າວ ຕາມຄວາມຝັນທີ່ຢາກຂຽນຂ່າວ ຂອງປະເທດລາວ.
ດັ່ງຍານາງໄດ້ກ່າວ ໃນມື້ດຽວກັນນີ້ວ່າ:
“ມີໝູ່ຢູ່ນີ້ຫຼາຍມີປະມານ 20 ປາຍຄົນ ບໍ່ໄດ້ໄປຕໍ່ເຄີຍຖາມຢູ່ ເຂົາເຈົ້າຢາກຮຽນຕໍ່. ເຂົາເຈົ້າວ່າບໍ່ຢາກຮຽນເລີຍ ແລ້ວຢາກອອກໄປຫາເງິນເລີຍ ເປັນຍ້ອນຖານະຄອບຄົວມົ້ງ, ເຮົາສົນໃຈໄປທາງນັກຂ່າວ ຄຣູຫາວຽກຍາກ ແຕ່ວ່າເປັນອາສາດົນເກີນໄປ ຄົນກໍເລີຍບໍ່ຢາກເຂົ້າ ເຫັນບາງຄົນເປັນ 8-9 ປີພຸ້ນນ່າ.”
ດ້ານຜູ້ປົຄອງຈາກບ້ານກ້ວຍອຸດົມເມືອງປາກຊັນ ແຂວງບໍຣິຄໍາໄຊ ກ່າວຄືກັນວ່ານັກຮຽນທີ່ຈົບຊັ້ນ ມ.7 ປີນີ້ບໍ່ມີໃຜໄປຮຽນຕໍ່ຄຣູຈັກຄົນຍ້ອນຢ້ານບໍ່ມີວຽກເຮັດຈະໄດ້ເປັນຄຣູອາສາບໍ່ໄດ້ຮັບເງິນເດືອນອີກທັງຜູ້ປົກຄອງຈຳນວນໜຶ່ງທີ່ຢູ່ເຂດຊົນນະບົດບໍ່ໄດ້ມີທືນທີ່ຈະສົ່ງລູກຫຼານຮຽນຈົບຊັ້ນສູງຍ້ອນເອົາເງິນໄປລົງທືນກັບການປູກຝັງ ລ້ຽງສັດ ເພື່ອສ້າງຣາຍຮັບໃຫ້ຄອບຄົວແທນການສົ່ງລູກຮຽນຊັ້ນສູງຈຶ່ງເຮັດໃຫ້ປັດຈຸບັນຈະເຫັນນັກຮຽນ ມ.7 ອອກມາເຮັດວຽກຊ່ອຍພໍ່-ແມ່.
“ມາເບິ່ງສະພາບລວມແລ້ວ ປີນີ້ບ້ານເຮົາບໍ່ໄດ້ມີນັກຮຽນທີ່ຈົບ ມ.7 ແລ້ວຮຽນຄຣູ ບາງເທື່ອ ມັນກໍເປັນນຳເຣື່ອງການຮຽນນີ້ ເມື່ອກັບເຮົາຮຽນແລ້ວ ເຮົາຊິໄດ້ວຽກບໍ່ເຮົາມີທຶນໂຕນີ້ບໍ່ ການຮຽນນີ້ນີ້ໃຫ້ຈົບລະບົບສາມັນນີ້ ນີ່ສາມາດສົ່ງໄດ້ຢູ່ ແຕ່ວ່າຄັນວ່າຈົບວິຊາສະເພາະນີ້ ມັນກໍເປັນບັນຫາທີ່ຫຍຸ້ງຍາກເນາະ ໂຕຢ່າງວ່າ ໄດ້ເຂົ້າຮຽນຢູ່ໃນເມືອງ ກໍບໍ່ມີພີ່ມີນ້ອງຢູ່ໃນເມືອງ ກໍຕ້ອງໄດ້ນັບການກິນຢູ່ ນັ່ງນອນ ຮອດຣົຖລໍ້ ອິສັງຫັ້ນແຫຼະ.”
