ວຽດນາມ-ລາວຮ່ວມມື ປ້ອງກັນປະເທສ


2013.07.23
f-Pham-Xuan-Hung ພົນໂທ Pham Xuan Hung ຮອງ ຜູ້ບັນຊາການ ກອງທັບ ປະຊາຊົນ ວຽດນາມ
Vietnamnews

 

ວຽດນາມ ກະຕື ລືລົ້ນ ນໍາການ ຮ່ວມມື ໃນການ ປ້ອງກັນ ປະເທສ ຮ່ວມກັບ ສປປລາວ.

ເຖິງແມ່ນວ່າ ຈະມີ ຄວາມຫຍຸ້ງຍາກ ຫລາຍຢ່າງ ແຕ່ ກອງທັບ ປະຊາຊົນ ວຽດນາມ ກໍຍັງສເນີ ໃຫ້ ປະສົບການ, ການຮ່ວມມື ແລະ ໃຫ້ການ ສນັບສນູນ ແກ່ ກອງທັບລາວ ໃນທຸກ ຂົງເຂດ ວຽກງານ ໂດຍສະເພາະ ຢ່າງຍິ່ງ ໃນດ້ານ ປ້ອງກັນ ປະເທສ. ຕາມຄໍາເວົ້າ ຂອງ ພົນໂທ Pham Xuan Hung ຮອງ ຜູ້ບັນຊາການ ກອງທັບ ປະຊາຊົນ ວຽດນາມ ໃນງານລ້ຽງ ຕ້ອນຮັບ ພົນຕຣີ ຈັນທຸງ ສອນຕາດ ຢ່າງອົບອຸ່ນ ທີ່ໄປ ຢ້ຽມຢາມ ວຽດນາມ.

ພົນໂທ Pham Xuan Hung ເຊື່ອວ່າ ການຢ້ຽມຢາມ ວຽດນາມ ຂອງ ຄະນະ ຜູ້ແທນ ທະຫານລາວ ຈະຊ່ວຽ ສົ່ງເສີມ ການພົວພັນ ທີ່ ມີໝາກຜົນ ຣະຫວ່າງ ກະຊວງ ປ້ອງກັນ ປະເທສ ຂອງ 2 ປະເທສ. ພ້ອມກັນນັ້ນ ທ່ານກໍໄດ້ ເນັ້ນເຖິງ ມິຕພາບ ຣະຫວ່າງ 2 ພັກ, 2 ຣັຖ, 2 ກອງທັບ ແລະ ປະຊາຊົນ 2 ປະເທສ ຊຶ່ງມີມາ ແຕ່ດົນນານ ໄດ້ເພີ່ມ ທະວີຂຶ້ນ.

ສໍາລັບ ຝ່າຍລາວ ພົນຕຣີ ຈັນທຸງ ສອນຕາດ ກໍຫວັງວ່າ ກະຊວງ ປ້ອງກັນ ປະເທສ ວຽດນາມ ຈະໃຫ້ການ ຊ່ວຍເຫລືອ ກະຊວງປ້ອງກັນ ປະເທສລາວ ໃນການຝຶກ ອົບຮົມ ນາຍທະຫານ ຂອງລາວ ຕໍ່ໄປ. ທ່ານວ່າ ທ່ານຈະເຮັດ ສຸດຄວາມ ສາມາດ ຂອງຕົນ ໃນການທີ່ຈະ ປະກອບ ສ່ວນ ເຂົ້າໃນການ ພັທນາ ການພົວພັນ ຣະຫວ່າງ ກອງທັບ ທັງສອງ ເວົ້າສະເພາະ ແລະ ຣະຫວ່າງ ສອງປະເທສ ເວົ້າລວມ.

ຕາມຂ່າວວ່າ ໃນສມັຍ ສົງຄາມ ຢູ່ລາວ ທະຫານ ວຽດນາມເໜືອ ທີ່ ຮຸກຮານ ເຂົ້າມາລາວ ໄດ້ເສັຍຊີວິດ ເປັນຈໍານວນ ຫລວງຫລາຍ ແມ່ນແຕ່ ນາຍົກ ຣັຖມົນຕຣີ ວຽດນາມ ເອງ ກໍຍອມຮັບ ເມື່ອກ່ອນ ນັ້ນວ່າ ໄດ້ເອົາຊາກ ກະດູກ ທະຫານ ຂອງຕົນ ຈາກພາກເໜືອ ຂອງລາວ ກັບຄືນ ປະເທສ ແລ້ວ 16,000 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.