ແມ່ຍິງ-ເດັກນ້ອຍ 06/05/17
2017.06.06
ການຖືພາ ເປັນປະສົບການ ທີ່ມະຫັສຈັນ ຢ່າງນຶ່ງ ສຳລັບຄົນເປັນແມ່ ທຸກຄົນ ກວ່າຈະອູ້ມທ້ອງ ແລະ ບຳລຸງລູກ ໃນທ້ອງ ເປັນຢ່າງດີ ເຖິງ 9 ເດືອນ ເມື່ອຮອດຕອນທີ່ ຈະເກີດນັ້ນ ກໍ່ຖືວ່າເປັນ ອີກເວລານຶ່ງ ທີ່ສຳຄັນ ສຳລັບຄົນ ເປັນແມ່ ເພາະ ການເກີດລູກ ນອກຈາກ ຈະກ່ຽວພັນ ກັບ ສຸຂພາບ ຂອງລູກ ທີ່ຈະເກີດ ມາແລ້ວ ກໍ່ຍັງ ກ່ຽວພັນກັບ ສຸຂພາບ ຂອງຄົນເປັນແມ່ນຳ, ດັ່ງນັ້ນ ການເກີດລູກ ດ້ວຍວິທີໃດນຶ່ງ ຈຶ່ງເປັນອີກ ນຶ່ງເຣື່ອງ ທີ່ຄົນເປັນແມ່ ຕ້ອງໄດ້ໃຫ້ ຄວາມສຳຄັນ ແລະຜູ້້ເປັນແມ່ ຄວນສຶກສາ ແລະກຽມໂຕ ຮັບມືກັບ ເຣື່ອງນີ້.
ການເກີດລູກ ແມ່ນຄວາມມະຫັສຈັນ ຂອງຊີວິດ ຜູ້ຍິງກໍ່ຄື ການທີ່ໄດ້ໃຫ້ ກຳເນີດລູກ ເປັນຄືບົດ ທົດສອບ ທີ່ຈະພິສູດວ່າ ທ່ານພ້ອມທີ່ຈະ ເປັນແມ່ຄົນ ແລ້ວຫຼືຍັງ ແລະແນ່ນອນ ວ່າຫຼາຍໆຄົນ ທີ່ມີປະສົບການ ຄົງຈະບອກ ໄດ້ວ່າ ການເກີດລູກ ເປັນຄວາມເຈັບປວດ ທີ່ຫຼາຍທີ່ສຸດ ໃນຊີວິດ ແຕ່ເມື່ອຜ່ານຈຸດ ນັ້ນມາແລ້ວ ລາງວັນ ສຳລັບ ທ່ານກໍ່ຄື ລູກນ້ອຍ ທີ່ໜ້າຮັກ ນັ້ນເອງ. ດັ່ງທ່ານໝໍໄດ້ ອະທິບາຍ ໃຫ້ຮູ້ກ່ຽວກັບ ການເກີດລູກ ນັ້ນວ່າ:
"ການເກີດລູກເປັນສິ່ງນຶ່ງ ທີ່ຜູ້ເປັນແມ່ ຕ້ອງໄດ້ຜ່ານ ຊຶ່ງການເກີດລູກ ແມ່ນມີ ສອງວິທີ ຄືເກີດລູກ ແບບທຳມະຊາດ ຫຼືເບັ່ງອອກ ວິທີທີ່ສອງ ກະຄືການ ປາດອອກ ໂດຍວິທີ ທາງການແພດ ສ່ວນຫຼາຍ ການເກີດລູກ ແບບປາດອອກ ທ່ານໝໍ ກໍ່ບໍ່ຄ່ອຍ ແນະນຳ ປານໃດ ເພາະ ການປາດອອກ ແມ່ນຈຳເປັນ ໃນສະເພາະ ໃນກໍລະນີ ທີ່ສຸກເສີນ ເຊັ່ນ: ເດັກນ້ອຍ ມີອາການຜິດ ປົກກະຕິ ຕ້ອງເກີດ ກ່ອນກຳນົດ, ເດັກນ້ອຍໂຕໃຫຍ່ ເກີນໄປ ຈົນບໍ່ສາມາດ ອອກແບບ ທຳມະຊາດໄດ້ ຫຼືກໍຣະນີ ທີ່ ຜູ້ແມ່ບໍ່ສະບາຍ ເພື່ອປ້ອງກັນ ບໍ່ຢາກໃຫ້ ເກີດໂຣກ ແຊກຊ້ອນ ຕໍ່ເດັກ, ແຕ່ບາງເທື່ອ ກະຂຶ້ນກັບ ການຕັດສິນໃຈ ຂອງຄົນເປັນແມ່ ວ່າຕ້ອງການ ປາດອອກ ຍ້ອນບໍ່ຢາກເຈັບ ຫຼືຕ້ອງການ ໃຫ້ລູກເກີດ ອອກມາ ໃນມື້ງາມຍາມດີ ແຕ່ການເກີດແບບ ທຳມະຊາດ ແມ່ນເຮັດໃຫ້ ເດັກນ້ອຍ ທີ່ອອກມາ ຈະມີພູມຕ້ານທານ ຕໍ່ເຊື້ອພຍາດ ຫຼາຍກວ່າ ເດັກນ້ອຍ ທີ່ປາດອອກ ແລະ ກໍມີ ພັທນາການ ໄວກວ່າ ເດັກນ້ອຍ ທີ່ປາດອອກ ເນື່ອງຍ້ອນເດັກ ທີ່ເກີດຜ່ານ ຊ່ອງຄອດ ແມ່ນຈະໄດ້ ຮັບແບດທີເຣັຍ ຈາກຊ່ອງຄອດ ຂອງແມ່ ເພື່ອສ້າງພູມຄຸ້ມກັນ ໃຫ້ກັບໂຕເດັກ ຊື່ງເດັກທີ່ ເກີດຜ່ານ ການປາດອອກ ແມ່ນຈະບໍ່ໄດ້ຮັບ ແບດທີເຣັຍ ເລີຍ".
ທ່ານໝໍກ່າວຕໍ່ໄປວ່າ ການເກີດລູກເອງ ແບບທຳມະຊາດ ເບິ່ງຜ່ານໆ ອາດຄ້າຍຄືວ່າ ຈະເຈັບຫຼາຍກວ່າ ການປາດອອກ ແຕ່ຄວາມຈິງແລ້ວ ການເກີດລູກເອງ ແມ່ນເຈັບ ສະເພາະ ໃນຂນະທີ່ເກີດ ພຽງແຕ່ສະເພາະ ເວລາສັ້ນໆ ແລະ ຈະຄ່ອຍດີຂຶ້ນ ຫລັງຈາກ ທີ່ກິນຢາແກ້ປວດ ວິທີທີ່ໃກ້ຄຽງ ທຳມະຊາດ ແມ່ນດີ ແລະ ປອດໄພ ທີ່ສຸດ ເດັກນ້ອຍ ທີ່ເກີດໂດຍການ ເບັ່ງອອກ ເມື່ອຄົບກຳນົດ ເດັກຈະເກີດ ຜ່ານຊ່ອງຄອດ ຊື່ງເປັນຊ່ອງແຄບໆ ທີ່ຈະຮີດນໍ້າ ໃນຮູປອດ ຈົນແຫ້ງ ຮວມທັງ ນໍ້າຄາວປາ ທີ່ຢູ່ໃນ ກະເພາະອາຫານນຳ.
ເມື່ອເດັກເກີດອອກມາ ທາງຊ່ອງຄອດ ຈະມີຜົນດີ ເພາະເວລາທີ່ ເດັກຫາຍໃຈ ແມ່ນຈະຫາຍໃຈ ໄດ້ເຕັມຮ້ອຍ ປອດຂະຫຍາຍຕົວ ເຕັມທີ່ ແລະ ຮ້ອງໃຫ້ອອກ ມາໄດ້ສຽງດັງ ຈະດູດນົມໄດ້ເກັ່ງ ເພາະນໍ້າຄາວປາ ຖືກຮີດອອກໄປແລ້ວ. ນອກຈາກນີ້ ເດັກນ້ອຍທີ່ ເກີດຜ່ານຊ່ອງຄອດ ຈະໄດ້ຮັບ ແບດທີເຣັຍ ທາງຄອດຂອງແມ່ ເຂົ້າໄປ ຊື່ງ ແບດທີເຣັຍ ນີ້ຈະໄປສ້າງພູມ ຕ້ານທານ ເພື່ອປ້ອງກັນ ໂຣກພູມແພ້ ໃຫ້ແກ່ເດັກ.
