ຫຼາຍແຂວງ ຍັງປະເຊີນກັບຄູສອນ ບໍ່ພຽງພໍ

ເນື່ອງໃນໂອກາດວັນຄູແຫ່ງຊາດ ປະຈໍາປີ 2024 ຄົບຮອບ 30 ປີ ທ່ານ ສອນໄຊສີພັນດອນ ນາຍົກລັດຖະມົນຕີ ເໜັ້ນໃຫ້ຜູ້ບໍລິຫານການສຶກສາເອົາໃຈໃສ່ ພັດທະນາຊັບພະຍາກອນມະນຸດ ແລະແມ່ພີມທີ່ດີຂອງຊາດ.

ນັກຮຽນກຳລັງເຂົ້າໂຮງຮຽນ ທີ່ໂຮງຮຽນແຫ່ງໜຶ່ງ ໃນແຂວງພາກເໜືອ. ເດືອນ ກຸມພາ ປີ 2023. RFA

ເນື່ອງໃນໂອກາດວັນຄູແຫ່ງຊາດ ປະຈໍາປີ 2024  ຄົບຮອບ 30 ປີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເໜັ້ນໃຫ້ຜູ້ບໍລິຫານການສຶກສາເອົາໃຈໃສ່ ພັດທະນາຊັບພະຍາກອນມະນຸດແລະແມ່ພີມທີ່ດີຂອງຊາດເພື່ອຮັບປະກັນວ່ານັກຮຽນທີ່ຮຽນອ່ອນ, ຮຽນບໍ່ທັນໝູ່ຈະໄດ້ຮັບການບໍາລຸງຄືນ. ຂະນະທີ່ປັດຈຸບັນຫຼາຍແຂວງຍັງປະເຊີນບັນຫາຄູເຫຼືອບໍ່ພໍຈົນເຮັດໃຫ້ນັກຮຽນຮຽນອ່ອນ, ຮຽນບໍ່ທັນໝູ່ບໍ່ສາມາດສົ່ງນັກຮຽນສອບເສັງແຂ່ງຂັນນັກຮຽນເກັ່ງໄດ້.

ສະເພາະບັນຫາຄູເຫຼືອບໍ່ພໍຢູແຂວງອຸດົມໄຊກໍ່ຄືນັກຮຽນຊັ້ນ ມ.1 ມີທັງໝົດ 40 ຄົນ ມີວິຊາຮຽນ 9 ວິຊາ, ແຕ່ສະພາບຕົວຈິງຄູສອນບໍ່ຄົບທັງ 9 ວິຊາຂາດຄູສອນ 4 ວິຊາ. ເຮັດໃຫ້ຂໍ້ແຂ່ງຂັນທີ່ກະຊວງສຶກສາທິການແລະກິລາກຳນົດ “ສອນດີຮຽນເກັ່ງ” ເພື່ອພັດທະນາຊັບພະຍາກອນມະນຸດນັ້ນບໍ່ສາມາດປະຕິບັດໄດ້ເນື່ອງຈາກໂຮງຮຽນບໍ່ສາມາດສົ່ງນັກຮຽນສອບເສັງແຂ່ງຂັນນັກຮຽນເກັ່ງໃນສາຍວິຊາທີ່ຂາດຄູສອນໄດ້, ໂດຍສະເພາະນັກຮຽນເຂດຫ່າງໄກສອກຫຼີກ. ດັ່ງຄູມັດທະຍົມສຶກສາຈາກເຂດຫ່າງໄກສອກຫຼີກແຂວງອຸດົມໄຊກ່າວຕໍ່ວິິທຍຸເອເຊັຽເສຣີໃນວັນທີ 18 ຕຸລານີ້ວ່າ:

“ຄູຢູ່ຫ້ອງໜຶ່ງມັນຕ້ອງ 9 ວິຊາ 9 ຄົນ, ບາດນີ້ນັກຮຽນມີແຕ່ 40 ມາສະເລັ່ຍໂດຍລວມແມ່ນເຫຼືອການຮຽນການສອນມັນກໍ່ໄດ້ບາງສາຍເຄມີຈັ່ງຊິ. ເອົາແຕ່ລະປີເອົານັກຮຽນບໍາລຸງຮຽນເກັ່ງເດີ້ໄປເສັງໄປແຂ່ງມັນກໍ່ສິໄປໄດ້ຈັ່ງໃດ, ແມ່ພີມຫັ້ນມັນກໍ່ເປັນແມ່ພີມທີ່ນໍາມຶກມັນບໍ່ຄ່ອຍແຈ້ງປານໃດແດ່, ຄູຫອບຫຼາຍຕໍາລາມັນບໍ່ມີໂອກາດທີ່ຈະຄົ້ນຄ້ວາບົດຮຽນ.”

