ເຂື່ອນປາກແບງສ້າງຄວາມ ກັງວົນ

ຈໍາປາທອງ
2017.03.15
F-Pakbeng-dam ແຜນທີ່ ບອກທີ່ຕັ້ງຂອງ ເຂື່ອນປາກແບງ ຢູ່ ແຂວງອຸດົມໄຊ
RFA Graphic

ເນື່ອງໃນວັນຢຸດ ເຂື່ອນ ໂລກ ນັກວິຊາການ ແລະເຄືອຂ່າຍ ພາກປະຊາສັງຄົມ ວຽດນາມ, ກໍາພູຊາ ແລະໄທ ຮ່ວມກັນ ຈັດກອງປະຊຸມ ຂຶ້ນທີ່ ເມືອງຊຽງຂອງ ແຂວງຊຽງຮາຍ ຂອງໄທ ຊຶ່ງໄດ້ຈັດຂຶ້ນ ທຸກປີ ໃນວັນທີ 14 ມິນາ. ໃນນັ້ນວຽດນາມ ສະແດງຄວາມ ກັງວົນນໍາ ຜົລກະທົບ ທີ່ອາຈເກີດຂຶ້ນ ຈາກການສ້າງ ເຂື່ອນປາກແບງ ກັ້ນ ແມ່ນໍ້າຂອງ ທີ່ທາງການ ສປປລາວ ກ່າວອ້າງວ່າ ມີສິດສ້າງ ເພາະຢູ່ ໃນເຂດແດນ ຂອງຕົນ ບໍ່ມີໃຜ ຈະຫ້າມໄດ້. ດັ່ງຕົວແທນ ວຽດນາມ ໄດ້ກ່າວວ່າ:

"ບັນຫາທໍາອິດ ທີ່ເປັນຫວ່ງ ຄືເຣື່ອງທີ່ ທາງຄນະກັມມາທິການ ແມ່ນໍ້າຂອງສາກົລ ໄດ້ອ້າງເຖິງ ເຣື່ອງ ອະທິປະໄຕ ຂອງລາວ ແລະສິດທິ ຂອງ ປະຊາຊົນ ໃນການໃຊ້ ແມ່ນໍ້າຂອງ ໃນອະນາຄົດ ເຖິງແມ່ນວ່າ ຈະມີຂະບວນການ ປຶກສາຫາລື ລ່ວງໜ້າ ລະຫວ່າງ ປະເທດ ແຕ່ ພາກສ່ວນອື່ນໆ ບໍ່ໄດ້ມີສິດ ທີ່ຈະຄັດຄ້ານ ການສ້າງເຂື່ອນ ນັ້ນໄດ້".

ທ່ານກ່າວຕື່ມວ່າ ເຂື່ອນຕ່າງໆ ທີ່ສ້າງໃສ່ ແມ່ນໍ້າຂອງ ທັງໃນລາວ ແລະຢູ່ຈີນ ກໍລ້ວນແລ້ວ ແຕ່ສົ່ງຜົລກະທົບ ຕໍ່ປະເທສ ປາກແມ່ນໍ້າຂອງ ຄື ວຽດນາມ ຊຶ່ງເຫັນໄດ້ ຈາກ ປີທີ່ແລ້ວ ຊາວນາວຽດນາມ ທີ່ຢູ່ໃນເຂດ ປາກແມ່ນໍ້າຂອງ ບໍ່ສາມາດ ປູກເຂົ້າໄດ້ ເນື່ອງຈາກວ່າ ນໍ້າ ໃນ ແມ່ນໍ້າຂອງ ບໍ່ມີພຽງພໍ ສໍາລັບ ການປູກເຂົ້າ ຫລື ສໍາລັບ ການກະສິກັມ ເວົ້າລວມ.

ພ້ອມກັນນັ້ນ ທ່ານ ໂທມັສ ຈາກກຸ່ມເຝົ້າຣະວັງ ການເງິນ ແລະການລົງທຶນ ອອສເຕຣັຽ ກໍໄດ້ກ່າວວ່າ ຫລັງຈາກ ໄດ້ຮູ້ບັນຫາ ທີ່ເກີດຈາກ ການສ້າງເຂື່ອນ ໃນທົ່ວໂລກ ຮວມທັງ ຢູ່ເຢັຽຣະມັນ ແລະ ປະເທສອື່ນໆ ແລ້ວ ມັນເກີດບັນຫາ ຕາມມາຄືກັນ ຄືຄວາມ ເສັຽຫາຍ ໃນເຣຶ່ອງ ຄວາມຫຼາກຫຼາຍ ທາງຊີວະພາບ, ວິຖີຊີວິດ ການເປັນຢູ່ ຂອງປະຊາຊົນ ແລະນໍາໄປສູ່ ການລົ້ມສລາຍ ຂອງຊຸມຊົນ.

ນອກນັ້ນ ຫລັງຈາກ ມີການສ້າງ ເຂື່ອນ ຕ່າງໆຂຶ້ນແລ້ວ ປາຂນາດໃຫຍ່ ບໍ່ສາມາດ ອາສັຍຢູ່ໄດ້ ເໝືອນເດີມ ແລະວ່າ ບັນຫານີ້ ກະທົບໃສ່ ວິຖີຊີວິດ ຂອງປະຊາຊົນ ທີ່ຢູ່ຕາມແຄມ ແມ່ນໍ້າຂອງ ທັງໃນ ປັດຈຸບັນ ແລະ ອະນາຄົດ.

ວັນທີ 14 ມິນາ ຂອງທຸກໆປີ ຖືກກໍານົດ ເປັນວັນຢຸດ ເຂື່ອນ ໂລກ. ຫຼາຍແຫ່ງ ໃນປະເທສໄທ ແລະ ທົ່ວໂລກ ມັກຈັດກິຈກັມ ຕ່າງໆຂຶ້ນ ເພື່ອສະແດງກໍາລັງ ປົກປ້ອງ ແມ່ນໍ້າ ແລະຮຽກຮ້ອງ ໃຫ້ຜູ້ມີອໍານາດ ຄິດເຖິງ ສິດທິ ຂອງ ປະຊາຊົນ ແລະຜົລກະທົບ ຈາກ ການສ້າງ ເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.