ເຫດຜົລຫຍັງ ນັກຮຽນຈຶ່ງອອກໂຮງຮຽນ ກ່ອນສອບເສັງຈົບຊັ້ນ ຫຼາຍຂຶ້ນ

ເພື່ອເຮັດວຽກ ຊ່ອຍເຫຼືອຄອບຄົວ ນັກຮຽນ ມ.4 ແລະ ມ.7 ໃນທົ່ວປະເທດ ທີ່ຢູ່ເຂດຊົນນະບົດ ຈະອອກໂຮງຮຽນ ກ່ອນຈົບຊັ້ນ ເນື່ອງຈາກ ນັກຮຽນສ່ວນຫຼາຍ ມາຈາກຄອບຄົວທຸກຍາກ ແລະ ຄ່າໃຊ້ຈ່າຍໃນການຮຽນຕໍ່ ກໍເປັນບັນຫາໃຫຍ່ ສຳລັບຫຼາຍໆຄອບຄົວ.

ໂຮງຮຽນມັທຍົມແຫ່ງນຶ່ງ ໃນແຂວງໄຊຍະບູຣີ, ເດືອນກຸມພາ 2023. ນັກຂ່າວ ພົລເມືອງ

ປະມານ ກາງເດືອນມິຖຸນານີ້ ນັກຮຽນມັທຍົມຕົ້ນ ມ.4 ແລະ ມັທຍົມປາຍ ມ.7 ທົ່ວປະເທດ ຈະສອບເສັງຈົບຊັ້ນແລ້ວ, ແຕ່ຈໍານວນນຶ່ງມີແຜນ ທີ່ຈະບໍ່ຮຽນຕໍ່, ຈະອອກໄປຫາເຮັດວຽກ ແລະ ສ້າງຄອບຄົວ, ສະເພາະຢູ່ໂຮງຮຽນ ມັທຍົມສົມບູນພູຟ້າ ເມືອງຜົ້ງສາລີ ແຂວງຜົ້ງສາລີ ນັກຮຽນທີ່ຢູ່ໃນເມືອງສ່ວນຫຼາຍ ເມື່ອເສັງຈົບຊັ້ນ ມ.4 ແລະ ມ.7 ແລ້ວ ຈະຮຽນຕໍ່, ສ່ວນນັກຮຽນຊົນເຜົ່າຫຼາຍຄົນ ຢູ່ເຂດຊົນນະບົດ ຈະບໍ່ຮຽນຕໍ່, ຍ້ອນຄອບຄົວທຸກຍາກ, ມີນ້ອງຫຼາຍຄົນຮຽນ, ຜູ້ເປັນເອື້ອຍ, ເປັນອ້າຍ ຈຶ່ງອອກໄປຊ່ອຍພໍ່ແມ່ ເຮັດໄຮ່, ເຮັດນາ, ຫາເງິນສົ່ງນ້ອງຮຽນ. ຖ້າຈະຮຽນຕໍ່ ກໍມີລາຍຈ່າຍຫຼາຍ, ຈ່າຍຄ່າເດີນທາງ, ຄ່າຫໍພັກ ຊຶ່ງຈໍານວນນຶ່ງ ກໍເຊົ່າເຮືອນເປັນຫຼັງພັກຢູ່ນໍາກັນ, ອີງຕາມຄໍາເວົ້າ ຂອງນັກຮຽນຊັ້ນ ມ.4 ຢູ່ໂຮງຮຽນ ມັທຍົມສົມບູນ ພູຟ້າ ຜູ້ນຶ່ງຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 1 ມິຖຸນານີ້.

