ຕຣຽມຈັດງານ ມະໂຫລານ ສົ່ງເສີມການອ່ານ

ງານສົ່ງເສີມການອ່ານ ພາສາລາວ ຈະຕຣຽມຈັດຂຶ້ນ ໃນເດືອນພຶສຈິການີ້ ໃນຫົວຂໍ້ “ຮູ້ຮັກ ພາສາ ລາວ” ໂດຍງານນີ້ ຈະຈັດຂຶ້ນ ເພື່ອໃຫ້ເດັກນ້ອຍ ນັກຮຽນ ມີໂອກາດ ໄດ້ຝຶກຝົນ ການອ່ານ, ຂະນະທີ່ ປະເທດລາວ ເປັນປະເທດ ທີ່ມີອັດຕຣາການຮູ້ໜັງສື ຕາມຫຼັງປະເທດອື່ນໆ ໃນອາຊ້ຽນ.

ເດັກນ້ອຍແມ່ຍິງ ທີ່ຕ້ອງເບິ່ງແຍງ ນ້ອງນ້ອຍ ແລະອ່ານປື້ມ ໄປພ້ອມໆກັນ. Public Domain

ທາງການລາວ ຈະຈັດງານບຸນມະໂຫລານ ສົ່ງເສີມການອ່ານຄັ້ງທີ 3 ປະຈຳປີ 2022 ໃນຫົວຂໍ້ “ຮູ້ຮັກພາສາລາວ ຊຶ່ງມີກຳນົດຈະຈັດຂຶ້ນ ໃນເດືອນ ພຶສຈິການີ້ ພາຍຫຼັງຄະນະຜູ້ຈັດງານບຸນ ມະໂຫລານສົ່ງເສີມການອ່ານ ໄດ້ສຳຣວດພົບວ່າ ຊາວໜຸ່ມລາວທັງນັກຮຽນ, ນັກສຶກສາ ແລະ ປະຊາຊົນ ທົ່ວໄປເກືອບ 50% ຫຼື ປະມານ 30,000 ຄົນ ອ່ານປື້ມພາສາ ຕ່າງປະເທດ ໂດຍສະເພາະພາສາໄທຍ ແລະພາສາອັງກິດ ຫຼາຍກ່ວາພາສາລາວ ແລະ ບໍ່ເຂົ້າເຖິງປື້ມຫົວໃໝ່ ໂດຍອີງຈາກຜົລ ການສຳຣວດ ຈາກກຸ່ມໂຕຢ່າງ ປະມານ 65,000 ຄົນ ໃນປີ 2019. ປີນີ້ ຈຶ່ງໄດ້ລະດົມ ນັກຂຽນ ແລະໜັງສື ພາສາລາວ ທົ່ວປະເທດລາວ ເຂົ້າມາໂຮມກັນ ໃນງານບຸນ ມະໂຫລານ ສົ່ງເສີມການອ່ານ ເທື່ອນີ້.

ປັດຈຸບັນ ບໍ່ສາມາດເວົ້າໄດ້ວ່າ ຊາວໜຸ່ມລາວ ແລະປະຊາຊົນລາວ ບໍ່ມັກອ່ານໜັງສື ຍ້ອນພວກເຂົາເຈົ້າມັກອ່ານຢູ່ ແຕ່ໃນປະເທດລາວ ປື້ມອ່ານຢາກໜ້ອຍ ບວກກັບປັດຈຸບັນ ປະຊາຊົນລາວ ນິຍົມໃຊ້ສື່ສັງຄົມອ໋ອນລາຍນ໌ ຈຶ່ງອ່ານຂໍ້ມູນຄວາມຮູ້ຕ່າງໆ ຈາກສື່ສັງຄົມອ໋ອນລາຍນ໌ ແທນການອ່ານໜັງສື ເຮັດໃຫ້ການຈົດຈໍ່ ກັບການອ່ານ ໃນສື່ອ໋ອນລາຍນ໌ ບໍ່ດົນເທົ່າອ່ານຈາກປື້ມ.

