ເກົາຫລີເໜືອອອກຢ້ຽມເພື່ອນບ້ານ
ເກົາຫລີ ເໜືອ ກໍາລັງ ເລາະລຽບ ທາບທາມ ຄວາມສັມພັນ ທາງການທູດ ກັບ ກຸ່ມ ອາຊຽນ.
-
ສົມເນ
2014-08-06 -
-
-
Your browser doesn’t support HTML5 audio
ຄນະຜູ້ແທນ ເກົາຫລີ ເໜືອ ທີ່ ນໍາໂດຍ ຣັຖມົນຕຣີ ຕ່າງປະເທດ ທ່ານ Ri Su Yong ໄດ້ເດີນທາງ ມາຮອດ ສປປ ລາວ ແລ້ວ ໃນ ວັນຈັນ ວັນທີ່ 4 ສິງຫາ. ຣາຍງານ ທາງການລາວ ບໍ່ໄດ້ແຈ້ງ ວ່າ ໃນຣະຍະ ການຢ້ຽມຢາມ ນັ້ນ ຈະມີການ ເຈຣະຈາ ແລະ ລົງນາມ ໃນ ຂໍ້ຕົກລົງ ໃດແດ່ ພຽງແຕ່ ເວົ້າເຖິງ ພິທີຮັບຕ້ອນ ແລະ ຍ້ອງຍໍ ຄວາມສັມພັນ ທີ່ ເຄີຍມີມາ ໃນ ຫລາຍ 10 ປີ ແລ້ວ ກໍກ່າວເຖິງ ການ ເດີນທາງຕໍ່ ເພື່ອ ໄປຢ້ຽມຢາມ ປະເທດ ວຽດນາມ.
ທັງສາມ ປະເທດນີ້ ມີ ຣະບອບ ການປົກຄອງ ສັງຄົມນິຍົມ ແບບດຽວກັນ ແລະ ມີຄວາມ ສັມພັນ ທາງການທູດ ມາຫລາຍ ສິບປີ ແລ້ວ. ຫລັງຈາກ ຢ້ຽມຢາມ ວຽດນາມ ແລ້ວ ຄນະ ຜູ້ແທນ ເກົາຫລີ ເໜືອ ຈະເດີນທາງ ໄປ ປະເທດ ພະມ້າ ເພື່ອຮ່ວມ ກອງປະຊຸມ ເວທີ ອາຊຽນ ຫລື Asean Regional Forum ທີ່ ກ່ຽວກັບ ຄວາມໝັ້ນຄົງ ໃນ ພູມີພາກ. ຫລັງຈາກ ນັ້ນ ກໍຈະເດີນທາງ ຕໍ່ໄປ ອິນໂດເນເຊັຽ ແລະ ສິງຄະໂປ ຊຶ່ງ ເປັນປະເທດ ຄູ່ການຄ້າ ຣາຍໃຫຍ່ ຂອງ ເກົາຫລີ ເໜືອ ແລະ ມີຄວາມ ສັມພັນ ທາງການທູດ ມາຫລາຍ ສິບປີ ເຊັ່ນກັນ.
ຣາຍງານ ຂ່າວ ເກົາຫລີ ໃຕ້ວ່າ ເກົາຫລີ ເໜືອ ພຍາຍາມ ຈະໜີຈາກ ຄວາມໂດດດ່ຽວ ທາງການທູດ ກັບ ນານາຊາຕ ໂດຍ ພຍາຍາມ ຮັດແໜ້ນ ຄວາມສັມພັນ ທາງການ ທູດ ແລະ ການຄ້າ ກັບ 5 ປະເທດ ທີ່ ກ່າວມານີ້ ແລະ ພຍາຍາມ ຂຍາຍ ຄວາມສັມພັນ ທາງການ ທູດ ກັບ ປະເທດ ສະມາຊິກ ອາຊຽນ ອື່ນໆອີກ.