ແມ່ຍິງ-ເດັກນ້ອຍ 12/22/18

ຊີວິດຂອງເດັກນ້ອຍ ບ້ານໜອງຄຳ ເມືອງໂພນໄຊ ແຂວງຫຼວງພຣະບາງ ທີ່ຍັງຂາດ ເຄື່ອງນຸ່ງຫົ່ມ, ອຸປກອນການຮຽນ ແລະ ຫ້ອງຮຽນ ກໍຊຸດໂຊມ.

ຄູບາ ສົມນຶກ ພັນທະວົງ ຖ່າຍຮູປຮ່ວມເດັກນ້ອຍໃນບ້ານ ທີ່ເພິ່ນໄປຊ່ອຍເຫຼືອ ຕາມຄວາມສາມາດ ທີ່ເພິ່ນພໍເຮັດໄດ້ RFA/ ຄູບາ ສົມນຶກ ພັນທະວົງ

ບ້ານໜອງຄຳ ເມືືອງໂພນໄຊ ແຂວງຫຼວງພຣະບາງ ເປັນບ້ານນຶ່ງທີ່ທຸກຍາກຂາດເຂີນ ຍັງຂາດໂຄງຮ່າງພື້ນຖານທຸກຢ່າງ ເປັນຕົ້ົ້ົ້ນຖນົນ ຫົນທາງ, ສຸຂສາລາ, ໂຮງຮຽນກໍຊຸດໂຊມຫຼາຍ ຮວມທັງຂາດ ອຸປກອນການຮຽນ.

ທີ່ຜ່ານມາ ນາຍບ້ານ ບ້ານໜອງຄໍາ ເຄີຍເຮັດໜັງສື ສເນີໄປຫາທາງຂັ້ນເທິງແລ້ວ ແຕ່ກໍຍັງບໍ່ໄດ້ຮັບຄຳຕອບເທື່ອ, ດັ່ງນັ້ນ ທາງບ້ານ ຈ່ຶງຂຽນໃບສເນີໄປຍັງ ຄູບາ ສົມນຶກ ພັນທະວົງ ໃຫ້ຊ່ອຍສ້າງ ໂຮງຮຽນຫຼັງໃຫມ່ໃຫ້,

ແຕ່ປັດຈຸບັນ ກໍຍັງບໍ່ທັນມີຜູ້ບໍຣິຈາກ ເພື່ອສ້າງໂຮງຮຽນນັ້ນເທື່ອ ຊື່ງກ່ອນໜ້ານັ້ນ ຄູບາ ສົມນຶກ ໄດ້ຣະດົມທຶນ ຈາກອອກຕົນຍາດໂຍມ ທັງພາຍໃນແລະຕ່າງປະເທດ ຊື້ເຄື່ອງນຸ່ງຮົ່ມ ແລະສ້າງໂຮງຮຽນ ໃຫ້ບ້ານຫ້ວຍຫ້າວ ເມືອງຊຽງເງິນ ແລ້ວຫຼັງນຶ່ງ ດັ່ງທີ່ ຄູບາ ກ່າວວ່າ: ເຊີນທ່ານຮັັບຟັງ ສຽງສຳພາດ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org