ຄຣູອາສາ ລາອອກ, ນັກຮຽນ ອອກໂຮງຮຽນ ຍັງເພີ່ມທະວີ

ບັນຫາຄຣູອາສາສມັກ ໃນເຂດຊົນນະບົດລາອອກ ແລະ ບັນຫາ ປະລະການຮຽນ ຂອງນັກຮຽນໃນເຂດຊົນນະບົດ ເພີ່ມຂຶ້ນ ໃນທົ່ວປະເທດ ໂດຍສະເພາະ ເມື່ອທາງຣັຖບານ ລົດໂຄຕ້າ ຣັຖກອນຄຣູລົງ ກໍຍິ່ງເຮັດໃຫ້ເພີ່ມບັນຫາ ການຂາດຄຣູສອນ ໃນເຂດຫ່າງໄກ.

ເດັກນ້ອຍນັກຮຽນ ທີ່ໂຮງຮຽນແຫ່ງນຶ່ງ ໃນແຂວງສວັນນະເຂດ ກຳລັງລໍຮັບອາຫານທ່ຽງ ຕາມໂຄງການອາຫານທ່ຽງ ທີ່ໄດ້ຮັບການສນັບສນູນ ຈາກສາກົລ (TS), ເດືອນມີນາ ປີ 2023. RFA

ໃນວັນທີ 24 ພຶສພາ 2023 ກອງປະຊຸມຣັຖບານ ສໄມສາມັນ ປະຈໍາເດືອນພຶສພາ 2023 ໄດ້ປຶກສາຫາລື ກ່ຽວກັບບັນຫາຄຣູອາສາສມັກ ໃນເຂດຊົນນະບົດລາອອກ ແລະບັນຫາ ປະລະການຮຽນ ຂອງນັກຮຽນ ໃນເຂດຊົນນະບົດ ເພີ່ມຂຶ້ນ ໂດຍເບື້ອງຕົ້ນ ໄດ້ໃຫ້ພາກສ່ວນທີ່ກ່ຽວຂອງ ຄົ້ນຄວ້າ ເກັບໂຮມຂໍ້ມູນ ແລະມາຕການແກ້ໄຂ ເພື່ອຣາຍງານຕໍ່ກອງປະຊຸມ ຣັຖບານ ທີ່ຈະເປີດກວ້າງຄັ້ງທີ 1 ໃນທ້າຍເດືອນມິຖຸນາ 2023 ນີ້.

ກ່ຽວກັບບັນຫານີ້ ຄຣູອາສາສມັກ ໃນເຂດຊົນນະບົດ ລາອອກກັນຫຼາຍຂຶ້ນທຸກປີ ໂດຍສະເພາະ ຄຣູອາສາສມັກ ທີ່ເຮັດວຽກມາດົນ ໃນຊ່ວງໄລຍະ 7-8 ປິີ ມັກຈະລາອອກ ສາເຫດ ຍ້ອນວ່າ ບໍ່ມີຄວາມຫວັງ ທີ່ຈະໄດ້ເປັນຣັຖກອນຄຣູເທື່ອ ເຖິງແມ່ນວ່າ ແຕ່ລະປີ ຣັຖບານຈະໃຫ້ໂກຕ້າຣັຖກອນຄຣູ ໃນແຕ່ລະແຂວງຢູ່ກໍຕາມ ແຕ່ວ່າ ຣັຖບານໃຫ້ໜ້ອຍເກີນໄປ ເຊິ່ງຜູ້ຈະໄດ້ເປັນຣັຖກອນຄຣູ ກໍຈະມີແຕ່ລູກຫຼານຄົນມີເສັ້ນມີສາຍ ແລະເມື່ອຄຣູອາສາໝົດຫວັງ ທີ່ຈະໄດ້ເປັນຣັຖກອນຄຣູ ກໍຕ້ອງການລາອອກໄປຫາອາຊີບໃໝ່ເຮັດ ເພາະຖ້າເຮັດອາຊີບຄຣູ ອາສາສມັກຕໍ່ໄປ ກໍຮູ້ສຶກເສັຍເວລາ ສ່ວນນຶ່ງ ສວັດດິການ ເງິນເດືອນກໍບໍ່ໄດ້ ໃນຂະນະທີ່ ຣາຍຈ່າຍແຕ່ລະມື້ເພີ່ມສູງຂຶ້ນ ໃນຍຸກທີ່ຄ່າຄອງຊີບສູງ ເຖິງແມ່ນວ່າ ຄຣູອາສາຕາມເຂດຊົນນນະບົດ ຈະໄດ້ເງິນອຸດໜູນ ຈາກຊາວບ້ານ ເດືອນລະ 200,000 ກີບ ແຕ່ກໍບໍ່ໄດ້ພໍຈະລ້ຽງຊີບໄດ້ ຍັງອາສັຍ ເພິ່ງຄອບຄົວຄືເກົ່າ.

