ກອງທັບພະມ້າ ຍັງສືບຕໍ່ໂຈມຕີ ເຂດສະກາຍ
ສະພາຄວາມໝັ້ນຄົງ ສະຫະປະຊາຊາຕ ປະນາມກອງທັບພະມ້າ ທີ່ປະຫານຊີວິຕນັກເຄື່ອນໄຫວ ເພື່ອປະຊາທິປະໄຕ 4 ຄົນ ໃນຂະນະທີ່ທະຫານພະມ້າ ຍັງສືບຕໍ່ໂຈມຕີເຂດສະກາຍ, ເຮັດໃຫ້ຜູ້ຄົນລົ້ມຕາຍ, ປະຊາຊົນທຸກທໍລະມານ, ບ້ານເຮືອນຖືກເຜົາຜານ ຈໍານວນຫລວງຫລາຍ.
-
ຈຳປາທອງ
2022-08-06 -
-
-
Your browser doesn’t support HTML5 audio
ໃນຂະນະທີ່ກອງກໍາລັງ ທະຫານຜເດັດການພະມ້າ ຍັງບຸກໂຈມຕີປາບປາມປະຊົນ ຢູ່ໃນເຂດສະກາຍ ທີ່ເປັນເຂດສງົບນັ້ນ ສະພາຄວາມໝັ້ນຄົງ ສະຫະປະຊາຊາຕ ໄດ້ປະນາມກອງທັບພະມ້າ ທີ່ປະຫານຊີວິຕນັກເຄື່ອນໄຫວ ເພື່ອປະຊາທິປະໄຕ 4 ຄົນເມື່ອສັບປະດາທີ່ຜ່ານມາ.
ການປະນາມນີ້ ມີຂຶ້ນໃນມື້ວັນພຸດ ຊຶ່ງເມື່ອ 2 ມື້ກ່ອນນັ້ນ ສະມາຄົມບັນດາ ປະເທດເອເຊັຽຕາເວັນອອກສ່ຽງໃຕ້ ກໍໄດ້ປະນາມການປະຫານຊີວິຕ ນັກເຄື່ອນໄຫວເພື່ອປະຊາທິປະໄຕ ດັ່ງກ່າວ ເຖິງແມ່ນວ່າຈະມີການອຸທອນ ຫລາຍຄັ້ງ ໃຫ້ມີການພິຈາຣະນາໂທດ ປະຫານຊີວິຕ ພວກເຂົາເຈົ້ານັ້ນກໍຕາມ.
ໃນຂະນະດຽວກັນ ກອງທັບພະມ້າ ກໍເວົ້າວ່າ ໄດ້ປະຫານຊີວິຕນັກເຄື່ອນໄຫວ ສນັບສນູນການ ກໍ່ການຮ້າຍ ຊຶ່ງເປັນສ່ວນນຶ່ງ ຂອງພົລເຮືອນຝ່າຍຄ້ານ ແລະຕໍ່ຕ້ານລະບອບ ການປົກຄອງຂອງຕົນ.
ແຕ່ເຖິງຢ່າງໃດກໍຕາມ ໃນຖແລງການ ຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາຕ ກໍໄດ້ຮຽກຮ້ອງໃຫ້ກອງທັບພະມ້າ ປະຕິບັດຕາມຂໍ້ຕົກລົງ 5 ຂໍ້ຂອງອາຊ້ຽນ ເມື່ອເດືອນເມສາ 2021 ເພື່ອຍຸຕິຄວາມຮຸນແຮງ ໃນພະມ້າຫລັງການຣັຖປະຫານ ແລະນໍາປະເທດກັບສູ່ເສັ້ນທາງ ປະຊາທິປະໄຕ ແລະຮຽກຮ້ອງໃຫ້ປ່ອຍ ປະທານາທິບໍດີ ວິນ ມິນທ໌ (Win Myint) ແລະ ມາດາມ ອອງ ຊານ ຊູຈີ ທີ່ປຶກສາແຫ່ງຣັຖພະມ້າ ທັນທີ.
