ສະຫະຣັດຂໍໃຫ້ການທູດ ແກ້ໄຂ ທະເລຈີນໃຕ້

ຈໍາປາທອງ
2016.07.25
F-USA ເຈົ້າໜ້າທີ່ ອາວຸໂສ ສະຫະຣັຖ ອະເມຣິກາ ທີ່ ເຂົ້າຮ່ວມກອງປະຊຸມ ອາຊຽນ
RFA

ທ່ານ ຈອນ ແຄຣີ ຣັຖມົນຕຣີ ຕ່າງປະເທສ ສະຫະຣັຖ ອະເມຣິກາ ຈະຮຽກຮ້ອງ ໃຫ້ບັນດາ ປະເທສ ໃນຂົງເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ທີ່ ເຂົ້າຮ່ວມ ກອງປະຊຸມ ຕ່າງໆ ຢູ່ ປະເທສລາວ ໃນ ອາທິດນີ້ ແກ້ໄຂ ບັນຫາ ແບບການທູດ ເພື່ອ ຜ່ອນຄາຍ ຄວາມເຄັ່ງຕຶງ ກັບ ປະເທຈີນ ກ່ຽວກັບ ບັນຫາ ຢູ່ ທະເລຈີນໃຕ້ ພາຍຫລັງທີ່ ສານ ສາກົນ ປະຕິເສດ ການຮຽກຮ້ອງ ຂອງຈີນ. ຕາມຣາຍງານ ຂອງ ອົງການຂ່າວ ຣອຍເຕີ ໃນວັນທີ 24 ກໍຣະກະດາ ນີ້.

ທ່ານ ຈອນ ແຄຣີ ເດີນທາງໄປ ນະຄອນຫຼວງ ວຽງຈັນ ຂອງລາວ ເພື່ອ ເຂົ້າຮ່ວມ ກອງປະຊຸມ ໃນວັນຈັນ ຂອງ ຣັຖມົນຕຣີ ການ ຕ່າງປະເທສ 10 ປະເທສ ສະມາຊິກ ສະມາຄົມ ບັນດາ ປະເທສ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຫລື ອາຊຽນ ບ່ອນທີ່ມີ ຄວາມເຄັ່ງຕຶງ ຣະຫວ່າງ ຈີນ ແລະ ຫຼາຍປະເທສ ສະມາຊິກ ອາຊຽນ ເປັນຕົ້ນ ຟີລິປປິນ ແລະ ວຽດນາມ ຊຶ່ງຄາດວ່າ ຈະເປັນການ ເຈຣະຈາ ທີ່ສໍາຄັນ ຂນະທີ່ ສປປລາວ ມີການພົວພັນ ຢ່າງໃກ້ຊິດ ທາງ ດ້ານການເມືອງ ແລະ ເສຖກິດ ກັບ ຈີນ.

ເຈົ້າໜ້າທີ່ ອາວຸໂສ ສະຫະຣັຖ ອະເມຣິກາ ກ່າວຕໍ່ນັກຂ່າວ ກ່ອນໜ້າ ການເດີນທາງ ນັ້ນວ່າ:

“ຣັຖມົນຕຣີ ການຕ່າງປະເທສ ສະຫະຣັຖ ອະເມຣິກາ ຈະເສີມສ້າງ ຄວາມຫວັງ ຂອງ ພວກທ່ານ ນັ້ນ... ປັດຈຸບັນ ຝ່າຍຕ່າງໆ ຈະຫັນໄປ ສ້າງສັນ ໃນການ ມີສ່ວນຮ່ວມ ໃນຄວາມ ພຍາຍາມ ທີ່ ຈະຫາວິທີການ ທາງການທູດ ໃນການ ແກ້ໄຂ ບັນຫາ ຢູ່ ທະເລຈີນໃຕ້”.

ກອງປະຊຸມ ປະຈໍາປີ ຂອງ ອາຊຽນ ປີນີ້ ຈະເປັນ ຄັ້ງທໍາອິດ ນັບຕັ້ງແຕ່ ສານ ຖາວອນ ພິຈາຣະນາ ຄະດີ ທີ່ ກຸງເຮັກ ໃນວັນທີ 12 ກໍຣະກະດາ ໄດ້ ພິຈາຣະນາ ຄໍາຮຽກຮ້ອງ ຂອງ ຟີລິປປິນ ທີ່ວ່າ ຈີນ ບໍ່ມີຊື່ໃນ ປະຫວັດສາດ ເໜືອນ່ານນໍ້າ ຢູ່ ທະເລ ຈີນໃຕ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.