ດັ່ງເຈົ້າໜ້າທີ່ ຄະນະຜູ້ຈັດງານບຸນ ມະໂຫລານສົ່ງເສີມ ການອ່ານຄັ້ງທີ 3 ປະຈຳປີ 2022 ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 06 ຕຸລາ ນີ້ວ່າ:

ໂຕນີ້ເປັນໂຕຊີ້ວັດໄດ້ວ່າ ມັກອ່ານແຕ່ຢູ່ລາວເຮົາ ປື້ມອ່ານຢາກໜ້ອຍ ອອກໄປເຂດນອກນີ້ນ່າ ເຂົາເຈົ້າບໍ່ມີປື້ມຫົວໃໝ່ ມີແຕ່ປື້ມເກົ່າ ແລ້ວເຂົາເຈົ້າບໍ່ອ່ານ ເຂົາເຈົ້າວ່າມັນເກົ່າແລ້ວ ເວລາເຮົາໃຊ້ໂທຣະສັບ ເນາະເຮົາເລື່ອນໆໄປ ບາດນີ້ເຮົາອ່ານໄປ ອ່ານມາເຜີໆເຮົາຢາກອອກ ໄປເຮັດຢ່າງອື່ນເພາະວ່າ ມັນສິ່ງລໍ້ຕາ ລໍ້ໃຈຫຼາຍກ່ວາ ນັ້ນຫັ້ນນ່າ.

ໃນວັຍຂອງເດັກນ້ອຍ ສ່ວນໃຫຍ່ກໍຈະມັກຈະເລືອກ ກິນເຂົ້າຕົ້ມ ເຂົ້າໜົມ ເປັນອັນດັບທຳອິດ. ຂະນະທີ່ເດັກນ້ອຍ ຊົນເຜົ່າໃນເຂດຫ່າງໄກ ສອກຫຼີກ ທາງພາກເໜືອ ຂອງລາວ ພັດເລືອກປື້ມ ເພື່ອອ່ານເປັນອັນດັບທຳອິດ ຍ້ອນພວກເຂົາເຈົ້າ ມີແຕ່ປື້ມຫົວເກົ່າເພື່ອອ່ານ ແລ້ວຈາກນັ້ນເຂົາເຈົ້າ ຈຶ່ງຄ່ອຍເລືອກ ເຂົ້າໜົມໄວ້ກິນພາຍຫຼັງ ຄົນຕ່າງປະເທດ ຈາກອົງການສາກົລ ເຂົ້າໄປສຳຣວດ ການອ່ານໜັງສື ຂອງນັກຮຽນ ຈຶ່ງເກັບເຣື່ອງນີ້ ມາເລົ່າສູ່ຟັງ ເພື່ອເຮັດກິຈກັມ ສົ່ງເສີມການອ່ານ ໄປເທື່ອລະກ້າວ.

ດັ່ງເຈົ້າໜ້າທີ່ ຄະນະຜູ້ຈັດງານບຸນ ມະໂຫລານ ສົ່ງເສີມການອ່ານຄັ້ງທີ 3 ປະຈຳປີ 2022 ໄດ້ກ່າວຕື່ມວ່າ:

ເຂົາເຈົ້າເຫັນເດັກນ້ອຍ ກຸ່ມເດັກນ້ອຍເນາະ ມັນມີເດັກນ້ອຍຢູ່ ກຸ່ມທາງເຮົາໄປຊໍາເໜືອຫັ້ນນ່າ ເປັນພູນັ້ນນ່າ ເຂົາເຈົ້າຈອດໄວ້ ເຂົາເຈົ້າມີເຂົ້າໜົມ ກັບປື້ມຫັ້ນນ່າ ແລ້ວເຂົາເອົາໃຫ້ເດັກນ້ອຍ ເດັກນ້ອຍເຂົາເຈົ້າກໍແລ່ນມາຫາ ປື້ມຫຼາຍກວ່າ.