ພ້ອມກັນນັ້ນ ບັນດາສະມາຊິກ ສະພາຄວາມໝັ້ນຄົງ ສະຫະປະຊາຊາຕ ກໍໄດ້ຮຽກຮ້ອງໃຫ້ ທະຫານພະມ້າ “ຍຸດຕິຢ່າງທັນທີ ການໂຈມຕີ ໂຄງຮ່າງພື້ນຖານ, ສິ່ງອໍານວຍຄວາມສະດວກ ທາງດ້ານສາທາຣະນະສຸຂ ແລະການສຶກສາ, ເຄົາຣົບສິທທິມະນຸສ ແລະຫລັກຍຸຕິທັມທຸກຢ່າງ ສໍາລັບທຸກຄົນທີ່ຕ້ອງການຄວາມຊ່ອຍເຫລືອ ດ້ານມະນຸສສະທັມ, ມີຄວາມປອດພັຍ ແລະບໍ່ມີຂໍ້ຈໍາກັດ.”
ແລະໃນຖ້ອຍຖແລງ ຂອງປະທານວຽນອາຊ້ຽນ ຕໍ່ການປະຫານຊີວິຕ ເມື່ອອາທິດທີ່ແລ້ວນັ້ນ ກໍເວົ້າວ່າ ເປັນການກະທໍາ ທີ່ໜ້າຕິຕຽນແຮງ ຊຶ່ງຕາມມາຕຖານ ອາຊ້ຽນແລ້ວ ແມ່ນເປັນສໍານວນຄໍາເວົ້າແຮງຜິດປົກກະຕິ ທີ່ຕິຕຽນທາງເລືອກ ຂອງທະຫານພະມ້າ ຊຶ່ງບໍ່ສົນໃຈໃນຄໍາຂໍຮ້ອງ ສ່ວນຕົວຂອງນາຍົກຣັຖມົນຕຣີ ຮຸນ ເຊນ ຂອງກັມພູຊາ ໃຫ້ຫລຸດຜ່ອນໂທດ ປະຫານຊີວິຕນັ້ນ.
ຢູ່ພະມ້າ ກອງກໍາລັງທະຫານພະມ້າ ທີ່ໂຄ່ນລົ້ມຣັຖບານ ຊຶ່ງມາຈາກການເລືອກຕັ້ງ ແບບປະຊາທິປະໄຕ ຍັງສືບຕໍ່ກໍ່ຄວາມວຸ້ນວາຍ, ໂຈມຕີໂຮງຮຽນໃນບ້ານເລັດ ປາ ກຽນ (Let Pa Kyin) ທີ່ຣັຖບານສາມັກຄີແຫ່ງຊາຕ (NUG), ຣັຖບານຝ່າຍຕໍ່ຕ້ານທະຫານ ຫລື ຣັຖບານເງົາ ເປັນຜູ້ສນັບສູນຊ່ອຍເຫລືອ ຢູ່ເຂດສະກາຍ, ສັງຫານປະຊາຊົນ 5 ຄົນ ແລະຄວບຄຸມຕົວອີກຫລາຍກວ່າ 110 ຄົນ, ອີງຕາມຄໍາເວົ້າຂອງປະຊາຊົນ ແລະສື່ຂອງຣັຖ ໃນມືວັນອັງຄານ ທີ່ວິທຍຸເອເຊັຽເສຣີຣາຍງານ ໃນມື້ວັນທີ 2 ສິງຫານີ້.
ຂ່າວກ່ຽວກັບການໂຈມຕີ ໂຮງຮຽນ ຢູ່ບ້ານເລັດ ປາ ກຽນ ໃນເຂດ Myinmu ຊຶ່ງຢູ່ຫ່າງຈາກເມືອງ ມັນທະເລ (Mandalay) ໄປທາງຕາເວັນຕົກປະມານ 100 ກິໂລແມັດ ຣາຍງານວ່າ ໃນສີ່ມື້ຂອງການລອບວາງເພີງຢູ່ບ້ານ Tin Tein Yan, ເມືອງສະກາຍ ທີ່ຢູ່ໃກ້ກັບເມືອງ Ye-U ນັ້ນ ພວກທະຫານພະມ້າໄດ້ທໍາລາຍ ອາຄານບ້ານເຮືອນ ຫລາຍກວ່າ 500 ຫລັງ.
