ສລອງ ວັນຄຣູແຫ່ງຊາຕ ພາຍໃຕ້ບັນຫາ ເສຖກິຈ
2022.10.05

ວັນທີ 7 ຕຸລາ ຂອງທຸກປີ ເປັນວັນຄຣູແຫ່ງຊາຕ ຂະນະທີ່ ຊີວິຕການເປັນຢູ່ ຂອງນາຍຄຣູລາວ ຈໍານວນຫຼາຍ ຍັງຄືເກົ່າ ບໍ່ໄປໜ້າມາຫຼັງ ທັງດ້ານເງິນເດືອນ, ສວັດດີການສັງຄົມ, ການສອນຫ້ອງຄວບ ແລະຄຣູບໍ່ພຽງພໍ ໃນເຂດຫ່າງໄກສອກຫຼີກ.
ກ່ຽວກັບເຣື່ອງນີ້ ນາຍຄຣູ ທີ່ຖືກບັນຈຸເປັນຣັຖກອນຄຣູ ທ່ານນຶ່ງ ທີ່ປະກອບອາຊີພຄຣູ ມາແຕ່ປີ 1987, ປັດຈຸບັນ ກໍຄົບຮອບ 33 ປີ ທີ່ໄດ້ສອນນັກຮຽນ ຊັ້ນ ປ.1-ປ.5 ພາຍໃນເມືອງຊົນນະບູຣີ ແຂວງສວັນນະເຂດ ກໍກ່າວວ່າ ຕລອດຊີວິຕເປັນຄຣູນີ້, ຊີວິຕການເປັນຢູ່ ຂອງນາຍຄຣູ ຍັງບໍ່ກ້າວໜ້າ ໂດຍສະເພາະດ້ານເງິນເດືອນ ປັດຈຸບັນ ທີ່ໄດ້ຮັບຈາກພາກຣັຖ ຕົກຢູ່ເດືອນລະ 2,100,000 ກີບ ແລະເປັນເວລາ 1-2 ປີ ພາກຣັຖ ຈະປັບຂຶ້ນເງິນເດືອນ ໃຫ້ພຽງແຕ່ 5,000 – 10,000 ກີບເທົ່ານັ້ນ.
ຂະນະທີ່ ອັດຕຣາເງິນເຟີ້ ໃນລາວສູງ ແລ້ວເງິນເດືອນ ໄດ້ເປັນເງິນກີບ, ຕີເປັນເງິນບາທ ໄດ້ພຽງແຕ່ 4,000 ປາຍບາດ ແຕ່ຕ້ອງປະເຊີນກັບຄ່າຄອງຊີພສູງ ທັງຄ່າອາຫານ, ຄ່ານໍ້າມັນເຊື້ອເພີງ, ຄ່າອາຍແກ້ສດັງໄຟ ແລະຄ່າເຄື່ອງອຸປໂພກ, ບໍຣິໂພກ ເຮັດໃຫ້ເຂົາເຈົ້າ ຕ້ອງໄດ້ເຮັດນາ ເປັນອາຊີບເສີມ ເພື່ອສ້າງລາຍໄດ້ ໃຫ້ກັບໂຕເອງ, ອີງຕາມຄວາມເວົ້າ ຂອງນາຍຄຣູ ທີ່ສອນນັກຮຽນຊັ້ນ ປ.1-ປ.5 ຢູ່ເມືອງຊົນນະບູຣີ ແຂວງສວັນນະເຂດ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 5 ຕຸລາ ນີ້ວ່າ:
“ເງິນເດືອນຫັ້ນ ເດືອນນຶ່ງ 2 ລ້ານນີ້ນ່າ ມັນບໍ່ພໍແຫຼະ ຄ່າຄອງຊີພມັນສູງເດ້ ຄິດໃສ່ວ່ານໍ້າມັນຫັ້ນນ່າ ມັນນໍ້າຫັ້ນ ລິດນຶ່ງ 20,000 ຫັ້ນນ່າ ໜ້ອຍດຽວນຶ່ງນ່າ ແລ່ນຫັ້ນແລ່ນນີ້ ມາເມືອງກໍບໍ່ຢາກຄຸ້ມຫັ້ນແຫຼະ ອັນປັບຂຶ້ນ ປີນຶ່ງ ຫຼື ສອງປີ ປັບຂຶ້ນດ້າມ 5,000, 10,000 ນຶ່ງນ່າ ອັນດ້າມໜ້ອຍນີ້ນ່າ ເວົ້າຫງ່າຍໆສາ ມາໄລ່ໃສ່ຄືທຸກມື້ນີ້ວ່າ ອັດຕຣາແລກປ່ຽນເນາະ ເດືອນນຶ່ງ ມີແຕ່ 4,000 ຄັນແມ່ນໄລ່ເຕັມໃດ໋ ວຽກເສີມກໍບາງຄັ້ງເນາະ ຄືເວົ້າຫັ້ນແຫຼະ ກໍເຮັດນາຫັ້ນແຫຼະເປັນຫຼັກ.”
