ຈີນ ພຍາຍາມລຶບລ້າງ ພາສາ, ວັທນະທັມ ຂອງຊົນກຸ່ມນ້ອຍ

ຈີນ ພຍາຍາມລຶບລ້າງ ພາສາ, ວັທນະທັມ ແລະ ຮີດຄອງ ປະເພດນີ ຂອງຊົນເຜົ່າ ກຸ່ມນ້ອຍ ທີ່ຈີນປົກຄອງ ເປັນຕົ້ນ ຊາວຕິເບດ, ວິກເກີ, ມົງໂກເລັຽ ແລະ ກຸ່ມ ອື່ນໆ ດ້ວຍການບັງຄັບ ໃຫ້ໂຮງຮຽນ ສອນເດັກນ້ອຍ ພາສາຈີນ ເຣີ່ມແຕ່ ຊັ້ນອະນຸບານ.

ຊາວມົງໂກເລັຽ ຖືປ້າຍໂປສເຕີ ປະທ້ວງຈີນ ຢູ່ຕໍ່ໜ້າ ສຖານທູດຈີນ ຢູ່ກຸງໂຊລ ປະເທດເກົາຫຼີໃຕ້ ກຽວກັບ ນະໂຍບາຍ ການລຶບລ້າງ ພາສາມົງໂກເລັຽ ຂອງຈີນ ໃນໂຮງຮຽນມົງໂກເລັຽ, ວັນທີ 24 ກັນຍາ ປີ 2020. AFP

ພັກຄອມມູນິດຈີນ ໄດ້ປະກາດ ວ່າງຫຼັງໆມານີ້ວ່າ ທາງການຈີນ ຈະອອກ ຂໍ້ກຳນົດ ແບບບັງຄັບ ໃຫ້ໂຮງຮຽນຕ່າງໆ ຂອງຊົນກຸ່ມນ້ອຍ ທີ່ຈີນປົກຄອງ ເປັນຕົ້ນ ຊາວຕິເບດ, ວິກເກີ, ມົງໂກເລັຽ ແລະອື່ນໆ ສອນພາຈີນກາງ ຫຼື ແມນດາຣີນ (MANDARIN) ເຣີ່ມແຕ່ ຊັ້ນອະນຸບານ ທົ່ວປະເທດ ຮວມດ້ວຍ ພາສາຈີນກວງຕຸງ ໃນເຂດສີສວນ ພ້ອມທັງ ຍັງມີ ແຜນການ ຈະໃຫ້ສອນ ໃນຊັ້ນມັທຍົມ ນຳອີກ ໃນອະນາຄົດ.

ການປະກາດດັ່ງກ່່າວ ແມ່ນມີຂຶ້ນ ໃນວັນ​ທີ 2 ເດືອນສິງຫາ ປີນີ້, ຊຶ່ງກ່ອນໜ້ານີ້ ຫຼາຍໂຮງຮຽນ ກໍໄດ້ສອນມາແລ້ວ ຈາກກະຊວງ ສຶກສາທິການຈີນ ໂດຍລະບຸວ່າ  ເພື່ອປະຕິບັດ ຕາມແນວທາງ ຊີ້ນຳ ຂອງປະທານປະເທດ ຊີຊິງປິງ ກະຊວງສຶກສາຈີນ ຈະກຳນົດ ໃຫ້ພາສາຈີນກາງ (Mandarin) ສອນໃນໂຮງຮຽນ ຊົນເຜົ່າ ທົ່ວປະເທດ ເຣີ່ມແຕ່ ຊັ້ນອະນຸບານ ເມື່ອເວລາ ຂະເຈົ້າ ຍັງຢູ່ ໃນວັຍເຍົາ

ການປະກາດດັ່ງກ່າວ ຍັງໄດ້ໂພ​ສອອກ ໃນເຄືອຂ່າຍ ອິນເຕີແນດ ຂອງຣັຖບານຈີນ ນຳອີກ ໂດຍເວົ້າວ່າ  ກະຊວງສຶກສາທິການ ມີພາຣະໜ້າທີ່ ໃນການສອນ ພາສາຈີນກາງ ໃຫ້ແກ່ ເດັກນ້ອຍຊົນເຜົ່າ ໃນຈີນ ເພື່ອຄວາມປອງດອງ ແລະ ຄວາມສາມະຄີ ໃນກຸ່ມຊົນເຜົ່າ ຕ່າງໆໃນຈີນ. ຊາວມົງໂກເລັຽ ທ່ານນຶ່ງເວົ້າວ່າ

“ຢູ່ໃນມົງໂກເລັຽ ມີການປະທ້ວງ ຕ້ານນະໂຍບາຍໃໝ່ ຂອງຈີນ ກ່ຽວກັບ ການລຶບລ້າງ ພາສາມົງໂກເລັຽ ໃນໂຮງຮຽນ, ສຳລັບຊາວມົງໂກເລັຽແລ້ວ ພາສາ ເປັນວັທນະທັມບົ່ງບອກ ການເປັນເຊື້ອຊາດມົງໂກເລັຽ.”

ການສອນພາສາຈີນ ດັ່ງກ່າວນີ້ ຈະເຣີ່ມຂຶ້ນ ໃນໄຕຣມາດ ຣະດູໃບໃມ້ລົ່ນປີ 2021 ໃນໂຮງຮຽນ ຊົນເຜົ່າ ຊັ້ນອະນຸບານ ໃນເຂດຊົນນະບົດ ແລະ ທົ່ວປະເທດ ໂຮງຮຽນໃດ ທີ່ຍັງບໍ່ທັນ ສອນພາສາຈີນ ຮວມທັງ ກິຈກັມຕ່າງໆ ຂອງໂຮງຮຽນ ຕ້ອງເປັນພາສາຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org