ປະຊາຊົນທີ່ອາສັຍຢູ່ບ້ານເລັດ ປາ ກຽນ ຜູ້ຂໍສງວນຊື່ ເພື່ອຄວາມປອດພັຍ ທີ່ລອດຊີວິຕ ຈາກການໂຈມຕີບ້ານນັ້ນ ບອກໃຫ້ວິທຍຸເອເຊັຽເສຣີ ຜແນກພາສາພະມ້າ ຮູ້ວ່າ ພວກທະຫານຫລາຍກວ່າ 50 ຄົນ ຂີ່ເຮືອບິນເຮລິຄັອບເຕີຣ໌ 5 ລໍາ ມາບ້ານ, ພວກເຂົາມາທີລະກຸ່ມ ໂດຍໃຊ້ເວລາປະມານ ຊົ່ວໂມງເຄິ່ງ. “ທະຫານຈໍານວນນຶ່ງ ອ້ອມບ້ານໄວ້ ແລະອີກຈໍານວນນຶ່ງ ເຂົ້າໄປໃນເຂດໂຮງຮຽນ ເຮັດໃຫ້ພວກນັກຮຽນພາກັນຢ້ານ ແລະແລ່ນໜີໄປ, ແມ່ນແຕ່ຜູ້ເຖົ້າ, ຜູ້ໜຸ່ມ ກໍພາກັນຫລົບໜີ”. ພວກຊາວບ້ານເວົ້າວ່າ ໃນການໂຈມຈີ ຂອງພວກທະຫານເທື່ອນີ້ ຊາວບ້ານ ຢ່າງໜ້ອຍຖືກຈັບ 113 ຄົນ ຮວມທັງນາຍຄຣູ ແລະນັກຮຽນ.
ຊາວບ້ານຜູ້ທີສອງ ທີ່ຂໍສງວນຊື່ຄືກັນນັ້ນ ເວົ້າວ່າ ການໂຈມຕີເຣີ່ມຂຶ້ນເມື່ອເວລາ ປະມານ 10 ໂມງເຊົ້າຂອງມື້ວັນຈັນ, ເປັນເວລາທີ່ນັກຮຽນ ກໍາລັງຮຽນໜັງສື ຢູ່ໂຮງຮຽນທີ່ຣັຖບານ ສາມັກຄີແຫ່ງຊາຕ ສນັບສນູນຊ່ອຍເຫລືອ ແລະເປັນເວລາທີ່ຊາວບ້ານ ຕ່າງກໍພາກັນທໍາກິຈວັດປະຈໍາວັນ.
ຊາວບ້ານຜູ້ນີ້ເວົ້າວ່າ “ຖ້າກອງທັບພະມ້າ ເຂົ້າມາໃກ້ບ້ານທາງດິນ, [ກອງກໍາລັງຕໍ່ຕ້ານຜະເດັດການ] ໃນພື້ນທີ່ ອາຈໄດ້ຮັບຄໍາເຕືອນ ແລະຊາວບ້ານກໍຈະສາມາດແລ່ນໜີ ບໍ່ໃຫ້ພວກທະຫານເຫັນໄດ້. ແຕ່ໃນກໍຣະນີການໂຈມຕີ ທີ່ມາທາງອາກາດ, ບໍ່ມີທາງທີ່ຈະຮູ້ລ່ວງໜ້າໄດ້” ແລະວ່າ ຜູ້ທີ່ຫລົບໜີ ໄດ້ຮັບຂ່າວກ່ອນພວກທະຫານຈະມາເຖິງ ພຽງໜ້ອຍດຽວເທົ່ານັ້ນ.“ພວກເຮົາຢູ່ໃນຄວາມຄຸ້ມຄອງ ຂອງພວກເຂົາ, ພວກເຮົາບໍ່ສາມາດເວົ້າຫຍັງໄດ້ ຢ່າງແນ່ນອນ (ກ່ຽວກັບຖານາພວກເຮົາ), ສະຖານະການບໍ່ປອດພັຍຈັກຢ່າງ, ພວກເຮົາເຮັດຫຍັງບໍ່ໄດ້ຈັກຢ່າງ ນອກຈາກຄວາມກັງວົນ”. ຊາວບ້ານເວົ້າວ່າ ຕົນເຮັດໄດ້ພຽງແຕ່ “ສວດອ້ອນວອນ ຂໍໃຫ້ຜູ້ຖືກຈັບໄດ້ຮັບການປ່ອຍຕົວ”.
ບ້ານ ເລັດ ປາ ກຽນ ມີເຮືອນປະມານ 250 ຫລັງ ແລະມີຜູ້ຢູ່ອາສັຍຫລາຍກວ່າ 1,000 ຄົນ. ຫລາຍແຫລ່ງຂ່າວເວົ້າວ່າ ໃນລະຫວ່າງພວກທະຫານຈູ່ໂຈມ ຊາວບ້ານຈໍານວນຫລາຍ ຖືກບັງຄັບໃຫ້ໜີໄປຢູ່ເຂດໃກ້ຄຽງ ເພື່ອຄວາມປອດພັຍ.
