ມົນຕຣີແມ່ນ້ຳຂອງ ບໍ່ເວົ້າເຣື້ອງເຂື່ອນ
2013.01.16

ອົງການເຄືືອຂ່າຍ ແມ່ນ້ຳສາກົນ ຖແລງວ່າ ໂຄງການເຂື່ອນ ໄຊຍະບູຣີ ບໍ່ໄດ້ຢູ່ ໃນຣາຍການ ກອງປະຊຸມ ປະຈຳປີ ຂອງ ສະພາຄນະມົນຕຣີ ແມ່ນ້ຳຂອງ ໃນອາທິດນີ້. ທ່ານຣອຍແກ້ວ ກຸ່ມປົກປ້ອງ ແມ່ນ້ຳຂອງ ທີ່ແຂວງຊຽງຮາຍ ກ່າວວ່າ ຄວາມຫລົ້ມເຫລວ ໃນການ ບໍ່ໂອ້ລົມກັນ ກ່ຽວກັບ ໂຄງການເຂື່ອນ ໄຊຍະບູຣີ ໃນກອງປະຊຸມ ແມ່ນ້ຳຂອງ ເປັນຄວາມບົກພ່ອງ ຂອງ ຄນະກັມມະທິການ ແມ່ນ້ຳຂອງ ໃນຄວາມ ຮັບຜິດຊອບ ຕໍ່ຫນ້າທີ່ຂອງຕົນ. ການມິດງຽບ ຈະບໍ່ເຮັດໃຫ້ ບັນຫາ ທີ່ເກີດຈາກ ໂຄງການ ເຂື່ອນ ໄຊຍະບູຣີ ໜີໄປ. ດັ່ງນາງ ພຽນພອນ ດີເທດ ຜູ້ປະສານງານ ອົງການ ແມ່ນ້ຳສາກົນ ທີ່ປະເທດໄທ ເວົ້າວ່າ:
"ບໍ່ມີເລື້ອງ ເຂື່ອນ ໄຊຍະບູຣີ ຢູ່ໃນວາຣະ ການປະຊຸມ ຂອງຄນະມົນຕຣີ ແມ່ນໍ້າຂອງເລີຍ ເພາະຄນະຣັຖບານ ແລະກອງເລຂາ ເປັນຜູ້ກໍານົດ ວາຣະການປະຊຸມ ຝ່າຍສັງຄົມ ກໍຕ້ອງການຢາກໃຫ້ ເອົາເຣື້ອງເຂື່ອນ ໄຊຍະບູຣີ ມາໂອລົມກັນ".
ການຢ້ຽມຢາມ ພື້ນທີ່ສ້າງ ເຂື່ອນ ໃນອາທິດ ຜ່ານມາ ອົງການ ແມ່ນ້ຳສາກົນ ໄດ້ພົບເຫັນ ໂຄງການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ອີກເຂື່ອນໃຫມ່ ໃນລາວ ທີ່ກຳລັງ ດຳເນີນງານ ຢູ່ໃນປັດຈຸບັນ ດັ່ງເຂື່ອນປາກແບງ ແລະ ກໍເປັນໂຄງການ ທີ່ຍັງບໍ່ທັນ ເຂົ້າໃນຂັ້ນຕອນ ການປືກສາຂອງ ຄນະກັມມະທິການ ແມ່ນ້ຳຂອງ ເຊັ່ນກັນ. ກຸ່ມຊາວບ້ານ ໄດ້ກ່າວຕໍ່ອົງການ ແມ່ນ້ຳສາກົນ ວ່າໂຄງການດ່ັງກ່າວ ຈະເລີ້ມລົງມື ໃນສອງຫາ ສິບສອງ ເດືອນ ຂ້າງຫນ້າ ດ້ວຍການສ້າງ ຖນົນ ເຊື່ອມໄປຫາ ເຂື່ອນ. ຍານາງ ພຽນພອນ ເວົ້າເພີ້ມວ່່າ:
"ກໍໄດ້ຮຽກຮ້ອງ ໃຫ້ເຂົາເອົາເຂື່ອນ ໄຊຍະບູຣີ ມາໂອ້ລົມກັນ ໃນກອງປະຊຸມ ເຂື່ອນນໍ້າຂອງ ອື່ນໆ ດັ່ງເຂື່ອນປາກແບງ ຊນະຄາມ ກໍບໍ່ມີໃນວາຣະ ກອງປະຊຸມເລີຍ".
ຊາວບ້ານ ເວົ້າຕໍ່ໄປວ່າ ບໍຣິສັດຈີນ ໄດ້ທຳການສຶກສາ ຄວາມເປັນໄປໄດ້ ກ່ຽວກັບ ການສ້າງເຂື່ອນ ປາກລາຍ ແລະ ຊນະຄາມ ໃນເດືອນ ກັນຍາ 2012 ອົງການ ແມ່ນ້ຳສາກົນ ກໍພົບວ່າ ມີການເລີ້ມວຽກງານ ການກໍ່ສ້າງ ເຂື່ອນດອນສະຫົງ ໃນເຂດພາກໃຕ້ ຂອງລາວ ດ້ວຍການຣະເບີດ ແກ້ງຫີນ ສຳລັບ ໃຫ້ປາຂື້ນລົງ.
ໃນກອງປະຊຸມ ປະຈຳປີ ຄັ້ງທີ 19 ຂອງ ສະພາ ຄນະມົນຕຣີ ແມ່ນ້ຳຂອງ ທີ່ຈັດຂື້ນໃນ ວັນທີ 16-17 ມົກກະຣາ 2013 ທີ່ ແຂວງ ຫລວງພຣະບາງ ບໍ່ໄດ້ເອີ່ຍ ເຖິງເຣື້ອງນີ້ ໃນທີ່ປະຊຸມ ເລີຍ.