ຍານາງກ່າວຕື່ມວ່າ ດ້ານສວັດດີການ ຂອງນາຍຄຣູ ທີ່ຖືກບັນຈຸເປັນຣັຖກອນ ກໍມີເປັນເງິນຊ່ອຍເຫຼືອດ້ານການເຈັບເປັນ ໃນວົງເງິນ 500,000 ກີບຕໍ່ເທື່ອ ຂອງການປິ່ນປົວ ກໍສາມາດຂຽນຄໍາຮ້ອງ ຂໍເງິນສນັບສນູນ ສວັດດີການ ນໍາຫ້ອງການກັມມະບານໄດ້ ເພື່ອໄດ້ຮັບການປິ່ນປົວ ແບບບໍ່ເສັຍຄ່າ.
ດ້ານຄຣູອາສາ ທ່ານນຶ່ງ ທີ່ປະກອບອາຊີພຄຣູ ສອນ 8 ວິຊາ ຢູ່ຊັ້ນປະຖົມສຶກສາ ແຫ່ງນຶ່ງ ຂອງເມືອງອຸທຸມພອນ ແຂວງສວັນນະເຂດ ກໍກ່າວວ່າ ເປັນຄຣູອາສາມາໄດ້ 8 ປີແລ້ວ ແລະເປັນຄຣູອາສາ ທີ່ສອນຫ້ອງຄວບ ຊັ້ນ ປ.4 ແລະ ປ.5 ມາໄດ້ດົນແລ້ວ ຍ້ອນຄຣູບໍ່ພຽງພໍ ເຮັດໃຫ້ການຮຽນ ການສອນ ໃນຫ້ອງຮຽນ ຫ້ອງຄວບນັ້ນ ເປັນການຮຽນ, ການສອນ ບໍ່ເຕັມທີ່ ນັກຮຽນທີ່ບໍ່ເກັ່ງ ຕ້ອງໄປລະການຮຽນ ຍ້ອນໂຕເອງ ບໍ່ເວລາສອນແບບໃກ້ຊິດ ກັບນັກຮຽນທີ່ບໍ່ເກັ່ງນັ້ນ ຮວມໄປເຖິງເງິນເດືອນຄຣູ ອາສາກໍບໍ່ໄດ້ຈັກກີບ ປະຊາຊົນພາຍໃນບ້ານ ຕ້ອງເກັບເຂົ້າສານເຮືອນລະ 3 ກິໂລຕໍ່ປີ ມາໃຫ້ ເພື່ອເປັນກໍາລັງໃຈ ໃຫ້ໂຕເອງມີແຮງສອນ ນັກຮຽນຕໍ່ໄປ.
