ມາດາມ Jill Biden ຢ້ຽມຢາມລາວ

ມະນີຈັນ
2015.07.22
F-Jill ມາດາມ Jill Biden (ກາງ) ກໍາລັງກ່າວ ທີ່ ສະຖານທູດ ສະຫະຣັດ ອະເມຣິກາ ປະຈໍາລາວ
US Embassy in Laos

ການສຶກສາ ແລະ ບັນຫາ ຕ່າງໆ ຂອງ ແມ່ຍິງ ໃນໂລກ ເປັນ ນຶ່ງ ໃນ ວຽກງານ ຂອງ ມາດາມ Jill Biden, ພັລຍາ ຂອງ ຮອງ ປະທານາທິບໍດີ ສະຫະຣັດ ອະເມຣິກາ ທ່ານ Joe Biden Biden, ທີ່ ເດີນທາງ ໄປເຖິງ ນະຄອນ ຫຼວງວຽງຈັນ ໃນ ວັນ ອັງຄານ ນີ້, ແລະ ຢູ່ຢ້ຽມຢາມ ເປັນ ເວລາ 2 ວັນ ຊຶ່ງ ຖືເປັນ ການຢ້ຽມຢາມ ລາວ ຄັ້ງ ທໍາອິດ ຂອງ ຜູ້ຕາງໜ້າ ຈາກ ທໍານຽບ ຂາວ ຊຸດ ປັຈຈຸບັນ.

ຂ່າວ ຈາກ ນະຄອນ ຫຼວງວຽງຈັນ ໃນ ວັນທີ 21 ກໍຣະກະດາ ນີ້, ຣາຍງານ ວ່າ ຜົລ ຂອງ ໂຄງການ ອາຫານ ກາງເວັນ ສໍາລັບ ເດັກນ້ອຍ ນັກຮຽນ ມູນຄ່າ 27 ລ້ານ ໂດລາ ສະຫະຣັດ, ແລະ ໂຄງການ ສນັບສນູນ ການ ສຶກສາ ຕ່າງໆ ມີ ກໍານົດ ນໍາຂຶ້ນ ປຶກສາ ຫາຣື ກັນ ກັບ ຮອງ ນາຍົກ ຣັຖມົນຕຣີ ລາວ ພັນຄໍາ ວິພາວັນ ໃນ ວັນພຸດ ນີ້.

ມາດາມ Jill Biden ຢ້ຽມຢາມ ສໍານັກງານ ໃຫຽ່ ສູນ ພັທນາ ແມ່ຍິງ ລາວ ພິການ, ຊຶ່ງ ມີທູດ ພິເສດ ສະຫະຣັດ ດ້ານ ກິຈກັມ ແມ່ຍິງ ໂລກ Global Women ຮ່ວມ ເດີນທາງ ໄປນໍາ, ແລະ ໂດຍມອບ ເງິນ ຊ່ວຍເຫລືອ 230 ພັນ ໂດລາ ສະຫະຣັດ ສໍາລັບ ໃຊ້ເຂົ້າ ໃນການ ຂຍາຍ ໂອກາດ ການ ຈ້າງງານ, ເພື່ອ ຊ່ວຍ ແມ່ຍິງ ທີ່ ໄດ້ຮັບ ການຝຶກ ອົບຮົມ ທຸກຄົນ ໃຫ້ ກຸ້ມ ຕົນເອງ ຫລາຍຂຶ້ນ ທາງດ້ານ ເສຖກິດ.

ຄວາມພິການ ຍ້ອນ ຣະເບີດ ທີ່ ຕົກຄ້າງ ຈາກ ປາງ ສົງຄາມ ແຕກໃສ່ ຍັງເປັນ ບັນຫາ ຢູ່ເຂດ ຊົນນະບົດ ຂອງລາວ, ພ້ອມດຽວ ກັນ ມາດາມ Biden ຍັງມີ ກໍານົດ ຢ້ຽມຢາມ ໂຄງການ ການສຶກສາ ຂອງ ອົງການ World Vision ແລະ ວຽກງານ ປົກປັກ ຮັກສາ ວັທນະທັມ ທີ່ ເມືອງ ມໍຣະດົກ ໂລກ ຫຼວງພຣະບາງ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.