ດັ່ງອະດີດຄຣູອາສາສມັກ ທ່່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ພຶສພາ ນີ້ວ່າ:

“ຄຣູອາສາ ມັນເປັນທາງພາກຣັຖ ເພິ່ນເປີດໂອກາດໃຫ້ເນາະ ແລ້ວບາດນີ້ ຄຣູອາສາເພິ່ນກໍໄປສມັກຫຼາຍ ກະຫຼາຍປີແລ້ວ ກໍສອນຟຣີແລ້ວ ມັນຈະບໍ່ໄດ້ຫຍັງເດ້ ມັນກໍຖ້າໂກຕ້າ ຈາກພາກຣັຖອະນຸມັດໃຫ້ຫັ້ນແຫຼະ ແຕ່ວ່າ ເພິ່ນບໍ່ອະນຸມັດໃຫ້ຫັ້ນແຫຼະ ແລ້ວບາດນີ້ ທຸກຄົນເຂົາກໍລາອອກ ຄັນວ່າຈະໄດ້ເຂົ້າພາກຣັຖນີ້ ມັນເປີເຊັນໜ້ອຍ ມັນບໍ່ໄດ້ເຂົ້າເຂົ້າງ່າຍໆດອກ ຄົນທີ່ວ່າ ຈະໄດ້ເຂົ້າໂກຕ້າ ມັນບໍ່ແມ່ນພວກເຮົາ ມັນສົມລູກເຈົ້າຫຼານນາຍພຸ້ນເດ້.”

ຂະນະທີ່ ອະດີດຄຣູອາສາສມັກ ອີກທ່ານນຶ່ງ ກໍກ່າວວ່າ ທ່ານເອງ ຫາກໍລາອອກຈາກການເປັນຄຣູູອາສາສມັກ ເມື່ອປີ 2022 ທີ່ຜ່ານມາ ເຊິ່ງທ່ານ ເຮັດອາຊີບຄຣູ ມາໄດ້ 8 ປີ ຄວາມຮູ້ສຶກບໍ່ຕ່າງຈາກຄຣູອາສາສມັກຄົນອື່ນໆ ທີ່ພາກັນລາອອກ ສາເຫດຫຼັກ ກໍຍ້ອນວ່າ ບໍ່ມີຄວາມຫວັງ ຈະໄດ້ເປັນຣັຖກອນຄຣູ ແລະຖ້າເຮັດອາຊີບຄຣູອາສາສມັກຕໍ່ໄປ ກໍເສັຍເວລາຖິ້ມໄປລ້າໆ ເງິນເດືອນທີ່ຈະລ້ຽງຄອບຄົວກໍບໍ່ມີ ໃນຍຸກທີ່ເສຖກິຈເງິນເຟີ້ ຣາຍຈ່າຍກໍຫຼາຍຂຶ້ນ ທ່ານຮູ້ສຶກແບກຮັບບໍ່ໄຫວ ກໍຈໍາເປັນຕ້ອງລາອອກ ປັດຈຸບັນ ທ່ານກໍເຮັດອາຊີບ ຂາຍເຄື່ອງທາງອ໋ອນລາຍນ໌.

“ແມ່ນ ລາອອກແລ້ວ ປີກາຍ ເພາະວ່າ ມັນບໍ່ມີຄວາມຫວັງ ຄັນເຮົາສອນໄປ ກໍບໍ່ມີເປີເຊັນຈະໄດ້ ເພາະວ່າ ໂຮງຮຽນມັນໄກ ຣາຍຈ່າຍມັນກໍຫຼາຍກວ່າ ບໍ່ໄຫວ.”

