ຫ້ອງການ ສານ ເມືອງ Myitkyina ຣັຖ Kachin ທາງ ພາກເໜືອ ຂອງ ພະມ້າ, ຕັດສິນ ລົງໂທດ ຈໍາຄຸກ ຕລອດ ຊີວິດ ຊາວຈີນ 153 ຄົນ ຖານ ລັກລອບ ຕັດໄມ້, ເຮັດໃຫ້ ທາງການ ຈີນ ຕ້ອງ ຮຽກຮ້ອງ ໃຫ້ ທາງການ ພະມ້າ ພິຈາຣະນາ ຄະດີ ພວກເຂົາ ຄືນໃໝ່ ແລະ ໃຫ້ ປ່ອຍຕົວ ພວກເຂົາ ໃຫ້ ເປັນ ອິສຣະ.
ຮອງ ຫົວໜ້າ ສານ Myint Swe ກ່າວ ຕໍ່ ເອເຊັຽ ເສຣີ ຜແນກ ພາສາ ພະມ້າ ວ່າ, ພ້ອມດຽວກັນ ນັ້ນ ສານ ກໍໄດ້ ຕັດສິນ ລົງໂທດ ຄົນຈີນ ທີ່ ມີອາຍຸ ນ້ອຍ 2 ຄົນ ຈໍາຄຸກ 10 ປີ ຖານ ມີຄວາມຜິດ ແບບ ດຽວກັນ ນັ້ນ.
ສ່ວນ ແມ່ຍິງ ຄົນນຶ່ງ ທີ່ ຢູ່ໃນ ຈໍານວນ ພວກ ທີ່ຖືກ ຕັດສິນ ລົງໂທດ ຈໍາຄຸກ ຕລອດຊີວິດ ນັ້ນ, ມີໂທດ ຈຳຄຸກ ເພີ່ມອີກ 15 ປີ ໃນຂໍ້ຫາ ຄ້າ ຢາເສພຕິດ. ທ່ານ Myint Swe ເວົ້າວ່າ ພວກທ່ານ ພຍາຍາມ ຕັດສິນ ໂທດ ແບບ ທ່ຽງທັມ ທີ່ສຸດ, ແຕ່ ກໍຕ້ອງໄດ້ ພິຈາຣະນາ ຈາກ ແງ່ ຂອງ ສິ່ງແວດລ້ອມ ນໍາດ້ວຍ, ຫາກເບິ່ງ ເຖິງ ຈໍານວນ ຣົດ ຂົນໄມ້, ເຄື່ອງ ຈັກ ຕັດໄມ້ ແລະ ອຸປກອນ ຕ່າງໆ ທີ່ ຍຶດໄດ້ ພ້ອມກັບ ຄົນນັ້ນ ກໍຄົງ ວາດພາບ ໄດ້ ເຖິງ ຄວາມ ເສັຽຫາຍ ທີ່ ພວກເຂົາ ໄດ້ກະທໍາ ຕໍ່ ສິ່ງ ແວດລ້ອມ ນັ້ນ ໜັກໜ່ວງ ພຽງໃດ.
ຊາວຈີນ ທັງ 153 ຄົນ ນັ້ນ ຖືກ ທະຫານ ຣັຖ Kachin ຈັບ ເມື່ອເດືອນ ມົກກະຣາ ຜ່ານມາ ພ້ອມກັບ ຄົນ ພະມ້າ ຈໍານວນ ນຶ່ງ ແລະ ຍຶດຣົດ ຂົນ ໄມ້ ທ່ອນ 436 ຄັນ ຢູ່ໃກ້ ຊາຍແດນ ຈີນ. ພວກເຂົາ ຖືກ ຕັດສິນ ລົງໂທດ ພາຍຫລັງ ຖືກ ກັກຂັງ 6 ເດືອນ.
ຕາມ ກົດໝາຍ ປີ 1963 ຂອງ ພະມ້າ, ຫາກຈັບ ຄົນ ທີ່ລັກ ຫລື ໃຊ້ ຊັບສົມບັດ ຂອງ ຣັຖ ໄປໃນທາງ ທີ່ ບໍ່ຖືກຕ້ອງ ນັ້ນ ແມ່ນ ຖືກ ລົງໂທດ ຈໍາຄຸກ ແຕ່ 10 ປີ ເຖິງ ຕລອດ ຊີວິດ.