ດັ່ງຄຣູອາສາ ທີ່ສອນນັກຮຽນຊັ້ນ ປ.1-ປ.5 ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ມີແຕ່ບ້ານແຫຼະຊ່ວຍ ບ້ານກໍຄື ບ້ານນ້ອງເອງກໍ ເຂົາເກັບເຂົ້າປະຊາຊົນ ໃຫ້ເຮືອນລະ 3-4 ໂລຕໍ່ປີ, ສອນຫ້ອງຄວບຢູ່ ບານນີ້ເດັກນ້ອຍຫຼາຍໃດ໋ ເຮົາກໍຊ່ວຍບໍ່ໄດ້ເຕັມທີ່ແຫຼະ ຜູ້ບໍ່ໄດ້ເປັນຫັ້ນນ່າ ສົ່ງຜົລສະທ້ອນຕໍ່ນັກຮຽນ ເຮັດໃຫ້ເຂົາຮຽນບໍ່ຢາກໄດ້ແຫຼະ ບ້ານນັ້ນ ມັນຄຣູເຮົາແບບວ່າ ບໍ່ໄດ້ສນັບສນູນເຂົາຢ່າງເຕັມທີ່ເດ້.”
ທ່ານກ່າວຕື່ມວ່າ ສ່ວນໂຕເອງ ກໍມີວຽກເສີມ ເປັນພໍ່ຄ້າຄົນກາງ ຂາຍແບ້ ແລະໝູ ເພື່ອໃຫ້ມີເງິນລ້ຽງຊີພ, ສ່ວນວ່າດ້ານສວັດດີການ ຂອງຄຣູອາສານັ້ນ ແມ່ນບໍ່ມີເລີຍ ຫາກຄຣູອາສາຜູ້ໃດ ເຈັບເປັນ ກໍຕ້ອງໄດ້ອອກເງິນຄ່າປິ່ນປົວເອງ 30,000 ກີບຕໍ່ເທື່ອການປິ່ນປົວ ແລະຫາກເປັນພຍາດ ຮ້າຍແຮງ ທີ່ບໍ່ຄອບຄຸມການປິ່ນປົວຟຣີ ກໍຕ້ອງໄດ້ຈ່າຍເອງ.
ຢູ່ເມືອງບຸນເໜືອ ແຂວງຜົ້ງສາລີ ຄຣູອາສາຈໍານວນນຶ່ງ ໄດ້ພາກັນລາອອກ ພາຍຫຼັງເຮັດວຽກ ມາຫຼາຍປີ, ແລ້ວເສັງເຂົ້າ ເປັນຣັຖກອນບໍ່ໄດ້ ເຮັດໃຫ້ນັກຮຽນ ຊົນເຜົ່າອາຂ່າ ອະນຸບານ 1 ເຖິງ ອະນຸບານ 3 ຢູ່ໂຮງຮຽນປະຖົມ ບ້ານນໍ້າກາງ ແລະໂຮງຮຽນປະຖົມ ບ້ານນໍ້າຫອຍ ປະມານ 110 ຄົນ ບໍ່ໄດ້ເຂົ້າໂຮງຮຽນ ເນື່ອງຈາກຄຣູ ບໍ່ພຽງພໍ ຕໍ່ການສອນນັກຮຽນ ຂະນະທີ່ ໂຮງຮຽນ ປະຖົມບ້ານນ້ໍາກາງ ໄດ້ໂກຕ້າ ຄຣູອາສາ 1 ຕໍາແໜ່ງ ເປັນຄຣູ ຈາກເມືອງອື່ນ ທີ່ເສັງເຂົ້າເປັນຣັຖກອນ ຜ່ານຈະມາສອນ ແຕ່ຄຣູອາສາ ຈາກເມືອງອື່ນຜູ້ນັ້ນ ກໍບໍ່ມາສອນ.
ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ເມືອງບຸນເໜືອ ແຂວງຜົ້ງສາລີ ກ່າວໃນມື້ດຽວກັນນີ້ວ່າ:
“ນໍ້າຫອຍ ກໍມີເດັກນ້ອຍ 40 ປາຍຄົນ ນໍ້າກາງ ກໍມີ 70 ປາຍຄົນ ບໍ່ໄດ້ເຂົ້າໂຮງຮຽນແລ້ວ ກໍຂາດແຄນຄຣູແດ່ ເພາະວ່າບາງບ້ານ ກໍດຽວນີ້ບ້ານຊົນເຜົ່າ ບໍ່ມີຄຣູອະນຸບານນ່າ ຢູ່ເມືອງເຮົາກໍມີຄຣູອະນຸບານອາສາສມັກຢູ່ ແຕ່ວ່າ ເພິ່ນວ່າ ຄຣູຢູ່ເມືອງອື່ນຫັ້ນ ເສັງໄດ້ເນາະ ແລ້ວໃຫ້ໂກຕ້າບ້ານນໍ້າກາງ ເມືອງບຸນເໜືອຂອງເຮົານີ້ ພັດວ່າຄຣູຜູ້ນັ້ນບໍ່ມາສອນ ຢູ່ເມືອງເອົາອີກແດ່.”