ຣາຍງານໃນໜັງສືພິມ Myanma Alin ຂອງພວກທະຫານຜະເດັດການ ເມື່ອວັນອັງຄານຜ່ານມາ ເວົ້າວ່າ ກອງທັບກໍາລັງດໍາເນີນການ ຈັບກຸມກອງກໍາລັງ ກິ່ງທະຫານຂອງກອງກໍາລັງປ້ອງກັນຕົນເອງ ຫລື PDF ທີ່ຮວມຕົວກັນ ຢູ່ບ້ານເລັດ ປາ ກຽນ ນັ້ນ. ພາຍຫລັງທີ່ໄດ້ປະທະກັນ ເປັນເວລາສັ້ນໆ ກອງທັບຜະເດັດການພະມ້າ “ຍຶດສົບໄດ້ 5 ສົບ”, ຍຶດອາວຸດທີ່ຜລິຕຂຶ້ນເອງ ແລະລູກປືນໄດ້ຈໍານວນນຶ່ງ ຢູ່ຄ້າຍຂອງກອງກໍາລັງ ປ້ອງກັນຕົນເອງ ທີ່ຕັ້ງຢູ່ຫ່າງຈາກບ້ານ ທາງພາກຕາເວັນຕົກສ່ຽງເໜືອ ປະມານ 500 ແມັດ.
ຣາຍງານເວົ້າຕື່ມວ່າ ຊາວບ້ານໃນບ້ານນັ້ນ ຖືກຄວບຄຸມຕົວ ຮວມກັນທັງໝົດ 113 ຄົນ, ເປັນຍິງ 73 ຄົນ ແລະຊາຍ 49 ຄົນ.
ສະມາຊິກທ້ອງຖິ່ນ ຂອງກອງກໍາລັງປົກປ້ອງຕົນເອງ ຜູ້ນຶ່ງທີ່ຂໍສງວນຊື່ ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ກຸ່ມຂອງເຂົາກຽມຈັດກອງປະຊຸມ ຢູ່ເຂດບ້ານເລັດ ປາ ກຽນ ໃນມື້ວັນຈັນ ແຕ່ຫາກມັນລ້າຊ້າໄປ ແລະກໍສາມາດຫລົບຫລີກ ການຖືກຈັບໄດ້.
ນັກສູ້ຂອງກອງກໍາລັງ ປົກປ້ອງຕົນເອງຜູ້ນຶ່ງ ຢູ່ເມືອງ Myinmu ເວົ້າວ່າ ກຸ່ມນີ້ຍັງບໍ່ໄດ້ຢືນ ຢັນ ກ່ຽວກັບຣາຍງານທີ່ວ່າ ມີຜູ້ເສັຍຊີວິຕ 5 ຄົນ ໃນເຫດການໂຈມຕີນັ້ນ. ທ່ານເວົ້າວ່າ ທ່ານບໍ່ຮູ້ກ່ຽວກັບການເສັຍຊີວິຕ ຂອງສະມາຊິກກອງກໍາລັງ ປົກປ້ອງຕົນເອງ 5 ຄົນ ແລະວ່າ ກຸ່ມຂອງທ່ານຈະຕໍ່ສູ້ ຕອບໂຕ້ການໂຈມຕີ ຂອງຝ່າຍທະຫານ ທີ່ມຸ້ງເປົ້າໃສ່ເມືອງ Myinmu ໂດຍຈະໃຊ້ທຸກວິທີການ ທີ່ຈໍາເປັນ ບໍ່ວ່າທະຫານຈະໃຊ້ເຮືອບິນ ເຮລິຄັອບເຕີຣ໌ ຫລືອາວຸດທັນສມັຍອື່ນໆ ຫລືບໍ່ກໍຕາມ.
ແລະອີງຕາມຄໍາເວົ້າ ຂອງຊາວບ້ານຕໍ່ວິທຍຸເອເຊັຽເສຣີ, ມາຮອດວັນອັງຄານ ກອງກໍາລັງຂອງພວກທະຫານ ກໍຍັງປະຈໍາການຢູ່ບ້ານເລັດ ປາ ກຽນ ແລະສະຖານະການໃນບ້ານນັ້ນ ຍັງບໍ່ເປັນທີ່ຈະແຈ້ງ.
