ຊາວບ້ານ ຖືກຈັບ ຍ້ອນບໍ່ຍອມເຊັນ ມອບທີ່ດິນ
2019.10.14

ເຈົ້າໜ້າທີ່ຕຳຣວດ ເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ຈັບຕົວ ທ່ານ ທິດໄພ ທຳມະວົງ ອາຍຸ, 69 ປີ, ປະຊາຊົນ ບ້ານວຽງຄຳ ຫຼື ບ້ານເລົ່າໃນ ໃນວັນທີ 16 ກັນຍາ ຍ້ອນບໍ່ເຊັນມອບດິນ ຂອງຕົນ ໃຫ້ບໍຣິສັດ ຢາງພາຣາ ໂກເອໂກ ຈຳກັດຜູ້ດຽວ ຂອງວຽດນາມ, ອີງຕາມຄຳເວົ້າ ຂອງຍາດພີ່ນ້ອງ ຂອງທ່ານ ທິດໄພ.
ໃນເບື້ອງຕົ້ນ ເຈົ້າໜ້າທີ່ຕຳຣວດ ໄດ້ເຮັດໝາຍຮຽກໃຫ້ ທ່ານ ທິດໄພ ມາລົມກັນ ຢູ່ຫ້ອງການ ປກສ ເມືອງປາກກະດິງ, ແຕ່ ທ່ານທິດໄພ ບໍ່ຍອມເຊັນມອບ ຍ້ອນຮຽກຮ້ອງ ຄ່າຊົດເຊີຍ.
ເຈົ້າໜ້າທີ່ຕຳຣວດ ໄດ້ອອກໝາຍຮຽກໃຫ້ ທ່ານທິດໄພ ມາພົບອີກ ໃນວັນທີ 16 ກັນຍາ ແລ້ວ ເຈົ້າໜ້າທີ່ຕຳຣວດກໍຈັບ ທ່ານ, ດັ່ງຄົນ ໃນຄອບຄົວທິດໄພ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ຕຸລາ ວ່າ:
“ຄັ້ງທີ 1 ເພິ່ນກະໄດ້ໄປ ປຶກສາຫາລື ລົມກັນຫັ້ນນ່າ ກ່ຽວກັບ ຕອນດິນຂອງຜູ້ກ່ຽວນີ້ ຫັ້ນນ່າ ເພິ່ນຢາກໃຫ້ ເຊັນມອບໃຫ້ ຫັ້ນນ່າ ໃນເມື່ອກ່ອນ ແລ້ວເພິ່ນກະສົ່ງ ພໍ່ກັບມາ, ເທື່ອທີ 2 ເພິ່ນກະເຮັດໝາຍຮຽກມາ ລະ [ພໍ່] ຂຶ້ນໄປ ເພິ່ນກະກັກຕົວໄວ້ເລີຍ ຫັ້ນນ່າ.”
ເຈົ້າໜ້າທີ່ຕຳຣວດ ເມືອງປາກກະດິງ ໄດ້ອອກໝາຍຮຽກ ຄັ້ງທີ 1 ລົງວັນທີ 28 ສິງຫາ 2019 ເພື່ອໃຫ້ ທ່ານ ທິດໄພ ໄປພົບ ເຈົ້າໜ້າທີ່ຕຳຣວດ ໃນວັນທີ 2 ກັນຍາ 2019 ເວລາ 8:30 ຕອນເຊົ້າ.