ຍານາງກ່າວຕື່ມວ່າ ເຖິງແມ່ນວ່າພາຍໃນເມືອງ ຍັງມີບັນຫາຄຣູບໍ່ພຽງພໍ ແຕ່ຂະນະດຽວກັນ ພາກສ່ວນທີ່ກ່ຽວຂ້ອງ ຂັ້ນແຂວງ ແລະຂັ້ນເມືອງ ກໍໄດ້ເອົາໃຈໃສ່ຕໍ່ບັນຫາດັ່ງກ່າວ ປັບນະໂຍບາຍ ໃຫ້ຄຣູຣັຖກອນທີ່ມີເງິນເດືອນ ແລະສວັດດີການ ເຂົ້າໄປສອນນັກຮຽນຊົນເຜົ່າ ທີ່ຢູ່ເຂດຫ່າງໄກ ສອກຫຼີກ ແທນຄຣູອາສາ ທີ່ບໍ່ມີເງິນເດືອນ ແລະສວັດດີການ ແລະໃຫ້ຄຣູອາສາ ເຂົ້າມາສອນໃນເຂດຊານເມືອງ.
ສ່ວນທາງອອກ ຂອງການແກ້ໄຂບັນຫາຄຣູບໍ່ພຽງພໍ ຄື ພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີນະໂຍບາຍຮັບຄຣູອາສາ ເຂົ້າເປັນຄຣູຣັຖກອນ ທຸກບ່ອນທີ່ຂາດຄຣູ ສ່ວນເຣື່ອງເງິນເດືອນ ຄຣູອາສານັ້ນ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີນະໂຍບາຍ ໃຫ້ແຕ່ລະຄອບຄົວລະດົມເງິນ ຄອບຄົວລະ 10,000 ກີບ ເພື່ອມາເປັນເງິນກອງທຶນ ຈ່າຍເງິນເດືອນ ໃຫ້ຄຣູອາສາ.
ດັ່ງນັກວິຊາການ ດ້ານການສຶກສາ ແຂວງຫຼວງນໍ້າທາ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ກອງປະຊຸມ ຖອດຖອນບົດຮຽນ ກ່ຽວກັບຄຣູອາສານີ້ ເອົາໃສ່ບ່ອນທີ່ຈໍາເປັນແທ້ໆ ບ່ອນມັນຂາດຄຣູແທ້ໆ ນະໂຍບາຍໃຫ້ຮັບເລີຍ ຮັບເໝິດ ຮັບເໝິດຄຣູອາສານ່າ ເອົາບາດດຽວນີ້ເລີຍພ້ອມກັນ, ເງິນຄຣູອາສານີ້ ຄວາມຈິງກະຢາກໃຫ້ເປັນ ນະໂຍບາຍຂັ້ນຕໍ່າຫັ້ນແຫຼະ ທັງໝົດທັງມວນນີ້ ມັນມີຫຍັງແບບອາສາ ແລ້ວກໍມີເປົ່າໄປຫັ້ນນ່າ ໃຫ້ທາງທົ່ວຄອບຄົວ ພາຍໃນເມືອງຂອງພວກເຮົານີ້ ອອກກັນແບບພັນທະ ຄືກັບເງິນພັນທະຂອງປ້ອງກັນຊາດນີ້ ຄອບຄົວນຶ່ງ 10,000 ກີບ ແລ້ວໄປໂຮມເຂົ້າກັນ ແລ້ວໄປແບ່ງໃຫ້ຄຣູອາສາ ມີເທົ່າໃດຫານກັນ.”
