ແມ່ຍິງ-ເດັກນ້ອຍ 11-09-2015
ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໃນລາວ ທີ່ ປະເທດ ຝຣັ່ງ ຮຽກຮ້ອງ ໃຫ້ ຣັຖບານ ແລະ ອົງການ ຈັດຕັ້ງ ສາກົລຕ່າງໆ ເອົາໃຈ ໃສ່ ກວດກາ ການ ຣະເມີດ ສິດທິ ມະນຸດ ຢູ່ ສປປ ລາວ.
-
ມະນີຈັນ
2015-11-10 -
-
-
Your browser doesn’t support HTML5 audio
ຂະບວນການ ລາວ ເພື່ອ ສິດທິມະນຸດ ຫລື ເອີ້ນ ຊື່ຫຍໍ້ ວ່າ ຂລສມ ຊຶ່ງ ມີຫ້ອງການ ຢູ່ ກຸງ ປາຣີ ປະເທດ ຝຣັ່ງເສດ ເປັນ ອົງການ ທີ່ ເຄື່ອນໄຫວ ຮຽກຮ້ອງ ໃຫ້ ຣັຖບານ ປະເທດ ຕ່າງໆ ແລະ ອົງການ ຈັດຕັ້ງ ສາກົລ ເອົາໃຈໃສ່ ກວດກາ ເຣື່ອງ ການຣະເມີດ ສິດທິ ມະນຸດ ຢູ່ ສປປ ລາວ ນັບແຕ່ໄດ້ ຖືກ ສ້າງຕັ້ງ ຂຶ້ນມາ ເມື່ອ 20 ປີ ກ່ອນ.
ກໍຣະນີ ຣະເມີດ ສິດທິ ມະນຸດ ຢູ່ລາວ ທີ່ ທາງ ອົງການ ຂອງ ພວກທ່ານ ໄດ້ ຮຽກຮ້ອງ ທີ່ ຜ່ານມາ ແລະ ໃນ ປັຈຈຸບັນ ກໍມີ ຫຼາຍ ກໍຣະນີ ຮວມທັງ ກໍຣະນີ ການຈັບ ຄນະນໍາ ຂະບວນ ນັກສຶກສາ ລາວ ເພື່ອ ປະຊາທິປະໄຕ 26 ຕຸລາ ເຂົ້າ ຄຸກ ພາຍຫລັງ ທີ່ ພຍາຍາມ ທໍາການ ປະທ້ວງ ຢູ່ຕໍ່ໜ້າ ສໍານັກງານ ປະທານ ປະເທດ ທີ່ ນະຄອນຫຼວງ ວຽງຈັນ ແຕ່ ບໍ່ສໍາເຣັດ ເມື່ອປີ 1999 ແລະ ກໍຣະນີ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ຊຸມຊົນ ດີເດັ່ນ ຂອງລາວ ຢູ່ກາງ ນະຄອນຫຼວງ ວຽງຈັນ ເມື່ອ 3 ປີ ກ່ອນ.
ຂະບວນການ ລາວ ເພື່ອ ສິດທິມະນຸດ ອັນມີ ຍານາງ ວານີດາ ເທບສຸວັນ ເປັນ ປະທານ ເປັນອົງການ ທີ່ ມີສ່ວນເຮັດ ໃຫ້ ສປປລາວ ບໍ່ມີ ທີ່ນັ່ງ ໃນ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ໃນການ ເລືອກຕັ້ງ ຢູ່ ກອງ ປະຊຸມ ສມັດຊາ ໃຫຍ່ ສະຫະ ປະຊາຊາດ ຄັ້ງທີ 70 ທີ່ ນະຄອນ ນິວຢ໊ອກ ສະຫະຣັຖ ອະເມຣິກາ ໃນ ວັນທີ 28 ຕຸລາ 2015 ນີ້.
ເຊີນທ່ານ ຟັງ ການສັມພາດ ຍານາງ ວານີດາ ເທບສຸວັນ ປະທານ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໃນລາວ ຕໍ່ໄປໄດ້