ອົງການ ຣູມ ທູ ຣີດ “Room to Read” Laos ເປັນອົງການສາກົລ ທີ່ມີໂຄງການສົ່ງເສີມ ການສຶກສາສຳລັບເດັກນ້ອຍ ນັກຮຽນລາວ ຢູ່ເມືອງແບງ ແລະ ເມືອງໄຊ ແຂວງອຸດົມໄຊ ເພື່ອໃຫ້ເດັກນ້ອຍ ນັກຮຽນຮັກການອ່ານ ແລະໂຄງການດັ່ງກ່າວ ໄດ້ສິ້ນສຸດໄປແລ້ວ.

ປັດຈຸບັນໂຄງການ ຫ້ອງສະມຸດຂອງເດັກນ້ອຍ ນັກຮຽນຊັ້ນປະຖົມສຶກສາ 8 ໂຮງຮຽນ ທີ່ມີນັກຮຽນຈຳນວນຫຼາຍ ເຂົ້າຮ່ວມໂຄງການຂອງ ຣູມ ທູ ຣີດ “Room to Read” Laos ກໍມີນິສັຍ ຮັກການອ່ານ, ກ້າເວົ້າ, ກ້າສະແດງອອກ ເມື່ອທຽບໃສ່ກັບເດັກນັກຮຽນ ຊັ້ນດຽວກັນ ທີ່ບໍ່ໄດ້ເຂົ້າຮ່ວມໂຄງການ ແຕ່ພາຍຫຼັງ ໂຄງການສິ້ນສຸດລົງ ປື້ມຫົວໃໝ່ ເພື່ອການອ່ານ ກໍບໍ່ໄດ້ຮັບການອັພເດດ ເຮັດໃຫ້ນັກຮຽນ ບໍ່ໄດ້ສືບຕໍ່ ການອ່ານແລ້ວ ເນື່ອງຈາກນັກຮຽນ ອ່ານຈົບເຣື່ອງໝົດແລ້ວ. ດັ່ງນັ້ນ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງມີປື້ມ ທີ່ຫຼາກຫຼາຍ ແຈກຢາຍໃຫ້ຫ້ອງສະມຸດ ຂອງໂຮງຮຽນ.

ດັ່ງເຈົ້າໜ້າທີ່ ຜແນກສຶກສາທິການ ແລະກິລາ ແຂວງອຸດົມໄຊ ກ່າວໃນມື້ດຽວກັນນີ້ວ່າ:

ເອີ ຫ້ອງສະມຸດ ເຮົາກໍເຂົາເຈົ້າ ກໍຍັງນຳໃຊ້ຢູ່ ເຂົາເຈົ້າກໍເຂົ້າ ເຂົ້າປົກຕິ ຫ້ອງສະມຸດ ການອ່ານປື້ມ ຂອງ Room to Read Laos ເຂົາເຈົ້າກໍມີການຢືມ ການເຊົ່າ ໄປອ່ານຢູ່ເຮືອນ ກໍມີໂຕເກົ່າ ແລ້ວເດ້ເພິ່ນກໍບໍ່ໄດ້ເອົາມາ ສນັບສນູນແລ້ວເນາະ ຖືວ່າໝົດໂຄງການ ກໍໝົດເລີຍ ປື້ມກໍບາງຄົນ ກໍຈົນຈື່ພຸ້ນແຫຼະເດັກນ້ອຍ ປະຖົມ ເດັກນ້ອຍ ເຂົາມັກເຣື່ອງໃດ ເຂົາອ່ານຈົນຈື້ພຸ້ນໄດ໋ ມັນກາຕ້ອງມີປື້ມ ຫຼາກຫຼາຍຫັ້ນແຫຼະ ເຣື່ອງທີ່ໄດ້ສອນ ໃຫ້ນັກຮຽນອ່ານ ຮູ້ອ່ານບົດຄວາມຕ່າງໆ ຢູ່ໃນຫ້ອງສະມຸດຫັ້ນນ່າ.