ທ່ານກ່າວຕື່ມວ່າ ສ່ວນເຣື່ອງເງິນເດືອນ ຂອງຄຣູຣັຖກອນ ທີ່ປັບຂຶ້ນ ບໍ່ສອດຄ່ອງ ຕາມຄ່າຄອງຊີພ ທີ່ສູງຂຶ້ນ ແລະອັດຕຣາເງິນເຟີ້ ທີ່ສູງນັ້ນ ທາງພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີນະໂຍບາຍ ປັບຂຶ້ນເງິນເດືອນນາຍຄຣູ ໃຫ້ສອດຄ່ອງ ກັບສະພາບເສຖກິຈ ຂອງປະເທດລາວ ຢ່າງຕໍ່າ 500,000 ຫາ 1,000,000 ກີບຂຶ້ນໄປ.
ນອກຈາກນີ້ ນັກສຶກສາ ທີ່ຮຽນຈົບຫຼັກສູຕຄຣູ ກໍບໍ່ໄດ້ມີໂອກາດ ເປັນຄຣູຣັຖກອນ ຫຼືຄຣູອາສາ ເນື່ອງຈາກພາກຣັຖ ບໍ່ເປີດຮັບສມັກ ເຮັດໃຫ້ຄວາມຮູ້ ທີ່ນັກສຶກສາຮຽນຈົບຄຣູ ບໍ່ຖືກນໍາມາປະຕິບັດໂຕຈິງ ຈຶ່ງຢາກໃຫ້ພາກຣັຖແກ້ໄຂ ບັນຫານີ້ນໍາດ້ວຍ ເພື່ອບໍ່ໃຫ້ເດັກນ້ອຍຣຸ່ນໃໝ່ ທີ່ຮຽນຈົບຊັ້ນສູງ ບໍ່ມີວຽກເຮັດຕາມຫຼັກສູຕ ທີ່ຮຽນຈົບມາ.
ດັ່ງຜູ້ປົກຄອງນັກຮຽນ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ທ່ານນຶ່ງ ກ່າວໃນມື້ດຽວກັນນີ້ວ່າ:
“ລູກຊາຍເອື້ອຍນີ້ ກໍໄປຮຽນຢູ່ວຽງພຸ້ນນ່າ ໄປຈົບປະຣິນຍາຕຣີມາ ກໍບໍ່ໄດ້ເຮັດຄຣູ ເຮັດເອີ່ຍສັງ ໄປຮຽນຄຣູພາລະ ໄດ້ຢູ່ລ້ານ່າ ໄປຮຽນຄຣູກໍຢາກເຮັດຄຣູ ກໍຮັບແດ່ນ່າ ອັນນີ້ບໍ່ຮັບນີ້ ພາກຣັຖກໍໂອ້ ສໍາຄັນແຫຼະໂອ້ຄຣູນີ້ ຮູ້ກໍຮູ້ມາຈາກຄຣູເດີ້ ຄວາມຮູ້ກໍ ສໍາຄັນທີ່ສຸດໂອ້.”
ນອກຈາກນີ້ ວັນທີ 5 ຕຸລາ ຂອງທຸກໆປີ ກໍຖືກກໍານົດ ໃຫ້ເປັນວັນຄຣູສາກົລ ຫຼື 2 ມື້ ກ່ອນວັນຄຣູແຫ່ງຊາຕລາວ (ວັນທີ 7 ຕຸລາ) ເຊິ່ງກໍານົດໂດຍອົງການ UNICEF ຮ່ວມກັບ ອົງການແຮງງານ ລະຫວ່າງປະເທດ ແລະໜ່ວຍງານ ທີ່ກ່ຽວກັບການສຶກສາ ທົ່ວໂລກ ເພື່ອຍົກລະດັບ ອາຊີພຄຣູ, ສ້າງມາຕຖານທາງດ້ານ ສວັດດີການຄຣູ ຮວມທັງການຈັດຮູບແບບ ແລະລະບົບການສຶກສາ ໃຫ້ເໝາະສົມ.