“ສ່ວນຫຼາຍ ມ.7 ມັກໄປຮຽນຕໍ່, ມ.4 ໄປຮຽນ ມ.5. ແຕ່ຈຸຊົນເຜົ່າເຂົາອອກ ເຂົາບອກວ່າ ບໍ່ມີເງິນຮຽນຕໍ່ອີ່ຫຍັງປະມານນີ້ ນ້ອງເຂົາກໍຮຽນຫຼາຍຄົນແດ່ ເຂົາກໍຢາກອອກແດ່ ກໍໄປເຮັດວຽກຊ່ອຍພໍ່ແມ່ເຂົາ ຫຼືວ່າເຮັດໄຮ່ເຮັດນາ, ໜ້າຈະແມ່ນໄດ້ເງິນນີ້ແຫຼະ ເພາະວ່າບາງເຮືອນ ຊົນເຜົ່າ ເຂົາບໍ່ມີເຂົ້າກິນ ເລີຍເດ.
ນັກຮຽນຊົນເຜົ່າ ຊັ້ນ ມ.7 ນາງນຶ່ງ ຢູ່ແຂວງໄຊຍະບູຣີ ກໍເວົ້າໃນມື້ດຽວກັນນີ້ວ່າ ພໍ່ແມ່ຂອງນາງຢາກໃຫ້ນາງຢູ່ນໍາພໍ່ແມ່ ບໍ່ຢາກໃຫ້ໄປຮຽນໄກ ແລະຢາກໃຫ້ສ້າງຄອບຄົວ ເມື່ອພົບຜູ້ຊາຍດີໆ ຍ້ອນພໍ່ແມ່ຂອງນາງເຫັນກໍຣະນີ ເປັນໂຕຢ່າງ ຄືບາງຄົນໄປຮຽນຈົບສູງແລ້ວ ກໍກັບມາຄ້າຂາຍ ຢູ່ບ້ານຄືເກົ່າ, ແຕ່ຕາມໃຈໂຕເອງແລ້ວ ແມ່ນຢາກຮຽນສາຍອາຊີບ, ແຕ່ເມື່ອພໍ່ແມ່ເວົ້າແນວນັ້ນ ກໍຕ້ອງໄດ້ປະຕິບັດຕາມ ຍ້ອນວ່າ ຖ້າຈະຮຽນຕໍ່ ກໍຕ້ອງໄດ້ອາໄສເງິນພໍ່ແມ່ຮຽນ.

ດັ່ງທີ່ນາງເວົ້າວ່າ:
“ລາວກໍບໍ່ຢາກໃຫ້ຮຽນປານໃດຫັ້ນນະ. ຢາກ, ຢາກຮຽນ ແຕ່ມັນເຂົ້າຍາກຫັ້ນນະ ເຂົ້າບໍ່ໄດ້ ເພິ່ນກໍບໍ່ຢາກໃຫ້ເຮົາໄປ. ໃຫ້ເຮົາຢູ່ນໍາເພິ່ນຫັ້ນນະ. ບາງຄົນກໍໄປຮຽນ, ຮຽນມາ ມາເປີດຮ້ານຫັ້ນນະ ແລ້ວເພິ່ນບໍ່ຢາກໃຫ້ໄປ. ເພິ່ນກໍຢາກໃຫ້ສ້າງ (ຄອບຄົວ) ຫັ້ນແຫຼະ ແຕ່ວ່າຍັງນ້ອຍ ຖ້າເຈິຄົນດີໆ ຄ່ອຍວ່າຫັ້ນນະ.
ພ້ອມດຽວກັນນັ້ນ ພໍ່ແມ່ນັກຮຽນຄົນນຶ່ງ ຢູ່ແຂວງໄຊຍະບູຣີ ກໍເວົ້າວ່າ ເມື່ອລູກຮຽນຈົບຊັ້ນ ມ.7 ແລ້ວ ກໍຈະບໍ່ສນັບສນູນ ໃຫ້ລູກຮຽນຕໍ່ ຍ້ອນເຫັນໂຕຢ່າງມາແລ້ວ ຄືລູກຂອງໝູ່ ຮຽນຈົບມະຫາວິທຍາໄລແຫ່ງຊາຕລາວແລ້ວ, ກັບມາຊ່ອຍພໍ່ແມ່ຢູ່ເຮືອນຄືເກົ່າ. ຢູ່ແຂວງໄຊຍະບູຣີ ບໍ່ພຽງແຕ່ ຢູ່ເມືອງໄຊຍະບູຣີ ທີ່ນັກຮຽນຊັ້ນ ມ.7 ບໍ່ຮຽນຕໍ່, ອອກມາເຮັດວຽກ, ຢູ່ເມືອງອື່ນໆ ທີ່ມີຊາຍແດນ ຕິດກັບປະເທດໄທຍ ເປັນຕົ້ນ ເມືອງແກ່ນທ້າວ, ເມືອງບໍ່ແຕນ ແລະເມືອງຄົບ ທີ່ມີທັງນັກຮຽນທີ່ຮຽນຈົບ ແລະຍັງບໍ່ທັນຈົບຊັ້ນ ມ.7 ອອກໂຮງຮຽນ ໄປຫາເຮັດວຽກຢູ່ໄທຍ ຍ້ອນພວກເຂົາເຈົ້າ ມີຍາດພີ່ນ້ອງຢູ່ພຸ້ນກ່ອນແລ້ວ ເອົາກັນໄປເຮັດວຽກ ແບບບໍ່ຖືກກົດໝາຍ.