ອົງການ “Room to Read” Laos ໄດ້ຈັດຕັ້ງໂຄງການ ສົ່ງເສີມການສຶກສາ ສຳລັບເດັກນ້ອຍ ນັກຮຽນຢູ່ນະຄອນຫຼວງພຣະບາງ, ເມືອງປາກອູ, ເມືອງຊຽງເງິນ ແລະ ເມືອງນານ ແຂວງຫຼວງພຣະບາງ ແຕ່ປີ 2022-2025 ໂດຍເໜັ້ນໃຫ້ນັກຮຽນ ເປົ້າໝາຽອ່ານ ແລະຂຽນພາສາລາວ ແລະຄິດໄລ່ເລຂ ຄະນິດສາຕຊັ້ນປະຖົມ ສຶກສາ ໄດ້ຕາມມາຕຖານ ພາຍຫຼັງເຫັນວ່າ ນັກຮຽນຊົນເຜົ່າ ພາຍໃນແຂວງ ຍັງອ່ານ ແລະຂຽນພາສາລາວບໍ່ໄດ້ ຮວມເຖິງຍັງຄິດໄລ່ເລຂ ໂດຍໃຊ້ແກ່ນພືດ ຊຶ່ງເປັນວິທີຄິດໄລ່ເລຂ ທີ່ບໍ່ສາມາດຄິດໄລ່ເລຂ ຈຳນວນຫຼາຍໄດ້.

ດັ່ງເຈົ້າໜ້າທີ່ ຜແນກສຶກສາ ທິການ ແລະກິລາ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ເຂດທີ່ມັນມີຊົນເຜົ່າ ປ.1 ນີ້ ເບື້ອງຕົ້ນເຂົາກໍບໍ່ເຂົ້າໃຈ ຄວາມລາວຢູ່ແລ້ວ ສະນັ້ນຊິມາອ່ານ, ມາຂຽນແບບເຮົາຮຽນ ພາສາຕ່າງປະເທດ ກໍຫຍຸ້ງຍາກ ເພິ່ນຈຶ່ງໄດ້ມາສົ່ງເສີມໂຕນີ້ ແລ້ວອັນທີ 2 ນີ້ ຖ້າເວົ້າເຣື່ອງການອ່ານໜັງສື ຂອງຄົນລາວນີ້ ກໍຫາຍາກຢູ່ແລ້ວ ເພິ່ນວ່າມີກິຈກັມໂຕນີ້ ເພື່ອເປັນການສົ່ງເສີມ ໃຫ້ເຂົາເຈົ້າ ກໍຊົນເຜົ່າຊັ້ນປະຖົມ ເຂົາກໍເອົາແກ່ນສາລີ, ແກ່ນໝາກອຶ, ໝາກຫຍັງມາໄລ່ ຈຳນວນ ຈຳນວນໜ້ອຍ ມັນໄລ່ໄດ້ ແຕ່ຈຳນວນຫຼາຍ ກໍບໍ່ສາມາດຄິດ ຈຳນວນ.

ສະພາບໂຕຈິງ ຢູ່ເມືອງປາກອູູ ແຂວງຫຼວງພຣະບາງ ຫ້ອງສະມຸດ ຈະມີແຕ່ໂຮງຮຽນ ລະດັບມັທຍົມສຶກສາ ສ່ວນຫ້ອງສະມຸດ ຂອງໂຮງຮຽນ ລະດັບປະຖົມສຶກສາ ເກືອບຈະບໍ່ມີ ໂດຍສະເພາະ ໃນເຂດຫ່າງໄກສອກຫຼີກ ຈຶ່ງເຮັດໃຫ້ນິສັຍ ຮັກການອ່ານ ແຕ່ຍັງນ້ອຍ ບໍ່ມັກພົບເຫັນ ໃນເດັກນ້ອຍນັກນຽນຊົນເຜົ່າ ຮວມເຖີງເດັກນ້ອຍ ແລະຊາວໜຸ່ມລາວ ໃນໂຕເມືອງນຳດ້ວຍ ໂດຍສັງເກດໄດ້ຈາກ ຕາມທີ່ສາທາຣະນະ ບໍ່ວ່າຈະເປັນ ຄ໋າເຟ້ (Cafe), ສວນສາທາຣະນະ, ຣົຖປະຈຳທາງ ຈະບໍ່ເຫັນປະຊາຊົນລາວ ຍົກໜັງສືຂຶ້ນມາອ່ານ ຈຶ່ງເປັນເຣື່ອງທີ່ດີ ຫາກອົງການສາກົລ ເຂົ້າມາຊ່ອຍສົ່ງເສີມ ການອ່ານໃຫ້ເດັກນ້ອຍ ນັກຮຽນ.