ກ່ຽວກັບເຣື່ອງທີ່ວ່ານີ້ ທ່ານ Aye Hlaing ຜູ້ຮັບຜິດຊອບ ກິຈການສັງຄົມຂອງພວກຜະເດັດ
ການທະຫານ ຢູ່ເຂດສະກາຍ ໄດ້ເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ທ່ານບໍ່ຮູ້ເຣື່ອງຣາຍງານ ການໂຈມຕີບ້ານ ເລັດ ປາ ກຽນ ນັ້ນ.
ແຕ່ຊາວເມືອງ Myinmu ເວົ້າວ່າ ຊາວບ້ານມີຄວາມປອດພັຍ ໜ້ອຍກວ່າທີ່ຜ່ານມາ ຍ້ອນກອງທັບໃຊ້ເຮືອບິນເຮລິຄັອບເຕີຣ໌ຫລາຍຂຶ້ນ ໃນການບຸກເຂົ້າຄົ້ນພື້ນທີ່ນັ້ນ. ຊາວເມືອງເວົ້າວ່າ ເບິ່ງເຫດການທັງໝົດທີ່ເກີດຂຶ້ນ, ບ້ານເຮືອນຖືກເຜົາຜານ. ພວກທະຫານຍິງທຸກຢ່າງທີ່ເຫັນຈາກເຮືອບິນ ແລະຜູ້ຄົນກໍາລັງທຸກທໍຣະມານ. ແລະວ່າ “ໃນເຂດບ້ານ ເລັດ ປາ ກຽນ ເດັກນ້ອຍຜູ້ຊາຍ 2 ຄົນ ທີ່ຕ້ອນແກະຂອງພວກເຂົາ ເສັຍຊີວິຕ ເຊັ່ນດຽວກັນກັບແມ່ຍິງຄົນນຶ່ງ ທີ່ເຮັດວຽກຢູ່ໃນຟາມໝາກ ແລະຄົນງານອີກຜູ້ນຶ່ງໄດ້ຮັບບາດເຈັບ. ພວກເຂົາເຈົ້າບໍ່ແມ່ນນັກຕໍ່ສູ້ ຂອງກອງກໍາລັງປ້ອງກັນຕົນເອງ. ປັດຈຸບັນ ພວກທະຫານກໍາລັງກໍ່ອາສຍາກໍາສົງຄາມ ຈາກທາງອາກາດ ໃນຂະນະທີ່ພວກເຂົາບໍ່ສາມາດ ເຄື່ອນໃຫວຢູ່ທາງໜ້າດິນໄດ້ຢ່າງສະດວກ ຍ້ອນຝ່າຍຄ້ານຕອບໂຕ້.
ຊາວບ້ານເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ການໂຈມຕີເມື່ອວັນຈັນ ເກີດຂຶ້ນພາຍຫລັງການໂຈມຕີນຶ່ງຄັ້ງ ໃນມື້ວັນທີ 27 ກໍຣະກະດາທີ່ຜ່ານມາ ເມື່ອທະຫານໃຊ້ເຮລິຄັອບເຕີຣ໌ 4 ລໍາບຸກເຂົ້າໄປໃນບ້ານ Mu Mandalay ຂອງເມືອງ Myinmu, ໃນລະຫວ່າງການໂຈມຕີ ທະຫານໄດ້ຕັດສັນຍານ ອິນເຕີ້ຣ໌ແນັດໃນເຂດນັ້ນ, ເຮັດໃຫ້ຊາວບ້ານຫລາຍກວ່າ 5,000 ຄົນ ຈໍາເປັນຕ້ອງໄດ້ໜີອອກຈາກບ້ານເຮືອນໄປ.
ຣາຍງານກ່ຽວກັບການໂຈມຕີບ້ານເລັດ ປາ ກຽນ ທີ່ວ່ານັ້ນ ມີຂຶ້ນຍ້ອນຊາວບ້ານຢູ່ເມືອງ Ye-U ທີ່ຕັ້ງຢູ່ໃກ້ກັບເມືອງ ສະກາຍ ບອກໃຫ້ວິທຍຸເອເຊັຽເສຣີຮູ້ວ່າ ແຕ່ມື້ວັນທີ 28 ຫາວັນທີ 31 ກໍຣະກະດາ ກອງທັບໄດ້ທໍາລາຍອາຄານບ້ານເຮືອນ 500 ປາຍຫລັງ ດ້ວຍການລອບວາງເພີງບ້ານ Tin Tein Yan ຊຶ່ງຢູ່ຫ່າງຈາກເມືອງ Mandalay ໄປທາງຕາເວັນຕົກສ່ຽງເໜືອປະມານ 170 ກິໂລແມັດ.