ດັ່ງຜູ້ປົກຄອງນັກ ຮຽນຢູ່ແຂວງໄຊຍະບູຣີ ຄົນນຶ່ງ ເວົ້າໃນມື້ວັນທີ 1 ມິຖຸນານີ້ວ່າ:

“ໂຕຢ່າງ ຈົບມະຫາວິທຍາໄລ ແຫ່ງຊາຕ ຄັນບໍ່ເກັ່ງ ເຂົາກໍບໍ່ເອົາອີກ ຢູ່ໄຊຍະນີ້ ເມືອງລຽບຊາຍແດນກໍໄປເດ. ຈົບມ.7 ເຂົາໄປກໍມີ ຫລື ບໍ່ທັນຈົບໄປກໍມີ. ເຂົາໄປຫາງານຢູ່ໄທຍເລີຍນະ ເຂົາຈົບແລ້ວ ຄົນບໍ່ຈົບ ໄປທໍາງານຢູ່ພຸ້ນ ເຂົາມີພີ່ນ້ອງຢູ່ພຸ້ນກ່ອນແລ້ວ ເອົາກັນໄປໂດຍບໍ່ຖືກກົດໝາຍ ຫັ້ນແຫຼະ.

ຢູ່ໂຮງຮຽນກິນນອນ ຊົນເຜົ່າ ເມືອງແປກ ແຂວງຊຽງຂວາງ ຍັງບໍ່ທັນຮອດມື້ ສອບເສັງຈົບຊັ້ນ ກໍມີນັກຮຽນຊັ້ນ ມ.4 ຈໍານວນ 6 ຄົນ ພາກັນອອກໂຮງຮຽນ ໄປເຮັດວຽກເປັນກັມມະກອນກໍ່ສ້າງ ແລະເຮັດວຽກ ບໍຣິການ ທົ່ວໄປ ແລະອີກຈໍານວນນຶ່ງ ກໍອອກໄປຊ່ອຍວຽກ ພໍ່ແມ່ໃນຄອບຄົວ ຫລື ບໍ່ກໍສ້າງຄອບຄົວ.