ນັກຮຽນຊົນເຜົ່າ ແຂວງເຊກອງກ່າວວ່າ ພາຍຫຼັງທີ່ໄດ້ຍີນຂ່າວວ່າ ວິທຍາໄລຄຣູ ດົງຄໍາຊ້າງ ເປີດຮັບສມັກນັກຮຽນ ເຂົ້າຮຽນວິຊາຊິພຄຣູ ກໍມີຄວາມສົນໃຈຢາກຮຽນແຕ່ວ່າ ຄອບຄົວມີຖານະທຸກຍາກ ແລະ ມີແມ່ທີ່ຕ້ອງດູແລ ຈຶ່ງຄິດວ່າຈະເຮັດໄຮ່ເຮັດສວນ ຂາຍເຄື່ອງອ໋ອນລາຍນ໌ ເພື່ອລ້ຽງໂຕເອງ ແລະ ແມ່ຕໍ່ໄປ. ດັ່ງຍານາງກ່າວໃນມື້ດຽວກັນນີ້ວ່າ:
“ຮຽນຈົບ ມ.7 ແລ້ວກໍໄດ້ສ້າງຄອບຄົວເລີຍ ບໍ່ໄດ້ເຮັດວຽກຫຍັງເຮັດໄຮ່ເຮັດສວນນີ້ແຫຼະ ແຕ່ວ່າຂາຍເຄື່ອງອ໋ອນລາຍນ໌ ແບບວ່າເອົາມ່ວນສື່ໆ ແຕ່ວ່າຊື່ນຊົນເຜົ່າຫັ້ນ ຊ່ວງນີ້ຫັ້ນບໍ່ໄດ້ຕໍາກໍຢາກຮຽນຕໍ່ຫັ້ນແຫຼະ ແຕ່ວ່າປະແມ່ບໍ່ໄດ້ກໍຢາກຮຽນຢູ່ໄດ໋ ມິວິຊາຊີພແຕ່ວ່າທຶນຂາດເຂີນ.”
ນັກຮຽນທີ່ຈົບ ມ.7 ມີຄວາມສົນໃຈຮັກມັກໃນວິຊາຊີພຄຣູ ແລະຢາກເຂົ້າຮຽນວິຊາຊີພຄຣູ ຢູ່ ວິທຍາໄລຄຣູດົງຄໍາຊ້າງ ສາມາດສເນີໂຕໄດ້ ເພື່ອລົງທະບຽນເຂົ້າຮຽນໄດ້ ທີ່ວິທຍາໄລຄຣູ ດົງຄຳຊ້າງ ເຣີ່ມແຕ່ວັນທີ 20 ກັນຍາ ຫາ ວັນທີ 31 ຕຸລາ 2023.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງວິທຍາໄລຄຣູ ດົງຄຳຊ້າງກ່າວຕື່ມ ກ່ຽວກັບເອກະສານ ທີ່ຕ້ອງໃຊ້ຍື່ນສມັກແລະຄ່າ ໜ່ວຍກິຈ ວ່າ:
“ໃບປະກາດ ໃບຄະແນນໃບຊີວະປວັດເດ້. ສໍາມະໂນຄົວ ແລ້ວກໍຮູບທຸກໆ ຢ່າງກອບປີ້ມາ ພ້ອມເຮົາກໍຊິຖາມຊິສັມພາດໜ້ອຍໜຶ່ງ ແລ້ວກໍມາສມັກຮຽນກໍມີແຕ່ໄດ້ຈ່າຍຄ່າໜ່ວຍກິຈ ເພາະວ່າກະຊວງເພິ່ນກຳນົດມາໃຫ້ໄດ້ເສັຍຄ່າໜ່ວຍກິຈ ເປັນປີປີໜຶ່ງຕົກປະມານລ້ານປາຍ ໜ້ອຍນຶ່ງ.”
ຍານາງກ່າວຕື່ມວ່າ ສໍາລັບສົກຮຽນ 2023-2024 ນີ້ກະຊວງສຶກສາທິການ ແລະກິລາ ໃຫ້ໂຄຕ້ານັກຮຽນເຂົ້າຮຽນວິຊາຊິພຄຣູ ຢູ່ວິທຍາໄລຄຣູ ດົງຄຳຊ້າງ ໜ້ອຍກ່ວາ ສົກຮຽນ 2022-2023 ທີ່ຜ່ານມາໂດຍສົກຮຽນນີ້ ສາຍຮຽນສາຂາ ຮັບນັກຮຽນເຂົ້າຮຽນ ພຽງສາຍຮຽນລະ 1 ຫ້ອງຮຽນເທົ່ານັ້ນ ຂະນະທີ່ຜ່ານມາຮັບນັກຮຽນ ເຂົ້າຮຽນຫຼາຍກ່ວາ 1 ຫ້ອງຮຽນ.
ນອກຈາກນີ້ ວັນສຸກ 8 ກັນຍາ ທີ່ຜ່ານມາ ມະຫາວິທຍາໄລ ແຫ່ງຊາຕ ປະກາດຮັບສະມັກ ນັກສຶກສາເຂົ້າຮຽນຕື່ມ ໃນສາຂາວິຊາທີ່ມະຫາວິທຍາໄລ ແຫ່ງຊາຕ ຍັງບໍ່ຄົບຕາມໂຕເລຂ ອະນຸມັດຈາກ ກະຊວງສຶກສາທິການ ແລະກິລາ ສຳລັບສົກສຶກສາ 2023-2024 ທັງໝົດ 1,746 ຄົນ ໃນນັ້ນສາຍວິທຍາສາດທັມມະຊາຕ ຕ້ອງການ 1,283 ຄົນ ແລະ ສາຍວິທຍາສາດ ສັງຄົມຕ້ອງການ 463 ຄົນ.