ແລະບາດ ຈາກການເກີດແບບ ທຳມະຊາດ ກໍ່ນ້ອຍກວ່າ ບາດທີ່ປາດອອກ, ມົດລູກຈະຫົດໂຕໄວ ແລະ ບໍ່ມີຮອຍແປ້ວ ຢູ່ບໍຣິເວນ ມົດລູກ, ແມ່ ກໍ່ຈະຟື້ນໂຕໄດ້ໄວ, ຄວາມສ່ຽງ ທີ່ຈະຕິດເຊື້ອ ຈາກບາດ ຫຼື ບໍຣິເວນທີ່ປາດ ນັ້ນກໍ່ໜ້ອຍກວ່າ ການປາດອອກ, ລູກຈະຫາຍໃຈ ໄດ້ເຕັມທີ່ ເພາະຕອນເກີດ ອອກມາ ນໍ້າໃນຮູປອດ ຖືກຮີດອອກ ຈົນແຫ້ງ ແບດທີ່ເຣັຍ ທາງ ຊ່ອງຄອດ ຈະເຮັດໃຫ້ລູກ ສ້າງພູມຄຸ້ມກັນ ໄດ້ດີກວ່າ ເດັກນ້ອຍທີ່ ປາດອອກ.
ຂໍ້ດີຂອງການເກີດແບບປາດອອກ ແມ່ນສາມາດ ລະບຸວັນເວລາ ໄດ້ຊັດເຈນ ເພື່ອກຽມຕົວໄດ້ ແລະຜູ້ເປັນແມ່ ກໍ່ບໍ່ຕ້ອງທົນ ກັບຄວາມເຈັບປວດ ເນື່ອງຈາກມີ ການຄວບຄຸມ ຄວາມເຈັບປວດ ທີ່ໄດ້ຜົນ ຂ້ອນຂ້າງ ແນ່ນອນ ແລະການທີ່ສາມາດ ກຳນົດ ເວລາເກີດໄດ້, ຊື່ງຈະເປັນ ປະໂຫຍດ ໃນກໍຣະນີ ທີ່ເປັນເຂັ້ດ ທີ່ຊັບຊ້ອນ ທີ່ຕ້ອງການທີມແພດ ເບິ່ງແຍງ ຢ່າງໃກ້ຊິດ.
ແລະອີກຢ່າງນຶ່ງ ກໍ່ບໍ່ຕ້ອງສ່ຽງກັບ ພາວະແຊກຊ້ອນ ຣະຫວ່າງເກີດ ເຊັ່ນ: ຫົວໃຈເດັກ ເຕັ້ນຊ້າ, ສາຍບື ດູນອອກມາ, ປາກມົດລູກ ບໍ່ເປີດ ເປັນຕົ້ນ ຜູ້ເປັນແມ່ ບໍ່ຕ້ອງເຈັບປວດ ກັບການເກີດ ແບບທຳມະຊາດ (ຫຼືເບັ່ງອອກ), ບໍ່ຕ້ອງລໍຖ້າໃຫ້ ເຈັບທ້ອງ ກໍ່ສາມາດ ເກີດລູກໄດ້, ຊ່ອງຄອດ ກໍ່ຍັງຝິດຄືເກົ່າ.
ການເກີດແບບປາດອອກນີ້ ຕອນປາດນັ້ນ ຈະບໍ່ເຈັບເລີຍ ເພາະລິດຂອງ ຢາສະຫຼົບ ແລະການບ໊ອກຫຼັງ ທີ່ແພດໝໍສີດຢາ ມືນເຂົ້າໄປໃນທໍ່ໄຂ ສັນຫຼັງ ແຕ່ຫຼັງຈາກ ເກີດແລ້ວ ເມື່ອໝົດລິດຢາ ຜູ້ເປັນແມ່ ຈະຮູ້ສຶກ ເຈັບປວດ ທໍລະມານ ຫຼາຍກວ່າ ເກີດແບບ ທຳມະຊາດ, ຊື່ງຈະເຈັບບາດ ທີ່ປາດອອກ ໃນມື້ທຳອິດ ແລະຍັງຈະເຈັບໜ້ອຍໆ ແບບຕໍ່ເນື່ອງ ນຳອີກ ແລະຈະກິນເວລາ ເປັນເດືອນ ແຕ່ບາງຄົນ ຈະເຈັບຫຼາຍກວ່າ ນຶ່ງເດືອນ ອາການເຈັບນັ້ນ ຈຶ່ງຈະຄ່ອຍ ທຸເລົາລົງ.
