ປາຍທາງຂອງເກົາຫລີເໜືອ 9 ຄົນ

ເກົາຫລີເໜືອ 9 ຄົນ ທີ່ຖືກ ທາງການລາວ ຈັບສົ່ງກັບ ຄືນປະເທດ ນັ້ນ, ໃນເບື້ອງຕົ້ນ ຂອງ ຈຸດໝາຍ ປາຍທາງ ແມ່ນຢາກໄປ ສະຫະຣັຖ ອະເມຣິກາ.

ຊາວໜຸ່ມເກົາຫລີເໜືອ ທີ່ຖືກທາງການລາວ ຈັບສົ່ງຄືນໃຫ້ ທາງການເກົາຫລີເໜືອ Yonhap News

 

ເກົາຫລີເໜືອ 9 ຄົນ ທີ່ຖືກ ທາງການລາວ ຈັບສົ່ງກັບ ຄືນປະເທດ ນັ້ນ, ໃນເບື້ອງຕົ້ນ ຂອງ ຈຸດໝາຍ ປາຍທາງ ແມ່ນຢາກໄປ ສະຫະຣັຖ ອະເມຣິກາ. ນັກເຄື່ອນໄຫວ ເພື່ອ ສິດທິມະນຸດ ເກົາຫລີໃຕ້ ເວົ້າ ໃນວັນຈັນ ນີ້ວ່າ ຊາວເກົາຫຼີ ເໜືອ 9 ຄົນ ທີ່ເຂົ້າມາລາວ ແລ້ວຖືກ ທາງການລາວ ສົ່ງກັບຄືນ ປະເທດ ເມື່ອທ້າຍເດືອນ ຜ່ານມານັ້ນ, ທໍາອິດ ພວກເຂົາເຈົ້າ ມີແຜນ ທີ່ຈະໄປຂໍ ລີ້ໄພ ຢູ່ ສະຫະຣັຖ ອະເມຣິກາ. ຕາມຣາຍງານ ຂອງ ອົງການ ຂ່າວ Yonhap ຈາກ ກຸງໂຊນ ເມືອງຫລວງ ເກົາຫລີໃຕ້ ໃນວັນທີ 3 ມິຖຸນາ 2013.

ຊາວເກົາຫລີເໜືອ ທີ່ວ່ານີ້ ເປັນຊາວໜຸ່ມ ມີອາຍຸ ຣະຫວ່າງ 15 ຫາ 23 ປີ, ໄດ້ຜ່ານຊາຍແດນ ເຂົ້າມາ ປະເທດລາວ ແບບ ຜິດກົດໝາຍ ເມື່ອວັນທີ 10 ເດືອນ ພຶສພາ. 18 ມື້ຕໍ່ມາ ພວກເຂົາເຈົ້າ ຖືກຈັບສົ່ງ ໄປປະເທດຈີນ ແລະ ມື້ຕໍ່ມາ ກໍໄດ້ຖືກ ສົ່ງໄປ ເກົາຫລີເໜືອ ບ່ອນທີ່ ພວກເຂົາເຈົ້າ ອາດຈະຖືກ ລົງໂທດ ຢ່າງໜັກ.

ຊາວເກົາຫລີ ເໜືອ ທັງ 9 ຄົນ ໄດ້ຫລົບໜີ ອອກຈາກ ເກົາຫລີເໜືອ ເມື່ອປີ 2011 ແລະ ລັກລີ້ຢູ່ຈີນ ກ່ອນທີ່ຈະ ລັກລອບ ເຂົ້າມາ ປະເທດລາວ ໂດຍ ມີຄວາມຫວັງ ວ່າຈະໄດ້ ໄປຂໍລີ້ໄພ ຢູ່ ປະເທດທີ 3 ຊຶ່ງ ມີການຢືນຢັນ ໃນພາຍຫຼັງວ່າ ຈະໄປຂໍ ລີ້ໄພ ຢູ່ ສະຫະຣັຖ ອະເມຣິກາ.

ທ່ານ Kim Hee-tae ນັກເຄື່ອນໄຫວ ເພື່ອ ສິດທິມະນຸດ ເວົ້າວ່າ ຄຸນພໍ່ ຄຣິຈຕຽນ ເກົາຫລີໃຕ້ ທີ່ມີ ນາມສະກຸນ ວ່າ Ju ໄດ້ຊ່ວຍເຫລືອ ພວກເຂົາເຈົ້າ ໃນຣະຫວ່າງ ຫລົບໜີ. ທ່ານກ່າວຕໍ່ Yonhap ວ່າ ຄຸນພໍ່ Ju ໄດ້ວາງແຜນ ທີ່ຈະສົ່ງ ຊາວໜຸ່ມ ກຸ່ມນັ້ນ ໄປ ສະຫະຣັຖ ຜ່ານທາງ ສະຖານທູດ ສະຫະຣັຖ ປະຈໍາ ປະເທດລາວ, ແຕ່ ພວກເຂົາເຂົ້າ ໄດ້ປ່ຽນປາຍທາງ ຢ່າງ ກະທັນຫັນ ໄປເກົາຫລີໃຕ້ ພາຍຫລັງຖືກ ເຈົ້າໜ້າທີ່ ຕໍາຣວດ ລາວ ຈັບ ເມື່ອວັນທີ 10 ພຶສພາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org