ທ່ານກ່າວຕື່ມວ່າ, ບັນຫາຄູເຫຼືອບໍ່ພໍເປັນສາເຫດໜຶ່ງທີ່ເຮັດໃຫ້ໂຄຕ້າລັດຖະກອນຄູຫຼຸດລົງ. ຍ້ອນຂັ້ນເທີງໄລ່ໃສ່ອັດຕາສ່ວນຄູຕໍ່ນັກຮຽນຄືຄູ 1 ຄົນຕໍ່ນັກຮຽນຊັ້ນມັດທະຍົມສຶກປະມານ 30 ຄົນຕໍ່ຫ້ອງ. ແຕ່ຂັ້ນເທີງບໍ່ໄດ້ໄລ່ອັດຕາສ່ວນຄູຕໍ່ວິຊາທີ່ສອນເຮັດໃຫ້ໂຮງຮຽນທີ່ຕົນເອັງສອນຢູ່ຂາດຄູສອນ 4 ວິຊາ ປະກອບມີ ວິຊາເຄມີ, ສັງຄົມ, ພະລະແລະໄອທີ. ປັດຈຸບັນຈຶ່ງເອົາຄູທີ່ຈົບວິຊາບໍ່ກົງກັບສາຍເອົາມາສອນທີ່ຂາດຈຶ່ງເຮັດໃຫ້ການຮຽນການສອນບໍ່ມີຄຸນນະພາບ.

ສ່ວນແຂວງຊຽງຂວາງໂຮງຮຽນປະຖົມກໍ່ມີບັນຫາຄູເຫຼືອບໍ່ພໍເຮັດໃຫ້ຄູ 1 ຄົນສອນນັກຮຽນ 2 ຊັ້ນຮຽນຫຼືສອນຄວບຫ້ອງເປັນຕົ້ນໂຮງຮຽນປະຖົມສັນຄໍາ, ເມືອງຄໍາ, ແຂວງຊຽງຂວາງ. ຄູ 1 ຄົນຕ້ອງໄດ້ສອນນັກຮຽນຊັ້ນ ປ.1 ແລະ ຊັ້ນປ.2 ທັງໝົດ 40 ຄົນ. ເນື່ອງຈາກນັກຮຽນມີຈຳນວນໜ້ອຍຈຶ່ງຕ້ອງຄວບຫ້ອງສອນເຮັດໃຫ້ມີນັກຮຽນຮຽນອ່ອນຮຽນບໍ່ທັນໝູ່. ຂະນະທີ່ຕາມຫຼັກວິຊາການການຮຽນການສອນລະດັບຊັ້ນປະຖົມສຶກສາຄູ 1 ຄົນຕໍ່ນັກຮຽນປະມານ 30 ຄົນລົງມາ. ດັ່ງຄູຊັ້ນປະຖົມເຂດຫ່າງໄກສອກຫຼີກແຂວງຊຽງຂວາງກ່າວວ່າ.

“ຄວບຫ້ອງເລີຍນັກຮຽນໜ້ອຍຫັ້ນນນ່າເນາະຊັ້ນ ປ.1, ປ.2 ໃຫ້ມັນລະອຽດເທົ່າຢູ່ຫ້ອງດຽວຫັ້ນມັນກໍ່ບໍ່ເທົ່າຫັ້ນແຫຼະເນາະເພາະວ່າຄູມັນບໍ່ມີເວລາຈະຢູ່ກັບນໍາຮຽນກະດານອັນດຽວເນາະແມ່ນປີ້ນໄປປີ້ນມາເວລາສິສອນໜັງສືນນັກຮຽນເກັ່ງນີ້ກໍ່ນັກຮຽນອ່ອນນີ້ກໍ່ຂ້ອນຂ້າງວ່າຫຍຸ້ງຍາກສ້າງກິດຈະກຳ ປ.1 ແລ້ວເຮົາໄປກິດຈະກຳ ປ.2 ເຕັມຊົ່ວໂມງກໍ່ 45 ນາທີ່ກໍ່ແບ່ງໃຫ້ຫ້ອງລະ 20 ປາຍນາທີເນາະຕໍ່ຊົ່ວໂມງ( ການສອນຕໍ່ໜຶ່ງວິຊາ 8).

ໂຮງຮຽນປະຖົມໃນເຂດຫ່າງໄກສອກຫຼີກແຂວງຜົ້ງສາລີບາງແຫ່ງທີ່ມີນັກຮຽນຊົນເຜົ່າເຂົ້າຮຽນກໍ່ຜະເຊີນບັນຫາຄູເຫຼືອບໍ່ພໍຈົນເຮັດໃຫ້ນັກຮຽນຮຽນອ່ອນ. ດັ່ງເຈົ້າໜ້າທີ່ແຂວງຜົ້ງສາລີກ່າວວ່າ.

“ຄູປະຖົມໃນການຮຽນເນາະ 30 ຄົນຕໍ່ຫ້ອງເດ້ເຊີ່ງມີນັກຮຽນນີ້ບໍ່ຮອດບາງບ້ານມີແຕ່ 10 ຄົນ, 6 ຄົນ. ນັກຮຽນນີ້ ປ.1, ປ.2, ປ.3 ບາງເທື່ອນັກຮຽນບໍ່ມີ ປ.1 ບາງເທື່ອ ປ.2, ປ.3, ປ.4 ບາດນີ້ຄູຫັ້ນສອນຫຼາຍຫ້ອງຄຸນນະພາບມັນຕໍ່າ. ສອນບໍ່ໝົດໂຄງການນ່າເວົ້າຄວາມຈ້ງແລ້ວກໍ່ຈົບ ປ.5 ອ່ານກໍ່ຍັງບໍ່ທັນໄດ້ນ່່າຂຽນບໍ່ເປັນຄິດໄລ່ເລກບໍ່ໄດ້ເທື່ອ.