ເວລາທີ່ເຄື່ອນໂຕໄປມາ ເພື່ອເຮັດກິດຈະວັດ ປະຈຳວັນ ຖ້າຫາກເໜັງ ບໍຣິເວນ ໜ້າທ້ອງຫຼາຍ ກໍ່ຈະເຮັດໃຫ້ ຮູ້ສຶກເຈັບ ຮວມທັງເວລາ ທີ່ອູ້ມລູກກິນນົມ ຊື່ງຕ້ອງໄດ້ ວາງລູກເທິງ ໜ້າທ້ອງ ກໍ່ຈະເຮັດໃຫ້ ເຈັບບາດໄດ້.
"ຂໍ້ດີຂອງການເກີດລູກແບບ ທຳມະຊາດ ຊື່ງເດັກທີ່ປາດອອກ ຈະບໍ່ມີໂອກາດ ໄດ້ຮັບແບດທີເຣັຍ ຈາກຊ່ອງຄອດ ແລະ ມີໂອກາດ ເປັນພູມແພ້ສູງກວ່າ ນຳອີກ. ການເກີດ ແບບປາດອອກ ເຣື່ອງສຸຂພາບ ຈະບໍ່ສູ້ເດັກນ້ອຍ ທີ່ເກີດເອງ ເພາະປອດຂອງເຂົາ ຂະຫຍາຍໂຕ ບໍ່ເຕັມຮ້ອຍ ເນື່ອງຈາກ ບໍ່ໄດ້ມີການ ຮີດນໍ້າຄາວປາ ອອກ ຣະຫວ່າງ ການເກີດ ຊື່ງພິສູດໄດ້ ຈາກການທີ່ ເອົາເດັກນ້ອຍໄປ X-RAY ຈະເຫັນນໍ້າ ທີ່ຄ້າງ ຢູ່ໃນປອດ ຈຳນວນນຶ່ງ ເດັກນ້ອຍ ທີ່ປາດອອກ ຈະດູດນົມບໍ່ເກັ່ງ ເພາະໃນ ກະເພາະ ຈະມີນໍ້າຄາວປາ ຢູ່ຫຼາຍ ຫາກມີພາວະ ແຊກຊ້ອນ ເຊັ່ນ: ປອດອັກເສບ ຫຼືເກີດກ່ອນກຳນົດ ຈະເຮັດໃຫ້ ຫາຍໃຈ ບໍ່ແຂງແຮງ ເດັກນ້ອຍ ທີ່ປາດອອກນັ້ນ ຈະມີອາການ ຮ້າຍແຮງ ກວ່າເດັກນ້ອຍ ທີ່ເກີດເອງ ແບບທຳມະຊາດ".
ແລະທ່ານໝໍຍັງອະທິບາຍຕໍ່ໄປວ່າ ຄວາມຮູ້ສຶກ ຂອງການເກີດລູກເອງ ແລະ ການເກີດລູກ ແບບປາດອອກ ແມ່ນຕ່າງກັນ ຢູ່ບ່ອນວ່າ ການທີ່ເກີດລູກ ເອງນັ້ນເປັນຄວາມຮູ້ສຶກ ທີ່ພູມໃຈ ທີ່ໄດ້ເບັ່ງອອກ ເປັນຄວາມເຈັບປົນ ກັບຄວາມສຸກ ແລະ ເມື່ອເກີດແລ້ວ ຈະໄດ້ກອດລູກ ທັນທີ ເປັນຄົນທຳອິດ ແລະ ຍັງເຂົ້າໃຈ ເຖິງຄວາມຮູ້ສຶກ ຂອງຄົນເປັນແມ່ ເຮັດໃຫ້ເຮົາ ຮັກແມ່ຫຼາຍຂຶ້ນ.
ໃນກໍຣະນີທີ່ປາດອອກ ຜູ້ເປັນແມ່ ຈະບໍ່ມີໂອກາດ ໄດ້ອູ້ມລູກ ເພາະຕ້ອງໄດ້ ດົມຢາສະຫຼົບ ແຕ່ຖ້າຫາກບ໊ອກຫຼັງ ອາດຈະໄດ້ ເຫັນລູກ ແຕ່ອາດ ຈະບໍ່ມີໂອກາດ ທີ່ຈະໄດ້ ກອດລູກ ຕອນເກີດ ທຳອິດ ເພາະໜ້າເອິກ ຖືກປົກໄວ້ ແຂນຂາຖືກ ມັດໄວ້ໝົດ ຍາກທີ່ ຈະກອດລູກໄດ້ ແລະເຮັດໄດ້ພຽງແຕ່ ແນມເບີ່ງລູກ ເທົ່ານັ້ນ.
