ສະຫະຣັຖ ຣາຍງານບັນຫາ ສິດທິມະນຸດ ຢູ່ລາວ

ອຸ່ນແກ້ວ ສຸກສະຫວັນ
2019.03.14
F-Flag ສປປລາວ
Public Domain

ກະຊວງການຕ່າງປະເທດ ສະຫະຣັຖ ອະເມຣິກາ ໄດ້ອອກເຜີຍແຜ່ ບົດຣາຍງານໂດຍຫຍໍ້ ກ່ຽວກັບບັນຫາ ການປະຕິບັດ ສິດທິມະນຸດ ປະຈຳປີ 2018 ຢູ່ລາວ.

ຢູ່ໃນບົດຣາຍງານ ໄດ້ຣະບຸວ່າ ປະເທດລາວ ຍັງມີບັນຫາເລື້ອງການລະເມີດ ສິດທິມະນຸດຫຼາຍຢ່າງ ບໍ່ວ່າຈະເປັນບັນຫາເລື້ອງການບີບ ບັງຄັບບຸກຄົນໃຫ້ຫາຍສາບສູນ, ຄື ທ່ານ ສົມບັດ ສົມພອນ ນັກພັທນາອາວຸໂສ ດີເດັ່ນຂອງລາວ ທີ່ຖືກລັກພາຕົວ ແຕ່ປີ 2012 ແລະ ຍັງບໍ່ມີຄວາມຄືບໜ້າ ເລື້ອງການຊອກຫາຕົວ ຂອງທ່ານເລີຍ.

ບັນຫາສະພາບໃນຄຸກຄຸມຂັງ ແລະ ນັກໂທດ ຢູ່ໃນປະເທດລາວ ໂດຍສະເພາະ ເລື້ອງການຂາດແຄນອາຫານການກິນ, ຄຸກມີສະພາບ ແອອັດ, ມີນັກໂທດຈຳນວນຫລາຍ ແຕ່ຄຸກກັກຂັງນັກໂທດ ຄັບແຄບ, ທ່ານໝໍ ແລະ ພະຍາບານ ແລະ ອຸປະກອນ ການແພດຕ່າງໆ ເພື່ອປິ່ນປົວ ແລະ ດູແລນັກໂທດ ຍັງບໍ່ພຽງພໍ.

ຕາມກົດໝາຍແລ້ວ ໃນເວລາຈັບກຸມບຸກຄົນໃດນຶ່ງ ຈະຕ້ອງມີໝາຍສານ ແລະແຈ້ງຂໍ້ກ່າວຜູ້ທີ່ຖືກຈັບກຸມພາຍໃນ 24 ຊົ່ວໂມງ, ແຕ່ຕົວຈິງ ຢູ່ໃນປະເທດລາວ ບໍ່ມີການປະຕິບັດແນວນັ້ນ, ມີເຈົ້າໜ້າທີ່ຕຳຣວດ ແລະ ຜູ້ປະຕິບັດກົດໝາຍ ສາມາດຈັບໄດ້ ຕາມໃຈ.

ຢູ່ປະເທດລາວ ຍັງບໍ່ມີຈຳນວນນັກໂທດການເມືອງ ຢ່າງເປັນທາງການ ຈາກຣັຖບານລາວ, ແຕ່ວ່າຫລ້າສຸດ ອົງການຈັດຕັ້ງທາງສັງຄົມ ໄດ້ຣາຍງານວ່າ ມີນັກໂທດການເມືອງ 3 ຄົນ ຊື່ ທ. ສົມພອນ ພິມມະສອນ ທ. ສຸການ ໃຈທັດ, ແລະ ນາງ ຫລອດຄຳ ທຳມະວົງ ທີ່ຫາກໍ່ຖືກສານຕັດສິນ ຈຳຄຸກ 20 ປີ, 16 ປີ, ແລະ 12 ປີ ໃນປີ 2017 ໃນຂໍ້ຫາ ໂຄສະນາວິຈານ ພັກ-ຣັຖ ຜ່ານທາງສື່ສັງຄົມອອນລາຍ.

ມີການຈຳກັດ ການເຮັດວຽກຂອງອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງທາງສັງຄົມ ທີ່ເຮັດວຽກຢູ່ປະເທດລາວ ແລະ ຮວມທັງ ການຈຳກັດສິດທິ ຂອງສື່ມວນຊົນລາວ.

ນອກຈາກນີ້ ບົດຣາຍງານ ຍັງໄດ້ເວົ້າເຖິງບັນຫາ ການຈຳກັດການໂຮມຊຸມນຸມ ແບບສັນຕິ ແລະ ການເຊື່ອຖືທາງດ້ານສາສນາ, ແລະ ບັນຫາການສໍ້ຣາດບັງຫລວງ ທີ່ມີຢ່າງແຜ່ຫລາຍໃນປັດຈຸບັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.