ຂະນະດຽວກັນ ຄຣູອາສາສມັກ ອີກທ່ານນຶ່ງ ທີ່ເຮັດວຽກເປັນຄຣູອາສາສມັກ ມາ 10 ປີ ແລະຍັງສອນຢູ່ໃນປັດຈຸບັນ ກ່າວວ່າ ທີ່ທ່ານຍັງສອນຕໍ່ໄປ ແລະຍັງບໍ່ລາອອກ ກໍຍ້ອນວ່າ ຍັງມີຄວາມຫວັງ ວ່າຈະໄດ້ເປັນຣັຖກອນຢູ່.

“ປີນີ້ ກໍ 10 ປີແລ້ວ ເສັງຣັຖກອນກໍໍບໍ່ໄດ້ ບໍ່ມີໂຕເລຂເພິ່ນເນາະ ຖ້າເພິ່ນບໍ່ເອົາ ເຮົາກໍສູ້ຕໍ່ໄປ ອັນນີ້ ກໍທໍ້ແດ່ ກະຈັ່ງໃດ ເຮົາກໍຮັກສາຍນີ້ ເຮົາຈົບວິຊານີ້ ແລະເຮົາກໍຕ້ອງໄດ້ຕໍ່ສູ້ຕໍ່ໄປ ຄອບຄົວກະພໍຢູ່ພໍກິນ ບາງຄົນ ຄອບຄົວເນາະ ກະມີເງິນເດືອນຜົວ.”

ຄຣູອາສາສມັກທ່ານນີ້ ຍັງກ່າວຕື່ມວ່າ ທ່ານເປັນຄຣູອາສາ ສອນໃນເມືອງ ແລະທາງໂຮງຮຽນທີ່ທ່ານສອນ ກໍຍັງໃຫ້ເງິນອຸດໜູນຢູ່ນໍາດ້ວຍ ເຖິງບໍ່ຫຼາຍ ແຕ່ທ່ານກໍຍັງສູ້ຕໍ່ໄປ ແຕ່ເງິນອຸດໜູນ ທີ່ໄດ້ຮັບຈາກທາງໂຮງຮຽນ ກໍຖືວ່າ ໄດ້ຫຼາຍກວ່າ ຄຣູອາສາສມັກ ໃນເຂດຊົນນະບົດ.

ດ້ານເຈົ້າໜ້າທີ່ການສຶກສາ ໃນແຂວງຈໍາປາສັກ ທ່ານນຶ່ງ ກໍກ່າວວ່າ ທີ່ຜ່ານມາ ຕາມທີ່ສັງເກດພາບລວມ ມີຄຣູອາສາສມັກ ລາອອກກັນຫຼາຍ ຄິດວ່າ ເກືອບ 30% ທົ່ວແຂວງຈໍາປາສັກນີ້ ສາເຫດກໍຍ້ອນວ່າ ເຂົາເຈົ້າບໍ່ໄດ້ເປັນຣັຖກອນຄຣູເທື່ອ ແລະທາງຣັຖບານ ກໍໃຫ້ໂກຕ້າໜ້ອຍເກີນໄປ ເຊັ່ນແຂວງນຶ່ງ ບາງເທື່ອ ຮັບຣັຖກອນຄຣູ ພຽງ 5 ຄົນ ເຊິ່ງໃນແຕ່ລະປີ ກໍຫຼຸດລົງເລື້ອຍໆ ບັນດາຄຣູອາສາ ເຂົາເຈົ້າກໍຮູ້ສຶກທໍ້ ໃນຍຸກທີ່ເຂົ້າຍາກໝາກແພງນີ້ ເງິນກໍຈໍາເປັນໃນຊີວິດ ແລະເຂົ້າເຈົ້າບໍ່ໄດ້ເງິນເດືອນອີກ ກໍຈໍາເປັນຕ້ອງລາອອກໄປຫາອາຊີບອື່ນ ທີ່ສາມາດຫາເງິນໄດ້:

“ເກືອບ 30% ພຸ້ນເດ້ ລາອອກໄປ ສາເຫດກໍຍ້ອນ ບໍ່ໄດ້ຮັບຣັຖກອນງ່າຍນີ້ແຫຼ້ວ ເຂົາເຈົ້າບໍ່ມີຄວາມຫວັງຫັ້ນນ່າ ໃຊ້ຄົນໃຊ້ຊື່ໆສາ ເວົ້າງ່າຍໆ ບາດນີ້ ຄ່າຄອງຊີບພັຍເງິນເຟີ້ກໍໜັກໜ່ວງ ເວົ້າເຣື່ອງໂຄຕ້າ ເພິ່ນມີແຕ່ຫຼຸດຜ່ອນ ພະນັກງານເທົ່ານັ້ນນ່າ ຍົກໂຕຢ່າງ ຢູ່ເມືອງໂຂງນີ້ ໂອ້ຍບໍ່ມີຄຣູລະ ນັກຮຽນປະລະຫຼາຍ.”