ດັ່ງຊາວລາວ ຢູ່ເມືອງປາກອູ ແຂວງຫຼວງພຣະບາງ ກ່າວໃນມື້ດຽວກັນນີ້ວ່າ:

ຍັງອ່ອນຢູ່ ການອ່ານ ການຫຍັງນີ້ນ່າ ເຂົາເຈົ້າບໍ່ທັນໄດ້ເໜັ້ນໜັກ ອ່ານອອກຢູ່ ເຂົາເຈົ້າບໍ່ ສງວນກາມອ່ານປານໃດນ່າ ຖ້າມີຄົນສົ່ງເສີມ ເຂົາກໍໜ້າຈະຮັກ ການອ່ານຫຼາຍຂຶ້ນ ບໍ່ຄ່ອຍເຫັນອ່ານໜັງສືດອກ ມີຢູ່ແຖວບ່ອນຈອດຣົຖເມ ຣົຖຫຍັງ ບໍ່ຄ່ອຍເຫັນ ຕາມທີ່ເຮົາເຄີຍໄປ ບໍ່ຄືຕ່າງປະເທດເດ້.

ງານບຸນ ມະໂຫລານສົ່ງເສີມ ການອ່ານຄັ້ງທີ 3 ປະຈຳປີ 2022 ໃນຫົວຂໍ້ “ຮູ້ຮັກພາສາລາວ ມີກຳນົດຈະຈັດຂຶ້ນໃນວັນທີ 9-13 ພຶສຈິກາ ຢູ່ສູນການຄ້າ ວຽງຈັນເຊັນເຕີ້ຣ໌ ສ່ວນງານບຸນ ມະໂຫລານ ສົ່ງເສີມການອ່ານ ຄັ້ງທີ 1 ແລະ 2 ເຄີຍຈັດຂຶ້ນ ໃນປີ 2019 ຈຳນວນ 2 ຄັ້ງ ແບ່ງເປັນເປີດໂຕງານບຸນ ມະໂຫລານສົ່ງເສີມການອ່ານ ຕົ້ນປີ 2019 ແລະ ງານບຸນມະໂຫລານ ສົ່ງເສີມການອ່ານ ເນື່ອງໃນວັນຄຣູແຫ່ງຊາຕ ເດືອນຕຸລາ ປີ 2019 ສ່ວນປີ 2020-2021 ບໍ່ໄດ້ຈັດ ເນື່ອງຈາກມີການຣະບາດ ຂອງໂຄວິດ-19.

ນອກຈາກນີ້ ສຳນັກຂ່າວໄທຍ ໄດ້ຣາຍງານວ່າ ອັດຕຣາການຮູ້ໜັງສື ຂອງປະເທດອາຊ້ຽນ ໃນປີ 2007-2010, ປະເທດລາວ ຢູ່ໃນອັນດັບທີ 10 ຈາກທັງໝົດ 10 ປະເທດ ໂດຍປະເທດລາວ ມີອັດຕຣາ ການຮູ້ໜັງສື 73.4%, ຂະນະທີ່ເຈົ້າໜ້າທີ່ ຄະນະຈັດງານບຸນ ມະໂຫລານ ສົ່ງເສີມການອ່ານ ຄັ້ງທີ 3 ປະຈຳປີ 2022 ກ່າວວ່າ ຫາກປະຊາຊົນລາວ ບໍ່ອ່ານໜັງສື ກໍຈະເຮັດໃຫ້ທັກສະ ການຄິດ-ວິເຄາະ ໃນການຕັດສິນໃຈ ຕໍ່ການດຳເນີນຊີວິຕ ຈະບໍ່ດີເທົ່າທີ່ຄວນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org