ຕຶກອາຄານ ທີ່ຖືກໄຟໄໝ້ເສັຍຫາຍ ຮວມທັງເຂດວັດ Thegon Gyi, ຮ້ານຄ້າປະມານ 250 ຮ້ານຢູ່ໃນຕລາດທ້ອງຖິ່ນ ຮວມເຖິງສໍານັກງານ-ຫ້ອງການຂອງບໍຣິສັດ ໂທຣະຄົມ ມະນາຄົມ MPT, ບ້ານເຮືອນ 312 ຫລັງ, ໂຮງສີເຂົ້າ 5 ແຫ່ງ ແລະໂຮງງານນໍ້າມັນພືດ 2 ແຫ່ງ, ຣົຖໃຫຍ່ ແລະຣົຖຈັກອີກຫລາຍຄັນ ກໍຖືກໄຟເຜົາໄປເຊັ່ນກັນ.
ຊາວບ້ານ Tin Tein Yan ຄົນນຶ່ງ ທີ່ຂໍສງວນຊື່ເວົ້າວ່າ ໂດຍລວມແລ້ວ ສິ່ງຂອງໃນບ້ານ ປະມານ 2 ໃນ 3 ຖືກທໍາລາຍຢ່າງລາບຄາບ, ມັນເປັນຄືກັນກັບບ້ານຮ້າງ ທີ່ວ່າງເປົ່າ ແລະດຽວນີ້ ຊາວບ້ານບາງຄົນ ກໍກໍາລັງທໍາຄວາມສະອາດ. ພວກເຂົາຕ້ອງກຽມສ້າງ ບ່ອນພັກອາສັຍຊົ່ວຄາວ. ນອກຈາກພວກທໍາຄວາມສະອາດແລ້ວ ຊາວບ້ານທີ່ເຫລືອກໍບໍ່ກ້າກັບຄືນມາບ້ານ.
ຊາວບ້ານເວົ້າວ່າ ການໂຈມຕີທີ່ວ່ານັ້ນ ແມ່ນທະຫານເກືອບ 100 ຄົນ ຈາກກອງພັນທະ ຫານບົກ 701 ທີ່ມີສໍານັກງານໃຫຍ່ຢູ່ໃນເຂດ Hmawbi ຂອງນະຄອນຢ້າງກຸ້ງ. ກ່ອນໜ້າບຸກເຂົ້າບ້ານເມື່ອວັນທີ 27 ກໍຣະກະດາ ພວກທະຫານໄດ້ສັງຫານຊາຍວັຍ 43 ປີຢູ່ຄູນໍ້າຊົລປະທານ ໃນເຂດບ້ານ Zigone ທີ່ຢູ່ຫ່າງຈາກເມືອງນັ້ນປະມານ 6.5 ກິໂລແມັດ.
ແຕ່ພວກທະຫນ ຍັງບໍ່ໄດ້ເປີດເຜີຍຂໍ້ມູນໃດໆ ກ່ຽວກັບການປະຕິບັດງານ ທາງທະຫານໃນມື້ວັນອັງຄານ ຢູ່ທ້ອງຖິ່ນນັ້ນ.
Tin Tein Yan ເປັນບ້ານໃຫຍ່ບ້ານນຶ່ງໃນເຂດນັ້ນ, ມີເຮືອນປະມານ 600 ຫລັງ, ມີ ຕລາດ, ມີໂຮງຮຽນມັທຍົມຕອນປາຍ, ມີໂຮງໝໍນ້ອຍ ແລະມີສະຖານີຣົຖໄຟ. ບ້ານນີ້ເປັນສູນກາງທາງຣົຖໄຟ ທີ່ໃຫຍ່ທີ່ສຸດຂອງເຂດ ສະກາຍ ຊຶ່ງແລ່ນລະຫວ່າງເມືອງ Yei-U ແລະເມືອງ Mony Wa. ສະບາຍດີ