World Vision ໃນລາວຊ່ວຍເຫລືອ ຜູ້ເຄາະຮ້າຍ


2013.09.26
F-flood ອົງການສາສນາຄຣິສຕຽນ World Vision ຊ່ວຍເຫລືອ ຜູ້ປະສົພພັຍນໍ້າຖ້ວມ 130,000 ດອນລ່າ ສະຫະຣັຖ
World Vision Lao

 

ອົງການ ສາສນາຄຣິສຕຽນ World Vision ໃຫ້ການ ຊ່ວຍເຫລືອ ແກ່ຜູ້ເຄາະຮ້າຍ ຈາກພັຍນໍ້າຖ້ວມ ໃນພາກໃຕ້ ຂອງລາວ. ອົງການ ສາສນາຄຣິສຕຽນ ອອກໃບແຈ້ງການ ເມື່ອວັນທີ່ 26 ເດືອນກັນຍາ ນີ້ວ່າ ທາງອົງການ ໄດ້ຕົກລົງ ໃຫ້ການຊ່ວຍເຫລືອ ເງິນ ຈໍານວນ 130,000 ດອນລ່າ ສະຫະຣັຖ ເພື່ອຊົດຊ່ວຍ ຊາວລາວ ທີ່ໄດ້ຮັບ ເຄາະຮ້າຍຢູ່ແຂວງ ຈໍາປາສັກ. ປັດຈຸບັນທາງອົງການກໍາລັງຮ່ວມມື ກັບອໍານາດການປົກຄອງທ້ອງຖິ່ນ ເພື່ອແຈກຢາຍ ເຄື່ອງຊ່ວຍເຫຼືອ ຕ່າງໆ. ນາງ Amelia Merrick ຜູ້ອໍານວຍການ ອົງການ World Vision ປະຈໍາລາວກ່າວວ່າ:

“ພວກເຮົາແຈກຢາຍ ອາຫານ ເຂົ້າປາແລະນໍ້າ ໃຫ້ແກ່ປະຊາຊົນຜູ້ ທີ່ຕ້ອງການ ການຊ່ວຍເຫລືອໂດຍດ່ວນ. ເຈົ້າໜ້າທີ່ຂອງພວກເຮົາ ຂີ່ເຮືອໄປເຖິງບ້ານເຖິງປະຊາຊົນ ແລະພວກເຮົາກໍເຫັນວ່າພວກເຂົາ ຂາດເຂີນ ອາຫານການກິນ ຢ່າງແຮງ.”

ອົງການສາສນາຄຣິສຕຽນ ຍັງຣາຍງານວ່າ ນໍ້າຢູ່ເຂດເມືອງສຸຂຸມມາ ສູງຂຶ້ນຢ່າງໄວວາ ປະຊາຊົນຫລາຍຄົນ ບໍ່ມີເຮືອທີ່ຈະຫລົບໜີໄປຢູ່ເຂດ ປອດໄພ. ໃນທົ່ວແຂວງຈໍາປາສັກ ປະຊາຊົນກວ່າ 50,000 ຄົນໃນ 56 ບ້ານ ໄດ້ຮັບຜົນກະທົບ; ທົ່ງນາຫລາຍພັນເຮັກຕາຣ໌ ຖືກທໍາຣາຍ ແລະສັດລ້ຽງງົວຄວາຍໝູໝາເປັດໄກ່ ຕາຍດິກນໍ້າ.

ນາງ Merrick ກ່າວອີກວ່າ ປະຊາຊົນກໍາລັງລໍຖ້າຈະກ່ຽວເຂົ້ານາປີ ຍັງອີກບໍ່ ເທົ່າໃດອາທິດ ແຕ່ນໍ້າມາຖ້ວມກ່ອນ. ພັຍທັມມະຊາດ ເທື່ອນີ້ ຈະສົ່ງຜົນກະທົບ ຕໍ່ຊີວິດ ການເປັນຢູ່ ຂອງປະຊາຊົນ ຢ່າງແຮງ ເພາະມັນທໍາຣາຍແຫລ່ງ ອາຫານ ນໍ້າ ແລະຈະພາໃຫ້ເກີດ ໂຣຄພຍາດ ທີ່ອັນຕະຣາຍ ຫລາຍຢ່າງ ໂດຍສະເພາະ ຕໍ່ເດັກນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.