ຕໍ່ມາ ເຈົ້າໜ້າທີີ່ຕຳຣວດ ເມືອງປາກກະດິງ ໄດ້ອອກໝາຍຮຽກຄັ້ງທີ 2 ລົງວັນທີ 12 ກັນຍາ 2019 ເພື່ອໃຫ້ ທ່ານ ທິດໄພ ໄປພົບ ເຈົ້າໜ້າທີ່ຕຳຣວດອີກ ໃນວັນທີ 16 ກັນຍາ 2019 ເວລາ 8:30 ຕອນເຊົ້າ ກ່ອນທີ່ ທ່ານ ທິດໄພ ຈະຖືກຈັບ ໃນມື້ດຽວກັນ. ແຕ່ ຄອບຄົວຂອງ ທິດໄພ ບໍ່ໄດ້ຂັດຂ້ອງຫຍັງ, ແຕ່ຮຽກຮ້ອງ ຄ່າຊົດເຊີຍ ທີ່ດິນທຳການຜລິດ ເທົ່ານັ້ນ, ດັ່ງສະມາຊິກຄອບຄົວ ທ່ານ ກ່າວຕື່ມອີກວ່າ ວ່າ:
“ສົມມຸດວ່າ ທາງພັກຣັຖ ຈະມີການພັທນາ ແຕ່ທາງຄອບຄົວ ຂອງໄທເຮົາ ບໍ່ມີ ການຂັດຂ້ອງໃດໆ ແຕ່ຂໍຄວາມຍຸຕິທັມ ແລະ ດິນຄ່າຊົດເຊີຍ ເພື່ອທຳການຜລິດ ຕໍ່ໄປຫັ້ນນ່າ ເພາະວ່າ ທາງຄອບຄົວ ຂອງເຮົາ ມັນກະມີແຕ່ ດິນຕອນດຽວນີ້ ທຳການຜລິດ.”
ນອກຈາກນີ້, ໃນວັນທີ 12 ຕຸລາ ທີ່ຜ່ນມາ ເຈົ້າໜ້າທີ່ຕຳຣວດ ເມືອງປາກກະດິງ ຍັງໄດ້ອອກໝາຍຮຽກ ໃຫ້ລູກຊາຍ ແລະ ເມັຽ ຂອງທ່ານທິດໄພ ມາພົບ ຢູ່ຫ້ອງການຕຳຣວດເມືອງປາກກະດິງ ໃນວັນທີ 14 ຕຸລາ ນີ້. ຢູ່ໃນໝາຍຮຽກ ຍັງເວົ້າວ່າ ຖ້າຫາກ ລູກ ແລະ ເມັຽ ຂອງທ່ານທິດໄພ ບໍ່ມາພົບ, ເຈົ້າໜ້າທີ່ຕຳຣວດ ຈະໃຊ້ມາຕການ ຕາມກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ.
ເພື່ອຂໍຄວາມກະຈ່າງແຈ້ງ ໃນເຣື່ອງນີ້, ໃນວັນທີ 14 ຕຸລາ ວິທຍຸ ເອເຊັຽ ເສຣີ ໄດ້ໂທຣະສັບຫາ ທ່ານ ພັນໂທ ວົງພະຈັນ ແກ້ວວິຊຽນ, ຫົວໜ້າກອງບັນຊາການ ປກສ ເມືອງປາກກະດິງ, ແຕ່ ທ່ານ ຕອບວ່າ:
“ໂຕນີ້ ໄທເຮົາ ໄດ້ປຶກສາຫາລືກັນແລ້ວ ແຕ່ໄທເຮົາ ຈະຍັງບໍ່ມີ ຄຳຕອບຫຍັງເນາະ ໂຕນີ້ ພວກເຮົາບໍ່ມີສິດໃຫ້ການສຳພາດເທື່ອ ເພາະວ່າໂຕນີ້ ມັນໄດ້ຮັບ ການຊີ້ນຳ ຈາກຂັ້ນເທິງເນາະ ທ່ານເນາະ.”
