ແຂວງເຊກອງ ມີໂຄງການ ລົງທຶນ ຂອງ ຕ່າງປະເທດ 23 ໂຄງການ ສ່ວນຫລາຍ ແມ່ນ ບໍຣິສັດ ວຽດນາມ ສ່ວນນຶ່ງ ແມ່ນຈີນ.
ເຈົ້າໜ້າທີ່ ຜແນກແຜນການ ແລະ ການລົງທຶນ ແຂວງ ເຊກອງ ເປີດເຜີຍວ່າ ໃນປີ 2013 ນີ້ ຍັງບໍ່ໄດ້ ມີການ ອະນຸມັດ ໂຄງການ ຂອງ ຕ່າງປະເທດ ພາຍໃນແຂວງ ເພີ່ມຕື່ມ ຊຶ່ງປັຈຈຸບັນ ມີຢູ່ແລ້ວ 23 ໂຄງການ ສ່ວນຫລາຍ ເປັນໂຄງການ ສໍາຣວດ ແລະ ຂຸດຄົ້ນ ບໍ່ແຮ່. 2 ບໍຣິສັດ ທີ່ເຂົ້າມາ ເຮັດໂຄງການ ຫລາຍທີ່ສຸດ ໃນແຂວງ ກໍຄື ວຽດນາມ ແລະຈີນ:
"ປະມານ 23 ໂຄງການ ທັງໝົດ ໃນນັ້ນແມ່ນ ເປັນ ບໍຣິສັດ ວຽດ ມີວຽດແນ່ ມີຈີນແນ່ ສໍາຣວດ ຊອກຄົ້ນ ຊື່ໆນະ ຍັງບໍ່ ອະນຸຍາດ ໃຫ້ມີ ການຂຸດຄົ້ນ ບໍ່ແຮ່ ນີ້ ມີຢູ່ ປະມານ 5-6 ໂຄງການ ນີ້ແຫລະ ສໍາຣວດ ໃນນັ່້ນ ມີການສໍາຣວດ ບໍ່ເຫລັກ ສໍາຣວດ ບັອກໄຊທ ແລ້ວກໍ ສໍາຣວດ ຖ່ານຫີນ ແລະ ກໍມີສໍາຣວດ ຄໍາແນ່ ປະມານ 2 ໂຄງການ ນີ້ແຫລະ ສໍາຣວດ ຄໍາ".
ສໍາລັບ ການລົງທຶນ ຂອງ ພາກຣັຖ ໃນແຂວງ ເຊກອງ ປີ 2012-2013 ທາງ ຣັຖບານ ໄດ້ ວາງແຜນໄວ້ ທັງໝົດ 117 ໂຄງການ ມູລຄ່າ 7 ລ້ານ 7 ແສນ ໂດລາ ສະຫະຣັຖ ໃນນັ້ນ ສ່ວນຫລາຍ ແມ່ນໂຄງການ ພັທນາ ໂຄງຮ່າງ ພື້ນຖານ ແລະ ການຫລຸດຜ່ອນ ຄວາມທຸກຍາກ. ທັງໝົດ 23 ໂຄງການ ລົງທຶນ ຂອງ ຕ່າງປະເທດ ມີມູລຄ່າ ຣະຫວ່າງ 400 ລ້ານ ໂດລາ ສະຫະ ຣັຖ ໂຄງການ ທີ່ມູນຄ່າ ສູງທີ່ສຸດ ຄືໂຄງການ ກໍ່ສ້າງເຂື່ອນ ໄຟຟ້າ ເຊກະຫມານ3 ຊຶ່ງ ເປັນການລົງທຶນ ຂອງ ວຽດນາມ. ແລະ ເມື່ອເບິ່ງເຖິງ ມູລຄ່າ ການລົງທຶນ ຂອງ ວຽດນາມ ແລະ ຈີນ ຮວມກັນ ແລ້ວ ຄາດວ່າ ປະມານ 360 ລ້ານໂດລາ. ໃນນັ້ນ ເປັນຂອງ ວຽດນາມ ປະມານ 350 ລ້ານໂດລາ, ຈີນ 10 ລ້ານໂດລາ.
ນອກນັ້ນ ຍັງມີໂຄງການ ທີ່ລາວ ເຂົ້າຮ່ວມທຶນ ກັບ ຕ່າງປະເທດ ມູນຄ່າ ບໍ່ຫລຸດ 20 ລ້ານໂດລາ. ພ້ອມດຽວກັນ ກໍຍັງມີ ການລົງທຶນ ຂອງ ຍີ່ປຸ່ນ ຝຣັ່ງເສດ ແລະໄທ. ແລະວ່າ ຜົລກະທົບ ທີ່ ປະຊາຊົນ ທ້ອງຖີ່ນ ຈະໄດ້ຮັບ ກ່ອນອື່ນໝົດ ຈາກ ໂຄງການ ບໍ່ແຮ່ ຫາກ ໄດ້ຮັບ ອະນຸມັດ ໃຫ້ມີການ ຂຸດຄົ້ນແທ້ ກໍແມ່ນ ການເຂົ້າມາ ຂອງ ຄົນງານ ຕ່າງປະເທດ. ຂະນະດຽວກັນ ຊາວບ້ານ ຈໍານວນບໍ່ໜ້ອຍ ຈໍາຕ້ອງໄດ້ ໂຍກຍ້າຍ ອອກຈາກບ້ານ ຂອງ ພວກເຂົາເຈົ້າ ເພື່ອໃຫ້ ໂຄງການ ສັມປະທານ ນັ້ນ ຄືທີ່ເຄີຍ ເກີດຂຶ້ນ ກັບ ໂຄງການ ກໍ່ສ້າງເຂື່ອນ ແລະ ໂຄງການ ປູກ ຢາງພາຣາ ຫລາຍແຫ່ງ ໃນແຂວງ ມາແລ້ວ.