ກ່ຽວກັບສະພາບການຄູເຫຼືອ ບໍ່ພໍທ່ານນາຍົກລັດຖະມົນໄດ້ກ່າວວ່າ, ໃຫ້ເອົາໃຈໃສ່ແມ່ພີມທີ່ດີຂອງຊາດເພື່ອຮັບປະກັນວ່ານັກຮຽນທີ່ຮຽນອ່ອນ, ຮຽນບໍ່ທັນໝູ່ຈະໄດ້ຮັບການບໍາລຸງຄືນໃໝ່ນັ້ນ, ສະພາບຕົວຈິງຢູ່ບາງແຂວງເປັນຕົ້ນແຂວງສະຫວັນນະເຂດມີການຝຶກອົບຮົມຫຼັກສູດທົບທວນ, ສຳມະນາໃຫ້ຄູ. ແຕ່ເມື່ອປະຕິບັດຕົວຈິງຄູບໍ່ສາມາດໃຫ້ຄວາມຮູ້ທີີ່ຝຶກອົບຮົມໄດ້ 100% ຍ້ອນຄູຜູ້ໜຶ່ງຕ້ອງໄດ້ສອນຫ້ອງຄວບຫຼາຍຫ້ອງ. ດັ່ງເຈົ້າໜ້າທີ່ແຂວງສະຫວັນນະເຂດກ່າວວ່າ.

“ການເຮັດໜ້າທີ່ຂອງຄູເຮົາຢູ່ເຂດນອກນີ້ຍັງບໍ່ທັນເປັນ 100 ຫັ້ນນ່າ, ຖືວ່າການຝຶກກໍ່ມີເວລາກໍ່ມີຫັ້ນແຫຼະມາເຜີຍແຜ່ແຕ່ວ່າ ຫຼັງຈາກມາແລ້ວເມືອກັບບ້ານມັນກໍ່ເຮັດວຽກແບບວ່າ ຈັບປື້ມສອນໂລດນ່າ. ເຂົາເຈົ້າບໍ່ທັນໄດ້ແຕ່ງບົດສອນອີ່ຫຍັງຕ່າງໆ ດອກ, ຄູເຮົາກໍ່ອອກບຳນານນໍາແດ່ແຕ່ເຂົ້າບໍານານນໍາແດ່ໂກຕ້າກໍ່ໜ້ຍໂຕນີ້ຖ້າບໍ່ມີອາສາອຳມະພາດເລີຍ.

ວັນທີ 16 ຕຸລາ 2024 ຜ່ານມາ ເນື່ອງໃນໂອກາດສະຫຼອງວັນຄູແຫ່ງຊາດ ວັນທີ 07 ຕຸລາ 2024 ຄົບຮອບ 30 ປີ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວວ່າ

ການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກິລາໂດຍສະເພາະແມ່ນຮັບປະກັນການສໜອງການສຶກສາໃຫ້ມີຄຸນນະພາບແລະສາມາດເຂົ້າເຖີງປະຊາຊົນບັນດາເຜົ່າໃນສະພາບການທີ່ມີຄວາມທ້າທາຍຫຼາຍສີ່ງຕໍ່ຂະແໜງການສຶກສາແລະກິລາ, ພວກເຮົາບໍ່ອາດຈະປະໃຫ້ຄູຜະເຊີນກັບສີ່ງທ້າທາຍນັ້ນພຽງລຳພັງ.

ສະນັ້ນຈຶ່ງຮຽກຮ້ອງ ມາຍັງທຸກພາກສ່ວນຕ້ອງໄດ້ຮ່ວມມືກັນເປັນຕົ້ນ,ໃຫ້ຜູ້ບໍລິຫານການສຶກສາ ແລະກິລາທຸກຂັ້ນຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າວຽກຂອງຕົນ. ເອົາໃຈໃສ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບໃຫ້ໄດ້ມາດຕະຖານ 3 ລັກສະນະແລະ 5 ຫຼັກມູນຂອງການສຶກສາ. ຕິດພັນກັບຂໍ້ແຂ່ງຂັນຮັກຊາດແລະພັດທະນາຄື ສອນດີຮຽນເກັ່ງ, ສ້າງສະພາບແວດລ້ອມທີ່ດີໃນສະຖານການສຶກສາ, ພ້ອມກັນຕ້ານປະກົດການຫຍໍ້ທໍ້ ຕ່າງໆໂດຍສະເພາະແມ່ນບັນຫາຢາເສບຕິດ ແລະຄ່ານິຍົມທີ່ຜິດເຂວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org