ທ່ານກ່າວຕື່ມວ່າ ຄຣູອາສາຫຼາຍຄົນພໍລາອອກແລ້ວ ບາງຄົນ ກໍໄປເຮັດວຽກຢູ່ໄທຍ ທີ່ໄດ້ເງິນຫຼາຍກວ່າຢູ່ລາວ ບາງຄົນ ກໍເຮັດອາຊີບຄ້າ-ຂາຍ ເຮັດໄຮ່ ເຮັດສວນມັນຕົ້ນ ທີ່ພໍຈະລ້ຽງຊີວິດ ແລະຄອບຄົວໄດ້ ທີ່ຜ່ານມາ ທ່ານກໍເຄີຍສເນີໃຫ້ຣັຖບານລາວ ເປີດໂກຕ້າຣັຖກອນຄຣູໃຫ້ຫຼາຍຂຶ້ນ ຫຼືຈ້າງຄຣູອາສາເພີ່ມຂຶ້ນ ໃນເຂດຊົນນະບົດ ທີ່ບໍ່ມີຄຣູທົດແທນ ຄຣູອາສາທີ່ລາອອກທຸກມື້ນີ້ ໃນເຂດຊົນນະບົດ ຄຣູຣັຖກອນໜ້ອຍຫຼາຍ ສ່ວນຄຣູອາສາ ກໍພາກັນທະຍອຍລາອອກ ເຮັດໃຫ້ບໍ່ມີຄຣູຈະສອນນັກຮຽນ ເກີດເປັນບັນຫາຫຼາຍຢ່າງ ເຊັ່ນ: ເດັກນ້ອຍກໍປະລະການຮຽນຕື່ມໄປອີກ ເພາະບໍ່ມີຄຣູສອນພຽງພໍ ເດັກນ້ອຍກໍບໍ່ຢາກຮຽນ ບວກກັບຄອບຄົວທຸກຍາກ ອອກໄປຫາວຽກເຮັດງານທໍາ ຫາເງິນຊ່ວຍພໍ່ແມ່ຍັງດີກວ່າຮຽນ.

ນອກຈາກນີ້ ເຈົ້າໜ້າທີ່ການສຶກສາ ໃນແຂວງອັດຕະປື ທ່ານນຶ່ງ ກໍກ່າວວ່າ ກ່ຽວກັບບັນຫາ ຄຣູອາສາສມັກລາອອກນີ້ວ່າ ທີ່ຜ່ານມາ ໃນຫຼາຍແຂວງ ກໍເຫັນຄຣູອາສາສມັກຫຼາຍຄົນ ລາອອກກັນຫຼາຍຂຶ້ນ ເພາະເຂົາເຈົ້າ ເຮັດວຽກເປັນຄຣູອາສາສມັກ ມາ 7-10 ປີ ກໍບໍ່ໄດ້ເປັນຣັຖກອນຄຣູເທື່ອ ຖ້າເຮັດຕໍ່ໄປ ກໍບໍ່ໄດ້ເງິນເດືອນອີກ ເຂົາເຈົ້າກໍບໍ່ໄຫວ ເມື່ອຄຣູອາສາສມັກຕາມເຂດຊົນນະບົດລາອອກ ແນ່ນອນວ່າ ຕ້ອງສົ່ງຜົລກະທົບໃຫ້ຍັງເດັກນ້ອຍນັກຮຽນ ເຮັດໃຫ້ເກີດການປະລະການຮຽນຫຼາຍຂຶ້ນ ເພາະຄຣູ ທີ່ເປັນຣັຖກອນ ໃນເຂດຊົນນະບົດກໍມີໜ້ອຍ ບໍ່ໄດ້ພຽງພໍຕໍ່ຄວາມຕ້ອງການ ຄືຢ່າງທີ່ທາງຣັຖບານ ບອກວ່າ ບໍ່ມີຄຣູພຽງພໍ ຖ້າທຽບໃສ່ໃນໂຕເມືອງ ຄຣູທີ່ເປັນຣັຖກອນກໍມີຫຼາຍ ແລະພຽງພໍ ກວ່າເຂດຊົນນະບົດ ແຕ່ໃນເຂດຊົນນະບົດ ກັບບໍ່ມີຄຣູພຽງພໍ ແຕ່ຣັຖບານ ກໍບໍ່ເຫັນມີນະໂຍບາຍ ສົ່ງຄຣູ ທີ່ເປັນຣັຖກອນ ບ່ອນເຂດທີ່ພຽງພໍ ຫຼືເຫຼືອ ສົ່ງມາສອນຕາມເຂດຊົນນະບົດ ບ່ອນທີ່ ບໍ່ມີຄຣູສອນພຽງພໍ ເຊິ່ງທ່ານເອງ ກໍຢາກໃຫ້ມີນະໂຍບາຍນີ້ເຊັ່ນກັນ ຖ້າຣັຖບານບໍ່ເພີ່ມໂກຕ້າ ໃນການຮັບສມັກຣັຖກອນຄຣູ ໃຫ້ຫຼາຍຂຶ້ນ.

