ລາວໄທວຽດນາມ ປະຊຸມຮ່ວມມື


2013.02.22
f-13 ເສັ້ນທາງ ເລຂ 13 ເລາະລຽບ ຊາຍແດນ ວຽດນາມ
Travel Laos

ຣັຖມົນຕຣີ ຄົມມະນາຄົມ ວຽດນາມ ລາວ ແລະ ໄທ ປະຊຸມກັນ ທີ່ ກຸງຮ່າໂນ່ຍ ໃນວັນ ທີ 21 ກຸມພາ ນີ້ ກ່ຽວກັບ ເປົ້າໝາຍ ແລະ ເສີມຂຍາຍ ການຮ່ວມມື ດ້ານການ ຄົມມະນາຄົມ ຣະຫວ່າງ 3 ປະເທດ.

ຂ່າວຊີນຮົວ ຣາຍງານ ຈາກ ກຸງຮ່າໂນ່ຍ ວ່າ ຣັຖມົນຕຣີ ຈາກທັງ 3 ປະເທດ ໄດ້ຕົກລົງກັນ ແບບໄວວາ ຊຶ່ງບໍ່ເຄີຍ ມີມາກ່ອນ ກ່ຽວກັບ ຂັ້ນຕອນ ການລົງນາມ ໃນບັນທຶກ ຄວາມເຂົ້າໃຈ MOU ຣະຫວ່າງກັນ ຣັຖບານ ລາວ ວຽດນາມ ແລະໄທ ໃນການ ເອົາເສັ້ນທາງ ເລກ 8 ແລະ 12 ໃນເຂດແດນ ຂອງລາວ ແລະ ວຽດນາມ ແນບໃສ່ ອະນຸສັນຍາ ຫລື Protocol ນໍ້າເບີ 1 ຂອງ ຂໍ້ຕົກລົງ ເຣື່ອງການ ອໍານວຍ ຄວາມສະດວກ ໃນການ ຄົມມະນາຄົມ ຂົນສົ່ງຂ້າມ ຊາຍແດນ ອະນຸພູມີພາກ ແມ່ນໍ້າຂອງ.

ການເປີດ ເສັ້ນທາງ ຂ້າມຊາຍແດນ ນັ້ນ ຈະຊ່ວຍຫລຸດຜ່ອນ ທັງເວລາ ແລະ ຄ່າໃຊ້ຈ່າຍ ຊຶ່ງ ພ້ອມດຽວກັນ ກໍເປັນການ ອໍານວຍ ໃຫ້ມີສິນຄ້າ ຈາກ ທາງພາກ ຕາເວັນອອກ ສ່ຽງເໜືອ ຂອງໄທ ແລະ ພາກກາງ ຂອງລາວ ເຂົ້າສູ່ທ່າເຮືອ Vung Ang ແລະ Hong La ໃນແຂວງ ພາກກາງ ຂອງວຽດນາມ.

ບັນທຶກ MOU ຈະອໍານວຍ ຄວາມສະດວກ ສໍາລັບ ຍານພາຫານະ ຂອງທັງ 3 ປະເທດ ຈາກ ເຂດແລວ ເສຖກິດ ຕາເວັນອອກ ຕາເວັນຕົກ ເຖິງຮ່າໂນ່ຍ ແລະ ຮາຍຟອງ ຂອງ ວຽດນາມ, ເຖິງ ນະຄອນຫລວງ ວຽງຈັນ ຂອງລາວ ແລະ ແຫລມສະບັງ ຂອງໄທ.

ພ້ອມດຽວ ກັນນັ້ນ ຣັຖມົນຕຣີ 3 ປະເທດ ລາວ ໄທ ວຽດນາມ ຍັງໄດ້ ເຫັນພ້ອມນໍາ ກັນກ່ຽວກັບ ແຜນ ປະຕິບັດ ຂໍ້ຕົກລົງ ນໍາກັນ ໃນເຣື່ອງ ການຂົນສົ່ງ ທາງບົກ ເພື່ອການທ່ອງທ່ຽວ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.