ແມ່ຍິງ-ເດັກນ້ອຍ 09/19/2016

ເດັກນ້ອຍ ໃນ 10 ບ້ານ ຢູ່ເມືອງຍອດອູ, ແຂວງຜົ້ງສາລີ ຍັງບໍ່ໄດ້ຮັບ ອາຫານເສີມ ຕາມການຊ່ວຍເຫລືອ ກອງທຶນໂລກ.

ເດັກນ້ອຍທີ່ອອກ ໃນໂຮງໝໍ ມີຄວາມປອດໄພ ແລະເຕີບໃຫຍ່ ມີສຸຂພາບ ເຂັ້ມແຂງ ທັງແມ່ແລະເດັກ ຊື່ງແຕກຕ່າງຈາກ ແມ່ແລະເດັກ ໃນເຂດ ຊົນນະບົດ ຫ່າງໄກສອກຫຼີກ wold-vision-children

ມາເຖິງ ປັດຈຸບັນ ເດັກນ້ອຍ ໃນ 10 ບ້ານ ຢູ່ເມືອງຍອດອູ, ແຂວງຜົ້ງສາລີ, ຍັງບໍ່ໄດ້ຮັບ ອາຫານເສີມ ຕາມການຊ່ວຍເຫລືອ ຂອງກອງທຶນໂລກ ຍ້ອນບ້ານ ດັ່ງກ່າວ ຢູ່ໃນເຂດ ພູດອຍ ບໍ່ສາມາດ ໃຊ້ຣົດ ຂົນເຂົ້າ ໄປເຖິງໄດ້, ຕ້ອງໄດ້ຍ່າງໄປ ແລະ ໃນເຂດນັ້ນ ກໍຍັງບໍ່ມີ ການສໍາຣວດ ຈໍານວນ ເດັກນ້ອຍ ຂາດສານອາຫານ, ຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຂແນງ ສາທາຣະນະສຸກ ຂັ້ນເມືອງ ເມື່ອວັນທີ 16 ກັນຍານີ້.
“ຍັງມີອີກ 10 ບ້ານເນາະ ຍັງບໍ່ໄດ້ ກິນອາຫານ ເສີມຫັ້ນນະ ເຂດບ້ານເພິ່ນ ກໍມີ ມີຫຍັງ ກໍກິນຫັ້ນແຫລະ ກິນຕາມ ພື້ນບ້ານ ຂອງເຂົາແຫລະ ອັນເສັ້ນທາງ ມັນໄກເນາະ ມັນຍ່າງໄປ ຫັ້ນແຫລະ ເສັ້ນທາງ ມັນນ້ອຍ ແລ້ວກໍ ບໍ່ສ້າງໄປ ຣະດູຝົນນີ້ ໄປບໍ່ໄດ້ເນາະ.”
ທ່ານເວົ້າວ່າ ທາງຂແນງ ຂອງທ່ານ ຕ້ອງການ ໃຫ້ມີ ໂຄງການຊ່ວຍເຫລືອ, ໂດຍສະເພາະ ດ້ານການຄົມນາຄົມ ເພື່ອໃຫ້ເດັກນ້ອຍ ທັງ 10 ບ້ານນັ້ນ ໄດ້ກິນອາຫານເສີມ ແລະ ມີໂພຊະນາການ ທີ່ເໝາະສົມ.
ທ່ານກ່າວ ຕໍ່ໄປວ່າ ບັນຫາເດັກນ້ອຍ ຂາດສານອາຫານ ແລະ ມີນໍ້າໜັກ ຕົວເບົາ ເປັນບັນຫາ ຊໍາເຮື້ອຢູ່ໃນເມືອງຍອດອູນີ້ ຍ້ອນປະຊາຊົນ ຜະລິດອາຫານ ບໍ່ໄດ້ພຽງພໍກັບ ຄວາມຕ້ອງການ, ເຮັດໃຫ້ປະຊາຊົນ ສ່ວນນຶ່ງ ຂອງເມືອງ ບໍ່ມີອາຫານ ທີ່ມີວິຕາມິນ ແລະ ແຮ່ທາດ ທີ່ສໍາຄັນ ຕໍ່ການຈະເຣີນເຕີບໂຕ ຂອງເດັກນ້ອຍ ໂດຍສະເພາະ ນໍ້ານົມ ແລະ ຜັກ.
“ບາງສ່ວນ ກໍບໍ່ ບໍ່ພຽງພໍເນາະ ຍັງຂາດການຕລາດ ຫຍັງກໍມີ ຍັງຂາດຫລາຍຢູ່ ມີອັນປະເພດນົມ ຈັ່ງຊີ້ນະ ຍັງບໍ່ໄດ້ກິນ ເດັກເກີດໃໝ່ ຫຍັງນີ້ນະ 1 ຂວບບໍ່ 2 ຂວບ ນີ້ນະ ບໍ່ໄດ້ກິນ.”
ກະຊວງ ສາທາຣະນະສຸກ ຂອງລາວ ມີໂຄງການ ທີ່ໄດ້ກໍານົດ ໃຫ້ແຕ່ລະແຂວງ ມີເດັກ ນ້ອຍອາຍຸຮອດ 5 ປີ ທີ່ນໍ້າໜັກ ຫລຸດເກນ ບໍ່ໃຫ້ເກີນ 6 ສ່ວນຮ້ອຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org