“ມັນກໍຢາກເຫຼືອຫັ້ນແຫຼະ ແຕ່ມັນບໍ່ພໍຢູ່ເຂດນອກ ກະຈັ່ງວ່າ ກໍຢາກໃຫ້ມີນະໂຍບາຍ ສະເພາະເຂດຫ່າງໄກຫຍຸ້ງຍາກ ເຂດນອກຫັ້ນແຫຼະ ໃຫ້ເພິ່ນໄດ້ສົ່ງເສີມເຂດນີ້ແຫຼະ ຄຣູນີ້ ມັນຂ້ອນຂ້າງຢູ່ໃນເມືອງ ຢູ່ເຂດທີ່ມັນສະດວກນີ້ ຄຣູມັນກໍຫຼາຍແລ້ວ ເຂດນອກນີ້ ມັນກໍບໍ່ມີພໍທໍ່ໃດຫຼາຍ ຈາກຄຣູທີ່ມັນມີສອນທີ່ພຽງພໍແລ້ວ ມັນຕ້ອງໄດ້ໄປຊ່ວຍ ຄູ່ໂຮງຮຽນທີ່ບໍ່ພໍ.”

ທີ່ຜ່ານມາ ທີ່ຣັຖບານລາວ ເປີດຮັບສມັກໂກຕ້າຣັຖກອນຄຣູໜ້ອຍລົງເລື້ອຍໆ ເຫດຜົນສ່ວນໃຫຍ່ ກໍຍ້ອນວ່າ ຣັຖບານບໍ່ມີງົບປະມານພຽງພໍ ໃນການສນັບສນູນເງິນເດືອນ ແລະສວັດດິການຕ່າງໆ ໃຫ້ຣັຖກອນຄຣູ.

ອີງຕາມການຣາຍງານ ທ່ານ ຮອງສາສດາຈານ ດຣ. ພຸດ ສິມມະລາວົງ ຣັຖມົນຕຣີກະຊວງສຶກສາທິການ ແລະກິລາ ໄດ້ຣາຍງານໃນກອງປະຊຸມ ສໄມສາມັນເທື່ອທີ 3 ຂອງສະພາແຫ່ງຊາຕຊຸດທີ 9 ໃນໄລຍະເດືອນມິຖຸນາ ປີ 2022 ວ່າ ທົ່ວປະເທດລາວ ມີຄຣູອາສາ 7,693 ຄົນ ໃນປີ 2023 ນີ້ ຣັຖບານລາວ ຮັບຣັຖກອນຄຣູ ທັງໝົດ 285 ຄົນ ຖືວ່າ ຮັບໜ້ອຍລົງກວ່າເກົ່າ ເມື່ອທຽບໃສ່ປີ 2022 ທີ່ຜ່ານມາ ຣັຖບານລາວ ຮັບຣັຖກອນຄຣູທັງໝົດ 340 ຄົນ ທັ້ງໆທີ່ ຄຣູພາຍໃນຫຼາຍແຂວງ ຫຼາຍເມືອງ ຍັງຂາດແຄນ ແລະ ບໍ່ພຽງພໍຕໍ່ຄວາມຕ້ອງການຈໍານວນຫຼາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org