ທ.ຈອນ ແຄຣີ ຈະຢ້ຽມລາວ

ສິດນີ
2016.01.17
F-John-K ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ທ່ານ ຈອນ ແຄຣີ
Courtesy of US department of State

ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ທ່ານ John Kerry ຈະ ໄປຢ້ຽມຢາມ ສປປລາວ ໃນ ວັນທີ 25 ເດືອນ ມົກກະຣາ ປີ ນີ້ ຊຶ່ງ ເປັນສ່ວນນຶ່ງ ຂອງ ການເດີນທາງ ໄປຢ້ຽມຢາມ ແລະ ຮ່ວມປະຊຸມ ໃນ ຫຼາຍປະເທດ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັດ, ໃນນັ້ນກໍມີ ປະເທດ ປະເທດ ສວິຊແລັນ ໂຊເດັຽ ອາຣັບເບັຽ ສປປລາວ ກຳພູຊາ ແລະ ຈີນ. ອີງຕາມ ຖແລງການ ຈາກ ຫ້ອງການຂ່າວ ກະຊວງ ຕ່າງປະເທດ ສະຫະຣັດ ໃນ ເຄືອຂ່າຍ ອິນເຕີເນັດ ຂອງ ກະຊວງ.

ສຳຫຼັບ ສປປລາວ ທ່ານ John Kerry ຈະໄດ້ພົບປະ ກັບ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ແລະ ທ່ານ ທອງລຸນ ສີສຸລິດ ຮອງ ນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ການຕ່າງ ປະເທດ ແລະ ຈະມີການ ໂອ້ລົມກັນ ກ່ຽວກັບ ກອງປະຊຸມ ຊຸດພິເສດ ຍອດສຸດ ອາຊຽນ-ສະຫະຣັດ ທີ່ ຈະຈັດຂື້ນ ທີ່ ເມືອງ Sunny land ຣັຖ California ຣະຫວ່າງ ວັນທີ 15-16 ເດືອນ ກຸມພາ ປີນີ້ ໃນນາມ ສປປລາວ ຈະເປັນ ປະທານວຽນ ອາຊຽນ ແລະ ການໂອ້ລົມ ກ່ຽວກັບ ການສົ່ງເສີມ ຄວາມສຳພັນ ຣະຫວ່າງ ສອງ ປະເທດ ໃນ ຂັ້ນຕໍ່ໄປ.

ທ່ານ ຈອນ ແຄຣີ ໄດ້ ໃຫ້ການ ສນັບສນູນ ສປປລາວ ໃນການເປັນ ປະທານວຽນ ອາຊຽນ ເທື່ອນີ້ ແລະ ກ່າວວ່າ ຈະສືບຕໍ່ ຄວາມສຳພັນ ອັນໃກ້ຊິດ ກັບ ສປປລາວ ໃນ ອະນາຄົດ. ການແວ່ ຢ້ຽມຢາມ ສປປລາວ ຂອງ ທ່ານ ແຄຣີ ເທື່ອນີ້ ແມ່ນເພື່ອ ປູທາງ ໃນການ ຢ້ຽມຢາມ ສປປລາວ ຂອງ ປະທານາທິບໍດີ ສະຫະຣັດ ທ່ານ ບາຣັກ ໂອບາມາ ໃນ ທ້າຍປີນີ້ ໃນຊ່ວງທີ່ ສປປລາວ ເປັນເຈົ້າພາບ ຈັດ ກອງປະຊຸມ ສຸດຍອດ ອາຊຽນ ຊຶ່ງ ເປັນເທື່ອ ທຳອິດ ທີ່ ປະທານາທິບໍດີ ສະຫະຣັດ ຢ້ຽມຢາມ ລາວ.

ກ່ອນຫນ້ານີ້ ມາດາມ ຮິນລາລີ ຄຣີນຕັນ ອະດີດ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັດ ກໍເຄີຍ ຢ້ຽມຢາມ ສປປລາວ ໃນວັນທີ 11 ກໍຣະກະດາ 2012. ນັກການທູດ ຣະດັບສູງ ສະຫະຣັດ ຜູ້ທີ່ມີ ຫນ້າທີ່ ຮັບຜິດຊອບ ກ່ຽວກັບ ຂົງເຂດ ເອເຊັຽ ກ່າວວ່າ, ຄວາມສຳພັນ ຣະຫວ່າງ ສະຫະຣັດ ກັບ ສປປລາວ ໃນຊ້ວງທີ່ ທ່ານ ໂອບາມາ ເປັນ ປະທານາທິບໍດີ ນີ້ເພີ້ມຂຶ້ນ, ຊຶ່ງ ທາງການ ສະຫະຣັດ ມີແຜນການ ເພີ້ມຂີດ ຄວາມສຳພັນ ກັບ ສປປລາວ ໃຫ້ດີຂຶ້ນ ໃນ ອະນາຄົດ.

ດັ່ງນັ້ນ ການຢ້ຽມຢາມ ສປປລາວ ຂອງ ຣັຖມົນຕຣີ ການຕ່າງ ປະເທດ ແລະ ປະທານາທິບໍດີ ສະຫະຣັດ ຖືວ່າ ເປັນໂອກາດ ສຳຄັນ ໃນການ ຍົກຣະດັບ ຄວາມສຳພັນ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.