"ເກີດລູກວ່າແບບໃດປອດໄພ ກວ່າກັນເນາະ. ເກີດລູກເອງ ຖ້າການຖືພາ ຂອງແມ່ນັ້ນ ປົກກະຕິດີ ບໍ່ມີປັນຫາຫັຍງ ການອອກເອງ ກໍ່ຈະມີຄວາມປອດໄພສູງ ໂດຍສະເພາະ ທ່ານໝໍ ແລະທີມງານ ແພດໝໍ ກຽມພ້ອມຢູ່ຫ້ອງ ປະສູດແລ້ວ ເພາະປັດຈຸບັນ ເທັກໂນໂລຊີ ທາງການແພດ ກໍ່ມີຄວາມພ້ອມຫຼາຍ ຄວາມປອດໄພສູງ ນອກຈາກນີ້ ລູກນ້ອຍ ຍັງໄດ້ ເກີດອອກມາ ຕາມເວລາ ຂອງເຂົາເອງແທ້ໆ. ສ່ວນການປາດອອກ ເປັນວິທີ ທີ່ມີຄວາມປອດໄພ ເຊັ່ນກັນ ແລະໃຊ້ເວລາບໍ່ດົນ ແຕ່ສຳລັບ ລູກທີ່ປາດອອກ ຕ້ອງໃຫ້ໄດ້ ທັກສະດີ ອາດຈະກາຍ ເປັນເຣື່ອງບໍ່ດີໄດ້ ເພາະເດັກນ້ອຍ ອາດຈະເກີດກ່ອນ ກຳນົດ".
ສະຫຼຸບແລ້ວ ເດັກນ້ອຍທີ່ປາດອອກນັ້ນ ຈະມີພູມຕ້ານທານ ຕ່າງຈາກເດັກນ້ອຍ ທີ່ເກີດເອງແບບ ທຳມະຊາດ ເນື່ອງຈາກວ່າ ເດັກນ້ອຍ ທີ່ປາດອອກ ຈະໄດ້ຮັບຈຸລິນຊີ ສຸຂພາບ ໃນຊ່ອງຄອດ ຂອງແມ່ໜ້ອຍລົງ ແລະເວລາໃຊ້ເວລາ ໃນການພັທນາ ຈຸລິນຊີ ສຸຂພາບເຫຼົ່ານີ້ ເປັນເວລາ ຢ່າງໜ້ອຍ 6 ເດືອນຂຶ້ນໄປ ຊື່ງ ອາດມີຜົນກັບ ລະບົບ ພູມຕ້ານທານ ຂອງເດັກນ້ອຍ ທີ່ປາດອອກ ເຮັດໃຫ້ພັທນາການຊ້າ ໃນລະຍະ 1-2 ປີທຳອິດ ແລະອາດມີຜົນ ຕໍ່ພັທນາການ ພູມຕ້ານທານ ແລະການຈະເລີນເຕີບໂຕ ຮວມເຖິງ ພາວະພູມແພ້ ອາກາດ, ແພ້ອາຫານ ແລະພູມແພ້ ທາງເດີນຫາຍໃຈ ເຮັດໃຫ້ເດັກນ້ອຍ ທີ່ປາດອອກ ເກີດພາວະຕິດເຊື້ອ ພຍາດໄດ້ງ່າຍ ແລະວ່ອງໄວ ກວ່າເດັກນ້ອຍ ທີ່ເກີດອອກ ແບບທຳມະຊາດ.
ສະນັ້ນທ່ານໝໍຈຶ່ງເນັ້ນໜັກ ເຣື່ອງໂພສະນາການ ທີ່ດີທີ່ສຸດ ແມ່ນຕ້ອງລ້ຽງລູກ ດ້ວຍນົມແມ່ ໃນລະຍະ 6 ເດືອນ ຫາ1 ປີ ຊື່ງຈະເປັນ ຮາກຖານອັນສຳຄັນ ຕໍ່ສຸຂພາບ ຂອງລູກນ້ອຍ.