ສະຫະຣັດຍັງບໍ່ລືມ ທ.ສົມບັດ


2013.04.23
F-sombat ຮູປຖ່າຍໃນປີ 2005 ທ່ານສົມບັດ ສົມພອນ ໃນປະເທດ ຟີລິປປິນ
AFP/Somphone family

ຣັຖບານ ສະຫະຣັຖ ອະເມຣິກາ ວ່າຈະເຮັດ ທຸກສິ່ງ ທຸກຢ່າງ ເພື່ອ ຮັບປະກັນ ໃຫ້ ທ່ານ ສົມບັດ ສົມພອນ ກັບຄືນສູ່ ຄອບຄົວ ຢ່າງຮີບດ່ວນ ແລະ ປອດພັຍ.

ຮອງໂຄສົກ ກະຊວງ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ທ່ານ Patrick Ventrell ຕອບຄໍາຖາມ ຂອງ ສື່ມວນຊົນ ຢູ່ຫ້ອງປະຊຸມ ຂ່າວ ປະຈໍາວັນ ໃນວັນທີ 22 ເມສາ 2013 ທີ່ ນະຄອນຫລວງ Washington DC, ທີ່ຖາມວ່າ ສະຫະຣັຖ ໄດ້ຍົກເລີກ ການ ຊ່ວຍເຫລືອ ເກັບກູ້ຣະເບີດ ຕົກຄ້າງ ຢູ່ລາວ ແຕ່ປາງ ສົງຄາມ ວຽດນາມ ທີ່ຍັງບໍ່ແຕກ ຈໍານວນ 30 ລ້ານໂດລາ ຍ້ອນ ການຫາຍສາບສູນ ຂອງ ທ່ານສົມບັດ ສົມພອນ ນັກເຄື່ອນໄຫວ ຂອງລາວ ຫລື ແນວໃດ. ທ່ານຕອບວ່າ:

"ກ່ອນອື່ນໝົດ ທ່ານ ຄົງຈື່ໄດ້ວ່າ ຣັຖມົນຕຣີ ການຕ່າງ ປະເທດ ສະຫະຣັຖ ໄດ້ອອກຖແລງການ ຢ່າງແຂງຂັນ ໃນກໍຣະນີນີ້ ແລະ ຣັຖບານ ສະຫະຣັຖ ຍັງມີ ຄວາມເປັນຫ່ວງ ຢ່າງຍິ່ງ ກ່ຽວກັບ ຊະຕາກັມ ຂອງ ທ່ານ ສົມບັດ ສົມພອນ".

ຜູ້ນໍາພາກ ປະຊາຊົນ ລາວ ທີ່ ຫາຍສາບສູນ ໄປ ພາຍຫລັງ ເຈົ້າໜ້າທີ່ ຕໍາຣວດ ຈະລາຈອນ ທີ່ ນະຄອນຫລວງ ວຽງຈັນ ໄດ້ຢຸດຣົດ ແລະ ກວດທ່ານ ເມື່ອວັນທີ 15 ທັນວາ 2012, ແຕ່ນັ້ນມາ ກໍບໍ່ພົບເຫັນ ຫລື ໄດ້ຂ່າວຄາວ ກ່ຽວກັບ ທ່ານ ເລີຍ:

"ດັ່ງນັ້ນ ສະຫະຣັຖ ຈຶ່ງຕິດຕໍ່ ພົວພັນ ກັບ ທາງການລາວ ຢ່າງເຮັ່ງຮ້ອນ ແລະ ຮຽກຮ້ອງ ໃຫ້ ທາງການລາວ ເຮັດທຸກສິ່ງ ທຸກຢ່າງ ໃນອໍານາດ ຂອງຕົນ ເພື່ອຮັບປະກັນ ໃຫ້ ທ່ານ ສົມບັດ ສົມພອນ ໄດ້ກັບຄືນສູ່ ຄອບຄົວ ຢ່າງຮີບດ່ວນ ແລະ ປອດພັຍ".

ເວົ້າສະເພາະ ງົບປະມານ 59 ລ້ານໂດລາ ນັ້ນ ທ່ານ Patrick Ventrell ກ່າວທົບທວນ ວ່າ ນັບແຕ່ປີ 1993 ເປັນຕົ້ນມາ ສະຫະຣັຖ ໄດ້ໃຫ້ ການຊ່ວຍເຫລືອ ເກັບກູ້ຣະເບີດ ທີ່ຍັງບໍ່ແຕກ, ໃຫ້ ການສຶກສາ ໃຫ້ຄວາມຮູ້ ກ່ຽວກັບ ຄວາມສ່ຽງ ແລະ ຊ່ວຍເຫລືອ ຜູ້ເຄາະຮ້າຍ ໃນລາວ ແລະ ສະຫະຣັຖ ກໍບໍ່ມີ ຄວາມຕັ້ງໃຈ ທີ່ຈະຫລຸດຜ່ອນ ງົບປະມານ ໃນໂຄງການ ທີ່ສໍາຄັນ ດັ່ງກ່າວ. ສອງເຣື່ອງນີ້ ມັນຄົນລະເຣື່ອງ ບໍ່ ກ່ຽວຂ້ອງກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.