ດັ່ງນາຍຄຣູ ຢູ່ໂຮງຮຽນດັ່ງກ່າວ ເວົ້າໃນມີ້ດຽວກັນນີ້ວ່າ:

“ບາງຄົນ ເຂົາເຈົ້າໄປຊ່ອຍເຮັດວຽກ ຊ່ອຍຄອບຄົວ ຫລື ວ່າມີຈ້າງ ບໍ່ມີວຽກເຮັດ ໂດຍລວມແລ້ວບໍ່ແມ່ນໄປເຮັດວຽກ ປະຈໍາ ແບບມີວິຊາຊີບນະ. ໂຕນີ້ນະ ຫລັງໂຄວິດ-19 ມານີ້ນໍ ແລ້ວການຮຽນ-ການສອນເຮົາ ຮຽນໄປອອນລາຍນ໌, ຮຽນແລ້ວເຂົາອະນຸຍາດໃຫ້ໃຊ້ ໂທຣະສັບ ແລ້ວພໍ່ແມ່ບາງຄົນ ສ່ວນຫຼາຍຈະເອົາໃຈລູກ ແລ້ວເຫັນວ່າລູກມີການພົວພັນ ແນວນັ້ນ ບາງເທື່ອ ຄືຢູ່ຂັ້ນໂຮງຮຽນ ເຮົານີ້ມີກົດລະບຽບນໍ ຄັນພົວພັນຊູ້ສາວ ຕັດຄະແນນຄຸນສົມບັດ ຮອດເຖິງແຈ້ງ ໃຫ້ຜູ້ປົກຄອງ ແລ້ວຄັນຜູ້ປົກຄອງສືບຮູ້ ມີການພົວພັນຊູ້ສາວ ແນວນີ້ ແນວນັ້ນ ໂອ ເຂົາແລ້ວມອບໃຫ້ເລີຍ.
ຢູ່ໂຮງຮຽນ ມັທຍົມສົມບູນແຫ່ງນຶ່ງ ໃນເມືອງໄຊຍະບູຣີ ແຂວງໄຊຍະບູຣີ ກໍມີນັກຮຽນຫຼາຍຄົນ ບໍ່ຮຽນຕໍ່, ອອກໄປຊ່ອຍຄອບຄົວ ຄ້າຂາຍເຄື່ອງຂອງ ຢູ່ຕລາດ.

ດັ່ງນາຍຄຣູ ຢູ່ໂຮງຮຽນແຫ່ງນີ້ ທ່ານນຶ່ງ ເວົ້າໃນມື້ວັນທີ 1 ມິຖຸນານີ້ວ່າ:

“ເຂົາເຈົ້າກໍເຮັດຄ້າຂາຍ ນໍາພໍ່ນໍາແມ່ ສ່ວນຫຼາຍພວກທີ່ມີຮ້ານເຄື່ອງຂາຍຂອງ ຢູ່ໃນໄຊຍະນີ້ນະ ໄດ້ເຊັນປວັດກໍບໍ່ມີຫຼາຍ ບໍ່ຮອດ 10 ນ້ອງເລີຍ ສ່ວນຫຼາຍແມ່ນເຜົ່າມຽນ ຍ້ອນໃຊ້ທຶນຮຽນຫຼາຍ ໄດ້ໄຊ້ທຶນໂຕເອງ ແລ້ວມາແລ້ວ ເຂົາເຈົ້າຫວັງເຮັດນໍາແຕ່ພັກ ແຕ່ຣັຖ ນໍ ຢາກເຮັດການນໍາຣັຖ ແລ້ວຢາກໄດ້ເງິນເດືອນຫັ້ນນະ ແລ້ວມາເຫັນສະພາບແນວນີ້ ເສຖກິຈ ບ້ານເຮົາ ພະນັກງານ-ຣັຖກອນ ໂຕເລກຣັຖກອນໜ້ອຍ ແລ້ວເຮັດອາສາ ເຂົາກໍຢາກອອກ ເຂົາກໍບໍ່ຢາກຮຽນຫັ້ນນະ.
ທ່ານກ່າວມ້ວນທ້າຍວ່າ ປີນີ້ ນັກຮຽນຈົບຊັ້ນ ມ.7 ທີ່ຈະບໍ່ຮຽນຕໍ່ລະດັບ ປະຣິນຍາຕຣີນັ້ນ ຈະມີຈໍານວນຫຼາຍຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org