ໃນຂະນະທີ່ ເຈົ້າໜ້າທີ່ເມືອງປາກກະດິງ ໃຫ້ຄຳເຫັນວ່າ ທີ່ດິນຕອນດັ່ງກ່າວ ຢູ່ໃນເຂດສງວນ ຂອງຣັຖ, ດັ່ງ ທ່ານ ສົມພອນ ຈັນທະນາສຸກ, ເຈົ້າເມືອງປາກກະດິງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 14 ຕຸລາ ວ່າ:
“ຕອນດິນດັ່ງກ່າວ ມັນເປັນດິນສງວນ ຂອງຣັຖ ມັນບໍ່ຖືກ ຄືກັນກັບລາວ [ຄອບຄົວທິດໄພ] ເວົ້າຫັ້ນ ຣັຖເຮົາ ໄດ້ສງວນ ເປັນເຂດເສຖກິດພັທນາ ແຕ່ປີ 2001 ພຸ້ນເປັນຕົ້ນມາ ແຕ່ເວລານັ້ນ ກໍບໍ່ໄດ້ມີໃຜ ເຂົ້າໄປທຳການຜລິດ ເຣີ່ມປີ 2009, 2010 ລະມີ ປະຊາຊົນ ຈຳນວນນຶ່ງ ເຂົ້າໄປບຸກລຸກ.”
ແຕ່ ເຈົ້າໜ້າທີ່ບ້ານ ຢັ້ງຢືນວ່າ ທີ່ດິນຕອນດັ່ງກ່າວ ໄດ້ສືບທອດມູລມໍຣະດົກ ມາຈາກພໍ່ ແລະ ແມ່ ຂອງທ່ານທິດໄພ, ດັ່ງເຈົ້າໜ້າທີ່ ອຳນາດການປົກຄອງ ບ້ານວຽງຄຳ ທ່ານນຶ່ງ ໄດ້ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 12 ຕຸລາ ວ່າ:
“ເຣື່ອງດິນນີ້ ກະດິນ ແຕ່ພໍ່ແຕ່ແມ່ ຂອງພໍ່ເຖົ້າຊາຍ ແມ່ນເຖົ້າໃສ ເພິ່ນປັນໃຫ້ລູກເພິ່ນ ແບ່ງປັນດິນ ແຕ່ມູລແຕ່ມັງ ແຕ່ດຶກດຳບັນພຸ້ນແຫລະ ແຕ່ຍັງບໍ່ໄດ້ອອກ ໃບແຈ້ງດິນ ພຸ້ນແຫລະ ແລະ ເພິ່ນຫາກໍມາອອກ ໃບແຈ້ງດິນ 2012 ນີ້ ໃບນຳໃຊ້ ທີ່ດິນຫັ້ນນ່າ.”
ດິນຕອນ ດັ່ງກ່າວ ມີເນື້ອທີ່ 1.5 ເຮັກຕ້າຣ໌ ເປັນກຳມະສິດ ຂອງພໍ່ເຖົ້າໄສປ້າຍ ແລະ ແມ່ເຖົ້າໄສ ທີ່ໄດ້ນຳໃຊ້ ມາຕັ້ງປີ 1965 ແລະ ປີ 1985 ໄດ້ມອບໃຫ້ ທ່ານ ທິດໄພ ຜູ້ເປັນລູກຊາຍ ສືບທອດ ມູລມໍຣະດົກ.
ມາຮອດປີ 2012, ທ່ານ ທິດໄພ ໄດ້ໄປເຮັດ ໃບແຈ້ງທີ່ດິນ ແລະ ໄດ້ເສັຽພາສີ ທີ່ດິນ ໂດຍ ຫ້ອງການ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ເມືອງປາກກະດິງ ເປັນຜູ້ອອກໃຫ້ ໃນວັນທີ 20 ມີນາ 2012.
ທ່ານ ທິດໄພ ໄດ້ເສັຽພາສີ ທີ່ດິນ ນັບແຕ່ປີ 2012 ຈົນຮອດປີ 2017 ຈຶ່ງມີໜັງສື ແຈ້ງການ ຈາກເຈົ້າໜ້າທີ່ ເມືອງປາກກະດິງວ່າ ດິນເຂດດັ່ງກ່າວ ລວມທັງທີ່ດິນຂອງ ທິດໄພ ຖືກໂຄງການປູຢາງພາຣາ ຂອງ ບໍຣິສັດ ຢາງພາຣາ ໂກເອໂກ ຈຳກັດຜູ້ດຽວ ຂອງວຽດນາມ.