ກຸ່ມປະທ້ວງຮົງກົງຖືກສັ່ງໃຫ້ ສລາຍ ຕົວ

ຕຳຣວດ ຮົງກົງ ເວົ້າວ່າ ກຸ່ມ ປະທ້ວງ ຖືກ ສັ່ງໃຫ້ ມ້າງ ແລະ ຫນີ ອອກຈາກ ຕູບ ຂອງຕົນ ຢ່າງຊ້າ ບໍ່ໃຫ້ ກາຍ ວັນພະຫັດ ນີ້.

ກຸ່ມປະທ້ວງຮົງກົງຖືກສັ່ງໃຫ້ ສລາຍ ຕົວ RFA

 

ຕຳຣວດ ຮົງກົງ ໄດ້ ເຕືອນ ກຸ່ມ ປະທ້ວງ ເພື່ອ ປະຊາ ທິປະຕັຍ ໃຫ້ ມ້າງເພຕູບ ແລະ ຫນີ ອອກຈາກ ບ່ອນທີ່ ຕັນຖນົນ ສາຍ ສຳຄັນ ໃຈກາງ ເມືອງ ຮົງກົງ ໃຫ້ຫມົດ ກ່ອນ ວັນພະຫັດ ເພື່ອ ທາງການ ຈະໄດ້ ສະສາງ ໃຫ້ ກັບເຂົ້າສູ່ ປົກກະຕິ ເພາະ ກຸ່ມປະ ທ້ວງ ໄດ້ຕັນມາ ເປັນເວລາ ກວ່າ ສອງ ເດືອນ.

ເຈົ້າຫນ້າທີ່ ຕຳຣວດ ມີແຜນທີ່ ຈະເຂົ້າໄປ ກວາດລ້າງ ເຂດ ດັ່ງ ກ່າວ ຫລັງຈາກ ໄດ້ ຮັບຄຳສັ່ງ ຈາກສານ ໃຫ້ຍ້າຍ ສີ່ງກີດຂວາງ ຕ່າງໆ ທີ່ ກຸ່ມປະທ້ວງ ໃຊ້ ຕັນຖນົນ ໃຫ້ຫມົດ ບໍ່ໃຫ້ ກາຍ ວັນ ພະຫັດ ຊື່ງເປັນ ບາດກ້າວ ອັນຫລ້າສຸດ ໃນການ ທັບມ້າງ ການ ປະທ້ວງ ຂອງ ກຸ່ມ ປະຊາທິປະຕັຍ ໃນ ຮົງກົງ.

ໂຄສົກ ຕຳຣວດ ຮົງກົງ ທ່ານ ເຈືອງຕັກ ກຸນ ໄດ້ ຮຽກຮ້ອງ ກຸ່ມ ປະທ້ວງ ໃນມື້ ວັນອັງຄານ ຕອນແລງ ໃຫ້ ເລີ້ມ ເອົາສີ່ງຂອງ ຂອງຕົນ ອອກຈາກ ສະຖານທີ່ ດັ່ງກ່າວ ເພາະ ອາດຈະ ບໍ່ມີ ເວລາພໍ ກ່ອນ ມື້ ວັນພະຫັດ. ຄາດວ່າ ຈະມີການ ເລີ້ມ ສະສາງ ໃນ ສະຖານທີ່ ດັ່ງກ່າວ ແຕ່ເວລາ 9 ໂມງເຊົ້າ ຂອງມື້ ວັນພະຫັດ ຕາມຄຳສັ່ງ ຂອງສານ.

ນາຍ PAUL TSE ທະນາຍຄວາມ ຂອງ ບໍຣິສັດ ຣົຖ ປະຈຳທາງ ເວົ້າວ່າ ຕຳຣວດ ຍັງ ຈະທັບມ້າງ ສີ່ງ ຂີດຂວາງ ຕາມຖນົນ ບ່ອນ ທີ ສອງ ອີກ ຊື່ງ ເປັນບ່ອນ ນ້ອຍໆ ໃນເຂດ ອ່າວ CAUSEWAY ທີ່ ບໍ່ຢູ່ໃນ ຄຳສັ່ງ ຂອງ ສານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org